ມົງໂກລີ ປູກຕົ້ນໄມ້ປ້ອງກັນພື້ນທີ່ກາຍເປັນທະເລຊາຍ 84 ລ້ານຕົ້ນ

11/10/2024 15:48
Email Print 647
ຂປລ ສຳນັກງານ ປະຊາສຳພັນ ຂອງປະທານາທິບໍດີ ມົງໂກລີ ລາຍງານວ່າ: ການປູກຕົ້ນໄມ້ ທົ່ວປະເທດ ມີຈຳນວນ 84 ລ້ານຕົ້ນ ເມື່ອນັບແຕ່ເລີ່ມຕົ້ນໂຄງການ ເລັ່ງປູກຕົ້ນໄມ້ ລະດັບຊາດ ເພື່ອປ້ອງກັນການປ່ຽນແປງ ສະພາບທະເລຊາຍ ເມື່ອປີ 2021.

ຂປລ.ສຳນັກຂ່າວ ຊິນຮວາຂອງ ສປຈີນ, ສຳນັກງານ ປະຊາສຳພັນ ຂອງປະທານາທິບໍດີ ມົງໂກລີ ລາຍງານວ່າ: ການປູກຕົ້ນໄມ້ ທົ່ວປະເທດ ມີຈຳນວນ 84 ລ້ານຕົ້ນ ເມື່ອນັບແຕ່ເລີ່ມຕົ້ນໂຄງການ ເລັ່ງປູກຕົ້ນໄມ້ ລະດັບຊາດ ເພື່ອປ້ອງກັນການປ່ຽນແປງ ສະພາບທະເລຊາຍ ເມື່ອປີ 2021. ຫລັງຈາກ ມົງໂກລີ ເລີ່ມຕົ້ນໂຄງການ ເລັ່ງປູກຕົ້ນໄມ້ ລະດັບຊາດ ບີລລຽນ ທຣີສ(Billion Trees) ເມື່ອເດືອນຕຸລາປີ 2021 ຕາມນະໂຍບາຍຂອງ ປະທານາທິບໍດີ  ອຸດນາກິງ ຂອງມົງໂກລີ ຊຶ່ງກຳນົດເປົ້າໝາຍ ປູກຕົ້ນໄມ້ ຢ່າງໜ້ອຍ 1 ຕື້ຕົ້ນ ພາຍໃນປີ 2030.

ໃນຈຳນວນ ແລະ ຂະໜາດຂອງຕົ້ນໄມ້ ຕົ້ນກ້າ ແຫລ່ງເມັດພັນ ແລະ ເຮືອນເພາະເບ້ຍຕົ້ນໄມ້ ແລະ ກຽມປູກໃນແຕ່ລະປີ ເພີ່ມຂຶ້ນ 5-6 ເທົ່າ, ເມື່ອທຽບກັບໄລຍະກ່ອນ ເລີ່ມຕົ້ນດຳເນີນໂຄງການ ປູກຕົ້ນໄມ້ນີ້.

ສ່ວນກະຊວງສິ່ງແວດລ້ອມ ແລະ ການປ່ຽນແປງ ສະພາບ ພູມອາກາດ ຂອງມົງໂກລີ ລະບຸວ່າ: ການປ່ຽນແປງສະພາບ ເປັນທະເລຊາຍ ຊຶ່ງມີການປ່ຽນແປງ ສະພາບພູມອາກາດ ເປັນໂຕກະຕຸ້ນ ຖືເປັນປັດໄຈສຳຄັນ ອັນມີສ່ວນສົ່ງເສີມ ໃຫ້ເກີດພາຍຸຝຸ່ນເຫລືອງ ໃນມົງໂກລີ ຂຶ້ນຕະຫລອດ ໃນໄລຍະບໍ່ເທົ່າໃດປີຜ່ານມາ. ປັດຈຸບັນ ມົງໂກລີ ມີອານາເຂດ ຫລາຍກວ່າ 1,5 ລ້ານກິໂລຕາແມັດ ແຕ່ມີປ່າໄມ້ບໍ່ເຖິງ 10% ຂອງພື້ນທີ່ທັງໝົດ./.

KPL

ຂ່າວອື່ນໆ

ads
ads

Top