ຂປລ
ໃນພາສາລາວເຮົາໄດ້ມີການແບ່ງພະຍັນຊະນະອອກເປັນປະເພດ ສູງ-ກາງ-ຕໍ່າ ເຊິ່ງຫລັກໄວຍາກອນໄດ້ກໍານົດເອົາໄວ້.
*ໃນພາສາລາວເຮົາໄດ້ມີການແບ່ງພະຍັນຊະນະອອກເປັນປະເພດ ສູງ-ກາງ-ຕໍ່າ ເຊິ່ງຫລັກໄວຍາກອນໄດ້ກໍານົດເອົາໄວ້, ທີ່ວ່າສູງ-ກາງ ແລະ ຕໍ່າ ໝາຍເອົາພື້ນສຽງທີ່ເຮົາອ່ານອອກສຽງນັ້ນລະເປັນພື້ນຖານ ຕາມຈຸດພິເສດຂອງສະລິລະສຽງ. ໃນນັ້ນ ປະເພດຄໍາ ສັບທີ່ມີປະກອບສ້າງຈາກອັກສອນສູງ ແລະ ຕໍ່າຈໍານວນໜຶ່ງ, ໂດຍສະເພາະກຸ່ມທີ່ມີສະຫລະ ແລະ ຕົວສະກົດດຽວກັນ, ການອອກສຽງ ຂອງບາງທ້ອງຖິ່ນບໍ່ສາມາດຈໍາແນກອອກໄດ້ວ່າ ເວລາຂຽນແມ່ນຂຽນແນວໃດ ຖ້າຖືເບົາຫລັກການເວົ້າ-ຂຽນ ກໍ່ຄືໄວຍາກອນ. ບົດນ້ີ ຈຶ່ງນໍາເອົາມາທົບທວນນໍາກັນບາງຄໍາສັບຄືດັ່ງນີ້ :
ໝຸກ : ຂະໝຸກຂະໝຸ້ຍ...
ມຸກ: ໄຂ່ມຸກ, ມຸກເຮືອນ, ສິ້ມຸກ...
ໝຸດ: ຫໍສະໝຸດ, ມະຫາສະ ໝຸດ...
ມຸດ: ມຸດນໍ້າ, ມຸດມອດ...
ໝູບ: ໝູບລົງ, ໝູບອາບ ຟາບ...
ມູບ: ມູບມາບ...
ເໝັດ: ເໝັດຊິດ (ໝົດກ້ຽງ)... ເມັດ: ເມັດເຂົ້າ...
ແໝັດ: (ບໍ່ມີຄວາມໝາຍ)... ແມດ : ເມືອງແມດ, ແມດໄວ້...
ພະຍັນຊະນະ ໝ ຫລື ຕົວ ໝ ຫລື ໂຕ ໝ ກໍ່ວ່າ ນີ້ຈັດຢູ່ໃນປະເພດອັກສອນສູງ ກໍ່ຄືພະຍັນຊະນະສຽງສູງ, ສ່ວນ ມ ແມ່ນ ສຽງຕໍ່າ. ຖ້າສັງເກດບັນດາຄໍາສັບທີ່ຍົກຂຶ້ນເລັກນ້ອຍນີ້, ການອ່ານບາງຄໍາ ຟັງແລ້ວຄືບໍ່ຕ່າງກັນ, ໂດຍສະເພາະລັກສະນະ ຈໍາກັດຂອງມັນແມ່ນມີຕົວສະກົດຕາຍ ເຊິ່ງເປັນສຽງອັດ. ການຫລີກເວັ້ນຄວາມຜິດພາດໃນການຂຽນ ກໍ່ແມ່ນການຄໍານຶງຫລັກໄວຍາກອນລາວ (ປັດຈຸບັນ) ນັ້ນເອງ, ທຸກພາສາລ້ວນແຕ່ມີການກໍານົດຫລັກການປາກເວົ້າ ແລະ ຂີດຂຽນອີງຕາມຈຸດພິເສດທາງສະລິລະທາງສຽງ ຄື ດັ່ງຄົນບາງເຊື້ອຊາດຜັນສຽງຕົວ ບ ບໍ່ເປັນ ເວົ້າພາສາລາວ ຕົວ ບ ກໍ່ເປັນຕົວ ປ ແລະ ອື່ນໆ ນັ້ນແມ່ນຈຸດພິເສດ.
5 ຄູ່ຄໍາສັບທີ່ຍົກມາທົບທວນນໍາກັນ ອີງໃສ່ສໍານຽງບາງທ້ອງຖິ່ນແມ່ນຈໍາແນກຍາກແທ້, ປະເດັນທີ່ມັກຖືກຍົກຂຶ້ນແມ່ນມີຈໍານວນບໍໜ້ອຍຂຽນຕາມສໍານຽງທ້ອງຖິ່ນກໍາເນີດ, ລືມຫລັກໄວຍາກອນຈຶ່ງພົບການຂຽນ-ພິມຜິດໆຖືກໆ, ໃນໂລກອອນລາຍ, ແຕ່ເອກະສານທາງ ການກໍ່ຄວນເອົາໃຈໃສ່ທີ່ສຸດ, ລວມໃນນັ້ນແມ່ນການໂຄສະນາທີ່ເປັນທາງການ. ດັ່ງນັ້ນ ຈຶ່ງນໍາມາສຶກສາຮ່ວມ ກັນຄືດັ່ງນີ້ແລ, ພໍ້ກັນໃໝ່ບົດຕໍ່ໄປ.
ຮິບໂຮມໂດຍ: ພະກາຮິບໂຮມໂດຍ: ພະກາ
KPL