ນາຍົກລັດຖະມົນຕີ ຮ່ວມເວທີປຶກສາຫາລື ລະຫວ່າງພາກລັດ -ເອກະຊົນ ຂອງ ລາວ ແລະ ສະຫະນະຄອນ ເອເມຣັດ ອາຣັບ

11/02/2025 22:09
Email Print 414
ຂປລ ຂປລ. ກະຊວງການຕ່າງປະເທດ ຮ່ວມກັບກະຊວງແຜນການ ແລະ ການລົງທຶນ ລວມທັງ ພາກທຸລະກິດ ຈາກ ສປປ ລາວ ແລະ ສະຫະນະຄອນ ເອເມຣັດ ອາຣັບ ຈັດກອງປະຊຸມ ເວທີປຶກສາຫາລື ລະຫວ່າງພາກລັດ ແລະ ເອກະຊົນ ຂອງ ສປປ ລາວ ແລະ ສະຫະນະຄອນ ເອເມຣັດ ອາຣັບ ໃນວັນທີ 10 ກຸມພາ 2025 ທີ່ນະຄອນດູໄບ, ປະເທດສະຫະນະຄອນ ເອເມຣັດ ອາຣັບ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ ເພື່ອເປັນການຜັນຂະຫຍາຍນະໂຍບາຍ ວຽກງານການທູດເສດຖະກິດ ຂອງ ສປປ ລາວ.

ຂປລ. ກະຊວງການຕ່າງປະເທດ ຮ່ວມກັບກະຊວງແຜນການ ແລະ ການລົງທຶນ ລວມທັງ ພາກທຸລະກິດ ຈາກ ສປປ ລາວ ແລະ ສະຫະນະຄອນ ເອເມຣັດ ອາຣັບ ຈັດກອງປະຊຸມ ເວທີປຶກສາຫາລື ລະຫວ່າງພາກລັດ ແລະ ເອກະຊົນ ຂອງ ສປປ ລາວ ແລະ ສະຫະນະຄອນ ເອເມຣັດ ອາຣັບ ໃນວັນທີ 10 ກຸມພາ 2025 ທີ່ນະຄອນດູໄບ, ປະເທດສະຫະນະຄອນ ເອເມຣັດ ອາຣັບ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ ເພື່ອເປັນການຜັນຂະຫຍາຍນະໂຍບາຍ ວຽກງານການທູດເສດຖະກິດ ຂອງ ສປປ ລາວ.

ຈຸດປະສົງການຈັດເວທີປຶກສາຫາລື ໃນຄັ້ງນີ້, ເພື່ອເປັນການໂຄສະນາ, ແລກປ່ຽນປະສົບການ ແລະ ຊຸກ ຍູ້ສົ່ງເສີມການຮ່ວມມືດ້ານທຸລະກິດ, ການຄ້າ ແລະ ດຶງດູດການລົງທຶນຈາກ ບັນດາປະເທດຕາເວັນອອກກາງ ເຂົ້າມາ ລົງທຶນໃນຂະແໜງການຕ່າງໆທີ່ເປັນບູລິມາສິດ ແລະ ທ່າແຮງຢູ່ ສປປ ລາວ ໃຫ້ຫລາຍຍິ່ງຂຶ້ນ.

ເວທີປືກສາຫາລືດັ່ງກ່າວ, ເປັນຂິດໝາຍສໍາຄັນ ແລະ ເປັນກິດຈະກໍາ ຄັ້ງປະຖົມມະລືກ ລະຫວ່າງ ສອງ ປະເທດ ເພື່ອຮັດແໜ້ນສາຍພົວພັນຮ່ວມມື ລະຫວ່າງ ສອງປະເທດ ກໍຄື ການກະກຽມເພື່ອສະເຫລີມສະຫລອງ ວັນສ້າງຕັ້ງ ສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສະຫະນະຄອນ ເອເມຣັດ ອາຣັບ ຄົບຮອບ 30 ປີ ໃນປີ 2026 ທີ່ຈະມາເຖິງນີ້ ເຊິ່ງເປັນຂີດໝາຍໃໝ່ແຫ່ງການພົວພັນຮ່ວມມືດ້ານທຸລະກິດ, ການຄ້າ ແລະ ການ ລົງທຶນ ລະຫວ່າງສອງປະເທດ ສປປ ລາວ ແລະ ສະຫະນະຄອນ ເອເມຣັດ ອາຣັບ ອີກດ້ວຍ.

ກອງປະຊຸມຄັ້ງນີ້, ມີຜູ້ຕາງໜ້າຈາກບັນດາບໍລິສັດຊັ້ນນໍາຕ່າງໆຂອງປະເທດ ສະຫະນະຄອນ ເອເມຣັດ ອາຣັບ ແລະ ບໍລິສັດຈາກ ສປປ ລາວ ເຂົ້າຮ່ວມ 50 ກວ່າບໍລິສັດ ແລະ ມີຜູ້ເຂົ້າຮ່ວມທັງໝົດຫລາຍກວ່າ 80 ທ່ານ.

KPL

ຂ່າວອື່ນໆ

    • ສຊປລ ຫວນຄືນມູນເຊື້ອ ວັນສຳຄັນ ຂອງພັກ ຂອງຊາດການເມືອງ

      ສຊປລ ຫວນຄືນມູນເຊື້ອ ວັນສຳຄັນ ຂອງພັກ ຂອງຊາດ

      3/12/2025 2:25:28 PM

      ຂປລ. ກົມອົບຮົມຊາວໜຸ່ມ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ (ສຊປລ) ຈັດປາຖະກະຖາວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ, ວັນນັກຮົບເສຍອົງຄະ ແລະ ເສຍສະ ຫລະຊີວິດເພື່ອປະເທດຊາດ ຄົບຮອບ 79 ໃນວັນທີ 12 ມີນາ 2025 ​ໂດຍ​ການປາຖະກະຖາຂອງ ສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກ, ເລຂາ ຄະນະບໍລິຫານງານ ສຊປລ, ມີຄະນະພັກ, ຄະນະກົມ, ສະມາຊິກພັກ-ພະນັກງານ ​ແລະ ພາກສ່ວນ​ກ່ຽວຂ້ອງ ເຂົ້າຮ່ວມ.

    • ສໍາມະນາວິທະຍາສາດ 70 ປີ ພາຍໃຕ້ ການນໍາພາຂອງພັກ ທີ່ມີກຽດສະຫງ່າການເມືອງ

      ສໍາມະນາວິທະຍາສາດ 70 ປີ ພາຍໃຕ້ ການນໍາພາຂອງພັກ ທີ່ມີກຽດສະຫງ່າ

      3/12/2025 2:17:17 PM

      ຂປລ. ສໍາມະນາວິທະຍາສາດ ສະເຫລີມສະຫລອງວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບ ຮອບ 70 ປີ ພາຍໃຕ້ຫົວຂໍ້ “70 ປີ ພາຍໃຕ້ການນໍາພາຂອງພັກທີ່ມີກຽດສະຫງ່າ” ຢູ່ 3 ແຂວງພາກເໜືອ ປະກອບມີ: ແຂວງໄຊສົມບູນ, ຊຽງຂວາງ ແລະ ​ແຂວງຫົວພັນ ຈັດຂຶ້ນໃນວັນທີ 12 ມີນາ 2025 ຢູ່ແຂວງຊຽງຂວາງ ພາຍໃຕ້ການເປັນປະທານຂອງ ສະຫາຍ ພົອ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ມີສະຫາຍ ບຸນຈັນ ສີວົງພັນ ກໍາມະການສູນກາງພັກ, ​ເລຂາ​ພັກ​ແຂວງ, ເຈົ້າແຂວງຊຽງຂວາງ, ມີບັນດາເຈົ້າແຂວງ, ຮອງເຈົ້າແຂວງ, ຮອງລັດຖະມົນຕີ, ອະດີດການນໍາພັກແຂວງ, ນັກວິທະຍາສາດ ແລະ ແຂກທີ່ຖືກເຊີນຈາກ 3 ແຂວງ ເຂົ້າຮ່ວມ.

    • ພັກເປັນຜູ້ນໍາພາໂດຍກົງ ຮອບດ້ານ ແລະ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງການເມືອງ

      ພັກເປັນຜູ້ນໍາພາໂດຍກົງ ຮອບດ້ານ ແລະ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງ

      3/12/2025 2:06:23 PM

      ຂປລ. ພັກປະຊາຊົນປະຕິວັດລາວ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 22 ມີນາ 1955 ໂດຍການສືບທອດພາລະກິດຈາກ ພັກຄອມມູນິດອິນດູຈີນ ເຊິ່ງແມ່ນ ປະທານ ໄກສອນ ພົມວິຫານ ເປັນຫລັກແຫລ່ງໃນການນໍາພາກໍ່ຕັ້ງ, ພັກໄດ້ຖືເອົາລັດທິມາກ-ເລນິນ ສົມທົບໃສ່ພາກປະຕິບັດຕົວຈິງ ຂອງການປະຕິວັດລາວ ເປັນພື້ນຖານແຫ່ງຄວາມຄິດ ແລະ ເປັນເຂັມທິດຊີ້ທາງໃຫ້ແກ່ ການກະທຳຂອງພັກ.

    • ຄຕພ ມອບ-ຮັບ ໃບຢັ້ງຢືນ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນການເມືອງ

      ຄຕພ ມອບ-ຮັບ ໃບຢັ້ງຢືນ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ

      3/12/2025 1:57:32 PM

      ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ຈັດພິທີມອບ-ຮັບໃບຢັ້ງ ຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ພ້ອມ​ທັງເຜີຍແຜ່ເນື້ອໃນຈິດໃຈ ກອງປະຊຸມວຽກງານກວດກາ ທົ່ວປະເທດ ປີ 2024; ສະຫລຸບ ແລະ ເປີດຂະບວນການແຂ່ງຂັນ-ຍ້ອງຍໍຮັກຊາດ ແລະ ພັດ ທະນາ ປີ 2025 ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນເຫລືອ ພັນດານຸວົງ ຮັກສາການເລຂາຄະນະພັກ, ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ມີຄະນະບໍລິຫານງານພັກ, ຫ້ອງ ການ, ບັນດາກົມ, ພະແນກ, ສະມາຊິກພັກ ​ແລະ ພະນັກງານ ເຂົ້າຮ່ວມ.

    • ນາຍົກລັດຖະມົນຕີ ຕິດຕາມຊຸກຍູ້ວຽກງານຢູ່ເມືອງຊານໄຊການເມືອງ

      ນາຍົກລັດຖະມົນຕີ ຕິດຕາມຊຸກຍູ້ວຽກງານຢູ່ເມືອງຊານໄຊ

      3/12/2025 1:28:55 PM

      ຂປລ. ​ໃນວັນທີ 11 ມີນາ 2025, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ວຽກງານການພັດທະນາ ເສດຖະກິດ-ສັງຄົມ ຢູ່ເມືອງຊານໄຊ ແຂວງອັດຕະປື ໂດຍມີ ທ່ານ ພົນໂທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື ພ້ອມດ້ວຍຄະນະນຳຂອງແຂວງ, ເມືອງຊານໄຊ, ບ້ານ, ໂຄງການ ແລະ ພາກສ່ວນກ່ຽວຂ້ອງ ໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມຮັບຟັງການພົບປະໂອ້ລົມ.

ads
ads

Top