ຂປລ
ທ່ານ ໂຕເລິມ, ເລຂາທິການໃຫຍ່ ຫວຽດນາມ ໄດ້ເຂົ້າຮ່ວມ ພິທີ ສະເຫລີມ ສະຫລອງ 30 ປີແຫ່ງວັນ ຫວຽດນາມ ເຂົ້າເປັນສະມາຊິກ ອາຊຽນ (1995-2025) ໃນໂອກາດນີ້ ທ່ານ ເລຂາທິການໃຫຍ່ ຫວຽດນາມ ເຊື່ອໝັ້ນວ່າ: ອາຊຽນ ແນ່ນອນ ຈະພັດທະນາ ຢ່າງແຮງ ແລະ ກາຍເປັນພື້ນຖານ ເສດຖະກິດໃຫຍ່ ອັນດັບທີ 4 ຂອງໂລກໃນປີ 2030

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ວັນທີ 10 ມີນາ, ທ່ານ ໂຕເລິມ, ເລຂາທິການໃຫຍ່ ຫວຽດນາມ ໄດ້ເຂົ້າຮ່ວມ ພິທີ ສະເຫລີມ ສະຫລອງ 30 ປີແຫ່ງວັນ ຫວຽດນາມ ເຂົ້າເປັນສະມາຊິກ ອາຊຽນ (1995-2025) ໃນໂອກາດນີ້ ທ່ານ ເລຂາທິການໃຫຍ່ ຫວຽດນາມ ເຊື່ອໝັ້ນວ່າ: ອາຊຽນ ແນ່ນອນ ຈະພັດທະນາ ຢ່າງແຮງ ແລະ ກາຍເປັນພື້ນຖານ ເສດຖະກິດໃຫຍ່ ອັນດັບທີ 4 ຂອງໂລກໃນປີ 2030, ດ້ວຍຕະຫລາດ ຜູ້ບໍລິໂພກ ຫລາຍກ່ວາ 800 ລ້ານຄົນ, ພ້ອມທັງ ຈະກາຍເປັນ ສູນເຕັກໂນໂລຢີ, ເສດຖະກິດ ດີຈີຕອນ ແລະ ນະວັດຕະກຳ, ດ້ວຍພື້ນຖານ ເສດຖະກິດ ດີຈີຕອນຂອງ ອາຊຽນ ພວມມີ ການພັດທະນາ ໂດຍໄວ ແລະ ຄາດວ່າ ຈະບັນລຸ 1 ພັນຕື້ໂດລາສະຫະລັດ ໃນປີ 2030. ເຖິງຢ່າງໃດກໍຕາມ, ຕໍ່ໜ້າບັນດາ ການຜັນແປ ທີ່ສັບສົນ ໃນປັດຈຸບັນ, ເພື່ອສືບຕໍ່ຢັ້ງຢືນ ຖານະບົດບາດ ໃຈກາງຂອງ ອາຊຽນ ແລະ ອາຊຽນ ຕ້ອງເພີ່ມທະວີ ຄວາມເຫັນດີ ເຫັນພ້ອມ ຜ່ານການປຶກສາຫາລື, ສົນທະນາ ປະສົມ ປະສານ ຜົນປະໂຫຍດ ລະຫວ່າງ ບັນດາສະມາຊິກ, ຍົກສູງ ຄວາມຮັບຮູ້ ປະຊາຄົມ ແລະ ຄວາມເປັນເຈົ້າການ, ຄວາມຕັ້ງໜ້າ ທີ່ມາຈາກ ແຕ່ລະປະເທດ ສະມາຊິກ ໃນການຊອກຫາ ຜົນປະໂຫຍດລວມ, ສີສັນລວມ ແລະ ມູນຄ່າ ລວມຂອງ ອາຊຽນ.ຕະຫລອດໄລຍະທາງ 30 ປີແຫ່ງວັນ ຫວຽດນາມ ເຂົ້າເປັນສະມາຊິກ ອາຊຽນ, ທ່ານ ເລຂາທິການໃຫຍ່ ຢັ້ງຢືນຄືນໃໝ່ວ່າ ຫວຽດນາມ ຈະສືບຕໍ່ ຮ່ວມແຮງຮ່ວມໃຈ ພ້ອມກັບ ບັນດາປະເທດ ສະມາຊິກ ອາຊຽນ ຫັນພາລະກິດ ປະຫວັດສາດຂອງ ຫວຽດນາມ ໃຫ້ປະກົດຜົນເປັນຈິງ, ແຜ່ກະຈາຍ ບັນດາ ເລື່ອງລາວ ກ່ຽວກັບ ຜົນສຳເລັດຂອງ ອາຊຽນ ເພື່ອໃຫ້ອາຊຽນ ສືບຕໍ່ແມນແບບ ຢ່າງປະສົບຜົນສຳເລັດ ກ່ຽວກັບການເຊື່ອມຕໍ໋, ນຳມາເຊິ່ງຄວາມໄວ້ເນື້ອ ເຊື່ອໃຈ ແລະ ກຳລັງໜູນ ໃຫ້ແກ່ ຄວາມສາມັກຄີ, ການຮ່ວມມື ພັດທະນາ ຢູ່ຫລາຍແຫ່ງ ໃນໂລກ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL