ຂປລ
ທຳນຽບ ປະທານາທິບໍດີ ອາເມລິກາ ໄດ້ຈັດກອງປະຊຸມ ສຸດຍອດ ເງິນຄຣິບໂຕ ເປັນຄັ້ງທຳອິດ.ຈາກນັ້ນ ທ່ານ ໂດນັນ ທຣຳ, ປະທານາທິບໍດີ ອາເມລິກາ ກ່າວວ່າ: ລັດຖະບານ ອາເມລິກາ ຈະສະໜັບ ສະໜູນ ການພັດທະນາ ເງິນຄຣິບໂຕ ທີ່ມີເງິນບີເຕີ ເປັນຕົວແທນ ແລະ ຕະຫລາດຊັບສິນ ດີຈີຕອນ.

ຂປລ.ວິທະຍຸ ສາກົນແຫ່ງ ສປ ຈີນ, ເມື່ອບໍ່ດົນມານີ້, ທຳນຽບ ປະທານາທິບໍດີ ອາເມລິກາ ໄດ້ຈັດກອງປະຊຸມ ສຸດຍອດ ເງິນຄຣິບໂຕ ເປັນຄັ້ງທຳອິດ.ຈາກນັ້ນ ທ່ານ ໂດນັນ ທຣຳ, ປະທານາທິບໍດີ ອາເມລິກາ ກ່າວວ່າ: ລັດຖະບານ ອາເມລິກາ ຈະສະໜັບ ສະໜູນ ການພັດທະນາ ເງິນຄຣິບໂຕ ທີ່ມີເງິນບີເຕີ ເປັນຕົວແທນ ແລະ ຕະຫລາດຊັບສິນ ດີຈີຕອນ.ພາຍຫລັງ ທ່ານ ໂດນັນ ທຣຳ ເຄີຍເປັນຜູ້ຕິຕຽນ ເງິນຄຣິບໂຕ ໂດຍເຫັນວ່າ: ເງິນຄຣິບໂຕ ແມ່ນເລື່ອງຫລອກລວງ, ແຕ່ປີມໍ່ໆມານີ້, ທ່ານ ໂດນັນ ທຣຳ ໄດ້ປ່ຽນແປງຫລັກໝັ້ນຂອງຕົນ, ເລີ່ມຊຸກຍູ້ ການຜ່ອນຄາຍ ການຕິດຕາມ ຄຸ້ມຄອງທີ່ກ່ຽວຂ້ອງ. ປີກາຍນີ້, ໃນເວລາເຂົ້າຮ່ວມ ການແຂ່ງຂັນ ເລືອກຕັ້ງທົ່ວໄປ, ທ່ານ ໂດນັນ ທຣຳ ກ່າວວ່າ: ຈະເຮັດໃຫ້ ສ.ອາເມລິກາ ກາຍເປັນ ປະເທດໃຫຍ່ ພິເສດດ້ານເງິນບີເຕີ ແລະ ນະຄອນຫລວງ ຂອງເງິນຄຣິບໂຕ ໃນທົ່ວໂລກ. ສື່ມວນຊົນອາເມລິກາ ແຈ້ງຂ່າວວ່າ: ການປ່ຽນແປງ ນະໂຍບາຍ ຂອງທ່ານ ໂດນັນ ທຣຳ ອາດຈະແມ່ນຍ້ອນ ນັກລົງທຶນ ເງິນຄຣິບໂຕ ໄດ້ບໍລິຈາກເງິນ ຈຳນວນຫລວງຫລາຍ ເພື່ອຊ່ວຍເຫລືອ ທ່ານ ໂດນັນ ທຣຳໃນການແຂ່ງຂັນ ເລືອກຕັ້ງທົ່ວໄປ ຂອງ ສ.ອາເມລິກາ ໃນປີກາຍນີ້ ແລະ ຄອງຄອຍ ທ່ານ ຂຶ້ນຮັບຕຳແໜ່ງແລ້ວ ຈະຍົກເລີກ ນະໂຍບາຍ ຈຳກັດ ເງິນຄຣິບໂຕຂອງລັດຖະບານ ຊຸດເກົ່າ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL