ຂປລ
ສປ ຈີນ ຈະເກັບພາສີ 100% ຕໍ່ນໍ້າມັນແກນຜັກ, ເຂົ້າໜົມຊາກນໍ້າມັນ ແລະ ຖົ່ວລັນເຕົາ ຈາກປະເທດ ການາດາ ແລະ ເກັບພາສີ 25% ຕໍ່ຜະລິດຕະພັນໃນນ້ໍາ ແລະ ຊີ້ນຫມູ ທີ່ມາຈາກການາດາ ນັບແຕ່ວັນທີ 20 ມີນາ 2025 ນີ້ເປັນຕົ້ນໄປ.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ອີງຕາມ ລະບຽບ ກົດໝາຍ ແລະ ຫລັກການ ພື້ນຖານ ຂອງກົດໝາຍ ສາກົນ ທີ່ກ່ຽວຂ້ອງ, ໂດຍໄດ້ຮັບ ການອະນຸຍາດ ຈາກລັດຖະບານ, ຄະນະ ກໍາມະການພາສີຂອງ ລັດຖະບານຈີນ ໄດ້ອອກປະກາດ ແຈ້ງການ ໂດຍລະບຸວ່າ: ສປ ຈີນ ຈະເກັບພາສີ 100% ຕໍ່ນໍ້າມັນແກນຜັກ, ເຂົ້າໜົມຊາກນໍ້າມັນ ແລະ ຖົ່ວລັນເຕົາ ຈາກປະເທດ ການາດາ ແລະ ເກັບພາສີ 25% ຕໍ່ຜະລິດຕະພັນໃນນ້ໍາ ແລະ ຊີ້ນຫມູ ທີ່ມາຈາກການາດາ ນັບແຕ່ວັນທີ 20 ມີນາ 2025 ນີ້ເປັນຕົ້ນໄປ.ພາຍຫລັງ ລັດຖະບານການາດາ ປະກາດວ່າ: ນັບແຕ່ວັນທີ 1 ຕຸລາ 2024 ເປັນຕົ້ນໄປ ເລີ່ມເກັບພາສີ 100% ຕໍ່ລົດພະລັງງານໄຟຟ້າຂອງ ສປ ຈີນ; ນັບແຕ່ ວັນທີ 22 ຕຸລາ 2024 ເປັນຕົ້ນໄປ ເລີ່ມເກັບພາສີ 25% ຕໍ່ຜະລິດ ຕະພັນເຫລັກ ແລະ ອາລູມິນຽມ ຂອງ ສປ ຈີນ. ການາດາ ເກັບພາສີ ແຕ່ຝ່າຍດຽວນັ້ນ ແມ່ນການກະທຳ ທີ່ບໍ່ເອົາໃຈໃສ່ ຄວາມເປັນຈິງ ແລະ ກົດລະບຽບ ຂອງອົງການ ການຄ້າໂລກ, ເປັນການກະທຳ ລັດທິ ປົກປ້ອງການຄ້າ, ແມ່ນມາດຕະການ ຈໍາແນກ ຕໍ່ ສປ ຈີນ, ໄດ້ລະເມີດສິດແລະ ຜົນປະໂຫຍດ ທີ່ຖືກຕ້ອງຕາມກົດໝາຍ ຂອງສປ ຈີນ ຢ່າງໜັກໜ່ວງ ແລະ ທໍາລາຍ ສາຍສໍາພັນ ທາງເສດຖະກິດ ການຄ້າ ລະຫວ່າງ ສປ ຈີນ-ການາດາ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL