ຂປລ
ມັນດ້າງ ແມ່ນມັນທີ່ສາມາດນໍາມາປຸງແຕ່ງອາຫານໄດ້ຫລາຍເຍື່ອງ ໂດຍສະເພາະນໍາມາເຮັດເປັນອາຫານຫວານ.
*ມັນດ້າງ ແມ່ນມັນທີ່ສາມາດນໍາມາປຸງແຕ່ງອາຫານໄດ້ຫລາຍເຍື່ອງ ໂດຍສະເພາະນໍາມາເຮັດເປັນອາຫານຫວານ. ສະນັ້ນ, ຈຶ່ງເຮັດໃຫ້ຊາວກະສິກອນຫັນມາປູກມັນດ້າງຂາຍເປັນສິນຄ້າສາມາດສ້າງລາຍຮັບໄດ້ຫລາຍລ້ານກີບຕ່ໍເດືອນ. ເໝືອນດັ່ງ ທ່ານ ນາລອນ ໂພທິສານ ອາຍຸ 46 ປີ ຢູ່ບ້ານແກ້ງເກ່ຍ ເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ ເປັນຄອບຄົວຕົວແບບ ໃນການປູກມັນດ້າງເປັນສິນຄ້າ ໂດຍຄອບຄົວຜູ້ກ່ຽວໄດ້ປະກອບອາຊີບນີ້ມາເປັນເວລາ 10 ກວ່າປີ ສາມາດສ້າງລາຍຮັບໃຫ້ຄອບຄົວໄດ້ຫລາຍລ້ານກີບຕໍ່ເດືອນ.

ທ່ານ ນາລອນ ໂພທິສານ ເວົ້າສູ່ຟັງວ່າ: ແຕ່ກ່ອນມີອາຊີບຄ້າຂາຍ ແລະ ຮັບຈ້າງແກ່ກ້ວຍໄປສົ່ງ, ລາຍຈ່າຍໃນຊີວິດປະຈໍາວັນມີຫລາຍ ແຕ່ລາຍຮັບພັດມີໜ້ອຍຈຶ່ງເຮັດໃຫ້ຊີວິດການເປັນຢູ່ມີຄວາມຫຍຸ້ງຍາກຂາດເຂີນ, ບໍ່ມີເງິນສະສົມໄວ້. ຍ້ອນແນວນັ້ນ, ຂ້າພະເຈົ້າພ້ອມດ້ວຍຄອບຄົວຈຶ່ງຊອກຫາອາຊີບອື່ນທີ່ສາມາດເຮັດໄດ້, ຕໍ່ມາກໍໄດ້ຕັດສີນໃຈລອງປູກມັນດ້າງ ເພາະວ່າໃນຄອບຄົວມີເນື້ອທີ່ 20 ເຮັກຕາ, ທັງເປັນການປະຕິບັດຕາມແນວທາງນະໂຍບາຍຂອງພັກ-ລັດ ທີ່ປຸກລະດົມໃຫ້ປະຊາຊົນທໍາການຜະລິດ, ປູກຝັງ- ລ້ຽງສັດ ເປັນສິນຄ້າເພື່ອພັດທະນາ ຊີວິດການເປັນຢູ່ຂອງຄອບຄົວ ໂດຍເລີ່ມປູກມັນດ້າງໃນປີ 2010 ປູກປີທໍາອິດເຫັນວ່າມີຄວາມຫຍຸ້ງຍາກຫລາຍ ເພາະໄດ້ລົງທຶນຫລາຍໂດຍສະເພາະແມ່ນຈ້າງລົດມາໄຖດິນສວນ ເພື່ອປູກມັນດ້າງບວກກັບຄວາມຮູ້ເຕັກນິກການປູກກໍ່ບໍ່ມີເພາະບ່ໍໄດ້ສຶກສາຮ່ໍາຮຽນພຽງແຕ່ຮຽນຮູ້ຈາກຜູ້ທີ່ເຄີຍປູກມາກ່ອນ, ປູກໄປນໍາຖອດຖອນບົດຮຽນພ້ອມ.

ແຕ່ກໍໄດ້ບຸກບືນສູ້ຊົນປູກມັນດ້າງມາເລື້ອຍໆເພາະເຫັນວ່າ ມັນດ້າງເປັນລາຄາ, ມີຕະຫລາດຮອງຮັບທັງຕະຫລາດພາຍໃນ ແລະ ຕ່າງປະເທດ. ປີຕໍ່ມາລາຍຮັບກໍຄ່ອຍໆເພີ່ມຂຶ້ນ, ສາມາດຊື້ພາຫະນະ ແລະ ລົດ ໄຖໃຫຍ່ເພື່ອມາຮັບໃຊ້ແກ່ການຜະລິດ. ໄລຍະການປູກມັນຕົ້ນແຕ່ລະປີບໍ່ແນ່ນອນ ໂດຍອີງຕາມສະພາບຟ້າຝົນໃນແຕ່ລະປີ, ບາງປີຝົນຕົກໄວກໍປູກໄວ, ໄລຍະການປູກ 4 ເດືອນແມ່ນເກັບກູ້ເພາະຫົວມັນຈະໃຫຍ່, ຖ້າກາຍ 4 ເດືອນ ຫົວມັນຈະເປັນແມງ, ບໍ່ມີໃຜຊື້, ສ່ວນການປູກ ແລະ ເກັບກູ້ແມ່ນໄດ້ຈ້າງກໍາມະກອນ. ຮອດປີ 2022 ມີລາຍຮັບຈາກການຂາຍຜົນຜະລິດທັງໝົດ 1 ຕື້ກີບ ສະເລ່ຍ 200 ລ້ານກີບຕໍ່ປີ.

ທ່ານ ນາລອນ ກ່າວຕື່ມວ່າ: ປັດຈຸບັນນີ້ຄອບຄົວຂ້າພະເຈົ້ານັບມື້ດີຂຶ້ນເປັນກ້າວໆ, ມີເຮືອນຢູ່ແໜ້ນໜາຖາວອນ, ມີລົດໄຖຂະໜາດໃຫຍ່ 3 ຄັນ, ລົດອີຊູຊູ 1 ຄັນ, ລົດຮຸນໃດ 1 ຄັນ ແລະ ລົດ ຟໍຈຸນເນີ 1 ຄັນ. ສັງລວມແລ້ວຄວາມອຸດົມສົມບູນຂອງຄອບຄົວ ຂ້າພະເຈົ້າແມ່ນໄດ້ມາຈາກການປູກມັນດ້າງ ແລະ ຍ້ອນມີການນໍາພາ-ຊີ້ນໍາ ຂອງພັກ-ລັດເວົ້າລວມ, ເວົ້າສະເພາະແມ່ນຄະນະພັກ-ອົງການປົກຄອງເມືອງບາຈຽງຈະເລີນສຸກ ແລະ ພະນັກງານວິຊາການຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ທີ່ໄດ້ຊີ້ນໍາໃຫ້ເຫັນຊ່ອງທາງອຸດົມການທີ່ຖືກຕ້ອງ, ສາມາດເຮັດໃຫ້ຄອບຄົວຂ້າພະເຈົ້າຫລຸດພົ້ນອອກຈາກຄວາມທຸກຍາກໄດ້. ໃນຕໍ່ໜ້ານີ້ ຄອບຄົວຂອງຂ້າພະເຈົ້າຍັງຈະສືບຕໍ່ປູກມັນດ້າງ ເປັນສິນຄ້າເພື່ອສ້າງເສດຖະກິດຄອບຄົວໃຫ້ດຂຶ້ນເລື້້ອຍໆ. ສ່ວນວ່າຈະປູກຫລາຍ ຫລື ປູກໜ້ອຍ ແມ່ນອີງໃສ່ສະພາບຄວາມຕ້ອງການຂອງຕະຫລາດໃນແຕ່ລະໄລຍະ.
ໂດຍ: ທູນທອງ
KPL