ຂປລ. ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງໄປຢ້ຽມຢາມ ຣາຊະອານາຈັກໄທ ຢ່າງເປັນທາງການ ໃນວັນທີ 20 ກຸມພາ 2025 ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີ ທີ່ມີມາແຕ່ດົນນານ ກໍຄື ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລະຫວ່າງ ສອງປະເທດ ລາວ ແລະ ໄທ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ.

ພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງອົບອຸ່ນ ແລະ ສົມກຽດ ທີ່ ທໍານຽບລັດຖະບານ ໂດຍການເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງສອງປະເທດ. ພາຍຫລັງສໍາເລັດພິທີຕ້ອນຮັບ, ສອງນາຍົກລັດຖະມົນຕີ ແລະ ຄະນະ ໄດ້ດໍາເນີນການພົບປະ ສອງຝ່າຍຢ່າງເປັນທາງການ ເພື່ອຮ່ວມກັນທົບທວນຄືນການພົວພັນຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ ເຊິ່ງສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລາວ-ໄທ ທີ່ມີໝາກຜົນ ແລະ ເຕີບໃຫຍ່ຂະຫຍາຍຕົວຕະຫລອດໄລຍະ 75 ປີ ຜ່ານມາ, ກວມເອົາທຸກຂົງເຂດວຽກງານ ຜ່ານກົນໄກການຮ່ວມມືດ້ານຕ່າງໆ ນັບແຕ່ຂັ້ນສູນກາງຮອດທ້ອງຖິ່ນ; ສອງລັດຖະບານໄດ້ເຫັນດີ ເອກະພາບຮ່ວມກັນ ໃນການສືບຕໍ່ສົ່ງເສີມການແລກປ່ຽນການຢ້ຽມຢາມ ແລະ ການໄປມາຫາ ສູ່ເຊິ່ງກັນ ແລະ ກັນ ລະຫວ່າງ ການນໍາຂັ້ນສູງຂອງສອງປະເທດ ກໍຄື ລະຫວ່າງ ທ້ອງຖິ່ນ ຢ່າງເປັນປົກກະຕິ ເພື່ອສ້າງເງື່ອນໄຂທີ່ເອື້ອອໍານວຍໃຫ້ແກ່ການເພີ່ມທະວີການພົວພັນຮ່ວມສອງຝ່າຍໃນຕໍ່ໜ້າ ໂດຍສະເພາະ ການຮ່ວມມື ແລະ ແກ້ໄຂບັນຫາທີ່ມີຜົນກະທົບຕໍ່ຄວາມໝັ້ນຄົງຂອງສອງປະເທດ ໃນການສະກັດກັ້ນ ແລະ ປາບປາມອາຊະຍາກໍາຂ້າມຊາດ ເປັນຕົ້ນແມ່ນ ຢາເສບຕິດ ແລະ ການໂຈນລະກໍາທາງໄຊເບີ, ພ້ອມທັງຮ່ວມມືກັນແກ້ໄຂບັນຫາໝອກຄວັນຂ້າມແດນ; ເພີ່ມທະວີຄວາມພະຍາຍາມໃນການກໍານົດເສັ້ນຊາຍແດນໃຫ້ມີຄວາມຄືບໜ້າ ຊຶ່ງມາຮອດປັດຈຸບັນ ທັງສອງປະເທດໄດ້ດໍາເນີນການສໍາຫລວດ ແລະ ປັກຫລັກໝາຍຊາຍແດນທາງບົກໄດ້ສໍາເລັດແລ້ວ 93%, ຍັງຄົງຄ້າງ 7% ໃນຈໍານວນ 14 ບໍລິເວນ. ສ່ວນຊາຍແດນທາງນໍ້າ ໄດ້ເອກະພາບຮ່ວມກັນສ້າງແຜນແມ່ບົດ ແລະ ຂໍ້ກໍານົດທາງດ້ານເຕັກນິກ (TOR) ເພື່ອເປັນບ່ອນອີງໃນການດໍາເນີນການສໍາຫລວດ ແລະ ປັກຫລັກໝາຍທາງນໍ້າ ຕໍ່ໄປ. ພ້ອມກັນນີ້, ສອງຝ່າຍໄດ້ເຫັນດີໃນການສ້າງປັດໄຈ ແລະ ເງື່ອນໄຂເອື້ອອໍານວຍໃຫ້ແກ່ການຄ້າ-ການລົງທຶນ, ການເຊື່ອມໂຍງ-ເຊື່ອມຈອດໃຫ້ມີຫມາກຜົນເປັນຮູບປະທໍາຍິ່ງຂຶ້ນ ເປັນຕົ້ນ ການພັດທະນາເສັ້ນທາງຄົມມະນາຄົມ ທັງທາງບົກ ແລະ ທາງລາງ, ຂົວ ເຊັ່ນ: ການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ໃຫ້ສໍາເລັດໃນປີ 2025, ການກໍ່ສ້າງຂົວຂ້າມນໍ້າຂອງ ຈອມເພັດ-ນະຄອນຫລວງພະບາງ, ຂົວສໍາລັບລົດໄຟ ແລະ ການພັດທະນາເສັ້ນທາງເລກທີ 12 ເພື່ອເຊື່ອມຈອດແລວເສດຖະກິດຕາເວັນອອກ-ຕາເວັນຕົກ; ການເຊື່ອມຈອດຕາຂ່າຍໄຟຟ້າ; ການປັບປຸງແກ້ໄຂຂອດປະສານງານ ແລະ ສິ່ງກີດຂວາງທາງດ້ານການຄ້າຕ່າງໆຮ່ວມກັນ ຄຽງຄູ່ກັບການສົ່ງເສີມການລົງທຶນ ເພື່ອການແປຮູບເປັນສິນຄ້າ, ການນໍາເຂົ້າ-ສົ່ງອອກ ໂດຍສະເພາະສິນຄ້າກະສິກໍາ, ນໍ້າມັນເຊື້ອໄຟ ແລະ ອື່ນໆ. ສອງຝ່າຍຍັງເຫັນດີຈະສືບຕໍ່ເພີ່ມທະວີການຮ່ວມມືເພື່ອການພັດທະນາ, ທຶນການສຶກສາ 75 ທຶນ, ສາທາລະນະສຸກ, ກະສິກໍາ, ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ການທ່ອງທ່ຽວ, ຍຸຕິທໍາ ແລະ ແຮງງານ ແລະ ອື່ນໆ. ນອກຈາກນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດເຫັນຕໍ່ສະພາບການພົ້ນເດັ່ນພາຍໃນພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.
ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນ ຮັບອັນອົບອຸ່ນ ແລະ ຍິນດີທີ່ໄດ້ພົບປະກັບ ທ່ານ ນາຍົກລັດຖະມົນຕີ ນາງ ແພທອງທານ ຊິນນະວັດ ອີກຄັ້ງໜຶ່ງ ພາຍຫລັງທີ່ໄດ້ພົບປະກັນ ຢູ່ ນະຄອນຫລວງວຽງຈັນ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ ໃນເດືອນຕຸລາ 2024 ທີ່ຜ່ານມາ, ພ້ອມທັງໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນໄທ ທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ໃນຕະຫລອດໄລຍະຜ່ານມາ ໂດຍສະເພາະແມ່ນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ຊຶ່ງໄດ້ຮັບຜົນສໍາເລັດຢ່າງຈົບງາມ.

ໃນຂະນະດຽວກັນ, ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ກໍໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການຢ້ຽມຢາມຄັ້ງນີ້ ເຊິ່ງຖືເປັນໜຶ່ງໃນກິດຈະກໍາທີ່ມີຄວາມໝາຍສໍາຄັນ ເນື່ອງໃນໂອກາດສະເຫລີມສະຫລອງ ຄົບຮອບ 75 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສອງປະເທດ ລາວ-ໄທ ໃນປີ 2025 ນີ້, ພ້ອມທັງຈະສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ໃນຕໍ່ໜ້າ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີ ທີ່ມີມາແຕ່ດົນນານ ກໍຄື ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລະຫວ່າງ ສອງປະເທດ ໄທ-ລາວ ໃຫ້ເກີດດອກອອກຜົນຍິ່ງໆຂຶ້ນ.

ພາຍຫລັງສໍາເລັດການພົບປະ, ສອງນາຍົກລັດຖະມົນຕີ ລາວ-ໄທ ກໍໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີລົງນາມເອກະສານຮ່ວມກັນ ຈໍານວນ 4 ສະບັບ ຄື: ສັນຍາການບໍລິຫານຈັດການທາງດ້ານເຕັກນິກ ການຂົນສົ່ງຜູ້ໂດຍສານທາງລົດໄຟ ລະຫວ່າງ ລັດວິສາຫະກິດລົດໄຟແຫ່ງຊາດລາວ ແລະ ການລົດໄຟແຫ່ງປະເທດໄທ; ແຜນປະຕິບັດງານ ປະຈໍາປີ 2025-2027 ເພື່ອຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືທາງດ້ານຍຸຕິທໍາ ແລະ ກົດໝາຍ ລະຫວ່າງ ກະຊວງຍຸຕິທໍາ ແຫ່ງ ສປປ ລາວ ແລະ ກະຊວງຍຸຕິທໍາ ແຫ່ງ ຣາຊະອານາຈັກໄທ; ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ແລະ ຄະນະກໍາມະການຮ່ວມມືດ້ານການຄ້າ, ອຸດສາຫະກໍາ ແລະ ການທະນາຄານຂອງປະເທດໄທ ແລະ ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືດ້ານວິຊາການ ລະຫວ່າງ ມະຫາວິທະຍາໄລ ສຸພານຸວົງ ແຫ່ງ ສປປ ລາວ ແລະ ມະຫາວິທະຍາໄລ ແມ່ຟ້າຫລວງ ແຫ່ງ ຣາຊະອານາຈັກໄທ. ຫລັງຈາກນັ້ນ, ກໍໄດ້ເຂົ້າຮ່ວມພິທີເປີດກາສັນຍາລັກ (Logo) ສະເຫລີມ ສະຫລອງ ຄົບຮອບ 75 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ໄທ ຢ່າງເປັນທາງການ, ຖະແຫລງຂ່າວ ຕໍ່ສື່ມວນຊັນກ່ຽວກັບຜົນການຂອງການພົບປະສອງຝ່າຍ, ກ່າວຄໍາເຫັນໃນກອງປະຊຸມພົບປະທຸລະກິດ ລາວ-ໄທ ແລະ ໄດ້ເຂົ້າຢ້ຽມຂໍ່ານັບ ພະບາດສົມເດັດ ພະວະຊິຣະເກົ້າເຈົ້າຢູ່ຫົວ ແຫ່ງ ຣາຊະອາຈັກໄທ ຕື່ມອີກ.
ພາບ: ຂັນໄຊ