ລາວ-ໄທ ຮ່ວມສະຫລອງ 75 ປີ ແຫ່ງ ການສ້າງຕັ້ງສາຍພົວພັນທາງການທູດ

19/02/2025 21:21
Email Print 307
ຂປລ ຂປລ. ສປປ ລາວ ແລະ ຣາຊະອານາຈັກໄທ ຮ່ວມຈັດກິດຈະກຳ ຄາຣາວານວິທະຍາສາດ ມິດຕະພາບ ໃນວັນທີ 17 ກຸມພາ 2025 ຜ່ານມາ ຢູ່ໂຮງຮຽນ ມສ ວຽງຈັນ ນະຄອນຫລວງວຽງຈັນ ເພື່ອສະເຫລີມສະຫລອງ ຄົບຮອບ 75 ປີ ຂອງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ 2 ປະເທດ ລາວ-ໄທ ໂດຍມີຮອງເອກ ອັກຄະຣາຊະທູດໄທ ປະຈໍາ ລາວ, ມີຜູ້ອໍານວຍການອົງການພິພິທະພັນວິທະຍາສາດແຫ່ງຊາດ, ຮອງຫົວໜ້າກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍ ທີມງານຄາຣາວານວິທະຍາສາດ ຈາກປະເທດໄທ ເຂົ້າຮ່ວມ.




ຂປລ. ສປປ ລາວ ແລະ ຣາຊະອານາຈັກໄທ ຮ່ວມຈັດກິດຈະກຳ ຄາຣາວານວິທະຍາສາດ ມິດຕະພາບ ໃນວັນທີ 17 ກຸມພາ 2025 ຜ່ານມາ
 ຢູ່ໂຮງຮຽນ ມສ ວຽງຈັນ ນະຄອນຫລວງວຽງຈັນ ເພື່ອສະເຫລີມສະຫລອງ ຄົບຮອບ 75 ປີ ຂອງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ 2 ປະເທດ ລາວ-ໄທ ໂດຍມີຮອງເອກ ອັກຄະຣາຊະທູດໄທ ປະຈໍາ ລາວ, ມີຜູ້ອໍານວຍການອົງການພິພິທະພັນວິທະຍາສາດແຫ່ງຊາດ, ຮອງຫົວໜ້າກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍ ທີມງານຄາຣາວານວິທະຍາສາດ ຈາກປະເທດໄທ ເຂົ້າຮ່ວມ.




ໂອກາດດັ່ງກ່າວ
, ທ່ານ ທອງພັນ ອຸໄລທອນ ຜູ້ອໍານວຍການໂຮງຮຽນ ມສ ວຽງຈັນ ໄດ້ຕີລາຄາສູງ ແລະ ສະແດງຄວາມດີໃຈ ທີ່ໂຮງຮຽນ ມສ ວຽງຈັນ ໄດ້ຖືກເລືອກເປັນສະຖານທີ່ ຈັດງານເປັນຄັ້ງທີ 2 (ຄັ້ງທໍາອິດປີ 2023) ເພື່ອສົ່ງເສີມຄວາມຮູ້ ທາງດ້ານວິທະຍາສາດ ໃຫ້ມີຄວາມເຂັ້ມແຂງ ແລະ ເປີດກວ້າງໃຫ້ທຸກພາກສ່ວນ ໄດ້ເຫັນປະຈັກຕາ ແລະ ຫວັງວ່າການຈັດງານໃນຄັ້ງນີ້, ຈະສ້າງນັກຮຽນໃນໂຮງຮຽນ 26 ແຫ່ງ ທີ່ຖືກເຊີນ ທັງພາກລັດ ແລະ ພາກເອກະຊົນ ໃຫ້ມີຄວາມມັກໃນວິທະຍາສາດ, ຢາກເປັນນັກວິທະຍາສາດໃຫ້ຫລາຍຂຶ້ນ ແລະ ພັດທະນາວິທະຍາສາດໃຫ້ກວ້າງຂວາງຂຶ້ນໃນອະນາຄົດ.




ກິດຈະກໍາຄາຣາວານວິທະຍາສາດ ໃນຄັ້ງນີ້
, ເປັນການສ້າງໃຫ້ນັກຮຽນອາສາ ຈໍານວນ 84 ນ້ອງ ມີຄວາມຫ້າວຫັນ ແລະ ກ້າສະແດງອອກ, ທັງເປັນການເປີດກວ້າງ ໃນການຝຶກອົບຮົມ ໃຫ້ຄູທາງດ້ານດາລາສາດ ຕື່ມອີກ.

ຂໍ້ມູນ-ພາບ: ບົວລະພາ

KPL

ຂ່າວອື່ນໆ

    • ລາວ-ໄທ ເພີ່ມທະວີຮັດແໜ້ນສາຍ ພົວພັນ ແລະ ການຮ່ວມມືສອງຝ່າຍການເມືອງ

      ລາວ-ໄທ ເພີ່ມທະວີຮັດແໜ້ນສາຍ ພົວພັນ ແລະ ການຮ່ວມມືສອງຝ່າຍ

      2/21/2025 9:32:57 AM

      ຂປລ. ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງໄປຢ້ຽມຢາມ ຣາຊະອານາຈັກໄທ ຢ່າງເປັນທາງການ ໃນວັນທີ 20 ກຸມພາ 2025 ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີ ທີ່ມີມາແຕ່ດົນນານ ກໍຄື ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລະຫວ່າງ ສອງປະເທດ ລາວ ແລະ ໄທ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ.

    • ເລຂາທິການໃຫຍ່ ຕ້ອນຮັບລັດຖະມົນຕີ ກະຊວງການຕ່າງປະເທດ ກູບາການເມືອງ

      ເລຂາທິການໃຫຍ່ ຕ້ອນຮັບລັດຖະມົນຕີ ກະຊວງການຕ່າງປະເທດ ກູບາ

      2/21/2025 9:25:43 AM

      ຂປລ. ໃນວັນທີ 20 ກຸມພາ 2025 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ບຣູໂນ ໂຣດຣີເກັສ ປາຣີຢາ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ກູບາ ໃນໂອກາດເດີນ​ທາງມາ​​ຢ້ຽມ​ຢາມ ສປປ ລາວ ​ຢ່າ​ງ​ເປັນ​ທາງ​ການ​ ໃນລະຫວ່າງວັນທີ 20-21 ກຸມພາ 2025.

    • ລາວໂທລະຄົມ ສະຫລຸບການເຄື່ອນໄຫວວຽກງານ ປີ 2024ການເມືອງ

      ລາວໂທລະຄົມ ສະຫລຸບການເຄື່ອນໄຫວວຽກງານ ປີ 2024

      2/20/2025 8:30:25 PM

      ຂປລ. ບໍລິສັດລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຈັດກອງປະຊຸມສະຫລຸບ ຜົນງານການ ເຄື່ອນໄຫວວຽກງານ ປະຈຳປີ 2024 ແລະ ວາງທິດທາງແຜນການ ປີ 2025 ໃນວັນທີ 20 ກຸມພາ 2025 ໂດຍການເປັນປະທານຂອງ ທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ໂດຍມີ ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ​ ກະຊວງ​ເຕັກໂນໂລຊີ ​ແລະ ການ​ສື່ສານ, ມີຜູ້ຕາງໜ້າຈາກ ລາວໂທລະຄົມ ຈາກສູນກາງ, ສາຂາແຂວງທົ່ວປະເທດ, ຜູ້ຕາງໜ້າຈາກ ບໍລິສັດ ລາວ ໂມບາຍມັນນີ ຈຳກັດ ແລະ ບໍລິສັດ T-Plus ເຂົ້າຮ່ວມ.

    • ສສຊ ແລະ ສສ ນວ ພົບປະຜູ້ມີສິດເລືອກຕັ້ງ ຢູ່ເມືອງປາກງື່ມການເມືອງ

      ສສຊ ແລະ ສສ ນວ ພົບປະຜູ້ມີສິດເລືອກຕັ້ງ ຢູ່ເມືອງປາກງື່ມ

      2/20/2025 8:25:21 PM

      ຂປລ. ສະມາຊິກ ສະພາແຫ່ງຊາດ (ສສຊ) ຊຸດທີ IX ປະຈຳເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ (ນວ) ແລະ ສະມາຊິກສະພາປະຊາຊົນ ນະຄອນຫລວງວຽງຈັນ (ສສນວ) ຊຸດທີ II ນຳ​ໂດຍ​ທ່ານ ນາງ ວາ​ລີ ເວດ​ສະ​ພົງ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດຊຸດ​ທີ IX ປະ​ຈຳ​ເຂດ​ເລືອກ​ຕັ້ງ​ທີ 1 ນວ, ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສຳເລັດກອງປະຊຸມ ສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ

    • ແລກປ່ຽນບົດຮຽນກ່ຽວກັບການດໍາເນີນຄະດີອາຍາການເມືອງ

      ແລກປ່ຽນບົດຮຽນກ່ຽວກັບການດໍາເນີນຄະດີອາຍາ

      2/20/2025 8:21:33 PM

      ຂປລ. ກອງປະຊຸມແລກປ່ຽນບົດຮຽນ ກ່ຽວກັບການດໍາເນີນຄະດີອາຍາ ລະຫວ່າງ ອົງການໄອຍະການປະຊາຊົນສຸດສູງ (ອອປສ) ແລະ ໂຄງການສົ່ງເສີມການພັດທະນາ ແລະ ສ້າງຄວາມເຂັ້ມແຂງລັດ ທີ່ປົກຄອງດ້ວຍກົດໝາຍ ໃນຂົງເຂດຍຸຕິທຳ ຈັດຂຶ້ນໃນວັນທີ 20 ກຸມພາ 2025

ads
ads

Top