ຂປລ. ໃນວັນທີ 20 ກຸມພາ 2025 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ບຣູໂນ ໂຣດຣີເກັສ ປາຣີຢາ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ກູບາ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 20-21 ກຸມພາ 2025.
ໃນໂອກາດນີ້, ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງໄດ້ຕີລາຄາສູງຕໍ່ການຢ້ຽມຢາມ ສປປ
ລາວ ຢ່າງເປັນທາງການຄັ້ງນີ້ ຂອງ ສະຫາຍລັດຖະມົນຕີ ບຣູໂນ ໂຣດຣີເກັສ ປາຣີຢາ ແລະ ຄະນະ ເຊິ່ງຖືວ່າເປັນການຫວນຄືນກັບມາຢ້ຽມຢາມ ທີ່ມີຄວາມໝາຍຄວາມສໍາຄັນ, ແນໃສ່ສືບຕໍ່ເສີມຂະຫຍາຍ ສາຍພົວພັນມິດຕະພາບ ທີ່ເປັນມູນເຊື່ອມາແຕ່ດົນນານຖານອ້າຍນ້ອງ ລະຫວ່າງ ລາວ-ກູບາ ໃຫ້ເຂົ້າສູ່ລວງເລິກຍິ່ງໆຂຶ້ນ.

ໃນການໂອ້ລົມ, ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ໄດ້ສະແດງຄວາມປິຕິຍິນດີທີ່ເຫັນວ່າ ການພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ, ກູບາ-ລາວ ໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ. ສປປ ລາວ ແລະ ສ ກູບາ ເປັນປະເທດເພື່ອນມິດຍຸດທະສາດ, ມີການພົວພັນຖານ ອ້າຍນ້ອງ ແລະ ມີການຮ່ວມມືທີ່ມີມູນເຊື້ອອັນດີງາມມາແຕ່ດົນນານ; ການພົວພັນຮ່ວມມືທາງດ້ານການເມືອງຂອງສອງປະເທດ ແມ່ນຢູ່ໃນລະດັບດີເລີດ ແລະ ນັບມື້ໜັກແໜ້ນ, ມີການປະສານສົມທົບ, ຕິດຕໍ່ພົວພັນ ແລະ ສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ, ພິເສດໃນປີ 2024 ທີ່ຜ່ານມາ, ສອງປະເທດ ໄດ້ຮ່ວມກັນສະເຫລີມສະຫລອງ ຄົບຮອບ 50 ປີ ວັນສ້າງຕັ້ງສາຍພົວພັນການທູດ ຢ່າງເປັນຂະບວນຝົດຟືນ; ການຮ່ວມມືດ້ານອື່ນໆຂອງສອງປະເທດ ສືບຕໍ່ເສີມຂະຫຍາຍຢ່າງຕໍ່ເນື່ອງ ແລະ ສອງຝ່າຍກໍ່ຊອກຫາວິທີທາງເພື່ອຮ່ວມມືກັນໃນຂະແໜງທີ່ມີທ່າແຮງ ເປັນຕົ້ນ ການສ້າງຊັບພະຍາກອນມະນຸດ, ການສຶກສາ ແລະ ກິລາ, ສາທາລະນະສຸກ, ກະສິກໍາ ແລະ ອື່ນໆ, ລວມເຖິງການສືບຕໍ່ຊຸກຍູ້ ແລະ ສົ່ງເສີມການຮ່ວມມືທາງດ້ານເສດຖະກິດ-ການຄ້າ ໃຫ້ມີທ່າກ້າວໄປຄຽງຄູ່ກັບການພົວພັນຮ່ວມມືທາງດ້ານການເມືອງ.
ໃນໂອກາດດຽວກັນນີ້, ສະຫາຍ ລັດຖະມົນຕີ ບຣູໂນ ໂຣດຣີເກັສ ປາຣີຢາ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ, ພ້ອມທັງແຈ້ງໃຫ້ຊາບເຖິງຈຸດປະສົງ ແລະ ແຜນການເຄື່ອນໄຫວຢ້ຽມຢາມ ສປປ ລາວໃນຄັ້ງນີ້, ລວມເຖິງໄດ້ແຈ້ງໃຫ້ຊາບກ່ຽວກັບ ສະພາບຂອງກູບາ ໃນປັດຈຸບັນໂດຍຫຍໍ້. ພ້ອມກັນນີ້, ກໍໄດ້ສະແດງຄວາມເຫັນດີ ເປັນເອກະພາບ ຕໍ່ການຕີລາຄາການພົວພັນ ແລະ ການຮ່ວມມື ລະຫວ່າງສອງປະເທດຂອງ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ໂດຍໄດ້ຕີລາຄາສູງຕໍ່ການພົວພັນ ກູບາ-ລາວ ແລະ ທິດທາງການເສີມຂະຫຍາຍ ການພົວພັນຮ່ວມມື ລະຫວ່າງ ສອງປະເທດໃນຕໍ່ໜ້າ ໂດຍສະເພາະແມ່ນ ທິດທາງໃນການຈັດຕັ້ງປະຕິບັດ ການຜັນຂະຫຍາຍ ການຮ່ວມມືແບບເພື່ອນມິດຍຸດທະສາດ ໃຫ້ເປັນແຜນປະຕິບັດງານເປັນຮູບປະທໍາຫລາຍຂຶ້ນ.
ໃນຕອນທ້າຍ, ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ກໍໄດ້ອວຍພອນໃຫ້ ສະຫາຍ ລັດຖະມົນຕີ ບຣູໂນ ໂຣດຣີເກັສ ປາຣີຢາ ແລະ ຄະນະ ຈົ່ງປະສົບຜົນສໍາເລັດໃນການມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ພ້ອມທັງໄດ້ຝາກຄໍາຢື້ຢາມຖາມຂ່າວໄປຍັງ ສະຫາຍ ມີແກນ ດີເອັດສ-ກາແນນ ເບີມູເດັດສ ເລຂາທີໜຶ່ງ ຄະນະບໍລິຫານງານ ສູນກາງພັກກອມມູນິດກູບາ, ປະທານປະເທດ ແຫ່ງ ສ ກູບາ ແລະ ເຊື້ອເຊີນເພີ່ນມາຢ້ຽມຢາມ ສປປ ລາວ ໃນເວລາອັນສະດວກ ແລະ ເໝາະສົມ.
ພາບ: ທະນູທອງ