ຂປລ
ຂປລ. ຕະຫລອດໄລຍະ 70 ປີແຫ່ງການກໍາເນີດຂຶ້ນຂອງພັກ ປປ ລາວ, ພັກໄດ້ນຳພາທຸກໄຊ ຊະນະຂອງການປະຕິວັດລາວ, ນຳພາ ແລະ ຍາດເອົາຜົນສຳເລັດອັນໃຫຍ່ຫລວງ ຮອບດ້ານ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ຂປລ. ຕະຫລອດໄລຍະ 70 ປີແຫ່ງການກໍາເນີດຂຶ້ນຂອງພັກ ປປ ລາວ, ພັກໄດ້ນຳພາທຸກໄຊ ຊະນະຂອງການປະຕິວັດລາວ, ນຳພາ ແລະ ຍາດເອົາຜົນສຳເລັດອັນໃຫຍ່ຫລວງ ຮອບດ້ານ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ຄຽງຄູ່ກັບຜົນສຳເລັດທີ່ຍາດມາໄດ້ນັ້ນ, ແມ່ນປາ ສະຈາກບໍ່ໄດ້ ການນຳພາເປີດກວ້າງການພົວພັນຮ່ວມມື ກັບຕ່າງປະເທດຂອງພັກ ທີ່ໄດ້ກຳນົດນະໂຍບາຍການຕ່າງປະເທດ ຢ່າງສອດຄ່ອງກັບສະພາບ ການຕົວຈິງຂອງ ສປປ ລາວ, ສະພາບການພາກພື້ນ ແລະ ສາກົນ ໃນແຕ່ລະໄລຍະ.
ທ່ານ ສະເຫລີມໄຊ ທະນົງສັກ ຫົວໜ້າກົມອາຊີ-ປາຊີຟິກ ແລະ ອາຟຣິກາ, ຄະນະພົວພັນຕ່າງ ປະເທດສູນກາງພັກ ໄດ້ໃຫ້ຮູ້ວ່າ: ວຽກງານພົວພັນຮ່ວມມືຕ່າງປະເທດ ແມ່ນວຽກງານໜຶ່ງທີ່ມີຄວາມຈຳເປັນ ເພື່ອສ້າງສະພາບແວດລ້ອມ ທີ່ເອື້ອອຳນວຍຄວາມສະດວກ ໃຫ້ແກ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນແຕ່ລະໄລຍະ ໂດຍສະເພາະ ໄລຍະແຫ່ງການເຊື່ອມໂຍງສາກົນ ແລະ ພາກພື້ນ ຍິ່ງມີຄວາມຈຳເປັນ ແລະ ຕ້ອງການສູງ ເພື່ອສ້າງລະບອບປະຊາທິປະໄຕໃຫ້ໝັ້ນຄົງ, ກໍ່ ສ້າງລະບອບປະຊາທິປະໄຕປະຊາຊົນ ໃຫ້ບັນລຸຕາມຈຸດໝາຍສັງຄົມນິຍົມ, ສ້າງປະເທດລາວ ໃຫ້ເປັນປະເທດ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ, ວັດທະນາຖາວອນ. ປະທານ ໄກສອນ ພົມວິຫານ ໄດ້ໃຫ້ທິດຊີ້ນໍາວ່າ: “ໃນທຸກມື້ນີ້ ການພົວພັນຮ່ວມມືກັນ ລະຫວ່າງ ບັນດາປະເທດໃນແຕ່ລະພາກພື້ນ ໄດ້ກາຍເປັນ ທ່າອ່ຽງທົ່ວໄປຂອງຍຸກສະໄໝ. ພ້ອມນັ້ນ, ພວກເຮົາກໍ່ຕ້ອງຮູ້ເປີດກວ້າງ ການພົວພັນຮ່ວມມືກັບບັນດາປະເທດພວມພັດທະນາ, ກັບບັນດາອົງການຈັດຕັ້ງສາກົນ ແລະ ນັບທັງບັນດາປະເທດ ທຶນນິຍົມ ບົນພື້ນຖານ ຮັບປະກັນເອກະລາດ, ອະທິປະໄຕຂອງກັນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ. ຖ້າເຮັດໄດ້ຄືແນວນັ້ນ, ແມ່ນພວກເຮົາ ຮູ້ສົມທົບທ່າແຮງຂອງປະເທດເຮົາ ກັບກຳລັງແຮງຂອງຍຸກສະໄໝ ເພື່ອນຳໃຊ້ບັນດາ ຜົນສຳເລັດທາງດ້ານເສດຖະກິດ, ວິທະຍາສາດ-ເຕັກນິກ, ນຳໃຊ້ບັນ ດາຂໍ້ສະດວກ ແນໃສ່ຂຸດຄົ້ນ ແລະ ຂະຫຍາຍທ່າແຮງທີ່ດີຂອງປະເທດເຮົາ".
ເນື້ອໃນຈິດໃຈຊີ້ນຳດັ່ງກ່າວ, ໄດ້ເປັນພື້ນຖານອັນໜັກແໜ້ນຮັບປະກັນ ໃຫ້ແກ່ການພົວພັນຮ່ວມມືກັບຕ່າງປະເທດ ແລະ ເປັນປັດໄຈສຳຄັນ ແຫ່ງການສືບຕໍ່ເສີມຂະຫຍາຍ ການເປີດກວ້າງການພົວ ພັນຮ່ວມມື ຕ່າງປະເທດ ໃນປັດຈຸບັນ. ການເປີດກວ້າງການພົວພັນ ຮ່ວມມືກັບຕ່າງປະເທດ ເປັນປັດໄຈໜຶ່ງທີ່ມີບົດບາດສໍາຄັນ ຕໍ່ພາຍໃນພວກເຮົາ ໃນການເຊີດຊູ ກໍາລັງແຮງສັງຮວມຂອງຊາດ ສົມທົບກັບກຳ ລັງແຮງຂອງ ຍຸກສະໄໝ ໃນແຕ່ລະໄລຍະ ເພື່ອຮັກສາໄດ້ໝາກຜົນ ຂອງການປະຕິວັດຢ່າງໝັ້ນຄົງ, ນຳເອົາຜົນປະໂຫຍດສູງສຸດ ໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນໄລຍະໃໝ່, ເຮັດໃຫ້ບົດບາດ ອິດທິພົນຂອງພັກ, ລັດຖະບານລາວ ໄດ້ຮັບການເຊີດຊູນັບມື້ນັບສູງຂຶ້ນ ໃນເວທີພາກພື້ນ ແລະ ສາກົນ, ເພີ່ມທະວີບົດບາດຕໍ່ການເຈລະຈາຕໍ່ລອງ, ການຍາດແຍ່ງເອົາການ ຊ່ວຍເຫລືອ ສະໜັບສະໜູນ ຈາກຕ່າງປະເທດ, ການຕອບໂຕ້ຕີຖອຍ ການໃສ່ຮ້າຍປ້າຍສີ ທີ່ບິດເບືອນຄວາມເປັນຈິງ ຂອງອິດທິກຳລັງປໍລະປັກ ທີ່ຫວັງມ້າງເພ ທຳລາຍລະບອບການເມືອງຂອງພວກເຮົາ, ພ້ອມທັງເປັນໂອກາດອັນດີ ໃນການເຜີຍແຜ່ໂຄສະນາແນວທາງ ການຕ່າງປະເທດຂອງພັກເຮົາຕາມທິດ “ເພີ່ມມິດ-ຫລຸດຜ່ອນສັດ ຕູ”, ສ້າງສະພາບແວດລ້ອມ ໄມຕີຈິດມິດຕະພາບ ທີ່ເອື້ອອຳນວຍໃຫ້ແກ່ ການພົວພັນຮ່ວມມື, ດຶງດູດການຊ່ວຍເຫລືອ ສະໜັບສະໜູນ ແລະ ການລົງທຶນຈາກຕ່າງປະເທດ ບົນຈິດໃຈເອກະລາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ປຸກລະດົມຂົນຂວາຍຄົນເຊື້ອຊາດລາວ ທີ່ຢູ່ຕ່າງປະເທດ ໃຫ້ການສະໜັບສະໜູນ ແລະ ອວ່າຍໜ້າມາຫາປະເທດຊາດ ເພື່ອຮ່ວມກັນພັດທະນາ ແລະ ປະກອບ ສ່ວນເຂົ້າໃນການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະ ໃຫ້ບັນລຸຜົນຕາມລະດັບຄາດ ໝາຍທີ່ກຳນົດໄວ້.
ຂ່າວ: ກິດຕາ
ພາບ: ອ່າຍຄຳ
KPL