ຮອງປະທານປະເທດ ເຄື່ອນໄຫວຢ້ຽມຢາມແຂວງຈຳປາສັກ

05/02/2025 18:00
Email Print 101
ຂປລ ຂປລ. ໃນວັນທີ 3 ກຸມພາ 2025 ຜ່ານມາ, ທ່ານ ບຸນທອງ ຈິດມະນີ ກໍາມະການກົມການ ເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມ ຄະນະພັກ-ຄະນະນໍາແຂວງ ແຂວງຈຳປາສັກ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າ ແຂວງຈຳປາສັກ, ມີຄະນະບໍລິຫານງານພັກແຂວງ ແລະ ຄະນະນຳທີ່ມາຈາກສູນກາງ ເຂົ້າຮ່ວມ.



ຂປລ. ໃນວັນທີ
3 ກຸມພາ 2025 ຜ່ານມາ, ທ່ານ ບຸນທອງ ຈິດມະນີ ກໍາມະການກົມການ ເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມ ຄະນະພັກ-ຄະນະນໍາແຂວງ ແຂວງຈຳປາສັກ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າ ແຂວງຈຳປາສັກ, ມີຄະນະບໍລິຫານງານພັກແຂວງ ແລະ ຄະນະນຳທີ່ມາຈາກສູນກາງ ເຂົ້າຮ່ວມ.



ໂອກາດນີ້
, ທ່ານ ອາລຸນໄຊ ສູນນະລາດ ໄດ້ລາຍງານຜົນສຳເລັດການນຳພາຕົວຈິງ ໃນແຕ່ລະວຽກງານ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຕິດພັນມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງ ທ້າຍສະໄໝ, ມະຕິກອງປະຊຸມຄົບຄະນະ ບໍລິຫານງານສູນກາງພັກ ສະໄໝທີ IX ແລະ ມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ສະໄໝທີ VIII ໂດຍສຸມໃສ່ຈັດຕັ້ງປະຕິບັດມະຕິ ຂອງສະພາແຫ່ງຊາດ ຕິດພັນກັບມະຕິກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງ ຊຸດທີ II. ນອກຈາກນັ້ນ, ຍັງໄດ້ສຸມໃສ່ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ໂດຍສະເພາະ ແມ່ນບັນດາຄາດໝາຍ ທີ່ໄດ້ກຳນົດໃນກອງປະຊຸມ ອົງການປົກຄອງແຂວງ ເປີດກວ້າງຄັ້ງທີ I ປີ 2024; ສຸມໃສ່ແກ້ໄຂບັນຫາເຄັ່ງຮ້ອນດ້ານເສດຖະກິດ, ເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ, ສຸມໃສ່ຈັດຕັ້ງປະຕິບັດກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ຕິດພັນກັບ 3 ວັນປະຫວັດສາດທີ່ສຳຄັນ ແລະ ການກະກຽມສ້າງຕາແສງ ຕາມທິດຊີ້ນຳຂອງສູນກາງ.




ໂອກາດດັ່ງກ່າວ
, ທ່ານ ບຸນທອງ ຈິດມະນີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ແຂວງຈໍາປາສັກ ຍາດມາໄດ້ໃນໄລຍະຜ່ານມາ ພາຍໃຕ້ການນໍາພາຂອງ ສະຫາຍເລຂາພັກແຂວງ ພ້ອມດ້ວຍຄະນະ. ພ້ອມນີ້, ທ່ານຮອງປະທານປະເທດ ຍັງໄດ້ມີຄໍາເຫັນຊີ້ນໍາຫລາຍບັນຫາສໍາຄັນ ເພື່ອຊຸກຍູ້ໃຫ້ກຳລັງໃຈຕໍ່ການນຳພາ ຂອງອົງຄະນະພັກແຂວງ ໃນການນຳພາ-ຊີ້ນຳ ແລະ ປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ ຢູ່ແຂວງຈຳປາສັກ ໃຫ້ສືບຕໍ່ກ້າວຂຶ້ນ, ການເມືອງມີສະຖຽນລະພາບ, ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍ.

ຈາກນັ້ນ, ທ່ານຮອງປະທານປະເທດ ກໍໄດ້ເຄື່ອນໄຫວຢ້ຽມຢາມ ພື້ນຖານການຜະລິດຂອງປະຊາຊົນ ເພື່ອຊຸກຍູ້ການປະຕິບັດ ສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ (ສອຈ) ໃນໄລຍະໃໝ່ ຢູ່ພື້ນທີ່ການຜະລິດກະກິສຳ ສວນໝາກບູເບີຣີ ຂອງ ບໍລິສັດ ຄ໊ອດສະຕຣາເບີຣີ ບ້ານຫ້ວຍຊັນ ເມືອງປາກຊ່ອງ, ສວນປູກໝາກຖົ່ວລຽນ ແລະ ສິນຄ້າໜຶ່ງເມືອງ ໜື່ງຜະລິດຕະພັນ ແຫ່ງຊາດ, ຢາສະໝຸນໄພ ລາວ ທີ່ເມືອງບາຈຽງ ຈະເລີນສຸກ ຕື່ມອີກ.

KPL

ຂ່າວອື່ນໆ

    • ມອບ-ຮັບ ລາງວັນມາດຕະຖານ ການທ່ອງທ່ຽວອາຊຽນ ປະຈຳປີ 2025ການເມືອງ

      ມອບ-ຮັບ ລາງວັນມາດຕະຖານ ການທ່ອງທ່ຽວອາຊຽນ ປະຈຳປີ 2025

      2/5/2025 6:36:24 PM

      ຂປລ. ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈັດພິທີມອບ-ຮັບລາງ ວັນມາດຕະຖານ ການທ່ອງທ່ຽວອາຊຽນ ປະຈຳປີ 2025 ໃນວັນທີ 5 ກຸມພາ 2025 ໃຫ້ພາກສ່ວນຕ່າງໆຈາກພາກລັດ, ພາກທຸລະກິດ ແລະ ຜູ້ປະກອບການຂອງຊຸມຊົນທ້ອງຖິ່ນ ໃນ ສປປ ລາວ ທີ່ສາມາດປະຕິບັດໄດ້ ຕາມເງື່ອນໄຂຕ່າງໆ ທີ່ໄດ້ກຳນົດໄວ້ ຢູ່ໃນແຕ່ລະມາດຕະຖານ ການທ່ອງທ່ຽວອາຊຽນ, ຕາງໜ້າມອບໂດຍ ​ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖວທ, ມີຮອງລັດຖະ ມົນຕີ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ ຖວທ ຈາກບັນດາແຂວງ ໃນຂອບເຂດທົ່ວປະເທດ ເຂົ້າຮ່ວມ.

    • ນາຍົກລັດຖະມົນຕີ ຕ້ອນຮັບຜູ້ແທນ ກອງປະຊຸມໂຕະມົນ ປະຈຳປີ 2024ການເມືອງ

      ນາຍົກລັດຖະມົນຕີ ຕ້ອນຮັບຜູ້ແທນ ກອງປະຊຸມໂຕະມົນ ປະຈຳປີ 2024

      2/5/2025 6:27:10 PM

      ຂປລ. ໃນຕອນບ່າຍ ວັນທີ 5 ກຸມພາ 2025 ຢູ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຄະນະຜູ້ແທນກອງປະ ຊຸມໂຕະມົນ ປະຈຳປີ 2024 ນຳພາຄະນະໂດຍ ທ່ານ ເພັດ ພົມພິພັກ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ເພື່ອລາຍງານໂດຍສັງເຂບຜົນສຳເລັດກອງປະຊຸມໂຕະມົນ ປະຈໍາປີ 2024

    • ສະຫລຸບການຈັດຕັ້ງປະຕິບັດ ໂຄງການ ຮ່ວມມືດ້ານສະຖິຕິ ລາວ-ລຸກຊຳບວກ ໄລຍະ IIການເມືອງ

      ສະຫລຸບການຈັດຕັ້ງປະຕິບັດ ໂຄງການ ຮ່ວມມືດ້ານສະຖິຕິ ລາວ-ລຸກຊຳບວກ ໄລຍະ II

      2/5/2025 6:20:18 PM

      ຂປລ. ກອງປະຊຸມຄະນະຊີ້ນໍາໂຄງການ ຄັ້ງທີ 4 ຂອງໂຄງການຮ່ວມມື ດ້ານສະຖິຕິລາວ-ລຸກຊໍາບວກ ໄລຍະ II ຈັດຂຶ້ນວັນທິ 5 ກຸມພາ 2025 ເພື່ອສະຫລຸບຕີລາຄາ ຜົນການຈັດຕັ້ງປະຕິບັດໂຄງການໃນປີ 2024, ພ້ອມທັງປະເມີນຕີລາຄາໂຄງການ ກາງສະໄໝ ແລະ ແຜນການຈັດຕັ້ງປະຕິບັດ ໂຄງການປີ 2025.

    • ປະທານອົງການກວດກາແຫ່ງລັດ ເນັ້ນເພີ່ມ ທະວີຕິດຕາມ-ກວດກາການຄຸ້ມຄອງບໍລິຫານລັດການເມືອງ

      ປະທານອົງການກວດກາແຫ່ງລັດ ເນັ້ນເພີ່ມ ທະວີຕິດຕາມ-ກວດກາການຄຸ້ມຄອງບໍລິຫານລັດ

      2/5/2025 6:14:56 PM

      ຂປລ. ໃນໂອກາດເຂົ້າກອງປະຊຸມ ວຽກງານກວດກາທົ່ວປະເທດປະຈຳປີ 2024 ວັນທີ 4 ກຸມພາ 2025 ນີ້, ທ່ານ ຄໍາພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາ ທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານ ການສໍ້ລາດ ບັງຫລວງຂັ້ນສູນກາງ ໄດ້ເນັ້ນໃຫ້ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ເພີ່ມທະວີ ການຕິດຕາມ-ກວດກາການຄຸ້ມຄອງບໍລິຫານລັດ ຕາມພາລະບົດບາດຂອງອົງການກວດກາລັດ

    • ລັດຖະບານຍີ່ປຸ່ນ ຊ່ວຍເຫລືອກໍ່ສ້າງຂົວ ບ້ານນາຮັງນ້ອຍ ເມືອງອາດສະພອນການເມືອງ

      ລັດຖະບານຍີ່ປຸ່ນ ຊ່ວຍເຫລືອກໍ່ສ້າງຂົວ ບ້ານນາຮັງນ້ອຍ ເມືອງອາດສະພອນ

      2/5/2025 6:07:33 PM

      ຂປລ. ພິທີມອບ-ຮັບ ແລະ ເປີດການນຳໃຊ້ໂຄງການກໍ່ສ້າງຂົວເບຕົງ ເສີມເຫລັກອັດແຮງ ຂ້າມຫ້ວຍລະຮັງ ຢູ່ບ້ານນາຮັງນ້ອຍ ເມືອງອາດສະພອນ ແຂວງສະຫວັນນະເຂດ, ພາຍໃຕ້ທຶນຊ່ວຍເຫລືອລ້າ ຈາກລັດຖະບານຍີ່ປຸ່ນ ຈັດຂຶ້ນໃນວັນທີ 4 ກຸມພາ 2025

ads
ads

Top