ຂປລ
ໃນ5 ປີຜ່ານມາ, ເມືອງດາກຈຶງ ແຂວງເຊກອງ ສາມາດຮັກສາໄດ້ຄວາມສະຫງົບ, ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດຂະຫຍາຍຕົວດີຂຶ້ນຢ່າງຕໍ່ເນື່ອງຕາມທິດໝັ້ນທ່ຽງ ແລະ ຍືນຍົງ.
*ໃນ5 ປີຜ່ານມາ, ເມືອງດາກຈຶງ ແຂວງເຊກອງ ສາມາດຮັກສາໄດ້ຄວາມສະຫງົບ, ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດຂະຫຍາຍຕົວດີຂຶ້ນຢ່າງຕໍ່ເນື່ອງຕາມທິດໝັ້ນທ່ຽງ ແລະ ຍືນຍົງ, ການຜະລິດກະສິກໍາ, ອຸດສາຫະກໍາ, ການບໍລິການ ແລະ ການ ພັດທະນາຊົນນະບົດຕາມທິດ 3 ສ້າງ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການພັດທະນາ ຫັນໄປສູ່ຄຸນນະພາບໃໝ່, ບັນດາກົງຈັກການຈັດຕັ້ງສໍານັກງານ-ອົງການ ແລະ ຮາກຖານບ້ານໄດ້ຮັບການປັບປຸງດີຂຶ້ນ.

ສະຫາຍ ສົມພອນ ສາຍສຸວັນ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງໆດາກຈຶງ ລາຍງາຍໃນກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງດາກຈຶງ ຄັ້ງທີ XVI ເມື່ອບໍ່ດົນມານີ້ວ່າ: ນັບແຕ່ປີ 2020 ເສດຖະກິດເມືອງດາກຈຶງມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄຸນນະພາບ, ໝັ້ນທ່ຽງ ແລະ ຍືນຍົງ, ສາມາດສ້າງມູນຄ່າເພີ່ມລວມຍອດຜົນຜະລິດພາຍໃນ (GO) ບັນລຸໄດ້ 452 ຕ້ືກີບ, ອັດຕາການຂະຫຍາຍຕົວສະເລ່ຍ 5,2% ຕໍ່ປີ, ມູນຄ່າ GO ສະເລ່ຍຕໍ່ຫົວຄົນໄດ້ 16 ລ້ານກີບ ໃນນີ້, ຂະແໜງກະສິກໍາ- ປ່າໄມ້ເພີ່ມຂຶ້ນ 8,16% ກວມເອົາ 40,50% ຂະແໜງອຸດສາຫະກໍາ ເພີ່ມຂຶ້ນ 3,86% ກວມເອົາ 21% ແລະ ຂະແໜງບໍລິການເພີ່ມຂຶ້ນ 4,15% ກວມເອົາ 38,50% ຂອງ GO. ພ້ອມນີ້, ການຈັດເກັບລາຍຮັບເຂົ້າງົບປະມານ (ປີ 2024) ໄດ້ 52,5 ຕື້ກີບ ລື່ນແຜນ 2 ເທົ່າ ຕົວ, ປະຕິບັດລາຍຈ່າຍ 43,43 ຕື້ ກີບ; ກນຜະລິດເປັນສິນຄ້າປະຕິບັດໄດ້ 93.758 ໂຕນ ເຮັດໃຫ້ມູນຄ່າການສົ່ງອອກສິນຄ້າບັນລຸໄດ້ 123 ຕື້ກີບ ທຽບໃສ່ແຜນລື່ນແຜນການ 2 ເທ່ົາຕົວ; ສາມາດລະດົມແຫລ່ງທຶນເຂ້ົາໃນການປະຕິບັດໂຄງການຕ່າງໆໄດ້ 347,58 ຕື້ກີບ ທຽບໃສ່ແຜນ 5 ປີ ປະຕິບັດໄດ້ 123,93% ໃນນີ້, ການລົງທຶນຂອງລັດກວມເອົາ 22%, ທຶນຊ່ວຍເຫລືອເພື່ອການພັດທະນາກວມເອົາ 37%, ທຶນ ສິນເຊື່ອທະນາຄານກວມເອົາ 7%, ທຶນປະກອບສ່ວນຂອງປະຊາຊົກວມເອົາ 1% ແລະ ການລົງທຶນພາກເອກະຊົນກວມເອົາ 23%.

ສະຫາຍ ສົມພອນ ສາຍສຸວັນ ໃຫ້ຮູ້ຕື່ມວ່າ: ໃນ 5 ປີຕໍ່ໜ້າ 2025- 2029 ເມືອງຈະສຸມໃສ່ປັບປຸງກົງຈັກການຈັດຕັ້ງ ແລະ ພັດທະນາການຄຸ້ມຄອງບໍລິຫານລັດໃຫ້ເຂັ້ມແຂງ ຕິດພັນກັບການພັດທະນາພື້ນຖານໂຄງລ່າງ, ຍູ້ແຮງການພັດທະນາເສດຖະກິດ-ສັງຄົມຕາມທິດສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່, ຮອດ ປີ 2029 ສູ້ຊົນເຮັດໃຫ້ເສດຖະກິດຂະຫຍາຍຕົວ 5% ຂຶ້ນໄປ, ມູນ ຄ່າ GO ບັນລຸໄດ້ 746,1 ຕື້ກີບ, ສ ະເລ່ຍໃສ່ພົນລະເມືອງເທົ່າກັບ 26 ລ້ານກີບຕໍ່ຄົນຕໍ່ປີ; ສູ້ຊົນເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ 178,34 ຕື້ກີບ (ສະເລ່ຍ 35,66 ຕື້ກີບຕໍ່ປີ); ມູນຄ່າການສົ່ງອອກສິນຄ້າໃຫ້ໄດ້ 145 ຕື້ກີບ (ສະເລ່ຍ 29 ຕື້ກີບຕໍ່ປີ); ເອົາໃຈໃສ່ຄຸ້ມຄອງການນໍາເຂົ້າສິນຄ້າ ແລະ ຍາດແຍ່ງດຶງດູດການລົງທຶນຈາກທຸກພາກສ່ວນໃນທົ່ວສັງຄົມ ໃຫ້ໄດ້ 342 ຕື້ກີບ (ສະເລ່ຍ 68 ຕື້ກີບ ຕໍ່ປີ).
ຂ່າວ-ພາບ: ສັນຍາຂ່າວ-ພາບ: ສັນຍາ
KPL