ຂປລ
ຂປລ. ກອງປະຊຸມວິຊາການວຽກແຮງງານ ແລະ ສະຫວັດດີການສັງຄົມ ປະຈຳປີ 2024 ໄດ້ອັດລົງຄວາມຜົນສຳເລັດອັນຈົບງາມ ໃນຕອນບ່າຍຂອງວັນທີ 19 ກຸມພາ 2025 ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີ ທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະ ມົນຕີ ກະຊວງງານແຮງ ແລະ ສະຫວັດດີການສັງຄົມ (ຮສສ), ມີຮອງລັດຖະມົນຕີ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ຂປລ. ກອງປະຊຸມວິຊາການວຽກແຮງງານ ແລະ ສະຫວັດດີການສັງຄົມ ປະຈຳປີ 2024 ໄດ້ອັດລົງຄວາມຜົນສຳເລັດອັນຈົບງາມ ໃນຕອນບ່າຍຂອງວັນທີ 19 ກຸມພາ 2025 ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີ ທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະ ມົນຕີ ກະຊວງງານແຮງ ແລະ ສະຫວັດດີການສັງຄົມ (ຮສສ), ມີຮອງລັດຖະມົນຕີ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໂອກາດນີ້, ນາງ ໃບຄໍາ ຂັດທິຍະ ໄດ້ລາຍງານກ່ຽວກັບຜົນສໍາເລັດ ຂອງກອງປະຊຸມຄັ້ງນີ້ ວ່າ: ກອງປະຊຸມໄດ້ເອກະພາບສູງ ຕໍ່ຜົນສຳເລັດຂອງການຈັດຕັ້ງປະຕິບັດວຽກງານ ຮສສ ໃນປີ 2024 ເຊິ່ງ ສາມາດສັງລວມໄດ້ບາງບັນຫາທີ່ພົ້ນເດັ່ນບາງດ້ານຄື: ດ້ານການສ້າງ ແລະ ປັບປຸງກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ສໍາເລັດຕາມແຜນກຳນົດ; ໄດ້ເອົາໃຈໃສ່ປະສານສົມທົບກັບ ອົງການຈັດຕັ້ງຕ່າງໆຂອງລັດ, ອົງການຈັດຕັ້ງມະຫາຊົນ, ພາກທຸລະກິດ, ສັງຄົມ ດໍາເນີນການພັດທະນາສີມືແຮງງານ ເພື່ອສະໜອງຕາມຄວາມຕ້ອງການ ຂອງຕະຫລາດແຮງງານ, ຝຶກເພື່ອປະກອບອາຊີບອິດສະລະ ຕາມສາຂາອາຊີບຕ່າງໆ ໄດ້ທັງໝົດ 34.324 ຄົນ, ຍິງ 15.015 ຄົນ; ສົມທົບຫົວໜ່ວຍແຮງງານ ເຮັດການທົດສອບ ແລະ ອອກໃບຢັ້ງຢືນລະດັບສີມືແຮງງານ ຕາມມາດຕະຖານ ສີມືແຮງງານແຫ່ງຊາດ, ໄດ້ປັບປຸງກົນໄກການບໍລິການ ຈັດຫາງານດ້ວຍຫລາຍຮູບແບບທັງເຊິ່ງໜ້າ ແລະ ອອນລາຍ, ຜ່ານເວັບໄຊ (website), application, Facebook, ຊຸກຍູ້ໃຫ້ຫົວໜ່ວຍແຮງງານ ປະກາດຮັບສະໝັກເອງ, ປະສານສົມທົບກັບບັນດາຫົວໜ່ວຍແຮງງານ ແລະ ອົງການປົກຄອງທ້ອງຖິ່ນ ຈັດງານຕະຫລາດນັດແຮງງານ ຢ່າງເປັນຂະບວນຟົດຟື້ນ; ສັງລວມຕົວເລກຈັດຫາວຽກເຮັດງານທໍາໃຫ້ເຂົ້າສູ່ຕະຫລາດແຮງານ ພາຍໃນ ແລະ ຕ່າງປະເທດ ຕິດພັນກັບວາລະແຫ່ງຊາດ ໄດ້ທັງໝົດ 124.539 ຄົນ.
ສຳລັບ ວຽກສະຫວັດດີການສັງຄົມ ໄດ້ສຸມໃສ່ຂະຫຍາຍອັດຕາການປົກຄຸມປະກັນສັງຄົມ ໃນພາກທຸລະກິດ ແລະ ຜູ້ສະໝັກໃຈ, ປັດຈຸບັນມີຫົວໜ່ວຍວິສາຫະກິດ ທີ່ຈ່າຍເງິນສົມທົບທັງໝົດ 4.746 ຫົວໜ່ວຍ, ມີຜູ້ປະກັນຕົນທີ່ຂື້ນທະບຽນ ແລະ ຈ່າຍເງິນສົມທົບ 370.882 ຄົນ, ຍິງ 179.484 ຄົນ ຊຶ່ງກວມເອົາຜູ້ເກີດສິດ ແລະ ສະມາຊິກຄອບຄົວ ທີ່ໄດ້ຮັບການຄຸ້ມຄອງປິ່ນປົວສຸຂະ ພາບ ຈາກລະບົບປະກັນສັງຄົມ ທັງໝົດ 896.445 ຄົນ, ຍິງ 449.179 ຄົນ, ກວມປະມານ 23% ຂອງພົນລະເມືອງທັງໝົດ ອັນພົ້ນເດັ່ນໃນປີ 2024 ເຫັນວ່າ ຜູ້ປະກັນຕົນສະໝັກໃຈ ໄດ້ເຂົ້າຮ່ວມລະບົບປະກັນສັງຄົມເພີ່ມຂຶ້ນ ລື່ນໃນຕົວເລກກ້າວກະໂດດ.
ຂ່າວ: ກິດຕາ
ພາບ: ເກດສະໜາ
KPL