ການໝັ້ນ ແລະ ການສູ່ຂໍ

17/02/2025 10:34
Email Print 372
ຂປລ ອີງຕາມກົດໝາຍວ່າດ້ວຍກົດໝາຍຄອບຄົວ (ສະບັບປັບປຸງ ເລກທີ 05/ສພຊ ນະຄອນຫລວງ ວຽງຈັນ, ວັນທີ 26 ກໍລະກົດ 2008).

     *ອີງຕາມກົດໝາຍວ່າດ້ວຍກົດໝາຍຄອບຄົວ (ສະບັບປັບປຸງ ເລກທີ 05/ສພຊ ນະຄອນຫລວງ ວຽງຈັນ, ວັນທີ 26 ກໍລະກົດ 2008). ໃນມາດຕາ 6 ລະບຸວ່າການໝັ້ນໝາຍ ເມື່ອຄູ່ບ່າວສາວ ຫາກມັກຮັກກັນແຕ່ຍັງບໍ່ທັນມີເງື່ືອນໄຂແຕ່ງດອງກັນ ເວລານັ້ນ ທັງສອງຝ່າຍ ກໍຈະເຮັດບົດບັນທຶກຕົກລົງ ກ່ຽວກັບການໝັ້ນໝາຍຕາມຮີດຄອງປະເພນີ ໂດຍຝ່າຍຊາຍຈະນຳເອົາຊັບສິນ, ວັດຖຸມີຄ່າໄປໄວ້ນຳ ຫລື ບໍ່ໄວ້ນຳຝ່າຍຍິງກໍໄດ້. ມາດຕາ 6 ລະບຸໄວ້ວ່າການສູ່ຂໍເມື່ອຄູ່ບ່າວສາວຫາກມັກຮັກ ແລະ ຕົກລົງຈະເອົາກັນເປັນຜົວ ເມແລ້ວ ຝ່າຍຊາຍກໍເອົາພໍ່ແມ່, ເຖ້ົາແກ່ ຫລື ການຈັດຕັ້ງຂອງຕົນໄປສູ່ຂໍນຳພໍ່ແມ່, ເຖົ້າແກ່ຂອງຝ່າຍຍິງຕາມຮີດຄອງປະເພນີ ເພື່ອຕົກລົງກ່ຽວກັບຄ່າດອງ ແລະ ພິທີແຕ່ງຕາມຄວາມສາມາດ ຕາມເງື່ອນໄຂຕົວຈິງຂອງຝ່າຍຍິງ- ຊາຍ ໂດຍໃຫ້ເຮັດບົດບັນທຶກໄວ້ ຢ່າງຖືກຕ້ອງ. 

     ມາດຕາ 7 (ປັບປຸງ) ການທົດແທນຄວາມເສຍຫາຍ ເນື່ອງມາ ຈາກການບໍ່ປະຕິບັດຕາມການໝັ້ນໝາຍ ແລະ ການສູ່ຂໍໃນກໍລະນີທີ່ມີການໝັ້ນໝາຍຕາມທີ່ໄດ້ກຳນົດໄວ້ໃນມາດຕາ 6 ຂອງກົດໝາຍສະບັບນີ້ ຖ້າຫາກຝ່າຍຊາຍລະເມີດການໝັ້ນໝາຍ ໂດຍບໍ່ມີເຫດຜົນພຽງພໍແລ້ວຊັບສິນ, ວັດຖຸມີຄ່າທ່ີບໍ່ທັນໄດ້ມອບຕາມບົດບັນທຶກນັ້ນ ຕ້ອງນຳມາມອບໃຫ້ຝ່າຍຍິງ ຫລື ຊັບສິນ, ວັດຖຸມີຄ່າທີ່ໄດ້ມອບໃຫ້ແລ້ວນັ້ນ ກໍໃຫ້ຕົກເປັນຂອງຝ່າຍຍິງ. ໃນກໍລະນີຝ່າຍຍິງຫາກເປັນຜູ້ລະເມີດການໝັ້ນໝາຍໂດຍບໍ່ມີເຫດຜົນພຽງພໍແລ້ວຊັບສິນ ຫລື ວັດຖຸມີຄ່າທີ່ບໍ່ທັນໄດ້ມອບຕາມບົດບັນທຶກນັ້ນກໍຈະຕົກໄປ; ສຳລັບຊັບສິນ, ວັດຖຸມີຄ່າທີ່ໄດ້ຮັບຈາກຝ່າຍຊາຍແລ້ວນັ້ນຝ່າຍຍິງກໍຕ້ອງສົ່ງຄືນໃຫ້ແກ່ຝ່າຍຊາຍ.

    ໃນການກໍລະນີທີ່ມີຄວາມເສຍຫາຍ ຕໍ່ກຽດສັກສີຂອງຝ່າຍຍິງ ຫລື ຝ່າຍຊາຍ ຫລື ມີການໃຊ້ຈ່າຍເຂົ້າໃນການກະກຽມແຕ່ງດອງແລ້ວ ຝ່າຍທີ່ບໍ່ປະຕິບັດຕາມການສູ່ຂໍ ໂດຍບໍ່ມີເຫດຜົນພຽງພໍນັ້ນ ກໍຈະໄດ້ຮັບຜິດຊອບໃຊ້ແທນຄ່າເສຍຫາຍນັ້ນ. ມາດຕາ7/1(ໃໝ່) ຄ່າດອງຄ້າງ ໃນກົດໝາຍໄດ້ລະບຸໄວ້ວ່າ: ໃນກໍລະນີທີ່ມີການຢ່າຮ້າງກັນ ຄ່າດອງທີ່ຝ່າຍຊາຍຍັງບໍ່ທັນມອບໃຫ້ຝ່າຍຍິງຄົບຖ້ວນໃນເວລາແຕ່ງດອງເອົາກັນເປັນຜົວເມຍນັ້ນ ຕ້ອງນຳມາປະຕິບັດຖ້າຫາກຝ່າຍຊາຍເປັນຜູ້ມີຄວາມຜິດ. ໃນກໍລະນີທີ່ຝ່າຍຍິງຫາກເປັນຜູ້ມີຄວາມຜິດ ຄ່າດອງຄ້າງນັ້ນກໍຈະຕົກໄປ.

   ມາດຕາ 8 (ປັບປຸງ) ການຮ່ວມປະເວນີກັນກ່ອນການເປັນຜົວເມຍ ໃນກົດໝາຍໄດ້ລະບຸໄວ້ວ່າ ເມື່ອຊູ້ສາວໄດ້ຮ່ວມປະເວນີກັນກ່ອນການເປັນຜົວເມຍ, ຖ້າຫາກຊາຍຊູ້ບໍ່ເອົາຍິງຊູ້ເປັນເມຍແລ້ວ ຊາຍຊູ້ນັ້ນກໍຈະໄດ້ເສຍຄ່າປົວແປງຈິດໃຈ, ຄ່າທຳຂວັນຍິງຊູ້ ຫລື ຄອບຄົວ ຂອງຍິງຊູ້ຕາມຮີດຄອງປະເພນີ. ໃນກໍລະນີທີ່ຍິງຊູ້ຫາກບໍ່ເອົາຊາຍຊູ້ເປັນຜົວ ກໍຈະບໍ່ມີການເສຍຄ່າປົວແປງຈິດໃຈ, ຄ່າທຳຂວັນນັ້ນແຕ່ຢ່າງໃດ.ໃນກໍລະນີທີ່ມີການຖືພາ ນອກຈາກຈະໄດ້ເສຍຄ່າທຳຂວັນແລ້ວຊາຍຊູ້ຍັງຈະຕ້ອງເສຍຄ່າອອກລູກ, ຄ່າຢູ່ກຳ ແລະ ຄ່າໃຊ້ຈ່າຍອື່ນໆຕື່ມອີກ. ບໍ່ວ່າໃນກໍລະນີໃດກໍຕາມ ຊາຍຊູ້ມີພັນທະລ້ຽງດູລູກທີ່ເກີດມານັ້ນ ຈົນກວ່າເດັກຈະຮອດກະສຽນອາຍຸສິບແປດປີ.

KPL

ຂ່າວອື່ນໆ

ads
ads

Top