ກຳປູເຈຍ ຮ່ວມມືກັບ ຢູນຽນເພ ເປີດຊຳລະເງິນຜ່ານຄີວອາຣໂຄ້ດ ຂ້າມຊາຍແດນໄລຍະ 2

12/03/2025 16:02
ຂປລ ທະນາຄານ ແຫ່ງປະເທດ ກຳປູເຈຍ ຫລື ທະນາຄານກາງ ກຳປູເຈຍ ແລະ ຢູນຽນເພ ອິນເຕີເນຊັນແນລ (ຢູພີໄອ) ເປີດລະບົບການຊໍາລະເງິນ ຜ່ານລະຫັດ ຄີວອາຣໂຄ້ດ ຂ້າມຊາຍແດນ ໄລຍະທີ 2 ເພື່ອຊ່ວຍໃຫ້ຜູ້ໃຊ້ແອບພີເຄຊັນ ບາກອງ ຂອງ ກຳປູເຈຍ ສາມາດສະແກນ ລະຫັດຄີວອາຣ ເພື່ອຊຳລະເງິນ ຕາມຮ້ານຄ້າທີ່ຮັບບັດ ຢູນຽນເພ ໃນສປຈີນ ລວມເຖິງ ຢູ່ຕ່າງປະເທດ ແລະ ພາກພື້ນແຫ່ງອື່ນໆອີກດ້ວຍ.

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ ລາຍງານຈາກ ນະຄອນຫລວງ ພະນົມເປັນປະເທດ ກຳປູເຈຍເມື່ອວັນທີ 11 ມີນາ, ທະນາຄານແຫ່ງປະເທດ ກຳປູເຈຍ ຫລື ທະນາຄານກາງ ກຳປູເຈຍແລະ ຢູນຽນເພ ອິນເຕີເນຊັນແນ (ຢູພີໄອ) ​ເປີດລະບົບການຊໍາລະເງິນຜ່ານລະຫັດຄີວອາຣໂຄ້ດ ຂ້າມຊາຍແດນໄລຍະທີ 2  ເພື່ອຊ່ວຍໃຫ້ຜູ້ໃຊ້ແອບພີເຄຊັນບາກອງ ຂອງ ກຳປູເຈຍ ສາມາດສະແກນລະຫັດຄີວອາຣເພື່ອຊຳລະເງິນ ຕາມຮ້ານຄ້າທີ່ຮັບບັດ ຢູນຽນເພໃນສປຈີນ ລວມເຖິງ ຢູ່ຕ່າງປະເທດແລະ ພາກພື້ນ​​ແຫ່ງອື່ນໆອີກດ້ວຍ.

ຄວາມຄືບໜ້າດັ່ງກ່າວ ຊ່ວຍຍົກລະດັບ ປະສົບການ ຊໍາລະເງິນ ດິຈິຕອນ ຂອງ ພົນລະເມືອງ ກຳປູເຈຍເຮັດໃຫ້ ການ​​ເຮັດທຸລະກຳທາງດ້ານການເງິນລະຫວ່າງ ປະເທດ ດຳເນີນໄປດ້ວຍດີແລະ ສະດວກຍິ່ງຂຶ້ນ, ພາຍຫລັງ ປະສົບຜົນສຳເລັດໃນໄລຍະທີ 1 ​ເມື່ອເດືອນທັນວາ ປີ 2023 ຜ່ານມາ ເພື່ອຊ່ວຍໃຫ້ຜູ້ຖືບັດ ຢູນຽນເພ ສາມາດ ສະແກນລະຫັດ ຄີວອາຣ ຂອງ ບາກອງເພື່ອຊຳລະເງິນກັບ ຊາວຄ້າຂາຍ ຫລາຍລ້ານຄົນ ໃນກຳປູເຈຍ./

KPL

ຂ່າວອື່ນໆ

ads
ads

Top