ລາວ ເປັນເຈົ້າພາບ ກອງປະຊຸມໝ່ວຍງານຜູ້ ຊ່ຽວຊານດ້ານການກວດກູ້ລະເບີດ ເພື່ອມະນຸດສະທໍາ

10/12/2024 15:03
Email Print 1067
ຂປລ ຂປລ. ກອງປະຊຸມໝ່ວຍງານຜູ້ຊ່ຽວຊານ ດ້ານການກວດກູ້ລະເບີດເພື່ອມະນຸດສະທຳ ໃນຂອບກອງປະຊຸມລັດຖະມົນຕີປ້ອງກັນ ປະເທດອາຊຽນ-ອາຊຽນບວກ ຄັ້ງທີ 14 ຈັດຂຶ້ນໃນລະຫວ່າງວັນທີ 10-11 ທັນວາ 2024 ທີ່ເມືອງວັງວຽງ ແຂວງວຽງຈັນ ສປປ ລາວ




ຂປລ. ກອງປະຊຸມໝ່ວຍງານຜູ້ຊ່ຽວຊານ ດ້ານການກວດກູ້ລະເບີດເພື່ອມະນຸດສະທຳ ໃນຂອບກອງປະຊຸມລັດຖະມົນຕີປ້ອງກັນ ປະເທດອາຊຽນ-ອາຊຽນບວກ ຄັ້ງທີ
14 ຈັດຂຶ້ນໃນລະຫວ່າງວັນທີ 10-11 ທັນວາ 2024 ທີ່ເມືອງວັງວຽງ ແຂວງວຽງຈັນ ສປປ ລາວ ໂດຍການເປັນປະທານຮ່ວມຂອງທ່ານ ພັນເອກ ເຟືອງໄຊ ມີລາກົງ ຮອງຫົວໜ້າກົມພົວພັນຕ່າງປະເທດ, ຫົວໜ້າໜ່ວຍງານວິຊາການ ເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ ແຫ່ງ ສປປ ລາວ ແລະ ທ່ານ ພັນເອກ ເຊີເກ ອາບຣາມັອບ ຫົວໜ້າຜູ້ຊ່ຽວຊານທະຫານຊ່າງແສງ ກອງທັບແຫ່ງ ສະຫະພັນຣັດເຊຍ ​ໂດຍມີຜູ້ແທນຈາກບັນດາປະເທດສະມາຊິກອາຊຽນ-ບວກ, ຫ້ອງການຄຸ້ມຄອງລະເບີດບໍ່ທັນແຕກ ແຫ່ງ ສປປ ລາວ, ສູນກວດກູ້ລະເບີດເພື່ອມະນຸດສະທໍາພາກພື້ນອາຊຽນ ແລະ ກອງເລຂາອາຊຽນ ເຂົ້າຮ່ວມ.




ທ່ານ ພັນເອກ ເຟືອງໄຊ ມີລາກົງ ໄດ້ກ່າວວ່າ: ບັນຫາລະເບີດທີ່ບໍ່ທັນແຕກ (
UXO) ໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ສິ່ງແວດລ້ອມ ແລະ ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໂດຍລວມ. ສະນັ້ນ, ການແກ້ໄຂບັນຫາລະເບີດທີ່ບໍ່ທັນແຕກ ຖືເປັນໜຶ່ງໃນວຽກງານບຸລິ ມະສິດຂອງ ສປປ ລາວ ແລະ ຂອບການຮ່ວມມືຂອງ ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ.

ກອງປະຊຸມຄັ້ງນີ້, ໄດ້ປຶກສາຫາລືຫລາຍບັນຫາທີ່ສໍາຄັນ ໂດຍສະເພາະ ໄດ້ຮັບຟັງການສະຫລຸບ-ລາຍງານຫຍໍ້ ກ່ຽວກັບ ຜົນງານການເຄື່ອນໄຫວ ໃນການຈັດຕັ້ງປະຕິບັດແຜນງານ ຂອງໜ່ວຍງານຜູ້ຊ່ຽວ ຊານດ້ານກວດກູ້ລະເບີດເພື່ອມະນຸດສະທໍາ ໂດຍການເປັນປະທານຮ່ວມຂອງກອງທັບ ຣາຊະອານາຈັກ ກໍາປູເຈຍ ແລະ ກອງທັບປົດປ່ອຍປະຊາຊົນຈີນ ໃນຮອບວຽນປີ 2021-2023; ແລກປ່ຽນບົດຮຽນ ແລະ ປະສົບການທີ່ດີ ໃນການກວດກູ້ລະເບີດທີ່ບໍ່ທັນແຕກຂອງອາຊຽນ, ແຜນງານ 3 ປີຂອງໜ່ວຍງານຜູ້ຊ່ຽວຊານ ດ້ານການກວດກູ້ລະເບີດ ເພື່ອມະນຸດສະທໍາ ໂດຍການເປັນປະທານຮ່ວມ ຂອງກອງທັບປະຊາຊົນລາວ ແລະ ກອງທັບສະຫະພັນຣັດເຊຍ ໃນຮອບວຽນປີ 2024-2027 ແລະ ວຽກງານອື່ນໆທີ່ກ່ຽວຂ້ອງ.




ສຳລັບແຜນການວຽກງານ ແລະ ບັນຫາຕ່າງໆ ທີ່ນຳມາປຶກສາຫາລືໃນກອງປະຊຸມຄັ້ງນີ້, ຈະເປັນພື້ນຖານທີ່ສໍາຄັນ ໃຫ້ແກ່ການສືບຕໍ່ຈັດຕັ້ງປະຕິບັດ ບັນດາແຜນງານການຮ່ວມມື ຂອງໜ່ວຍງານດັ່ງກ່າວ. ການເປັນປະທານຮ່ວມຂອງກອງທັບປະຊາຊົນລາວ ແລະ ກອງທັບສະຫະພັນຣັດເຊຍ ໃນຄັ້ງນີ້ ເປັນຄັ້ງທີ
2, ໃນຮອບວຽນປີ 2024-2027, ການເປັນເຈົ້າພາບກອງປະຊຸມ ແລະ ກິດຈະກໍາປີ່ນອ້ອມຂອງໜ່ວຍງານດັ່ງກ່າວ ຈະໄດ້ຈັດຂຶ້ນທີ່ສະຫະພັນ ຣັດເຊຍ ໃນປີ 2025.

KPL

ຂ່າວອື່ນໆ

    • ນາຍົກລັດຖະມົນຕີ ພົບປະໂອ້ລົມ ການນໍາແຂວງເຊກອງການເມືອງ

      ນາຍົກລັດຖະມົນຕີ ພົບປະໂອ້ລົມ ການນໍາແຂວງເຊກອງ

      7/2/2025 12:13:13 PM

      ຂປລ. ​ໃນ​ໂອກາດ​ລົງ​ເຄື່ອນ​ໄຫວ​ ວຽກ​ງານ​ຢູ່​ແຂວງ​ເຊ​ກອງ ​ໃນຕອນບ່າຍວັນທີ 1 ກໍລະກົດ 2025, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະໂອ້ລົມ ພະນັກງານການນໍາຫລັກແຫລ່ງ ແຂວງເຊກອງ ແລະ ຊຸກຍູ້ການກະກຽມດຳເນີນ ກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ ຢູ່ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ.

    • ເປີດງານວາງສະແດງສິນຄ້າອຸດສາຫະກຳ ແລະ ການຮ່ວມມືດ້ານການຄ້າ ລາວ-ຈີນການເມືອງ

      ເປີດງານວາງສະແດງສິນຄ້າອຸດສາຫະກຳ ແລະ ການຮ່ວມມືດ້ານການຄ້າ ລາວ-ຈີນ

      7/2/2025 12:05:08 PM

      ຂປລ. ງານວາງສະແດງສິນຄ້າອຸດສາຫະກຳ ແລະ ການຮ່ວມມືດ້ານການຄ້າ ລາວ-ຈີນ ປະຈຳປີ 2025 ຈັດຂຶ້ນໃນລະຫວ່າງວັນທີ 1-3 ກໍລະກົດ 2025 ຢູ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫລວງວຽງຈັນ ໂດຍມີຕົວແທນວິສາຫະກິດ ຈາກແຂວງຢຸນນານ ສປ ຈີນ 20 ກວ່າບໍລິສັດ ແລະ ຜູ້ປະກອບການຈາກ ສປປ ລາວ ຈຳນວນໜຶ່ງ ໄດ້ນຳເອົາຜະລິດຕະພັນ ມາຮ່ວມວາງສະແດງ.

    • ຫສນຍ ມອບ-ຮັບ ໜ້າທີ່ຫົວໜ້າກົມ ພາຍຫລັງສຳເລັດການປັບປຸງກົງຈັກການຈັດຕັ້ງການເມືອງ

      ຫສນຍ ມອບ-ຮັບ ໜ້າທີ່ຫົວໜ້າກົມ ພາຍຫລັງສຳເລັດການປັບປຸງກົງຈັກການຈັດຕັ້ງ

      7/2/2025 11:54:47 AM

      ຂປລ. ໃນວັນທີ 30 ມິຖຸນາ 2025 ຜ່ານມານີ້, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ຈັນທະ​ພອນ ແກ້ວ​ມາລາ​ວົງ ຫົວໜ້າບໍລິຫານ, ພິທີການ ແລະ ການເງິນ ຫສນຍ (ຜູ້ເກົ່າ) ແລະ ທ່ານ ນາງ ວິລະ​ສະຕີ ສົມບູນ​ຂັນ ຫົວໜ້າບໍລິຫານງານ, ພິທີການ ແລະ ການເງິນ (ຜູ້ໃໝ່); ທ່ານ ຄົມສັນ ໄຊຍະສານ ຫົວໜ້າກົມນິຕິກໍາ (ຜູ້ເກົ່າ) ແລະ ທ່ານ ປາດຖະໜາ ສຸກອາລຸນ ຮັກສາການຫົວໜ້າກົມນິຕິກໍາ ແລະ ທ່ານ ນາງ ວິລະສະຕີ ສົມບູນຂັນ ຫົວໜ້າກົມປະຊາສໍາພັນ (ຜູ້ເກົ່າ) ແລະ ທ່ານ ຄົມ​ສັນ ໄຊ​ຍະ​ສານ ຫົວໜ້າກົມປະຊາສຳພັນ (ຜູ້ໃໝ່)

    • ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມ ສາກົນວ່າດ້ວຍການສະໜອງທຶນ ເພື່ອການພັດທະນາການເມືອງ

      ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມ ສາກົນວ່າດ້ວຍການສະໜອງທຶນ ເພື່ອການພັດທະນາ

      7/2/2025 11:45:14 AM

      ຂປລ. ໃນລະຫວ່າງວັນທີ 30 ມິຖຸນາ ຫາ 03 ກໍລະກົດ 2025 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ເເທນຂັ້ນສູງ ເຂົ້າຮ່ວມກອງປະຊຸມສາກົນວ່າດ້ວຍ ການສະໜອງທຶນເພື່ອການພັດທະນາ ຄັ້ງທີ 4 ຢູ່ເມືອງເຊີວີລ, ປະເທດເເອັດສະປາຍ.​

    • ມອບ-ຮັບລົດ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານໄອຍະການປະຊາຊົນການເມືອງ

      ມອບ-ຮັບລົດ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານໄອຍະການປະຊາຊົນ

      7/1/2025 2:22:16 PM

      ຂປລ. ໃນວັນທີ 1 ກໍລະກົດ 2025 ນີ້, ສະຖານເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວມອບລົດໃຫຍ່ TOYOTS HIACE ປີ 2025 ຈຳນວນ 1 ຄັນ ມູນຄ່າ 40.000 ໂດລາສະຫະລັດ ໃຫ້ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຕາງໜ້າມອບໂດຍ ທ່ານ ນາງ ແຮັດເຕີ ວາເຣຍອາວາ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວ ແລະ ຮັບໂດຍ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີພະນັກງານກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

ads
ads

Top