ສານ ອັງກິດ ອະນຸມັດເງິນກູ້ຢືມຊ່ວຍບໍລິສັດນໍ້າປະປາເອກະຊົນເກືອບ 3 ຕື້ປອນ

20/02/2025 19:12
Email Print 218
ຂປລ ສານອັງກິດ ໄດ້ອະນຸມັດ ເງິນກູ້ຢືມ ສຸກເສີນ ດ້ວຍມູນຄ່າ 3 ຕື້ປອນ ໃຫ້ແກ່ບໍລິສັດ ເທມວອດເທີ Thames Water Company, ຜູ້ໃຫ້ບໍລິການ ດ້ານລະບົບ ນໍ້າປະປາ ພາກເອກະຊົນ ຂະໜາດໃຫຍ່ສຸດ ຂອງ ປະເທດ ທີ່ ພວມຜະເຊີນກັບ ວິກິດການ ໜີ້ສິນ ຢ່າງໜັກ.

ຂປລ. ສຳນັກ​ຂ່າວ ​ເອ​ເອຟພີ ລາຍ​ງານ ຈາກ​ ນະຄອນຫລວງ ລອນ​ດອນ ​ຂອງ​ ອັງກິດ ​ເມື່ອ​ວັນ​ທີ 18 ກຸມພາ​,  ສານ​ອັງກິດ ໄດ້ອະນຸມັດ ​ເງິນ​ກູ້​ຢືມ ​ສຸກ​ເສີນ ດ້ວຍມູນ​ຄ່າ 3 ຕື້​ປອນ​ ​ໃຫ້​ແກ່​ບໍລິສັດ ​ເທ​ມວອດເທີ  Thames Water Company, ຜູ້​ໃຫ້​ບໍລິການ ​ດ້ານ​ລະບົບ ນໍ້າ​ປະປາ ພາກ​ເອກະ​ຊົນ ຂະໜາດໃຫຍ່​ສຸດ​ ຂອງ​ ປະ​ເທດ ທີ່ ​ພວມ​ຜະ​ເຊີນ​ກັບ ວິ​ກິດ​ການ​ ໜີ້​ສິນ​ ຢ່າງ​ໜັກ.

          ບ້ວງເງິນ​ກູ້​ຢືມ ​ດັ່ງກ່າວ ເປັນ​ການ​ ແກ້ໄຂ​ບັນຫາ​ ໄລຍະ​ສັ້ນ ເພື່ອໃຫ້ບໍລິສັດນີ້ ສາມາດ ດຳ​ເນີ​ການ ​ຕໍ່​ໄປ​ໄດ້ ຫລັງ​ຈາກ ​ບໍລິສັດ​ມີ​ໜີ້​ສິນ ເຖິງ 16 ຕື້ປອນ​ ​ແລະ ຜະເຊີນກັບບັນຫາ​ ​ເງິນ​ທຶນ ​ທີ່​ຈຳ​ເປັນ ​ເພື່ອ​ຫລີກ​ລ່ຽງ​ຄວາມ​​ຊ່ວຍ​ເຫລືອ​ ຈາກພາກ​ລັດ. ນອກນັ້ນ ບໍລິສັດນີ້ ຍັງຮຽກຮ້ອງໃຫ້ ໜ່ວຍງານ ກຳກັບດູແລນໍ້າ ຂອງ ອັງກິດ ດ້ວຍການປັບຂຶ້ນ ຄ່ານໍ້າປະປາ ແລະ ພວມຊອກຫາ ຂໍ້ສະເໜີ ໃນການ ຊື້ກິດຈະການ ເພື່ອຊ່ວຍປັບປຸງ ພື້ນຖານໂຄງລ່າງ ແລະ ປ່ຽນແປງສະຖານະການ ທີ່ມີຄວາມຫຍູ້ງຍາກລຳບາກຂອງບໍລິສັດນີ້.  /

KPL

ຂ່າວອື່ນໆ

ads
ads

Top