ສະຫະພັນ ແມ່ຍິງຮາກຖານ ນັກທຸລະກິດຍິງ ຈັດກອງປະຊຸມໃຫຍ່ ຄັ້ງທີ IV

05/03/2025 18:18
Email Print 480
ຂປລ ຂປລ. ກອງປະຊຸມໃຫຍ່ສະມາຊິກສະຫະພັນແມ່ຍິງຮາກຖານນັກທຸລະກິດຍິງ ນະຄອນຫລວງວຽງຈັນ (ນວ) ຄັ້ງທີ IV ຈັດຂຶ້ນ ໃນວັນທີ 5 ມີນາ 2025 ຢູ່ນະຄອນຫລວງວຽງຈັນ ເພື່ອສະຫລຸບຕີລາຄາວຽກງານໃນໄລຍະຜ່ານມາ ແລະ ວາງທິດທາງແຜນການໃນຕໍ່ໜ້າ



ຂປລ. ກອງປະຊຸມໃຫຍ່ສະມາຊິກສະຫະພັນແມ່ຍິງຮາກຖານນັກທຸລະກິດຍິງ ນະຄອນຫລວງວຽງຈັນ (ນວ) ຄັ້ງທີ IV ຈັດຂຶ້ນ ໃນວັນທີ 5 ມີນາ 2025 ຢູ່ນະຄອນຫລວງວຽງຈັນ ເພື່ອສະຫລຸບຕີລາຄາວຽກງານໃນໄລຍະຜ່ານມາ ແລະ ວາງທິດທາງແຜນການໃນຕໍ່ໜ້າ ໂດຍການເປັນປະທານຂອງ ສະຫາຍ ນາງ ຫລຽນຄຳ ວິລະພັນ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ກຳມະການພັກ ນວ, ປະທານສະຫະພັນແມ່ຍິງ ນວ ແລະ ສະຫາຍ ນາງ ແສງເດືອນ ອ່າງຄຳນາກສະຫວັດ ຮອງປະ ທານສະຫະພັນແມ່ຍິງ ຮາກຖານນັກທຸລະກິດຍິງ ນວ,
ມີສະມາຊິກສະຫະພັນແມ່ຍິງຮາກຖານນັກທຸ ລະກິດຍິງ ນວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໂອກາດດັ່ງກ່າວ, ສະຫາຍ ນາງ ແສງເດືອນ ອ່າງຄຳນາກສະຫວັດ ໄດ້ຍົກໃຫ້ເຫັນການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງ ສະຫະພັນແມ່ຍິງຮາກຖານນັກທຸລະກິດຍິງ ນະຄອນຫລວງວຽງຈັນ ໃນໄລຍະ 5 ປີ ຜ່ານມາ (2020-2024) ເຊິ່ງສະຫະພັນແມ່ຍິງຮາກຖານນັກທຸລະກິດຍິງ ນວ ແມ່ນກົງຈັກໜຶ່ງທີ່ໄດ້ຈັດຕັ້ງ ແລະ ເຄື່ອນໄຫວວຽກງານ ຕາມພາລະບົດບາດ ພາຍໃຕ້ການນໍາພາ-ຊີ້ນໍາ ຂອງສະຫະພັນແມ່ຍິງ ນະຄອນຫລວງວຽງຈັນ, ເປັນອົງການຈັດຕັ້ງໜຶ່ງ ທີ່ເປັນຕົວແທນໃຫ້ແກ່ແມ່ຍິງ ທີ່ປະກອບການດ້ານທຸລະກົດທຸກລະດັບ ພາຍໃນນະຄອນຫລວງວຽງຈັນ ທີ່ມີຄວາມຕື່ນຕົວດ້ວຍຄວາມສະໝັກໃຈ ໃນການຊ່ວຍເຫລືອສັງຄົມ. ຜ່ານການຈັດຕັ້ງປະຕິບັດວຽກງານຮອບດ້ານ ໃນໄລຍະ 5 ປີ ຜ່ານມາ ສາມາດຍາດໄດ້ຜົນສຳເລັດຫລາຍດ້ານ ເປັນຕົ້ນ ວຽກງານສຶກສາອົບຮົມການເມືອງແນວຄິດ, ວຽກງານປັບປຸງ ແລະ ຂະຫຍາຍການຈັດຕັ້ງ ສະຫະພັນແມ່ຍິງ, ວຽກກໍ່ສ້າງພະນັກງານເພດຍິງ, ສະມາ ຊິກສະຫະພັນແມ່ຍິງ, ວຽກງານນະໂຍບາຍຍ້ອງຍໍ, ວຽກງານໃຫ້ຄຳປຶກສາປົກປ້ອງສິດຜົນປະໂຫຍດຂອງແມ່ຍິງ ແລະ ເດັກ, ສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ຄວາມສະເໝີພາບ ຍິງ-ຊາຍ, ແມ່-ເດັກ, ວຽກງານພັດທະນາຊີວິດການເປັນຢູ່ ເພື່ອແກ້ໄຂຄວາມທຸກຍາກໃຫ້ແມ່ຍິງ ແລະ ຄອບຄົວ, ການ ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວ, ວຽກງປຸກລະດົມແມ່ຍິງ ເຂົ້າຮ່ວມພາລະ ກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ວຽກງານພົວພັນຮ່ວມມືກັບຕ່າງປະເທດ. ອັນພົ້ນເດັນ ແມ່ນໄດ້ຊຸກຍູ້ ແລະ ອຳນວຍຄວາມສະດວກ ໃຫ້ສະມາຊິກສະຫະພັນແມ່ຍິງຮາກຖານນັກທຸລະກິດຍິງ ນວ ໄດ້ໄປຝຶກອົບຮົມວິຊາຊີບ, ຖອດຖອນບົດຮຽນ ເພື່ອຮຽນຮູ້ບົດຮຽນໃນການພັດທະນາທຸລະກິດ ເປັນຄູ່ຮ່ວມໃນການລົງທຶນທຸລະກິດຂະໜາດນ້ອຍ, ຂະໜາດກາງ ເພື່ອສ້າງໃຫ້ເປັນເຈົ້າ ຂອງທຸລະກິດ, ພ້ອມທັງໄດ້ຊຸກຍູ້ ແລະ ອໍານວຍຄວາມສະດວກ ໃຫ້ນັກທຸລະກິດຍິງ ໄປຖອດຖອນບົດຮຽນ ເພື່ອຮຽນຮູ້ບົດຮຽນໃນການພັດທະນາຢູ່ຕ່າງປະເທດ ດ້ວຍທຶນຕົນເອງຕາມເງື່ອນໄຂຕົວຈິງ ຕື່ມອີກ.




ພ້ອມນີ້, ສະຫາຍ ນາງ ແສງເດືອນ ອ່າງຄຳນາກສະຫວັດ ຍັງໄດ້ຕີລາຄາດ້ານດີ, ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ໃນໄລຍະຜ່ານມາ, ພ້ອມທັງຍົກໃຫ້ເຫັນທິດທາງແຜນການ ຈັດຕັ້ງປະຕິບັດວຽກງານດ້ານຕ່າງໆ ໃນຕໍ່ໜ້າ.ໃນກອງປະຊຸມ ຍັງໄດ້ ຜ່ານຂໍ້ຕົກລົງ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ຄະນະສະຫະພັນແມ່ຍິງຮາກຖານນັກທຸລະກິດຍິງ ນະຄອນຫລວງວຽງຈັນ ໂດຍແຕ່ງຕັ້ງ ສະຫາຍ ນາງ ອິນທະຣົງຈິດ ແສງສະຫວັນ ເປັນປະທານສະຫະພັນແມ່ຍິງຮາກຖານນັກທຸລະກິດຍິງ ນະຄອນຫລວງວຽງຈັນ, ສະຫາຍ ນາງ ແສງເດືອນ ອ່າງຄຳນາກສະຫວັດ ເປັນຮອງປະທານ, ທັງເປັນປະທານກວດກາ, ສະຫາຍ ນາງ ອິນທະຫວາ ຈັນທະລາວົງ ເປັນຮອງປະທານ, ທັງເປັນຮອງປະທານກວດກາ. ພ້ອມນີ້, ຍັງໄດ້ແຕ່ງຕັ້ງ ຄະນະ ອີກ 4 ສະຫາຍ.
ໂອກາດນີ້, ສະຫາຍ ນາງ ຫລຽນຄຳ ວິລະພັນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດທີ່ສະມາຊິກສະຫະພັນແມ່ຍິງຮາກຖານນັກທຸລະກິດຍິງ ນະຄອນຫລວງວຽງຈັນ ຍາດມາໄດ້ໃນໄລຍະຜ່ານມາ ເຊິ່ງເປັນການປະກອບສ່ວນເຮັດໃຫ້ນັກທຸລະກິດຍິງ ຢູ່ ນວ ກໍຄື ນັກທຸລະກິດຍິງ ໃນຂອບເຂດທົ່ວປະເທດ ມີຄວາມເຂັ້ມແຂງ ແລະ ເຕີບໃຫຍ່ຂະຫຍາຍຕົວ, ພ້ອມທັງເນັ້ນໃຫ້ຄະນະສະຫະພັນແມ່ ຍິງຮາກຖານນັກທຸລະກິດຍິງ ນະຄອນຫລວງວຽງຈັນ ຊຸດໃໝ່ ສືບຕໍ່ເອົາໃຈໃສ່ນຳພາ-ຊີ້ນຳ ສະມາຊິກ ຈັດຕັ້ງປະຕິບັດວຽກງານຂອງຕົນ ໃຫ້ສຳເລັດຕາມເປົ້າໝາຍທີ່ວາງໄວ້; ໃຫ້ນັກທຸລະກິດຍິງຮ່ວມກັນ ລົງ ມືເຮັດທຸລະກິດໃດໜຶ່ງຮ່ວມກັນ ເພື່ອສ້າງລາຍຮັບ ແລະ ສ້າງວຽກງານງານທຳ ໃຫ້ກັບປະຊາຊົນລາວ ບັນດາເຜົ່າ ຕື່ມອີກ.



ຂ່າວ: ທະນູທອງ
ພາບ: ເກດສະໜາ
KPL

ຂ່າວອື່ນໆ

    • ເປີດໂຄງການກໍ່ສ້າງຂົວອູ່ ຂ້າມນ້ຳມ່າ ຈຸດບ້ານແຜ້ ເມືອງແອດ ວັດທະນະທຳ-ສັງຄົມ

      ເປີດໂຄງການກໍ່ສ້າງຂົວອູ່ ຂ້າມນ້ຳມ່າ ຈຸດບ້ານແຜ້ ເມືອງແອດ

      3/12/2025 3:03:53 PM

      ຂປລ. ແຫລ່ງຂ່າວຈາກ ເມືອງແອດ ແຂວງພົວພັນ ໃຫ້ຮູ້ວ່າ: ພິທີເປີດໂຄງການກໍ່ສ້າງຂົວອູ່ຂ້າມນ້ຳມ່າ ຢູ່ບ້ານແຜ້ ເມືອງແອດ ແຂວງຫົວພັນ ຈັດຂຶ້ນໃນຕອນແລງວັນທີ 11 ມີນາ 2025 ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄຳແພງ ໄຊສົມແພງ ເຈົ້າແຂວງຫົວພັນ, ມີບັນດາການນຳແຂວງ, ເມືອງ ແລະ ຕາງໜ້າບໍລິສັດ ຮັບເໝົາກໍ່ສ້າງ-ເຈົ້າຂອງໂຄງການ, ຕະຫລອດຮອດອໍານາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນບ້ານແຜ້ ເຂົ້າຮ່ວມ.

    • ເປີດຄັດເລືອກບຸກຄົນ ຫລື ອົງການຈັດຕັ້ງ ເພື່ອແຂ່ງຂັນຊີງລາງວັນອາຊຽນ ປະຈຳປີ 2025ວັດທະນະທຳ-ສັງຄົມ

      ເປີດຄັດເລືອກບຸກຄົນ ຫລື ອົງການຈັດຕັ້ງ ເພື່ອແຂ່ງຂັນຊີງລາງວັນອາຊຽນ ປະຈຳປີ 2025

      3/12/2025 2:39:28 PM

      ຂປລ. ອາຊຽນ ຈະຈັດການແຂ່ງຂັນຊີງລາງວັນອາຊຽນ ປະຈໍາປີ 2025 (ASEAN Prize 2025) ເພື່ອມອບເປັນກຽດໃຫ້ແກ່ບຸກຄົນ ຫລື ອົງການຈັດຕັ້ງທີ່ມີຜົນງານໂດດເດັ່ນ ໃນການປະກອບ ສ່ວນສ້າງປະຊາຄົມອາຊຽນ, ພ້ອມທັງສົ່ງເສີມ ແລະ ຍົກສູງເອກະລັກຂອງອາຊຽນ (ASEAN Identity) ເຊິ່ງຜູ້ຊະນະເລີດ ລາງວັນອາຊຽນປະຈໍາປີ 2025 ຈະໄດ້ຮັບໂລ້ລາງວັນອາຊຽນ ແລະ ເງິນສົດ ຈຳນວນ 20.000 ໂດລາສະຫະລັດ ໂດຍການສະໜັບສະໜູນຈາກອົງການ Temasek ຂອງ ສິງກະໂປ ແລະ Yayasan Hasanah ຂອງມາເລເຊຍ.

    • ເປີດມະຫະກຳໜັງສື ພາຍໃຕ້ຫົວຂໍ້ "ການອ່ານເພື່ອການພັດທະນາ"ວັດທະນະທຳ-ສັງຄົມ

      ເປີດມະຫະກຳໜັງສື ພາຍໃຕ້ຫົວຂໍ້ "ການອ່ານເພື່ອການພັດທະນາ"

      3/12/2025 2:36:44 PM

      ຂປລ. ສໍານັກພິມດີບຸກ ຮ່ວມກັບມະຫາວິທະຍາໄລແຫ່ງຊາດ (ມຊ) ຈັດງານມະຫະກຳໜັງສື ມະຫາວິທະຍາໄລແຫ່ງຊາດ ຄັ້ງທີ V ໃນວັນທີ 12-16 ມີນາ 2025 ຢູ່ສະໂມສອນໃຫຍ່ ມຊ ນະຄອນຫລວງວຽງຈັນ ເພື່ອສະເຫລີມສະຫລອງວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ ພາຍໃຕ້ຫົວຂໍ້ "ການອ່ານເພື່ອການພັດທະນາ" ເພື່ອສະແດງໃຫ້ເຫັນເຖິງການພັດທະນາດ້ານການສຶກສາ ແລະ ວັດທະ ນະທໍາການອ່ານ ຂອງ ສປປ ລາວ ​ໂດຍມີຮອງອະທິການບໍດີ ມຊ, ບັນດາຄູ-ອາຈານ, ນັກຂຽນ, ນັກປະພັນ, ຜູ້ປະກອບການຮ້ານຂາຍປື້ມ, ພ້ອມດ້ວຍນັກຮຽນ-ນັກສຶກສາ ເຂົ້າຮ່ວມ.

    • ນັກສໍາມະນາວິທະຍາສາດ 70 ປີ ພັກ ປປ ລາວ ຢ້ຽມຢາມສະຖານທີ່ທ່ອງທ່ຽວ ຢູ່ແຂວງຊຽງຂວາງວັດທະນະທຳ-ສັງຄົມ

      ນັກສໍາມະນາວິທະຍາສາດ 70 ປີ ພັກ ປປ ລາວ ຢ້ຽມຢາມສະຖານທີ່ທ່ອງທ່ຽວ ຢູ່ແຂວງຊຽງຂວາງ

      3/12/2025 1:48:40 PM

      ຂປລ. ຄະນະຜູ້ແທນກອງປະຊຸມສໍາມະນາວິທະຍາສາດ ພາຍໃຕ້ຫົວຂໍ້: “70 ປີການນໍາພາຂອງພັກອັນມີກຽດສະຫງ່າ” ໄປຢ້ຽມຢາມສະຖານທີ່ທ່ອງທ່ຽວທົ່ງໄຫຫີນ, ກຸ່ມຜະລິດປູກຝັງບ້ານວຽງ ແລະ ຢ້ຽມຊົມພູກູດຈອມເຫລັກວິລະຊົນ ເມືອງພູກູດ ໃນວັນທີ 11 ມີນາ 2025 ນໍາພາ ໂດຍ ທ່ານ ສີສົມພອນ ວົງພະຈັນ ຫົວໜ້າກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ ສະຖາບັນການເມືອງ ແລະ ປົກ ຄອງແຫ່ງຊາດ.

    • ຮສສ ກຽມຈັດແຂ່ງຂັນ ສີມືແຮງງານ ແຫ່ງຊາດຄັ້ງທີ IV ທ້າຍເດືອນເມສາ 2025ວັດທະນະທຳ-ສັງຄົມ

      ຮສສ ກຽມຈັດແຂ່ງຂັນ ສີມືແຮງງານ ແຫ່ງຊາດຄັ້ງທີ IV ທ້າຍເດືອນເມສາ 2025

      3/12/2025 1:19:33 PM

      ຂປລ. ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ກຽມຈັດງານແຂ່ງຂັນສີມືແຮງງານແຫ່ງຊາດຄັ້ງທີ IV ພາຍໃຕ້ຫົວຂໍ້ "ສີມືລາວກ້າວສູພາກພື້ນ ແລະ ສາກົນ" ໃນທ້າຍເດືອນເມສາ 2025 ເພື່ອຄັດເລືອກເອົານັກແຂ່ງຂັນທີ່ມີສີມືແຮງງານດີເລີດ ຕາງໜ້າທີມຊາດລາວ ເຂົ້າຮ່ວມການແຂ່ງຂັນສີມືແຮງງານອາຊຽນຄັ້ງທີ 14 ທີ່ປະເທດຟິລິບປິນ ໃນທ້າຍເດືອນສິງຫາ 2025 ນີ້.

ads
ads

Top