ປະເທດ ຍີ່ປຸ່ນ

04/03/2025 13:26
Email Print 6773
ຂປລ ມີນະຄອນຫລວງຊື່ວ່າ: ໂຕກຽວ(Tokyo)ແລະ ປະເທດ ສປປລາວໄດ້ສ້າງຕັ້ງສາຍພົວພັນທາງການທູດ ຮ່ວມກັນ ນັບແຕ່ວັນທີ 5.3.1955 ເປັນຕົ້ນມາ ຈາກນັ້ນ ທັງສອງປະເທດ ໄດ້ຮ່ວມກັນພັດທະນາ ເສີມສ້າງສາຍພົວພັນ ການຮ່ວມມືໃຫ້ນັບມື້ ແໜ້ນແຟ້ນຂຶ້ນ.

​    ປະ​ເທດ ຍີ່ປຸ່ນ(Japan) ຫລືມີ​ຊື່ ​ທາງ​ການ​ຄື​ ປະ​ເທດ ຍີ່ປຸ່ນ, ມີ​ນະຄອນຫລວງ​ຊື່ວ່າ: ​ໂຕ​ກຽວ(Tokyo)​ແລະ ປະ​ເທດ ສປປລາວໄດ້​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ ຮ່ວມ​ກັນ​ ນັບ​ແຕ່​ວັນ​ທີ 5.3.1955 ເປັນ​ຕົ້ນ​ມາ ຈາກ​ນັ້ນ ທັງສອງ​ປະ​ເທດ ​ໄດ້ຮ່ວມ​ກັນພັດ​ທະ​ນາ ​ເສີມ​ສ້າງສາຍ​ພົວ​ພັນ ​ການ​ຮ່ວມ​ມືໃຫ​້​ນັບ​ມື້ ​ແໜ້ນ​ແຟ້ນ​ຂຶ້ນ. ນອກນີ້ສອງປະເທດ ຍັງເພີ່ມທະວີ ສາຍພົວພັນ ການຮ່ວມມືດ້ານການຄ້າ ແລະ ອຸດສາຫະກຳ ເພື່ອຊຸກຍູ້ສົ່ງເສີມ ການລົງທຶນ ແລະ ການທ່ອງທ່ຽວ ຂອງສອງປະເທດ​ ກໍ່ຄືສ້າງໂອກາດ ອັນດີງາມໃຫ້ແກ່ນັກທຸລະກິດ ໂດຍສະເພາະ ນັກທຸ ລະກິດ ຂະໜາດກາງ ແລະ ຂະໜາດນ້ອຍ.

 ຍີ່ປຸ່ນ ​ເປັນ​ປະ​ເທດໝູ່​ເກາະ​ໃນ​ພາກ​ພື້ນ ອາຊີ​ຕາ​ເວັນ​ອອກ ຕັ້ງ​ຢູ່​ໃນ​ມະຫາ​ສະໝຸດ ​ປາຊີ​ຟິກ,  ທາງ​ທິດຕາ​ເວັນ​ຕົກ​ຕິດ​ກັບ ​ແຫລມ​ມະຫາ​ສະໝຸດ ​ເກົາຫລີ ​ແລະ ຈີນ, ​ໂດຍ​ມີ ​ທະ​ເລ ຍີ່ປຸ່ນ​ກັ້ນ, ສ່ວນ​ທິດ​ເໜືອ​ຕິດ​ກັບ ຣັດ​ເຊຍ. ມີ​ເນື້ອ​ທີ່​ 377.930 ກວ່າ​ກິ​ໂລ​ຕາ​ແມັດ, ກວມ​ເອົາ​ປະຊາກອນ​ປະມານ 124,34 ລ້ານ​ຄົນ(​ໃນ​ປີ 2023); ປະຊາຊົນ​ ສ່ວນ​ໃຫຍ່​ນັບຖື​ ສາສະໜາ​ພຸດ ​ແລະ ສາສະໜາ ຊິນ​ໂຕ, ກວມ​ເອົາ 84%; ​ໃຊ້​ພາສາ ຍີ່ປຸ່ນ ​ເປັນ​ທາງ​ການ; ຫົວໜ່ວຍສະກຸນ​ເງິນ​ເຢນ. ສ່ວນ​ວັນຊາດ​ແມ່ນ​ວັນ​ທີ 11 ກຸມພາ.

ປັດຈຸ​ບັນ, ເສດຖະກິດ ຍີ່ປຸ່ນ ຈັດເປັນອັນ​ດັບ 3 ຂອງ​ ໂລກ​ຖັດຈາກ ສ.ອາ​ເມ​ລິ​ກາ ​ແລະ ຈີນ ​ແລະ ອັນ​ດັບ 2  ​ໃນ​ກຸ່ມປະ​ເທດ​ພັດທະນາ​.ຍີ່ປຸ່ນ ມີ​ກຳລັງ​ການ​ຜະລິດ​ສູງ ​ແລະ ​ເປັນ​ປະ​ເທດ​ຕົ້ນ​ກຳ​ເນີ​ດດ້ານ​ເຕັກ​ໂນ​ໂລ​ຊີ​ໃນ​ອຸດ ສາຫະກຳ​ຕ່າງໆ​ເຊັ່ນ ລົດ​ໃຫຍ່, ອຸປະກອນ ​ເອ​ເລັກ​ໂຕ​ນິກ, ​ເຄື່ອງ​ຈັກ ​ແລະ ອື່ນໆ. ລວມຍອດ​ຜະລິດ ​ຕະພັນ​ພາຍ​ໃນ​(GDP) ບັນລຸ 4.230.000 ລ້ານ​ໂດ​ລາ​ສະຫະລັດ(​ໃນ​ປີ 2023), ອັດຕາ​ສະ​ເລ່ຍຕໍ່​ຫົວ​ຄົນ 33.950 ​ໂດ​ລາ​ສະຫະລັດຕໍ່​ປີ, ສ່ວນ​ອັດຕາ​ການ​ຈະ​ເລີ​ນເຕີບ​ໂຕ​ ທາງ​ດ້ານ​ເສດຖະກິດ 2% ຕໍ່ປີ. ສິນຄ້າ​ທີ່​ສົ່ງ​ອອກ​ເປັນ​ຕົ້ນ ລົດ​ໃຫຍ່, ອຸປະກອນ ​ແລະ ສ່ວນປະກອບ ອີເລັກໂຕຣນິກ, ຊິ້ນສ່ວນຍານພາຫະນະລົດ, ເຫລັກ ແລະ ເຫລັກກ້າ. ສ່ວນສິນຄ້າ​ທີ່​ນຳ​ເຂົ້າ​ເຊັ່ນ: ນໍ້າມັນດີບ, ແກັສທຳ ມະຊາດ , ເສື້ອຜ້າ ແລະ ເຄື່ອງນຸ່ງຫົ່ມ , ຢາ ແລະ ອຸປະກອນສື່ສານ. ​ປະ​ເທດຄູ່​ຮ່ວມ​ມື ການ​ຄ້າທີ່​ສຳຄັນຄື: ສປຈີນ, ສ.ອາ​ເມ​ລິ​ກາ, ສ.​ເກົາຫລີ, ​ໄທ, ອົດສະຕຣາລີ ແລະ ອື່ນ​ໆ ຕາມ​ລຳດັບ. ນອກຈາກ​ນີ້ ຍັງ​ມີ​ສະຖານ​ທີ່ ​ທ່ອງ​ທ່ຽວສວຍ​ງາມ ຫລາຍ​ແຫ່ງ​ຄື: ນະຄອນຫລວງ ​ໂຕ​ກຽວ ມີ: ພາຣາສະ​ວັງອີ​ມພິ​ຣຽນ, ​ໂຕ​ກຽວ ພາວ​ເວີ ຫໍຄອຍ​ຂະ   ໜາດ​ໃຫຍ່​ທີ່​ສວຍ​ງາມທີ່​ສຸດ, ວັດທະນາ​ທຳ, ຮ້ານ​ສັບພະ​ສິນຄ້າ; ​​ເມືອງໂອ​ສະ​ກ້າ ​ເປັນ​ເມືອງ​ໃຫຍ່​ອັນ​ດັບ​ສອງ​ຂອງ​ປະ​ເທດ ​ແລະ ອື່ນໆ./.

ໂດຍ​: ດາ​ວັນ

KPL

ຂ່າວອື່ນໆ

    • ປະເທດ ກຳປູເຈຍອາຊຽນ ASEAN

      ປະເທດ ກຳປູເຈຍ

      11/10/2025 1:05:25 PM

      ເນື່ອງໃນໂອກາດ ວັນຊາດ ກຳປູເຈຍ (Cambodia) ຫລື ຣາຊະອານາຈັກ ກຳປູເຈຍ (Kingdom of Cambodia) ຄົບຮອບ 72 ປີ (9/11/1953-9/11/2025). ໂດຍມີ ນະຄອນຫລວງ ຊື່ວ່າ: ພະນົມເປັນ (Phanompenh), ຕັ້ງຢູ່ໃນເຂດອາຊີ ທາງພາກຕາເວັນອອກສຽງໃຕ້ ມີຊາຍແດນ ທາງທິດໃຕ້ຕິດກັບ ອ່າວໄທ, ທິດຕາເວັນຕົກ ຕິດກັບ ໄທ; ທິດເໜືອຕິດກັບ ລາວ ແລະ ໄທ

    • ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນອາຊຽນ ASEAN

      ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນ

      10/29/2025 4:39:24 PM

      ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບ ການນຳ ອາຊຽນ ແລະ ທ່ານ ນາເຣັນດຣາ ໂມດີ(Narendra Modi), ນາຍົກລັດຖະມົນຕີ ອິນ ເດຍ ໄດ້ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອາຊຽນ-ອິນເດຍ ຄັ້ງທີ 22 ຢູ່ນະຄອນຫລວງ ກົວລາລຳເປີ

    • ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28ອາຊຽນ ASEAN

      ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28

      10/29/2025 4:13:58 PM

      ສປ ຈີນ​ ຍິນ​ດີ​ ຮ່ວມ​ກັບ ​ບັນ​ດາ​ປະ​ເທດ​ ອາ​ຊຽນ ເຊື່ອມ​ຕໍ່ ​ຍຸດ​ທະ​ສາດ ​ການ​ພັດ​ທະ​ນາ​, ຈັດ​ຕັ້ງປະ​ຕິ​ບັດ “ແຜນ​ດຳ​ເນີນ​ງານ ​ການ​ພົວ​ພັນ ​ຄູ່​ຮ່ວມ​ຍຸດ​ທະ​ສາດ ​ຮອບ​ດ້ານ​ຈີນ-ອາ​ຊຽນ(2026-2030)” ໃຫ້​ດີ ແລະ ຊຸກ​ຍູ້​ການ​ສ້າງ​ ປະ​ຊາ​ຄົມ​ ຮ່ວມ​ຊາ​ຕາ​ກຳ ​ຈີນ-ອາ​ຊຽນ ​ທີ່​​ແໜ້ນ​ແຟ້ນ​ກວ່າ​ເກົ່າ.

    • ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການອາຊຽນ ASEAN

      ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການ

      10/29/2025 4:06:51 PM

      ໃນ​ໄລ​ຍະ​ຈັດ​ ກອງ​ປະ​ຊຸມ ​ສຸ​ດຍອດ​ ອາ​ຊຽນ ​ຄັ້ງ​ທີ 47 ​ຢູ່​ນະ​ຄອນ​ຫລວງ ​ກົວ​ລາ​ລຳ​ເປີ​ ປະ​ເທດ​ ມາ​ເລ​ເຊຍ, ສປ ຈີນ​ ແລະ ອາ​ຊຽນ​ ໄດ້​ລົງ​ນາມ ອະ​ນຸ​ສັນ​ຍາ​ ວ່າ​ດ້ວຍ ​ເຂດ​ການ​ຄ້າ​ເສ​ລີ​ ສະ​ບັບ 3.0 ຢ່າງ​ເປັນ​ທາງ​ການ.

    • ນາຍົກລັດຖະມົນຕີ ຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ກອງປະຊຸມສຸດຍອດ ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງອາຊຽນ ASEAN

      ນາຍົກລັດຖະມົນຕີ ຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ກອງປະຊຸມສຸດຍອດ ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

      10/28/2025 9:51:29 AM

      ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ, ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມພິທີເປີດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງຢ່າງເປັນທາງ ການໂດຍການເປັນປະທານ ຂອງທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ.

ads
ads

Top