ພາຍໃຕ້ການນຳພາ-ຊີ້ນໍາ ອັນປີຊາສາມາດ ຂອງພັກ ເຮັດໃຫ້ປະເທດຊາດໄດ້ຮັບການປົດປ່ອຍ ຢ່າງແທ້ຈິງ

19/02/2025 21:35
Email Print 350
ຂປລ ຂປລ. ໃນໂອກາດຂໍ່ານັບຮັບຕ້ອນ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (22 ມີນາ 1955-22 ມີນາ 2025), ສະຫາຍ ພົນຈັດຕະວາ ທຽມ ຫອມຊະນະ ຫົວໜ້າກົມເຄມີສາດ ກົມໃຫຍ່ເສນາທິການກອງທັບ ໃຫ້ສໍາພາດວ່າ: ໃນຕະຫລອດໄລຍະ 70 ປີຜ່ານມາ




ຂປລ. ໃນໂອກາດຂໍ່ານັບຮັບຕ້ອນ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ
70 ປີ (22 ມີນາ 1955-22 ມີນາ 2025), ສະຫາຍ ພົນຈັດຕະວາ ທຽມ ຫອມຊະນະ ຫົວໜ້າກົມເຄມີສາດ ກົມໃຫຍ່ເສນາທິການກອງທັບ ໃຫ້ສໍາພາດວ່າ:  ໃນຕະຫລອດໄລຍະ 70 ປີຜ່ານມາ ໂດຍພາຍໃຕ້ການນໍາພາ-ຊີ້ນໍາ ອັນປີຊາສາມາດ ຂອງພັກ ປະຊາຊົນປະຕິວັດລາວ ​ເຮັດໃຫ້ປະເທດຊາດ ໄດ້ຮັບການປົດປ່ອຍຢ່າງແທ້ຈິງ ຈົນກ້າວເຂົ້າສູ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຮັດໃຫ້ປະ ເທດຊາດໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ, ມີຄວາມສະຫງົບ, ມີສະຖຽນລະພາບ ທາງດ້ານການເມືອງທີ່ໜັກແໜ້ນ, ບົດບາດການນໍາພາຂອງພັກ ນັບມື້ສູງເດັ່ນຂຶ້ນເລື້ອຍໆ.




ສະເພາະຢູ່ກົມກອງເຄມີ ກົມໃຫຍ່ເສນາທິການກອງທັບ ກໍໄດ້ເອົາໃຈໃສ່ປັບປຸງກໍ່ສ້າງພັກ ຕາມ
5 ຫລັກການ 3 ທິດນໍາຂອງພັກ ໃຫ້ເກີດດອກອອກຜົນ. ພ້ອມນີ້, ກົມເຄມີສາດ ກົມໃຫຍ່ເສນາທິການກອງທັບ ຍັງໄດ້ສໍາເລັດກອງປະຊຸມໃຫຍ່ຄັ້ງທີ 6 ຂອງໜ່ວຍພັກຕົນຢ່າງຈົບງາມ ບັນລຸໄດ້ຕາມລະດັບຄາດໝາຍທີ່ວາງໄວ້ ໂດຍຖືເອົາການສ້າງພັກ ທາງດ້ານການເມືອງເປັນກົກ, ເຮັດໃຫ້ຖັນແຖວພະນັກງານ ສະມາຊິກພັກໄດ້ຮັບການສຶກສາຮຽນຮູ້ອຸດົມການຂອງພັກ, ທັດສະນະຫລັກໝັ້ນ, ຊົນຊັ້ນ, ທິດສະດີມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ເຮັດໃຫ້ສະພາບການເມືອງແນວຄິດຂອງຖັນແຖວສະມາ ຊິກພັກມີ ຄວາມສະຫງົບ, ຍຶດໝັ້ນຕໍ່ອຸດົມການຂອງພັກ, ມີຄຸນທາດການເມືອງອັນໜັກແໜ້ນ, ຍຶດໝັ້ນຕໍ່ພາລະກິດປ່ຽນແປງໃໝ່ຢ່າງຮອບດ້ານ ແລະ ມີຫລັກການຂອງພັກ ຢ່າງສະເໝີຕົ້ນສະເໝີປາຍ. ໃນນີ້, ໄດ້ສຸມໃສ່ກໍ່ສ້າງພັກທາງດ້ານແນວຄິດ, ເອົາໃຈໃສ່ຄົ້ນຄວ້າເຊື່ອມຊຶມມະຕິກອງປະຊຸມ, ມູນເຊື້ອວັນສໍາຄັນຕ່າງໆຂອງຊາດ, ຂອງກອງທັບ ກໍຄື ຂອງກົມກອງຢ່າງຕໍ່ເນື່ອງ ເຮັດໃຫ້ພະນັກງານ- ສະມາ ຊິກພັກມີຄວາມສາມັກຄີເປັນປຶກແຜ່ນຢູ່ອ້ອມຂ້າງພັກ, ຮັກສາ ແລະ ເສີມຂະຫຍາຍໄດ້ທາດແທ້ມູນ ເຊື້ອຄວາມຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ກອງທັບ ແລະ ຕໍ່ປະຊາເຜົ່າຊົນລາວບັນດາເຜົ່າ, ມີສະ ຕິເຄົາລົບ ແລະ ປະຕິບັດ ລະບຽບຂອງພັກ, ກົດໝາຍຂອງລັດ, ລະບຽບວິໄນຂອງກອງທັບຢ່າງເຂັ້ມງວດ. ນອກຈາກນີ້, ຍັງໄດ້ເອົາໃຈໃສ່ ປັບປຸງບູລະນະການຈັດຕັ້ງພັກແຕ່ລະຂັ້ນ ມີການຈັດຕັ້ງນໍາພາຂອງພັກແໜ້ນໜາ, ການຄັດເລືອກບຸກຄະລາກອນ ເຂົ້າໃນອົງຄະນະພັກແຕ່ລະຂັ້ນ ໄດ້ປະຕິບັດຕາມຫລັກ ການນໍາພາຂອງພັກ, ມີປະຊາທິປະໄຕ ສາມາດຮັບປະກັນພະນັກງານ ສືບທອດປ່ຽນແທນໄດ້ທັງ 3 ຮຸ່ນ.

ຜ່ານການເຄື່ອນໄຫວ ຈັດຕັ້ງປະຕິບັດວຽກງານ ຈັດຕັ້ງພັກ-ພະນັກງານ ໃນຊຸມປີຜ່ານມາ ໜ່ວຍພັກກົມເຄມີສາດ ສາມາດຮັກສານາມມະຍົດໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນໄວ້ໄດ້ 5 ສະໄໝຕໍ່ເນື່ອງກັນ ແລະ ສາມາດສ້າງສະມາຊິກພັກ ແຂງຮອບຮອບດ້ານໄດ້ 18 ສະຫາຍ, ຂະຫຍາຍມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກ ໄດ້ 3 ສະຫາຍ, ເລື່ອນສໍາຮອງຂຶ້ນສົມບູນ 2 ສະຫາຍ, ສາມາດຮັບປະກັນພະນັກງານ ສືບທອດປ່ຽນແທນ 3 ຮຸ່ນຕາມທິດຫັນໄປຫາໜຸ່ມ ໂດຍເລັ່ງໃສ່ຄຸນນະ ພາບເປັນຕົ້ນຕໍ. ນອກຈາກນີ້, ຍັງສົ່ງພະນັກງານໄປກໍ່ສ້າງບຳລຸງພາຍໃນ ແລະ ຕ່າງໆປະເທດ 30 ສະ ຫາຍ.




ສະຫາຍ ພົນຈັດຕະວາ ທຽມ ຫອມຊະນະ ຍັງໃຫ້ຮູ້ອີກວ່າ: ເພື່ອເປັນການສ້າງຜົນງານ ຂໍ່ານັບຮັບຕ້ອນວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ
70 ປີ ທີ່​ຈະ​ມາ​ເຖິງ​ນີ້, ຄະນະພັກ-ຄະນະບັນຊາ ກົມເຄມີສາດ ກົມໃຫຍ່ເສນາທິການກອງທັບ ໄດ້ເອົາໃຈໃສ່ໃນນໍາພາ-ຊີ້ນໍາ ພະນັກງານສະມາຊິກພັກ-ນັກຮົບ ເປັນເຈົ້າການໃນການ ຈັດຕັ້ງປະຕິບັດໜ້າທີ່ ການເມືອງຂອງຕົນ ເປັນຕົ້ນ ຂະບວນການປັບ ປຸງກໍ່ສ້າງພັກ-ກໍ່ສ້າງພະນັກງານ, ກໍ່ສ້າງກົມກອງ ໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນທຸກດ້ານ ໂດຍສະເພາະ ສຸມໃສ່ສ້າງຂະບວນການແຂ່ງກັນ ຈັດຕັ້ງປະຕິບັດໜ້າວຽກງານວິຊາສະເພາະ, ຕິດພັນຂະບວນການແຂ່ງຂັນ ກິລາສິລະປະ-ວັນນະຄະດີ ຢ່າງເປັນຂະບວນການຟົດຟື້ນ ກວ້າງຂວາງ ເພື່ອປະດັບເອ້ ໃຫ້ວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ເຕັມໄປດ້ວຍຄວາມໝາຍຄວາມສຳຄັນເລິກເຊິ່ງ.

​ໂອກາດ​ນີ້​, ສະຫາຍ ພົນຈັດຕະວາ ທຽມ ຫອມຊະນະ ​ໄດ້ຮຽກຮ້ອງໃຫ້ພະນັກງານ-ນັກຮົບ ກົມກອງເຫລົ່າຮົບເຄມີສາດ ຈົ່ງພ້ອມກັນອອກແຮງແຂ່ງຂັນ ຈັດຕັ້ງປະຕິບັດໜ້າທີ່ ການເມືອງຂອງຕົນທີ່ໄດ້ຮັບ ມອບໝາບໃຫ້ມີຜົນສຳເລັດ ເພື່ອສ້າງຜົນງານຂໍ່ານັບຮັບຕ້ອນ 3 ວັນປະຫວັດສາດ ຂອງຊາດ ໃນປີ 2025 ໂດຍສະເພາະ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ໃຫ້ເປັນຂະບວນ ຟົດຟື້ນ, ກວ້າງຂວາງ ແລະ ເຕັມໄປດ້ວຍຜົນງານຢ່າງຫລວງຫລາຍ.

ຂ່າວ: ບິກໄຊ ສົມພູ

KPL

ຂ່າວອື່ນໆ

    • ລາວ-ໄທ ເພີ່ມທະວີຮັດແໜ້ນສາຍ ພົວພັນ ແລະ ການຮ່ວມມືສອງຝ່າຍການເມືອງ

      ລາວ-ໄທ ເພີ່ມທະວີຮັດແໜ້ນສາຍ ພົວພັນ ແລະ ການຮ່ວມມືສອງຝ່າຍ

      2/21/2025 9:32:57 AM

      ຂປລ. ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງໄປຢ້ຽມຢາມ ຣາຊະອານາຈັກໄທ ຢ່າງເປັນທາງການ ໃນວັນທີ 20 ກຸມພາ 2025 ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີ ທີ່ມີມາແຕ່ດົນນານ ກໍຄື ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລະຫວ່າງ ສອງປະເທດ ລາວ ແລະ ໄທ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ.

    • ເລຂາທິການໃຫຍ່ ຕ້ອນຮັບລັດຖະມົນຕີ ກະຊວງການຕ່າງປະເທດ ກູບາການເມືອງ

      ເລຂາທິການໃຫຍ່ ຕ້ອນຮັບລັດຖະມົນຕີ ກະຊວງການຕ່າງປະເທດ ກູບາ

      2/21/2025 9:25:43 AM

      ຂປລ. ໃນວັນທີ 20 ກຸມພາ 2025 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ບຣູໂນ ໂຣດຣີເກັສ ປາຣີຢາ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ກູບາ ໃນໂອກາດເດີນ​ທາງມາ​​ຢ້ຽມ​ຢາມ ສປປ ລາວ ​ຢ່າ​ງ​ເປັນ​ທາງ​ການ​ ໃນລະຫວ່າງວັນທີ 20-21 ກຸມພາ 2025.

    • ລາວໂທລະຄົມ ສະຫລຸບການເຄື່ອນໄຫວວຽກງານ ປີ 2024ການເມືອງ

      ລາວໂທລະຄົມ ສະຫລຸບການເຄື່ອນໄຫວວຽກງານ ປີ 2024

      2/20/2025 8:30:25 PM

      ຂປລ. ບໍລິສັດລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຈັດກອງປະຊຸມສະຫລຸບ ຜົນງານການ ເຄື່ອນໄຫວວຽກງານ ປະຈຳປີ 2024 ແລະ ວາງທິດທາງແຜນການ ປີ 2025 ໃນວັນທີ 20 ກຸມພາ 2025 ໂດຍການເປັນປະທານຂອງ ທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ໂດຍມີ ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ​ ກະຊວງ​ເຕັກໂນໂລຊີ ​ແລະ ການ​ສື່ສານ, ມີຜູ້ຕາງໜ້າຈາກ ລາວໂທລະຄົມ ຈາກສູນກາງ, ສາຂາແຂວງທົ່ວປະເທດ, ຜູ້ຕາງໜ້າຈາກ ບໍລິສັດ ລາວ ໂມບາຍມັນນີ ຈຳກັດ ແລະ ບໍລິສັດ T-Plus ເຂົ້າຮ່ວມ.

    • ສສຊ ແລະ ສສ ນວ ພົບປະຜູ້ມີສິດເລືອກຕັ້ງ ຢູ່ເມືອງປາກງື່ມການເມືອງ

      ສສຊ ແລະ ສສ ນວ ພົບປະຜູ້ມີສິດເລືອກຕັ້ງ ຢູ່ເມືອງປາກງື່ມ

      2/20/2025 8:25:21 PM

      ຂປລ. ສະມາຊິກ ສະພາແຫ່ງຊາດ (ສສຊ) ຊຸດທີ IX ປະຈຳເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ (ນວ) ແລະ ສະມາຊິກສະພາປະຊາຊົນ ນະຄອນຫລວງວຽງຈັນ (ສສນວ) ຊຸດທີ II ນຳ​ໂດຍ​ທ່ານ ນາງ ວາ​ລີ ເວດ​ສະ​ພົງ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດຊຸດ​ທີ IX ປະ​ຈຳ​ເຂດ​ເລືອກ​ຕັ້ງ​ທີ 1 ນວ, ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສຳເລັດກອງປະຊຸມ ສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ

    • ແລກປ່ຽນບົດຮຽນກ່ຽວກັບການດໍາເນີນຄະດີອາຍາການເມືອງ

      ແລກປ່ຽນບົດຮຽນກ່ຽວກັບການດໍາເນີນຄະດີອາຍາ

      2/20/2025 8:21:33 PM

      ຂປລ. ກອງປະຊຸມແລກປ່ຽນບົດຮຽນ ກ່ຽວກັບການດໍາເນີນຄະດີອາຍາ ລະຫວ່າງ ອົງການໄອຍະການປະຊາຊົນສຸດສູງ (ອອປສ) ແລະ ໂຄງການສົ່ງເສີມການພັດທະນາ ແລະ ສ້າງຄວາມເຂັ້ມແຂງລັດ ທີ່ປົກຄອງດ້ວຍກົດໝາຍ ໃນຂົງເຂດຍຸຕິທຳ ຈັດຂຶ້ນໃນວັນທີ 20 ກຸມພາ 2025

ads
ads

Top