ສປ ຈີນ ຈະອອກແຮງພັດທະນາຫຸ່ນຍົນອັດສະລິຍະ

10/03/2025 22:05
Email Print 106
ຂປລ ສປ ຈີນ ຕ້ອງພັດທະນາ ລົດໃຊ້ພະລັງງານໃໝ່ ປັນຍາປະດິດ ທີ່ສາມາດເຊື່ອມຕໍ່ ອິນເຕີເນັດ, ໂທລະສັບມືຖື ປັນຍາປະດິດ, ຄອມພິວເຕີ ປັນຍາປະດິດ, ຫຸ່ນຍົນ ອັດສະລິຍະ ແລະ ອຸປະກອນ ປັນຍາປະດິດ ຮຸ່ນໃໝ່.

ຂປລ.ວິທະຍຸ ສາກົນແຫ່ງ ສປ ຈີນ, ບົດລາຍງານ ວຽກງານ ຂອງລັດຖະບານຈີນ ປີນີ້ ໄດ້ລະບຸວ່າ: ສປ ຈີນ ຕ້ອງພັດທະນາ ລົດໃຊ້ພະລັງງານໃໝ່ ປັນຍາປະດິດ ທີ່ສາມາດເຊື່ອມຕໍ່ ອິນເຕີເນັດ, ໂທລະສັບມືຖື ປັນຍາປະດິດ, ຄອມພິວເຕີ ປັນຍາປະດິດ, ຫຸ່ນຍົນ ອັດສະລິຍະ ແລະ ອຸປະກອນ ປັນຍາປະດິດ ຮຸ່ນໃໝ່. ສໍາລັບ ຫຸ່ນຍົນ ອັດສະລິຍະ ແມ່ນປາກົດໃຫ້ເຫັນ ໃນບົດລາຍງານ ວຽກງານ ຂອງລັດຖະບານ ເປັນຄັ້ງທຳອິດ. ນັກວິເຄາະເຫັນວ່າ: ນີ້ມີຜົນດີຫລາຍ ຕໍ່ນະໂຍບາຍ ດ້ານອຸດສາຫະກຳ ຫຸ່ນຍົນ ອັດສະລິຍະ ແລະ ຈະສ້າງຄວາມໝັ້ນໃຈ ໃຫ້ແກ່ ອຸດສາຫະກຳ ດັ່ງກ່າວ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top