ສ.ອາເມລິກາ ຟື້ນຟູການແບ່ງປັນຂ່າວລັບກັບ ອູແກຣນ

10/03/2025 22:05
Email Print 104
ຂປລ ທ່ານ​ ໂດ​ນັນ ທ​ຣຳ, ປະ​ທາ​ນາ​ທິ​ບໍ​ດີ ​ອາ​ເມ​ລິ​ກາ ໄດ້ເຈ​ລະ​ຈາ​ກັບ​ ອູ​ແກ​ຣນ ​ທີ່​ຈັດ​ຂຶ້ນ​ຢູ່ ​ອາຣັບບີ ຊາ​ອຸ​ດິດ ຊຶ່ງໄດ້​ຮັບ​ ໝາກ​ຜົນ ຢ່າງຈົບງາມ ຫລັງຈາກ ອາ​ເມ​ລິກາ​ ຫາ​ກໍ່​ຍົກ​ເລີກ ​ຂໍ້​ຕົກ​ລົງ​ກ່ຽວ​ກັບ ​ການ​ຍຸດ​ຕິ​ ແບ່ງ​ປັນ ຂ່າວ​ລັບ ກັບ​ອູ​ແກ​ຣນ.

ຂປລ.ວິທະຍຸ ສາກົນແຫ່ງ ສປ ຈີນ, ທ່ານ ໂດນັນ ທຣຳ, ປະທານາທິບໍດີ ອາເມລິກາ ໄດ້ເຈລະຈາກັບ ອູແກຣນ ທີ່ຈັດຂຶ້ນຢູ່ ອາຣັບບີ ຊາອຸດິດ ຊຶ່ງໄດ້​ຮັບ​ ໝາກ​ຜົນ ຢ່າງຈົບງາມ ຫລັງຈາກ ອາ​ເມ​ລິກາ​ ຫາ​ກໍ່​ຍົກ​ເລີກ ​ຂໍ້​ຕົກ​ລົງ​ກ່ຽວ​ກັບ ​ການ​ຍຸດ​ຕິ ແບ່ງປັນ ຂ່າວ​ລັບ ກັບອູແກຣນ.ຈາກນັ້ນ ທ່ານ ​ມາ​ໂຄ ອັນ​ໂທ​ນີ​ໂອ ຣູ​ບີ​ໂອ, ລັດຖະມົນຕີ​​ກະຊວງການຕ່າງປະເທດ ອາເມລິກາ ເດີນທາງໄປອາຣັບບີ ຊາອຸດິດ​ດ້ວຍ​ເຮືອ​ບິນ ແລະ ຈະ​ຈັດ​ການ​ເຈ​ລະ​ຈາ​ສອງ​ຝ່າຍ ​ກັບ​ເຈົ້າ​ໜ້າ​ທີ່ ​ອູ​ແກ​ຣນ​ ໃນ​ວັນ​ທີ 11 ມີ​ນາ​ນີ້. ສ.ອາ​ເມ​ລິກາ ຈະ​ປະ​ເມີນ​ວ່າ ອູ​ແກ​ຣນ​​ ຈະເຫັນ​ດີ​​ນຳ ການ​ຜ່ອນ​ສັ້ນ​ ຜ່ອນ​ຍາວ ​ທີ່​ມີ​ລັກ​ສະ​ນະ ​ທາດ​ແທ້ ​ກັບ​ຣັດ​ເຊຍ ​ຫລື​ບໍ່ ເພື່ອຍຸດ​ຕິ​ ການ​ປະ​ທະ​ກັນ ​ລະ​ຫວ່າງ​ ຣັດ​ເຊຍ​ ກັບ​ ອູ​ແກ​ຣນ.ທ່ານ​ ອີ​ຣອນ ມາດ, ປະ​ທານ​ ຜູ້​ບໍ​ລິ​ຫານ CEO ຂອງ​ບໍ​ລິ​ສັດ​ ເຕັກ​ນິກ​ສຳ​ຫລວດ​ ອະ​ວະ​ກາດ ​ອາ​ເມ​ລິກາ​ ກ່າວ​ຜ່ານ​ສື່​ອອນ​ລາຍ​ວ່າ: ​ບໍ່​ເຫັນ​ດີ​​ປານ​ໃດ ​ຕໍ່​ນະ​ໂຍ​ບາຍ​ ຂອງ​ອູ​ແກ​ຣນ, ກໍ່ຈະ​ບໍ່​ຕັດ​ຂາດ ​ການ​ບໍ​ລິ​ການ ​ເວັບ​ໄຊ​ ດາວ​ທຽມ ສະ​ຕາ​ລິ​ງ (Starlink) ຂອງ​ອູ​ແກ​ຣນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top