ເຊເວັນອີລີເວັນ ເປີດສາຂາທຳອິດໃນແຂວງຫລວງພະບາງ ຢ່າງເປັນທາງການແລ້ວ

06/03/2025 15:48
Email Print 571
ຂປລ ໃນວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫລວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານເຊເວັນອີເລເວັນ (7-Eleven) ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ

ຂປລ. ໃນວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫລວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານເຊເວັນອີເລເວັນ (7-Eleven) ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫລວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫລວງພະບາງ.

ຮ້ານສາຂາ LPB PHOSY ບໍລິຫານໂດຍບໍລິສັດ ຊີພີ ອໍລ໌ ລາວ ຈຳກັດ ໃນກຸ່ມບໍລິສັດ ຊີພີ ອໍລ໌ ຈຳກັດ (ມະຫາຊົນ) ເຊິ່ງໄດ້ເຂົ້າມາເປີດ ແລະ ບໍລິຫານ 7-Eleven ໃນ ສປປລາວ ສາຂາທໍາອິດຕັ້ງແຕ່ ເດືອນກັນຍາ ປີ 2023. ປັດຈຸບັນມີຮ້ານເປີດໃຫ້ບໍລິການໃນລາວ 12 ສາຂາ, ກະຈາຍຢູ່ໃນນະຄອນຫລວງວຽງຈັນ, ແຂວງຈໍາປາສັກ, ແຂວງສະຫວັນນະເຂດ, ແຂວງວຽງຈັນ ແລະ ຫລ້າສຸດແມ່ນແຂວງຫລວງພະບາງ. ໂດຍເປີດໂອກາດໃຫ້ນັກທຸລະກິດທ້ອງຖິ່ນ ທີ່ສົນໃຈເຂົ້າມາເປັນຜູ້ຮ່ວມທຸລະກິດ ເຮັດໃຫ້ຮ້ານ 7-Eleven ຫລາຍກວ່າເຄິ່ງໜື່ງ ໃນປັດຈຸບັນດໍາເນີນທຸລະກິດໂດຍນັກທຸລະກິດຄົນລາວ ທີ່ມີສັກກະຍະພາບ ທຸກໆພື້ນທີ່ ທີ່ມີຮ້ານ 7-Eleven ຕັ້ງຢູ່ ບໍ່ພຽງແຕ່ນໍາສິນຄ້າ ແລະ ການບໍລິການທີ່ມີຄຸນນະພາບ ແຕ່ມັນຍັງສ້າງວຽກເຮັດງານທໍາໂດຍຜ່ານການຈ້າງງານໂດຍກົງ ແລະ ທາງອ້ອມໃນທຸລະກິດທີ່ກ່ຽວຂ້ອງ. ຮ້ານ 7-Eleven ໃນແຂວງຫລວງພະບາງ ​ຈະ​ຊ່ວຍ​ສົ່ງ​ເສີມ​ດ້ານ​​ການ​ທ່ອງ​ທ່ຽວ ດ້ວຍການຍົກລະດັບການບໍລິການ ເພື່ອອໍານວຍຄວາມສະດວກໃຫ້ແກ່ປະຊາຊົນ ແລະ ນັກທ່ອງທ່ຽວຕະຫລອດ 24 ຊົ່ວໂມງ ແລະ ດ້ວຍການດໍາເນີນທຸລະກິດໂດຍຍຶດໝັ້ນຄ່ານິຍົມ 3 ປະໂຫຍດຂອງເຄືອບໍລິສັດ ຈະເລີນໂພກກະພັນ ເພື່ອສ້າງຜົນປະໂຫຍດໃຫ້ແກ່ປະເທດ ແລະ ປະຊາຊົນ, ໂດຍຍຶດໝັ້ນອຸດົມການ Giving and Sharing ຂອງ ຊີພີ ອໍລ໌, ພວກເຮົາຈະຊຸກຍູ້ໃຫ້ 7-Eleven ກາຍເປັນຮ້ານສະດວກຊື້ຄຽງຄູ່ຊຸມຊົນ ແລະ ສັງຄົມ ເປັນ​ສ່ວນ​ໜຶ່ງ​ໃນ​ການ​ຊຸກ​ຍູ້​ເສດ​ຖະ​ກິດ​ຂອງ​ປະ​ເທດ​ໃຫ້ຂະຫຍາຍຕົວ​ຢ່າງ​ຍືນ​ຍົງຕໍ່ໄປ.

KPL

ຂ່າວອື່ນໆ

    • ກະຊວງກະສິກຳ ແລະ ປ່າໄມ້ ສະຫລອງ ວັນແມ່ຍິງສາກົນ ຄົບຮອບ 115 ປີວັດທະນະທຳ-ສັງຄົມ

      ກະຊວງກະສິກຳ ແລະ ປ່າໄມ້ ສະຫລອງ ວັນແມ່ຍິງສາກົນ ຄົບຮອບ 115 ປີ

      3/11/2025 9:59:12 AM

      ຂປລ. ສະຫະພັນແມ່ຍິງ ກະຊວງກະສິກໍາ ແລະ ປ່າໄມ້ ຈັດພິທີສະເຫລີມສະຫລອງ ວັນແມ່ຍິງສາກົນ ຄົບຮອບ 115 ປີ (8/3/1910-8/3/2025) ໃນວັນທີ 7 ມີນາ 2025 ຜ່ານມາ ໂດຍມີ ທ່ານ ນາງ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ປະທານສະຫະພັນແມ່ຍິງກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ນາງ ສິລິກິດ ບຸບຜາ ຮອງປະທານຄະນະບໍລິຫານງານ ສູນກາງສະຫະ ພັນແມ່ຍິງລາວ

    • ຮີດ 12 ຄອງ 14 ປະເພນີລາວວັດທະນະທຳ-ສັງຄົມ

      ຮີດ 12 ຄອງ 14 ປະເພນີລາວ

      3/11/2025 9:51:35 AM

      ຄຳວ່າ: ຮີດ 12 ຄອງ 14 ທີ່ມັກໄດ້ຍິນຜູ້ເຖົ່າຜູ້ແກ່ເພິ່ນມັກເວົ້າ ແຕ່ຫລາຍຄົນອາດຈະຍັງບໍ່ທັນຮູ້ຄວາມໝາຍທີ່ແທ້ຈິງຂອງມັນ ເຊິ່ງຄວາມໝາຍຂອງຮີດ 12 ຄອງ 14 ມີດັ່ງນີ້:

    • ແມ່ຍິງ ເປັນກໍາລັງແຮງໃນການພັດທະນາສັງຄົມ ແລະ ປະເທດຊາດວັດທະນະທຳ-ສັງຄົມ

      ແມ່ຍິງ ເປັນກໍາລັງແຮງໃນການພັດທະນາສັງຄົມ ແລະ ປະເທດຊາດ

      3/11/2025 9:41:14 AM

      ຂປລ. ແມ່ຍິງ ຍາມໃດກໍມີບົດບາດສໍາຄັນ ເປັນກໍາລັງແຮງພື້ນຖານ ໃນການພັດທະນາສັງຄົມ ແລະ ປະເທດຊາດ ຢ່າງແທ້ຈິງ ເປັນຕົ້ນ ແມ່ຍິງມີບົດບາດ ໃນການຜະລິດຊັບພະຍາກອນມະນຸດ ເຊັ່ນ: ຖືພາ, ເກີດລູກ ຊຶ່ງແມ່ນບົດບາດສະເພາະຂອງແມ່ຍິງ, ຈາກນັ້ນ ກໍແມ່ນບົດບາດໃນການເບິ່ງແຍງ, ການລ້ຽງດູຖະນຸບໍາລຸງລູກ ແລະ ຄອບຄົວ.

    • ເຮືອນສາມ ນໍ້າສີວັດທະນະທຳ-ສັງຄົມ

      ເຮືອນສາມ ນໍ້າສີ

      3/6/2025 9:43:42 AM

      ຄົນລາວໃນສະໄໝບູຮານ ແມ່ນຖືເອົາການປະຕິບັດພຸດທະສາສະໜາ, ການດຳລົງຊີວິດ ແລະ ຮີດຄອງປະເພນີຕ່າງໆເປັນຫລັກ ໃນການສັ່ງສອນລູກຫລານໃຫ້ເປັນຄົນດີຂອງສັງຄົມ, ໂດຍສະເພາະແມ່ນເພດຍິງແມ່ນຕ້ອງເປັນຜູ້ທ່ີປະຕິບັດຕາມຮີດຄອງປະເພນີຢ່າງເຂັ້ມງວດ, ຖ້າຫາກຍິງຄົນໃດບໍ່ປະຕິບັດຕາມກໍຈະຖືວ່າເປັນຄົນບໍ່ດີ ແລະ ບໍ່ສົມຄວນທີ່ຜູ້ຊາຍຈະເອົາມາເປັນລູກເປັນເມຍ.

    • ສະຫະພັນ ແມ່ຍິງຮາກຖານ ນັກທຸລະກິດຍິງ ຈັດກອງປະຊຸມໃຫຍ່ ຄັ້ງທີ IVວັດທະນະທຳ-ສັງຄົມ

      ສະຫະພັນ ແມ່ຍິງຮາກຖານ ນັກທຸລະກິດຍິງ ຈັດກອງປະຊຸມໃຫຍ່ ຄັ້ງທີ IV

      3/5/2025 6:18:19 PM

      ຂປລ. ກອງປະຊຸມໃຫຍ່ສະມາຊິກສະຫະພັນແມ່ຍິງຮາກຖານນັກທຸລະກິດຍິງ ນະຄອນຫລວງວຽງຈັນ (ນວ) ຄັ້ງທີ IV ຈັດຂຶ້ນ ໃນວັນທີ 5 ມີນາ 2025 ຢູ່ນະຄອນຫລວງວຽງຈັນ ເພື່ອສະຫລຸບຕີລາຄາວຽກງານໃນໄລຍະຜ່ານມາ ແລະ ວາງທິດທາງແຜນການໃນຕໍ່ໜ້າ

ads
ads

Top