ຂປລ
ຄຳວ່າ: ຮີດ 12 ຄອງ 14 ທີ່ມັກໄດ້ຍິນຜູ້ເຖົ່າຜູ້ແກ່ເພິ່ນມັກເວົ້າ ແຕ່ຫລາຍຄົນອາດຈະຍັງບໍ່ທັນຮູ້ຄວາມໝາຍທີ່ແທ້ຈິງຂອງມັນ ເຊິ່ງຄວາມໝາຍຂອງຮີດ 12 ຄອງ 14 ມີດັ່ງນີ້:
*ຄຳວ່າ: ຮີດ 12 ຄອງ 14 ທີ່ມັກໄດ້ຍິນຜູ້ເຖົ່າຜູ້ແກ່ເພິ່ນມັກເວົ້າ ແຕ່ຫລາຍຄົນອາດຈະຍັງບໍ່ທັນຮູ້ຄວາມໝາຍທີ່ແທ້ຈິງຂອງມັນ ເຊິ່ງຄວາມໝາຍຂອງຮີດ 12 ຄອງ 14 ມີດັ່ງນີ້: ຄຳວ່າຮີດ ແປວ່າຂະນົບທຳນຽມແບບແຜນ, ຂໍ້ປະຕິບັດອັນດີງາມ ຫລື ປະ ເພນີທີ່ເຄີຍປະພຶດສືບທອດກັນມາແຕ່ບູຮານນະການ ຈົນເຖິງປັດຈຸບັນທັງພາສາເວົ້າ ແລະ ພາສາຂຽນຄຳວ່າ: ຮີດຄອງ ປະເພນີ (ຈາຮີດນິຍົມ) ລວມ ເຂົ້າກັນເປັນຄຳດຽວຄຳວ່າ ຂະນົບທຳນຽມແປເອົາໃຈຄວາມແລ້ວ ກໍແມ່ນປະເພນີທ່ີເຄີຍປະຕິບັດສືບທອດກັນມານັ້ນເອງ. ຮີດ ມາຈາກຄຳບາລີ ທີ່ວ່າ:ຈາປິດຕະເຊິ່ງແປວ່າຄະນົບທຳນຽມແບບແຜນ, ຂໍ້ປະຕິບັດອັນດີງາມ ຫລື ປະເພນີອັນດີງາມຕ່າງໆ. ຮີດ 12 ໝາຍເຖິງປະເພນີພິທີກຳ ຫລື ການເຮັດບຸນປະຈຳເດືອນຂອງປະຊາຊົນລາວບັນດາເຜ່ົາພາຍໃນ 12 ເດືອນ ເພິ່ນຈະນັບເອົາຕາມເດືອນລາວ ບໍ່ແມ່ນເດືອນສາກົນເປັນຕົ້ນແມ່ນ:
1, ເດືອນຈຽງ ຈະມີພິທີລ້ຽງຜີຟ້າຜີແຖນ ນິມົນພະສົງອົງຄະເຈົ້າ ເຂົ້າປະລິວາດຊະກໍາ.
2,ເດືອນຍີ່ ຈະມີພິທີເຮັດບຸນເຂົ້າຄູນລານ (ບຸນກິນຈຽງ) ເຜົ່າ ມົ້ງ, ບຸນງະ ບຸນລະປືມ (ລາວເທິງ ພາກໃຕ້) ບຸນເກີຣ (ລາວເທິງພາກ ເໜືອ).
3,ເດືອນສາມເພັງ ແມ່ນເຮັດບຸນເຂົ້າຈີ່ ບຸນມາຂະບູຊາ ບຸນວັດ ພູຈໍາປາສັກ.
4, ເດືອນສີ່ ແມ່ນເຮັດບຸນພະເວດ ຫລື ບຸນມະຫາຊາດ
5,ເດືອນຫ້າ ເຮັດບຸນປີໃໝ່ລາວຫລື ບຸນກຸດສົງການ
6,ເດືອນຫົກ ເຮັດບຸນວິສາຂະບູຊາ ແລະ ບຸນບັ້ງໄຟ
7,ເດືອນເຈັດ ເຮັດບຸນເບີກຊຳລະບ້ານ ແລະ ລ້ຽງປູ່ຕາ (ກຽມ ເຮັດໄຮ່ເຮັດນາ)
8,ເດືອນແປດ ເຮັດບຸນເຂົ້າພັນສາ
9,ເດືອນເກົ້າ ເຮັດບຸນເຂົ້າປະດັບດິນ
10,ເດືອນສິບ ເຮັດບຸນເຂົ້າສະຫລາກ
11,ດືອນສິບເອັດ ເຮັດບຸນອອກພັນສາ
12,ເດືອນສິບສອງ ເຮັດບຸນກະຖິນບຸນພະທາດຫລວງ
ສຳລັບຄອງ 14 ແມ່ນມີຄື: ຄອງ 14 ຢ່າງ ສຳລັບຄົນທົ່ວໄປ ແລະ ຄອງ 14 ຢ່າງຂອງພະລາຊາ, ສຳລັບຄົນທົ່ວໄປແມ່ນໜ້າທີຂອງໝົດທຸກຄົນຈະຕ້ອງປະພຶດປະຕິບັດຕໍ່ກັນເຊັ່ນ: ຄູ່ຜົວເມຍ ຊາວບ້ານຄອບຄົວເຮືອນຊານ ແລະ ວັດວາອາຮາມສາສະໜາ ເຊິ່ງມີລາຍ ລະອຽດດັ່ງນີ້:
1,ເມື່ອພຶດໂພດເຂົ້າກ້າໝາກໄມ້ເປັນຮວງເປັນໝາກມາແລ້ວ ຕົນຢ່າຟ້າວກິນກ່ອນໃຫ້ເອົາທຳບຸນ ໃຫ້ທານແກ່ທ່ານຜູ້ມີສິນກິນກ່ອນ ແລ້ວຕົນຈຶ່ງຕາມຫລັງແຕ່ປັດຈຸບັນ ບໍ່ຄ່ອຍປະຕິບັດຕາມແລ້ວ.
2,ຢ່າໂລບລ່າຍຕາຊິງຕາຍ່ອຍຢ່າຈ່າຍເງິນແດງ ຢ່າແປງເງິນ ຄວ່າງ ແລະ ຢ່າກ່າວຄຳຫຍາບຊ້າ ກ້າແຂງໃສ່ກັນ.
3,ໃຫ້ພ້ອມພາກັນເຮັດຮົ້ວຕ້າຍແລະ ກຳແພງອ້ອມຮອບວັດວາ ອາຮາມ ແລະ ເຮືອນແຫ່ງຕົນດ້ວຍ ການປຸກຫໍບູຊາເທວະດາໃນສີ່ແຈ ເຮືອນ.
4,ເມື່ອຈະຂຶ້ນເຮືອນນັ້ນ ໃຫ້ຊ່ວຍລ້າງຕີນເສຍກ່ອນແລ້ວຈຶ່ງ ຂຶ້ນ.
5,ເມື່ອເຖິງວັນສິນ 7-8-14- 15 ຄ່ຳ ໃຫ້ສົມມາກ້ອນເສົ້າແມ່ຄ ໄຟ ແມ່ຂັ້ນໄດ ແລະ ປະຕູທີ່ຕົນໄດ້ ອາໄສຢູ່ທຸກເຊົ້າຄ່ຳວັນຄືນ.
6,ເມື່ອຈະເຂົ້ານອນນັ້ນ ໃຫ້ເອົານ້ຳສ່ວຍລ້າງຕີນຜົວແຫ່ງຕົນ ເສຍກ່ອນແລ້ວຈິ່ງເຂົ້ານອນ ເຊິ່ງ ປັດຈຸບັນບໍ່ນິຍົມໃຊ້ແລ້ວ.
7,ເຖິງວັນສິນໃຫ້ເອົາດອກໄມ້ທູບທຽນສົມມາຜົວແຫ່ງຕົນ ພໍ່ແມ່ ເຖົ້າແກ່ລຸງຕາຂອງຕົນ ເຖິງວັນອຸ ໂປສົດພະສົງຂອງອົງຄະເຈົ້າໃຫ້ ແຕ່ງຂັນດອກໄມ້ທູບທຽນໄປເຄນ ສັງຄະເຈົ້າ.
8,ເຖິງວັນສິນດັບສິນເພັງມາໃຫ້ນິມົນພະສັງຄະເຈົ້າມາສູນ ມຸງຄຸນເຮືອນແລ້ວທຳບຸນໃສ່ບາດ ຖວາຍທານ.
9,ເມື່ອພະສົງມາບິນທະບາດນັ້ນ ຢ່າໃຫ້ເພິ່ນຄອຍຖ້າເວລາໃສ່ ບາດກໍຢ່າໃຫ້ຊູນບາດ ຊູນພິກຂຸ ສາມະເນນ ແລະ ຍາມໃສ່ບາດນັ້ນ ຢ່າໄດ້ໃສ່ເກີບກັ້ງຄົນຮົ່ມບໍ່ເອົາຜ້າ ປົກຫົວບໍ່ອູ້ມລູກຫລານ ແລະ ຖ ສາດຕາວຸດຕ່າງໆ.
10,ເມື່ອພິກຂຸເຂົ້າປະລິດວາສະກຳຊຳລະເນື້ອຕົວແລ້ວເວລາ ອອກປະລິວາສະກຳໃຫ້ມີຂັນດອກ ໄມ້ທູບທຽນ ແລະ ເຄື່ອງອັດທະປະ ລິຂານໄປຖວາຍ.
11,ເມື່ອພິກຂຸສັງຄະເຈົ້າກາຍມາໃຫ້ນັ່ງລົງຍໍມືໄຫວ້ກ່ອນແລ້ວ ຈິ່ງຄ່ອຍເຈລະຈາ.
12,ຢ່າຢຽບເງົາເຈົ້າພິກຂຸສຳມະເນນ.
13,ຢ່າເອົາອາຫານເງື່ອນຂອງຕົນກິນແລ້ວໄປທານໃຫ້ສັງ ຄະເຈົ້າ ແລະ ຢ່າເອົາໄວ້ຄອຍໃຫ້ ຜົວກິນ.
14,ຢ່າເສບກາມມະຄຸນໃນວັນສິນ ວັນເຂົ້າວັດສາ ວັນອອກວັດສາ ແລະ ວັນມະຫາສົງການຂຶ້ນປີໃໝ່.
ທັງໝົດເຫລ່ົານ້ີແມ່ນຮີດ 12 ຄອງ 14 ທີ່ຄົນລາວເຮົານັບຖືມາແຕ່ດຶກດຳບັນຈົນມາຮອດປັດຈຸບັນ ໄດ້ເຄົາລົບນັບຖື ແລະ ປະຕິບັດໃຫ້ຖືກກັບຮີດຄອງປະເພນີອັນດີງາມຂອງຊາດຕະຫລອດມາ.
KPL