ຂປລ
ກອງປະຊຸມ ຄັ້ງທີ 3 ຂອງສະພາປຶກສາ ການເມືອງ ປະຊາຊົນ ແຫ່ງຊາດຈີນ ສະໄໝທີ 14 ໄດ້ອັດລົງ ຢູ່ຫໍສະພາ ປະຊາຊົນ ທີ່ນະຄອນຫລວງປັກກິ່ງຂອງ ສປ ຈີນ.

ຂປລ.ວິທະຍຸ ສາກົນແຫ່ງ ສປ ຈີນ,ວັນທີ 10 ມີນານີ້, ກອງປະຊຸມ ຄັ້ງທີ 3 ຂອງສະພາປຶກສາ ການເມືອງ ປະຊາຊົນ ແຫ່ງຊາດຈີນ ສະໄໝທີ 14 ໄດ້ອັດລົງ ຢູ່ຫໍສະພາ ປະຊາຊົນ ທີ່ນະຄອນຫລວງປັກກິ່ງຂອງ ສປ ຈີນ. ທ່ານ ສີ ຈິ້ນຜິງ, ເລຂາທິການໃຫຍ່ ຄະນະກຳມະການ ສູນກາງພັກ ກອມມູນິດຈີນ, ປະທານ ປະເທດຈີນ ປະທານ ຄະນະກຳມະການ ການທະຫານ ສູນກາງຈີນ ແລະ ບັນດາຜູ້ນຳພັກ-ລັດຈີນ ໄດ້ເຂົ້າຮ່ວມພິທີ.ໃນກອງປະຊຸມຄັ້ງນີ້ ໄດ້ຮັບຮອງ ເອົາມະຕິ ວ່າດ້ວຍ ບົດລາຍງານ ວຽກງານ ຂອງຄະນະ ກຳມະການປະຈຳ ແລະ ມະຕິວ່າດ້ວຍ ບົດລາຍງານ ສະພາບວຽກງານ ຂໍ້ສະເໜີ ຫລັງຈາກກອງປະຊຸມ ຄັ້ງທີ 2 ຂອງສະພາ ປຶກສາ ການເມືອງ ປະຊາຊົນ ແຫ່ງຊາດຈີນ ສະໄໝທີ 14 ທີ່ສະເໜີ ໂດຍກອງປະຊຸມຄັ້ງທີ 3 ຂອງສະພາ ປຶກສາ ການເມືອງ ປະຊາຊົນແຫ່ງຊາດຈີນ ສະໄໝທີ 14.ກອງປະຊຸມ ຍັງໄດ້ຮັບຮອງເອົາ ບົດລາຍງານວ່າດ້ວຍ ສະພາບການກວດກາ ຂໍ້ສະເໜີ ຂອງກອງປະຊຸມຄັ້ງທີ 3 ຂອງສະພາປຶກສາການເມືອງ ປະຊາຊົນ ແຫ່ງຊາດຈີນ ສະໄໝທີ 14 ແລະ ມະຕິການເມືອງ ຂອງກອງປະຊຸມຄັ້ງທີ 3 ຂອງສະພາປຶກສາ ການເມືອງ ປະຊາຊົນ ແຫ່ງຊາດຈີນ ສະໄໝທີ 14 ທີ່ສະເໜີ ໂດຍຄະນະກຳມະການ ຂໍ້ສະເໜີ ຂອງສະພາປຶກສາການ ເມືອງປະຊາຊົນ ແຫ່ງຊາດຈີນ ສະໄໝທີ 14./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL