ຂປລ
ຂປລ. ແມ່ຍິງ ຍາມໃດກໍມີບົດບາດສໍາຄັນ ເປັນກໍາລັງແຮງພື້ນຖານ ໃນການພັດທະນາສັງຄົມ ແລະ ປະເທດຊາດ ຢ່າງແທ້ຈິງ ເປັນຕົ້ນ ແມ່ຍິງມີບົດບາດ ໃນການຜະລິດຊັບພະຍາກອນມະນຸດ ເຊັ່ນ: ຖືພາ, ເກີດລູກ ຊຶ່ງແມ່ນບົດບາດສະເພາະຂອງແມ່ຍິງ, ຈາກນັ້ນ ກໍແມ່ນບົດບາດໃນການເບິ່ງແຍງ, ການລ້ຽງດູຖະນຸບໍາລຸງລູກ ແລະ ຄອບຄົວ.

ທ່ານ ນາງ ສຸວິຕາ ປະເສີດ ປະທານສະມາຄົມຫັດຖະກຳລາວ ໄດ້ໃຫ້ສຳພາດ ໃນວັນທີ 6 ມີນາ 2025 ຜ່ານມາວ່າ: ແມ່ຍິງ ນອກຈາກມີບົດບາດ ໃນການຜະລິດຊັບພະຍາກອນມະນຸດແລ້ວ, ຍັງມີບົດບາດ ໃນການຜະລິດ ໝາຍເຖິງວຽກທີ່ແມ່ຍິງ ແລະ ຜູ້ຊາຍ ເຮັດເພື່ອລ້ຽງຊີບ ແລະ ກິດຈະກໍາທີ່ແລກປ່ຽນເປັນເງິນ ຫລື ເປັນສິນຄ້າ ເຊັ່ນ: ການຜະລິດຫັດຖະກໍາ ຫຍິບປັກຖັກແສ່ວ, ປູກຝັງ, ລ້ຽງສັດ ກ້າວໄປເຖິງ ບົດບາດ ໃນການຜະລິດເປັນທຸລະກິດ ໃນຂະແໜງຕ່າງໆ ເຊັ່ນ: ທຸລະກິດຜະລິດອາຫານ, ທຸລະກິດຫັດຖະກໍາຕໍ່າແຜ່ນ, ຫຍິບປັກຖັກແສ່ວ, ຕໍ່າຫູກ, ທຸລະກິດການບໍລິການໂຮງແຮມ, ເຮືອນພັກ, ຮ້ານອາຫານ, ທ່ອງທຽວ ອື່ນໆ. ນອກນີ້, ແມ່ຍິງມີບົດບາດໃນການບໍລິຫານ ແລະ ຮັບໃຊ້ຊຸມຊົນ ເປັນຕົ້ນ ມີສ່ວນຮ່ວມໃນການຈັດຫາ ນໍ້າດື່ມ-ນໍ້າໃຊ້ລວມໝູ່, ປຸກໂຮງຮຽນ, ສ້າງຊົນລະປະທານ, ອະນາໄມລວມ, ສ້າງວັດວາອາຮາມ ປະກອບສ່ວນໃນກິດຈະກໍາ ທາງສາສະໜາ ແລະ ວັດທະນະທໍາ-ຮີດຄອງປະເພນີຕ່າງໆ. ສຳລັບບົດບາດ ທາງດ້ານການເມືອງ ແລະ ນໍາພາຊຸມຊົນ ເຊິ່ງພົວພັນເຖິງການ ມີສ່ວນຮ່ວມຂອງ ແມ່ຍິງ ໃນການຕັດສິນບັນຫາລະດັບຕ່າງໆ ນັບແຕ່ຂັ້ນບ້ານເຖິງຂັ້ນສູນກາງ, ແມ່ຍິງປະກອບເຂົ້າເປັນຄະນະປົກຄອງບ້ານ, ເປັນນາຍບ້ານ, ເປັນການນໍາຂະແໜງຕ່າງໆ ຢູ່ຂັ້ນເມືອງ, ຂັ້ນແຂວງ, ຂັ້ນກະຊວງ-ອົງການ ແລະ ຂັ້ນສູນກາງ.

ເຖິງຢ່າງໃດກໍຕາມ, ແມ່ຍິງລາວ ໃນປັດຈຸບັນ ຄວນປັບປຸງ ແລະ ພັດທະນາຕົນເອງເລື່ອຍໆ ໂດຍການສຶກສາຮໍ່າຮຽນ, ບໍ່ຢຸດທີ່ຈະພັດທະນາຕົນເອງ, ຕ້ອງຮູ້ຈັກແກ້ໄຂບັນຫາ, ຕ້ອງທັນຕາມຍຸກຕາມສະໄໝ ໄປຄວບຄູ່ກັບການຮັກສາຮີດຄອງປະເພນີຂອງຊາດ.
ຂ່າວ-ພາບ: ກິດຕາ
KPL