ສສ ຫວຽດນາມ ຍົກເວັ້ນວີຊາເຂົ້າເມືອງໃຫ້ 12 ປະເທດ

08/03/2025 23:23
Email Print 199
ຂປລ ລັດຖະບານ ຫວຽດນາມ ຫາກໍ່ ປະກາດ ມະຕິກ່ຽວກັບ ການຍົກເວັ້ນວີຊາ ໃຫ້ພົນລະເມືອງ ທີ່ມາຈາກ 12ປະເທດ ເປັນຕົ້ນ: ເຢຍລະມັນ, ຝຣັ່ງ, ອີຕາລີ, ແອັດສະປາຍ, ອັງກິດ, ອຽກລັງເໜືອ, ຣັດເຊຍ, ຍີ່ປຸ່ນ, ສ.ເກົາຫລີ, ດານມາກ, ຊູແອັດ, ນອກແວ ແລະ ແຟງລັງ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ເມື່ອບໍ່ດົນມານີ້, ລັດຖະບານ ຫວຽດນາມ ຫາກໍ່ ປະກາດ ມະຕິກ່ຽວກັບ ການຍົກເວັ້ນວີຊາ ໃຫ້ພົນລະເມືອງ ທີ່ມາຈາກ 12ປະເທດ ເປັນຕົ້ນ: ເຢຍລະມັນ, ຝຣັ່ງ, ອີຕາລີ, ແອັດສະປາຍ, ອັງກິດ, ອຽກລັງເໜືອ, ຣັດເຊຍ, ຍີ່ປຸ່ນ, ສ.ເກົາຫລີ, ດານມາກ, ຊູແອັດ, ນອກແວ ແລະ ແຟງລັງ. ມະຕິຊີ້ແຈ້ງວ່າ: ການຍົກເວັ້ນວີຊາ ໃຫ້ແກ່ ພົນລະເມືອງ 12 ປະເທດດັ່ງກ່າວ ດ້ວຍເວລາ ພັກອາໄສ 45 ວັນ ນັບແຕ່ ວັນເຂົ້າເມືອງ ຫວຽດນາມ, ບໍ່ຈຳແນກປະເພດ ໜັງສືເດີນທາງ, ຈຸດປະສົງ ເຂົ້າເມືອງ, ບົນພື້ນຖານ ຕອບສະໜອງ ຢ່າງຄົບຖ້ວນ ບັນດາ ເງື່ອນໄຂ ເຂົ້າເມືອງຕາມຂໍ້ກຳນົດຂອງ ກົດໝາຍ ຫວຽດນາມ. ນະໂຍບາຍ ຍົກເວັ້ນວີຊາ ດັ່ງກ່າວ ໄດ້ປະຕິບັດ ແຕ່ວັນທີ 15 ມີນາ 2025 ຮອດວັນທີ 14 ມີນາ 2028 ແລະ ຈະໄດ້ພິຈາລະນາ ຕໍ່ກຳນົດເວລາ ຕາມຂໍ້ກຳນົດ ຂອງກົດໝາຍ ຫວຽດນາມ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top