ມາເລເຊຍ ຄາດປີ 2026 ຈະດຶງດູດນັກທ່ອງທ່ຽວຕ່າງປະເທດ ໃຫ້ໄດ້ 35 ລ້ານກວ່າຄົນ

20/01/2025 10:18
Email Print 1779
ຂປລ ປະເທດມາເລເຊຍ ວາງເປົ້າໝາຍດຶງດູດນັກທ່ອງທ່ອງຕ່າງປະເທດໃນປີ 2026 ໃຫ້ໄດ້ 35,6 ລ້ານຄົນ ແລະ ສ້າງລາຍຮັບຈາກການທ່ອງ ທ່ຽວເຖິງ 147,1 ພັນ ລ້ານລິງກິດ.

     *ປະເທດມາເລເຊຍ ວາງເປົ້າໝາຍດຶງດູດນັກທ່ອງທ່ອງຕ່າງປະເທດໃນປີ 2026 ໃຫ້ໄດ້ 35,6 ລ້ານຄົນ ແລະ ສ້າງລາຍຮັບຈາກ ການທ່ອງທ່ຽວເຖິງ 147,1 ພັນ ລ້ານລິງກິດ. ທ່ານ ໂມຮໍາມັດ ອາມີຣູນ ຣະຊານບິນ ອັບດຸນ ຣາຫິມ ( MOHD AMIRUL RZAL BIN ABDUL RAHIM) ຫົວໜ້າກອງເລຂາການທ່ອງທ່ຽວມາເລເຊຍ 2026 (Visit Malaysia 2026) ໄດ້ກ່າວໃນງານ TRAVEX 2025 ວ່າ: ມາເລເຊຍ ຈະເປີດປີທ່ອງທ່ຽວມາເລເຊຍ 2026 ( Visit Malaysia 2026) ພາຍໃຕ້ຫົວຂໍ້ທີ່ນີ້ມາເລເຊຍ (Malaysia Truly Asian) ເຊິ່ງໄດ້ວາງເປົ້າໝາຍຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ 35,6 ລ້ານຄົນ ແລະ ສ້າງລາຍໄດ້ຈາກການທ່ອງທ່ຽວເຖິງ 147,1 ພັນລ້ານລິງກິດ.

     ປີທ່ອງທ່ຽວມາເລເຊຍ 2026 ທາງປະເທດມາເລເຊຍ ໄດ້ວາງເປົ້າໝາຍເນັ້ນໃສ່ການນໍາສະເໜີ ຄວາມອຸດົມສົມບູນທາງດ້ານວັດ ທະນະທໍາຄວາມງົດງາມຂອງທໍາ ມະຊາດ ແລະ ເປັນເຈົ້າພາບທີ່ດີ ຕ້ອນຮັບນັກທ່ອງທ່ຽວ. ສຳລັບນະໂຍບາຍໃນການດຶງດູດນັກທ່ອງທ່ຽວແມ່ນເນັ້ນສະຖານທີ່ທ່ອງທ່ຽວທີ່ເປັນເອກະລັກຂອງປະເທດເຊັ່ນ ຫາດຊາຍທ່ີງົດງາມປ່າຝົນເຂດຮ້ອນ ດຳລົງຊີວິດທີ່ມີເອກະລັກຂອງປະຊາຊົນ ມາເລເຊຍ ແລະ ມໍລະດົກທາງວັດທະນະທໍາ.

   ພ້ອມດຽວກັນນີ້, ກໍໄດ້ເນັ້ນສ້າງການຮ່ວມມືກັບບັນດາປະເທດສະມາຊິກອາຊຽນ ພາກພື້ນ ແລະ ສາກົນ ໂດຍພັດທະນາກົນລະຍຸດການຕະຫລາດທີ່ທັນສະໄໝເພື່ອໃຫ້ເຂົ້າເຖິງນັກທ່ອງທ່ຽວທົ່ວໂລກ ຍົກລະດັບການເດີນທາງໃຫ້ນັກທ່ອງທ່ຽວໃນທົ່ວໂລກທີ່ຈະເດີນທາງເຂົ້າມາທ່ຽວມາເລເຊຍໃນປີ 2026 ກໍຄືປີຕໍ່ໆໄປ. ປະເທດມາເລເຊຍຈະສະມາດບັນລຸເປົ້າໝາຍທີ່ວາງໄວ້ໃນຖານະທ່ີຕົນເປັນໜຶ່ງໃນຈຸດໝາຍດ້ານການທ່ອງທ່ຽວທີ່ດີທີ່ສຸດໃນໂລກ.

   ໂດຍ: ສຸກທະວີ

KPL

ຂ່າວອື່ນໆ

    • ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງທ່ອງທ່ຽວ

      ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງ

      10/14/2025 8:43:35 AM

      ຂປລ. ນະຄອນຫລວງ ປັກກິ່ງ ສປ ຈີນ ນອກຈາກເປັນເມືອງໜຶ່ງທີ່ຂຶ້ນຊື່ດ້ານຄວາມທັນສະໄໝ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລແລ້ວ, ຍັງເປັນເມືອງທີ່ມີຊື່ສຽງໂດ່ງດັງດ້ານການທ່ອງທ່ຽວ

    • ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກທ່ອງທ່ຽວ

      ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກ

      10/9/2025 11:42:40 AM

      ຂປລ. ເກາະໄຫຫລຳ ຫລື ເອີ້ນຊື່ເຕັມວ່າ ແຂວງໄຫໜານ ສປ ຈີນ ຕັ້ງຢູ່ກາງທະເລຕອນໃຕ້ຂອງຈີນແຜ່ນດິນໃຫຍ່ທີ່ອ້ອມຮອບດ້ວຍນໍ້າທະເລ ແລະ ບໍ່ມີຊາຍແດນທາງທິດໃດຕິດກັບແຜນດິນໃຫຍ່.

    • ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”ທ່ອງທ່ຽວ

      ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”

      10/2/2025 12:26:06 PM

      ຂປລ. ນັບວ່າ ເປັນອີກໜຶ່ງໂອກາດທີ່ດີສຳລັບຜູ້ຂຽນເອງ ທີ່ໄດ້ມີໂອກາດເດີນທາງໄປ ສປ ຈີນ ຊຶ່ງຈຸດປະສົງກໍ່ເພື່ອເຂົ້າຮ່ວມເຂົ້າຮ່ວມ ເວທີປາໄສສື່ມວນຊົນ ແລະ ຄັງປັນຍາ “ທົ່ວໂລກໃຕ້” ປີ 2025 ໂດຍພາຍຫລັງສຳເລັດ ກອງປະຊຸມດັ່ງກ່າວ ຄະນະສື່ມວນຊົນລາວພວກເຮົາກໍ່ ໄດ້ມີໂອກາດໄປທ່ຽວຊົມສະຖານທີ່ຕ່າງໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

ads
ads

Top