ຂປລ
ຂປລ. ລັດຖະບານ ແລະ ສະພາແຫ່ງຊາດ ຈັດສໍາມະນາວິທະຍາສາດ ການຄົ້ນຄ້ວານະໂຍບາຍ ສົ່ງເສີມພັດທະນາ ແລະ ການລົງທຶນ ໃນນິຄົມອຸດສາຫະກຳ ໃນວັນທີ 18 ກຸມພາ 2025 ໂດຍການເປັນປະທານຮ່ວມຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ທ່ານ ສົມມາດ ພົນເສນາ ຮອງປະທານ ສະພາແຫ່ງຊາດ, ມີທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາ ຫະກຳ ແລະ ການຄ້າ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ຂປລ. ລັດຖະບານ ແລະ ສະພາແຫ່ງຊາດ ຈັດສໍາມະນາວິທະຍາສາດ ການຄົ້ນຄ້ວານະໂຍບາຍ ສົ່ງເສີມພັດທະນາ ແລະ ການລົງທຶນ ໃນນິຄົມອຸດສາຫະກຳ ໃນວັນທີ 18 ກຸມພາ 2025 ໂດຍການເປັນປະທານຮ່ວມຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ທ່ານ ສົມມາດ ພົນເສນາ ຮອງປະທານ ສະພາແຫ່ງຊາດ, ມີທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາ ຫະກຳ ແລະ ການຄ້າ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ສົມມາດ ພົນເສນາ ໄດ້ໃຫ້ຮູ້ວ່າ: ການສຳມະນາວິທະຍາສາດຄັ້ງນີ້, ມີຄວາມໝາຍຄວາມສຳຄັນ ເພາະເປັນກອງປະຊຸມຄົ້ນຄວ້າ, ປຶກສາຫາລືນະໂຍບາຍ ແລະ ນິຕິກຳທີ່ສຳຄັນ ແນໃສ່ແກ້ໄຂບັນຫາ ຄວາມຫຍຸ້ງຍາກທາງດ້ານເສດຖະກິດ ການເງິນ ທັງໃນສະເພາະໜ້າ, ໄລຍະກາງ ແລະ ຍາວນານ ຂອງປະເທດ ເຊິ່ງສະພາຮັບຮູ້ ແລະ ຊົມເຊີຍ ຕໍ່ຄວາມພະຍາຍາມຂອງລັດຖະບານ ໃນການຄົ້ນຄວ້ານະ ໂຍບາຍ, ນິຕິກຳ ແລະ ມາດຕະການ ເພື່ອປັບປຸງ ແລະ ສ້າງການຫັນປ່ຽນໃນໂຄງປະກອບເສດຖະກິດແຫ່ງຊາດ, ພະຍາຍາມຫລຸດຜ່ອນການເອື່ອຍອີງໃສ່ການສ້າງລາຍຮັບ ຈາກການຂາຍຊັບພະຍາກອນທຳ ມະຊາດ ໄປສູ່ການຍູ້ແຮງການສ້າງ ແລະ ພັດທະນາອຸດສາຫະກໍາ ເຊິ່ງເປັນພື້ນຖານໃຫ້ແກ່ ການສ້າງຄວາມເຂັ້ມແຂງ ໃຫ້ແກ່ເສດຖະກິດ ຂອງປະເທດໃນໄລຍະຍາວ. ໃນນີ້, ການສ້າງດຳລັດວ່າດ້ວຍ ນິຄົມອຸດສາຫະກໍາ ກໍເປັນໜຶ່ງໃນຄວາມພະຍາຍາມທີ່ສຳຄັນຂອງລັດຖະບານ.
ຢ່າງໃດກໍຕາມ, ດໍາລັດວ່າດ້ວຍນິຄົມອຸດສາຫະກໍາ ຍັງຖືເປັນນິຕິກໍາໃໝ່, ອັນສຳຄັນແມ່ນຮ່າງດຳລັດສະບັບດັ່ງກ່າວ ສະເໜີນະໂຍບາຍສົ່ງເສີມທີ່ສູງກວ່າກົດໝາຍໄດ້ກຳນົດ ເຊິ່ງບັນຫາດັ່ງກ່າວນີ້ ຈຳ ເປັນຕ້ອງໄດ້ຄົ້ນຄວ້າຢ່າງເລິກເຊິ່ງ. ພາຍຫລັງລັດຖະບານ ໄດ້ນຳສະເໜີຮ່າງດຳລັດ ວ່າດ້ວຍນິຄົມອຸດສາຫະກໍາ ຕໍ່ສະພາໃນ ເດືອນພະຈິກ 2024 ຜ່ານມາ, ຄະນະປະຈໍາສະພາແຫ່ງຊາດ ໄດ້ຈັດກອງປະຊຸມຄົ້ນ ຄວ້າປຶກສາຫາລື ແລະ ສະເໜີໃຫ້ລັດຖະບານ ນໍາໄປປັບປຸງ ແລະ ຈັດປະຊຸມສຳມະນາ ເພື່ອຄົ້ນຄວ້າໃຫ້ເລີກເຊິ່ງຕື່ມອີກ ກ່ອນນຳສະເໜີຄືນໃຫ້ຄະນະປະຈຳສະພາພິຈາລະນາ.

ໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ ກໍໄດ້ມີຄໍາເຫັນວ່າ: ການຫັນເປັນອຸດສາຫະກໍາ ແລະ ທັນສະໄໝ ແມ່ນແນວທາງນະໂຍບາຍພື້ນຖານ ຂອງການພັດທະນາເສດຖະກິດ ຂອງປະເທດເຮົາ, ພັກໄດ້ສະເໜີນະໂຍບາຍດັ່ງກ່າວ ນັບເເຕ່ກອງປະຊຸມໃຫຍ່ ຄັ້ງທີ III ຂອງພັກ ໃນປີ 1982. ນັບແຕ່ນັ້ນມາ, ໃນມະຕິກອງປະຊຸມ ໃຫຍ່ທຸກສະໄໝພັກ ກໍໄດ້ເຫັນຄວາມສໍາຄັນຂອງບັນຫາດັ່ງກ່າວ, ດຳລັດວ່າດ້ວຍນິຄົມອຸດສາຫະກຳ ທີ່ນຳມາສະເໜີໃນກອງປະຊຸມສຳມະນາຄັ້ງນີ້, ແມ່ນມີຄວາມພະຍາຍາມ ແລະ ຖືເປັນມາດຕະການ ທີ່ລັດຖະບານເລັ່ງຄົ້ນຄວ້າ ເພື່ອແກ້ໄຂບັນຫາເສດຖະກິດ-ການເງິນ ທີ່ປະ ເທດເຮົາກຳລັງຜະເຊີນຢູ່. ສະນັ້ນ, ຕ້ອງເບິ່ງບັນຫາຢ່າງເລິກເຊິງຕົວຈິງ, ບໍ່ຄຳພີຕາຍຕົວ, ກ້າທີ່ຈະຄົ້ນ ຄວ້າ ແລະ ສະເໜີແນວຄິດໃໝ່-ທິດທາງໃໝ່, ນິຕິກຳໃໝ່ ແລະ ມາດຕະການໃໝ່ ເພື່ອແກ້ໄຂບັນຫາ, ຮ່າງດຳລັດວ່າດ້ວຍນິຄົມອຸດສາຫະກຳ ສະບັບນີ້, ເປັນການຜັນຂະຫຍາຍມາດຕາ 64 ຂອງກົດໝາຍວ່າດ້ວຍການສົ່ງເສີມ ການລົງທຶນຕ່າງປະເທດ ທີ່ສະພາແຫ່ງຊາດໄດ້ຮັບຮອງໃນທ້າຍປີ 2024, ແຕ່ກໍມີບາງນະໂຍບາຍ ທີ່ໄດ້ສະເໜີສູງກວ່າບາງກົດໝາຍທີ່ກ່ຽວຂ້ອງໄດ້ກຳນົດ.

ຂໍ້ມູນ-ພາບ: ກະຊວງ ອຄ
KPL