ການກໍາເນີິດພັກ ປປລ ເປັນບາດລ້ຽວປະຫວັດສາດ ຕັດສິນໄຊຊະນະຂອງການປະຕິວັດ

06/03/2025 19:34
Email Print 360
ຂປລ ຂປລ. ການກໍາເນີດຂອງພັກປະຊາຊົນ ປະຕິວັດລາວ (ພັກ ປປລ) ເປັນບາດລ້ຽວປະຫວັດສາດ ຕັດສິນໄຊຊະນະຂອງການປະຕິວັດ ໄປພ້ອມໆກັບແນວທາງຍຸດທະສາດ ແລະ ຍຸດໂທບາຍທີ່ຖືກຕ້ອງ ເຊິ່ງສະແດງອອກໃນໂຄງການ ການເມືອງສະບັບທໍາອິດ ເຮັດໃຫ້ການຕໍ່ສູ້ປະຕິວັດຂອງປະຊາຊົນ ທີ່ເກີດຂຶ້ນ ຈາກຄວາມຄຽດແຄ້ນ ຕໍ່ແອກຄອບຄອງກົດຂີ່ ຂອງພວກຈັກກະພັດລ່າເມືອງຂຶ້ນ ແລະ ສັກດີນາ ຫັນໄປສູ່ບາດລ້ຽວໃໝ່-ບາດລ້ຽວແຫ່ງການປະຕິວັດ ຍາດເອົາເອກະລາດ, ອິດສະຫລະພາບຂອງຊາດ, ພາປະເທດຊາດກ້າວຂຶ້ນຕາມເສັ້ນທາງສັງຄົມນິຍົມ.

ຂປລ. ການກໍາເນີດຂອງພັກປະຊາຊົນ ປະຕິວັດລາວ (ພັກ ປປລ) ເປັນບາດລ້ຽວປະຫວັດສາດ ຕັດສິນໄຊຊະນະຂອງການປະຕິວັດ ໄປພ້ອມໆກັບແນວທາງຍຸດທະສາດ ແລະ ຍຸດໂທບາຍທີ່ຖືກຕ້ອງ ເຊິ່ງສະແດງອອກໃນໂຄງການ ການເມືອງສະບັບທໍາອິດ ເຮັດໃຫ້ການຕໍ່ສູ້ປະຕິວັດຂອງປະຊາຊົນ ທີ່ເກີດຂຶ້ນ ຈາກຄວາມຄຽດແຄ້ນ ຕໍ່ແອກຄອບຄອງກົດຂີ່ ຂອງພວກຈັກກະພັດລ່າເມືອງຂຶ້ນ ແລະ ສັກດີນາ ຫັນໄປສູ່ບາດລ້ຽວໃໝ່-ບາດລ້ຽວແຫ່ງການປະຕິວັດ ຍາດເອົາເອກະລາດ, ອິດສະຫລະພາບຂອງຊາດ, ພາປະເທດຊາດກ້າວຂຶ້ນຕາມເສັ້ນທາງສັງຄົມນິຍົມ.

ໃນໂອກາດ, ກອງປະຊຸມສໍາມະນາວິທະຍາສາດ 70 ປີ ພາຍໃຕ້ຫົວຂໍ້ການນໍາພາຂອງພັກທີ່ມີກຽດສະຫງ່າເມື່ອບໍ່ດົນມານີ້ ທີ່ແຂວງອຸດົມໄຊ, ທ່ານ ພູທັກ ພິດທະນູສອນ ຮອງຫົວໜ້າຄະນະກໍາມະການດ້ານການເມືອງ ແລະ ຄວາມໝັ້ນຄົງ ສະພາທິດສະດີສູນກາງພັກ ໃຫ້ຮູ້ວ່າ: ການກໍາເນີດຂອງພັກປະຊາຊົນ ປະຕິວັດລາວ ແມ່ນຄວາມຈໍາເປັນພາວະວິໄສ ທີ່ເລີ່ມຈາກພຶດຕິກໍາ ແຫ່ງການຕໍ່ສູ້ຂອງປະຊາຊົນບັນດາເຜົ່າ ຕ້ານການຮຸກຮານຂອງຈັກກະພັດ, ໄດ້ຮັບແສງສະຫວ່າງຈາກລັດທິມາກ-ເລນິນເຍືອງທາງ ທີ່ສອດຄ່ອງກັບຈຸດພິເສດດ້ານເສດຖະກິດ, ສັງຄົມ-ວັດທະນະທໍາລາວ ໃນນັ້ນ, ມີປັດໄຈວິລະບູລຸດ ປະທານໄກສອນ ພົມວິຫານ ຜູ້ທີ່ມີບົດບາດ ເປັນຫລັກແຫລ່ງປະຕິບັດ ພາລະກໍາປະຫວັດສາດສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ດ້ວຍການປະດິດສ້າງທິດສະດີ ຂອງລັດທິມາກ-ເລນິນ ກ່ຽວກັບການຈັດຕັ້ງພັກແບບໃໝ່ ຂອງຊົນຊັ້ນກໍາມະກອນ ໃນເງື່ອນໄຂປະເທດດ້ອຍພັດທະນາ. ປະທານ ໄກສອນ ພົມວິຫານ ແມ່ນຜູ້ໜຶ່ງທີ່ມີບົດບາດອັນໃຫຍ່ຫລວງ ຕໍ່ພາລະກໍາ ປະຫວັດສາດ ແຫ່ງການສ້າງຕັ້ງພັກປະຊາຊົນ ປະຕິວັດລາວ, ເຊິ່ງການເຄື່ອນໄຫວພາລະກິດປະຕິວັດ ຂອງເພິ່ນ ໄດ້ຕິດພັນຢ່າງສະໜິດແໜ້ນກັບການກໍາເນີດ ແລະ ເຕີຍໃຫຍ່ຂະຫຍາຍຕົວຂອງພັກ, ເພິ່ນໄດ້ທຸ່ມເທສະຕິປັນຍາ, ເຫື່ອແຮງ ແລະ ອຸທິດຕົນ ປະກອບສ່ວນສໍາຄັນເຂົ້າໃນການກະກຽມໃນດ້ານຕ່າງໆ ໃຫ້ແກ່ການສ້າງຕັ້ງ ພັກປະຊາຊົນປະຕິວັດລາວ.

ທ່ານ ພູທັກ ພິດທະນູສອນ ໃຫ້ຮູ້ຕື່ມວ່າ: ການສ້າງຕັ້ງພັກກອມມູນິດອິນດູຈີນ ຂຶ້ນໃນປີ 1930 ອັນເປັນຂີດໝາຍແຫ່ງບາດລ້ຽວປະຫວັດສາດ ຂອງຂະບວນການປະຕິວັດ ໃນສາມປະເທດອິນດູຈີນ ເຮັດໃຫ້ຂະບວນການຕໍ່ສູ້ ຂອງປະຊາຊົນອິນດູຈີນ ໄດ້ກ້າວເຂົ້າສູ່ໄລຍະໃໝ່ ດ້ວຍຄຸນນະພາບໃໝ່ ແລະ ໄດ້ຮັບໄຊຊະນະອັນຍິ່ງໃຫຍ່ ດ້ານຢຶດອໍານາດ ເດືອນສິງຫາ 1945 ໄດ້ສ້າງຕັ້ງລັດກໍາມະກອນ-ຊາວນາ ລັດທໍາອິດຢູ່ອາຊີອາຄະເນ. ປັດໄຈສໍາຄັນສໍາລັບການສ້າງຕັ້ງພັກປະຕິວັດ ເຊິ່ງພັກກອມມູນິດອິນດູຈີນ ໄດ້ຊີ້ນໍາຊຸກຍູ້ ໃຫ້ສ້າງໂຄງການ ການເມືອງສະເພາະຂອງການປະຕິວັດລາວ ແຕ່ປີ 1950 ເປັນຕົ້ນມາ. ພາຍຫລັງກອງປະຊຸມໃຫຍ່ຄັ້ງທີ II ຂອງພັກກອມມູນິດອິນດູຈີນ, ຄະນະປະຊາຊົນໄດ້ກະກຽມຮ່າງໂຄງການ ການເມືອງຂອງພັກ ເຊິ່ງປະກອບມີ: ໜ້າທີ່ລວມສະເພາະ, ແຜນນະໂຍບາຍ ແລະ ໂຄງການດໍາເນີນງານຂອງພັກ ເພື່ອກໍານົດລັກສະນະ ແລະ ຫລັກການຈັດຕັ້ງ ແລະ ເຄື່ອນໄຫວຂອງພັກປະຊາຊົນລາວ ພາຍຫລັງສໍາເລັດດ້ານຕ່າງໆ ມາເປັນເວລາ 4 ປີ (1951-1954) ກອງປະຊຸມໃຫຍ່ສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ໄດ້ດໍາເນີນໃນລະຫວ່າງ ວັນທີ 22 ມີນາ ເຖິງວັນທີ 6 ເມສາ 1955. ນັບຕັ້ງແຕ່ໄດ້ກໍາເນີດພັກປະຊາຊົນ ປະຕິວັດລາວ ໄດ້ເປັນຕົວແທນທີ່ແທ້ຈິງ ໃຫ້ແກ່ຜົນປະໂຫຍດຂອງຊົນຊັ້ນກໍາມະກອນ, ຂອງປະຊາຊົນຜູ້ອອກແຮງງານ ແລະ ຂອງຊາດເຮົາທັງໝົດ. ບັນດາຍຸດທະສາດ ແລະ ຍຸດໂທບາຍ ຂອງການປະຕິວັດປະເທດເຮົາ ເຮັດໃຫ້ການຕໍ່ສູ້ອັນກ້າແກ່ນອົງອາດ ຂອງປະຊາຊົນລາວ ຫັນໄປສູ່ບາດລ້ຽວໃໝ່ ດ້ວຍໄຊຊະນະອັນເປັນປະຫວັດສາດ ຕໍ່ເນື່ອງຕະຫລອດມາ ແລະ ກໍໄດ້ປົດປ່ອຍປະເທດຊາດ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນ ພາປະເທດຊາດ ກ້າວຂຶ້ນຕາມເສັ້ນທາງສັງຄົມນິຍົມ. ພັກປະຊາຊົນ ປະຕິວັດລາວ ມີຄວາມສາມາດຍາດແຍ່ງເອົາ ການສະໜັບສະໜູນອັນໃຫຍ່ຫລວງ ຂອງການປະຕິວັດໂລກ, ສົມທົບກໍາລັງແຮງຂອງຊາດ ກັບກໍາລັງແຮງຂອງຍຸກສະໄໝ ຍາດໄດ້ໄຊຊະນະອັນສະຫງ່າງາມ. ພ້ອມກັນນັ້ນ, ການປະຕິວັດລາວ ກໍປະກອບສ່ວນອັນຕັ້ງໜ້າ ເຂົ້າໃນພາລະກິດຕໍ່ສູ້ລວມ ຂອງປະຊາຊົນໃນໂລກ ເພື່ອສັນຕິພາບ ເອກະລາດແຫ່ງຊາດ ແລະ ຄວາມກ້າວໜ້າທາງສັງຄົມ.

ໃນສະພາບການໃໝ່, ພັກເຮົາຈະໄດ້ສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມ ໃນການກໍ່ສ້າງປັບປຸງປ່ຽນແປງໃໝ່ຕົນເອງຢ່າງບໍ່ຢຸດຢັ້ງ ໂດຍສະເພາະ ການຍົກສູງຄວາມສາມາດກໍາອໍານາດ, ນໍາພາລັດພັດທະນາ ເສດຖະກິດ-ສັງຄົມ, ແກ້ໄຂບັນຫາຫຍໍ້ທໍ້ຕ່າງໆ, ແບບແຜນອາດຍາສິດ, ສໍ້ລາດບັງຫລວງ, ເພີ່ມທະວີສາຍພົວພັນ ອັນສະໜິດແໜ້ນ ກັບປະຊາຊົນ.

ຂ່າວ-ພາບ: ຂັນໄຊ
KPL

ຂ່າວອື່ນໆ

    • ກະຊວງ ຖວທ ແລະ ທູດອີຢູ ຫາລືແຜນການຮ່ວມມືໃນຕໍ່ໜ້າການເມືອງ

      ກະຊວງ ຖວທ ແລະ ທູດອີຢູ ຫາລືແຜນການຮ່ວມມືໃນຕໍ່ໜ້າ

      3/6/2025 7:49:00 PM

      ຂປລ. ໃນວັນທີ 6 ມີນາ 2025 ນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ Mark Gallagher ເອກອັກຄະລັດຖະທູດສະຫະພາບເອີຣົບ (ອີຢູ) ປະຈຳ ສປປ ລາວ ເພື່ອປຶກສາຫາລືກ່ຽວກັບການຮ່ວມມື ລະຫວ່າງ ກະຊວງ ຖວທ ແລະ ຫ້ອງການ ອີຢູ ປະຈຳ ລາວ ໃນໄລຍະຜ່ານມາ ແລະ ແຜນການໃນຕໍ່ໜ້າ.

    • ໄຂງານວາງສະແດງ ເອກະສານປະຫວັດສາດ ລາວ-ຈີນ ການເມືອງ

      ໄຂງານວາງສະແດງ ເອກະສານປະຫວັດສາດ ລາວ-ຈີນ

      3/6/2025 7:44:41 PM

      ຂປລ. ງານວາງສະແດງເອກະສານ ປະຫວັດສາດ ແລະ ນໍາສະເໜີປື້ມ ສັກຂີພິຍານປະຫວັດສາດມິດຕະພາບ ລາວ-ຈີນ ຈັດຂຶ້ນວັນທີ 6 ມີນາ 2025 ທີ່ນະຄອນຫລວງວຽງຈັນ ໂດຍມີທ່ານ ນາງ ລີວົງ ລາວລີ ຮອງລັດຖະມົນຕີກະຊວງພາຍໃນ, ທ່ານ ຫລຽງດ້າຈົ່ງ ທີ່ປຶກສາເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ພ້ອມດ້ວຍບັນດາການນໍາກະຊວງພາຍໃນ, ຄະນະຜູ້ແທນຫໍເອກະສານ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ແລະ ພາກສ່ວນທີ່ກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.

    • ກະຊວງການເງິນ ຫາລື ກຽມຄວາມພ້ອມເຮັດວຽກຮ່ວມກັບ ອົງການກວດກາແຫ່ງລັດການເມືອງ

      ກະຊວງການເງິນ ຫາລື ກຽມຄວາມພ້ອມເຮັດວຽກຮ່ວມກັບ ອົງການກວດກາແຫ່ງລັດ

      3/6/2025 7:25:01 PM

      ຂປລ. ກົມກວດກາລັດ ກະຊວງການເງິນ ຈັດກອງປະຊຸມ ປຶກສາຫາລື ແລະ ກະກຽມຄວາມພ້ອມເຮັດວຽກຮ່ວມກັບຄະນະກວດກາ ຈາກອົງການກວດກາແຫ່ງລັດ ໃນວັນທີ 04 ມີນາ 2025 ໂດຍການເປັນປະທານ ຂອງທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີ ກະຊວງການເງິນ, ມີຫົວໜ້າກົມກວດກາລັດ, ຫົວໜ້າພະແນກ ການເງິນນະຄອນຫລວງວຽງຈັນ, ຫົວໜ້າສ່ວຍສາອາກອນນະຄອນຫລວງວຽງຈັນ ແລະ ຫົວໜ້າສ່ວຍສາອາກອນ 09 ຕົວເມືອງ ຂອງນະຄອນຫລວງວຽງຈັນ ເຂົ້າຮ່ວມ.

    • ຄະນະຜູ້ແທນການທະຫານຂັ້ນສູງຂອງລາວ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການການເມືອງ

      ຄະນະຜູ້ແທນການທະຫານຂັ້ນສູງຂອງລາວ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

      3/6/2025 7:22:19 PM

      ຂປລ. ຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນລາວ ເຊິ່ງນຳໂດຍ ສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມຢ່າງເປັນທາງການ ໃນລະຫວ່າງວັນທີ 4-6 ມີນາ 2025 ທີ່ສຳນັກງານ ກະຊວງປ້ອງກັນປະເທດ ສສ ຫວຽດນາມ ໂດຍການຕ້ອນຮັບຂອງ ສະຫາຍ ພົນເອກ ຫງວຽນເຕີນເກືອງ ກຳມະການສູນກາງພັກ, ຄະນະກຳມະການປະຈຳການທະຫານສູນກາງ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ.

    • ສພຊ ຄົ້ນຄວ້າ ແລະ ກວດກາເນື້ອໃນຮອບດ້ານ 2 ຮ່າງກົດໝາຍການເມືອງ

      ສພຊ ຄົ້ນຄວ້າ ແລະ ກວດກາເນື້ອໃນຮອບດ້ານ 2 ຮ່າງກົດໝາຍ

      3/6/2025 7:11:22 PM

      ຂປລ. ກອງປະຊຸມກວດກາເນື້ອໃນຮອບດ້ານ ສອງຮ່າງກົດໝາຍສະບັບປັບປຸງຄື: ກົດໝາຍ ວ່າດ້ວຍການປົກ ຄອງທ້ອງຖິ່ນ ແລະ ກົດໝາຍ ວ່າດ້ວຍພະນັກງານ-ລັດຖະກອນ ຈັດຂຶ້ນໃນລະຫວ່າງວັນທີ 4-6 ມີນາ 2025 ທີ່ສະພາແຫ່ງຊາດ (ສພຊ) ໂດຍການເປັນປະທານຂອງທ່ານ ຄໍາໃບ ດໍາລັດ ແລະ ທ່ານ ພົທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ, ມີບັນດາກໍາມາທິການທີ່ກ່ຽວຂ້ອງຂອງ ສພຊ, ກະຊວງພາຍໃນ, ຫ້ອງວ່າການສໍານັກງານປະທານປະເທດ, ຄະນະທີ່ປຶກສາກົດໝາຍຂອງຄະນະປະຈໍາສະພາແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ads
ads

Top