ພະນັກງານຫລັກແຫລ່ງສື່ມວນຊົນລາວ ຍົກລະດັບວຽກຄຸ້ມຄອງສື່ ຢູ່ ສສ ຫວຽດນາມ

18/09/2024 13:09
Email Print 137
ຂປລ ຂປລ. ສະຖາບັນສື່ມວນຊົນ ແລະ ໂຄສະນາ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີ່ມິງ ສສ ຫວຽດນາມ ຈັດຝຶກອົບຮົມບໍາລຸງວຽກງານຄຸ້ມຄອງສື່ ໃຫ້ພະນັກງານຫລັກແຫລ່ງຄຸ້ມຄອງສື່ມວນລາວ ທີ່ມາຈາກກົມສື່ມວນຊົນ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ສໍານັກຂ່າວສານປະເທດລາວ, ວິທະຍຸກະຈາຍສຽງແຫ່ງຊາດລາວ, ໂທລະພາບແຫ່ງຊາດລາວ, ໜັງສືພິມພາສາຕ່າງປະເທດ, ໜັງສືພິມປະຊາຊົນ, ສູນກາງສະຫະພັນກໍາມະບານລາວ, ກົມໂຄສະນາອົບຮົມ ກະຊວງປ້ອງກັນປະເທດ, ພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ, ບໍລິຄໍາໄຊ, ສາລະວັນ, ເຊກອງ ແລະ ແຂວງອັດຕະປື.



ຂປລ. ສະຖາບັນສື່ມວນຊົນ ແລະ ໂຄສະນາ
, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີ່ມິງ ສສ ຫວຽດນາມ ຈັດຝຶກອົບຮົມບໍາລຸງວຽກງານຄຸ້ມຄອງສື່ ໃຫ້ພະນັກງານຫລັກແຫລ່ງຄຸ້ມຄອງສື່ມວນລາວ ທີ່ມາຈາກກົມສື່ມວນຊົນ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ສໍານັກຂ່າວສານປະເທດລາວ, ວິທະຍຸກະຈາຍສຽງແຫ່ງຊາດລາວ, ໂທລະພາບແຫ່ງຊາດລາວ, ໜັງສືພິມພາສາຕ່າງປະເທດ, ໜັງສືພິມປະຊາຊົນ, ສູນກາງສະຫະພັນກໍາມະບານລາວ, ກົມໂຄສະນາອົບຮົມ ກະຊວງປ້ອງກັນປະເທດ, ພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ, ບໍລິຄໍາໄຊ, ສາລະວັນ, ເຊກອງ ແລະ ແຂວງອັດຕະປື.



ພິທີເປີດຊຸດຝຶກອົບຮົມດັ່ງກ່າວ, ຈັດຂຶ້ນໃນວັນທີ
17 ກັນຍາ 2024 ທີ່ສະຖາບັນສື່ມວນຊົນ ແລະ ໂຄສະນາ ນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ ໂດຍການເຂົ້າຮ່ວມຂອງ ທ່ານ ຮ່ວງ ວັນ ເຫງ້ຍ ຫົວໜ້າກົມຮ່ວມມືສາກົນ, ສະຖາບັນການເມືອງແຫ່ງຊາດໂຮ່ຈີມິງ, ທ່ານ ຟ້າມມິງເຊີນ ຫົວໜ້າສະຖາບັນສື່ມວນຊົນ ແລະ ໂຄສະນາ ສສ ຫວຽດນາມ, ທ່ານ ວັນເພງ ໄພຍະມາດ ເລຂາເອກ ຕາງໜ້າສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ພ້ອມດ້ວຍຄູອາຈານ ແລະ ສຳມະນາກອນ ເຂົ້າຮ່ວມ. ທັງ​ນີ້, ກໍເພື່ອສ້າງຄວາມເຂັ້ມແຂງ ໃຫ້ພະນັກງານຫລັກແຫລ່ງ ໃນຂົງເຂດສື່ມວນຊົນຂອງລາວ ໃນວຽກງານຄຸ້ມຄອງສື່ ໂດຍຈະເນັ້ນໜັກບັນຫາໃໝ່ໆທີ່ສຳຄັນ ໃນສະພາບປັດຈຸບັນຊຶ່ງນອກຈາກຮຽນທິດສະດີແລ້ວ ຍັງຈະໄດ້ລົງພາກປະຕິບັດຕົວຈິງ ແລະ ໄປເຄື່ອນໄຫວທັດສະນາສຶກສາແລກປ່ຽນບົດຮຽນຢູ່ບັນດາ ສຳນັກງານຂອງສື່ມວນຊົນ ຢູ່ນະຄອນຫລວງຮ່າໂນ້ຍ ແລະ ບາງທ້ອງ ຖິ່ນຂອງ ສສ ຫວຽດນາມ ຕື່ມອີກ.



ທ່ານ ຟ້າມ ມິງ ເຊີນ ໄດ້ມີ​ຄຳ​ເຫັນວ່າ: ການຝຶກອົບຮົມ​ວຽກງານ ຄຸ້ມຄອງສື່ມວນຊົນ ໃຫ້​ພະ ນັກງານຫລັກແຫລ່ງສື່ມວນຂອງລາວ ແມ່ນ​ວຽກ​ງານ​ໜຶ່ງ​ທີ່​ສຳຄັນ​ທີ່​ສຸດ ​ທາງ​ດ້ານ​ການ​ເມືອງ​ ຂອງ​ສະຖາບັນສື່ມວນຊົນ ແລະ ໂຄສະນາຫວຽດນາມ, ທັງນີ້ກໍເພື່ອສ້າງຄວາມເຂັ້ມແຂງໃນການເປັນຜູ້ນຳ ແລະ ພະນັກງານນຳພາຄຸ້ມຄອງ ສື່ມວນຊົນ ຂອງລາວໃນຕໍ່ໜ້າ
, ນັບແຕ່ປີ 2012 ມາຮອດປັດຈຸບັນ, ສະຖາບັນໄດ້ສຳເລັດການຈັດຝຶກອົບຮົມ ໃຫ້ຜູ້ບໍລິຫານ ແລະ ພະນັກງານຄຸ້ມຄອງສື່ມວນຊົນລາວ 7 ຊຸດ ໂດຍມີນັກສຶກສາທີ່ຮຽນຈົບທັງໝົດ 147 ຄົນ.

KPL

ຂ່າວອື່ນໆ

    • ສູນວັດທະນະທໍາຈີນ ປະຈຳລາວ ປິດຊຸດອົບຮົມມວຍໄທເກັກ ຕະກູນລຸວັດທະນະທຳ-ສັງຄົມ

      ສູນວັດທະນະທໍາຈີນ ປະຈຳລາວ ປິດຊຸດອົບຮົມມວຍໄທເກັກ ຕະກູນລຸ

      9/19/2024 3:04:35 PM

      ຂປລ. ໃນວັນທີ 19 ກັນຍາ 2024 ນີ້, ສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ຈັດພິທີປິດຊຸດຝຶກອົບຮົມມວຍໄທເກັກຕະກູນລຸ ແລະ ມອບໃບຢັ້ງຢືນ ໃຫ້ນັກຮຽນຈາກໂຮງຮຽນລຽວໂຕວ໌ ທີ່ເຂົ້າຮ່ວມຝຶກອົບຮົມ ທັງໝົດ 16 ຄົນ ພາຍຫລັງ ດຳເນີນມາແຕ່ວັນທີ 14-19 ກັນຍາ 2024 ​ໂດຍມີທ່ານ ນາງ ຫລີຢີ່ຜິງ ຫົວໜ້າສູນວັດທະນະທໍາຈີນ ປະຈໍາ ສປປ ລາວ, ທ່ານ ຊ້ານຟູລ້ຽງ ເລຂາທິການສະມາຄົມມວຍໄທເກັກຕະກູນລຸ, ທ່ານ ລຸຊ່າງຊິ ຜູ້ສືບທອດຮຸ່ນທີ 5 ມວຍໄທເກັກຕະກູນລຸ, ພ້ອມດ້ວຍຄູ-ອາຈານ ແລະ ນັກຮຽນຈາກໂຮງຮຽນລຽວໂຕວ໌ ເຂົ້າຮ່ວມ.

    • ມອບ-ຮັບເຄື່ອງຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມວັດທະນະທຳ-ສັງຄົມ

      ມອບ-ຮັບເຄື່ອງຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມ

      9/19/2024 2:15:52 PM

      ຂປລ. ພິທີມອບ-ຮັບເຄື່ອງຊ່ວຍເຫລືອບັນເທົາທຸກສຸກເສີມ ໄພນ້ຳຖ້ວມ ຈາກສູນປະສານງານ ການຊ່ວຍ ເຫລືອດ້ານມະນຸດສະທຳອາຊຽນ (AHA Center) ໃຫ້ແກ່ລັດຖະບານ ສປປ ລາວ ຈັດຂຶ້ນໃນວັນທີ 18 ກັນຍາ 2024 ນີ້ຢູ່ສະໜາມບິນສາກົນວັດໄຕ ນະຄອນຫລວງວຽງຈັນ, ກ່າວມອບຂອງ ທ່ານ ແອນດູ ມາດານຸກາຮາ ຫົວໜ້າທີມງານ ຜູ້ຕາງໜ້າຈາກສູນປະສານງານ ການຊ່ວຍເຫລືອດ້ານມະນຸດສະທຳອາຊຽນ ແລະ ຮັບໂດຍ ທ່ານ ລີປາວ ຢ່າງ ຮອງລັດຖະມົນຕີ ກະຊວງແຮງງານ ສະຫວັດດີການສັງຄົມ, ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນ ກາງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນ.

    • ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ປາຖະກະຖາມູນເຊື້ອ 3 ວັນປະຫວັດສາດວັດທະນະທຳ-ສັງຄົມ

      ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ປາຖະກະຖາມູນເຊື້ອ 3 ວັນປະຫວັດສາດ

      9/19/2024 2:07:22 PM

      ຂປລ. ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ຈັດຕປາຖະກະຖາມູນເຊື້ອ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 74 ປີ, ວັນສ້າງຕັ້ງລັດຖະທໍາມະນູນ ແຫ່ງ ສປປ ລາວ ຄົບຮອບ 33 ປີ ແລະ ວັນຢຶດອໍານາດທົ່ວປະເທດ ສປປ ລາວ ຄົບຮອບ 49 ປີ ໃນວັນທີ 18 ກັນຍາ 2024 ໂດຍການປາຖະກະຖາຂອງ ສະຫາຍ ພັນເອກ ສະແຫວງ ແດນນາມົນ ຫົວໜ້າການເມືອງ ໂຮງຮຽນ ວັດທະນະທຳຊົນເຜົ່າກອງທັບ, ມີບັນດາຄະນະຫ້ອງ 4 ຫ້ອງ, 2 ກອງພັນ ແລະ ພະນັກງານ-ນັກຮົບທົ່ວໂຮງຮຽນ ເຂົ້າຮ່ວມ.

    • ຮອງລັດຖະມົນຕີ ກະຊວງ ຖວທ ສືບຕໍ່ຮັບເງິນ ຊ່ວຍເຫລືອ ຕ້ານໄພນ້ຳຖ້ວມວັດທະນະທຳ-ສັງຄົມ

      ຮອງລັດຖະມົນຕີ ກະຊວງ ຖວທ ສືບຕໍ່ຮັບເງິນ ຊ່ວຍເຫລືອ ຕ້ານໄພນ້ຳຖ້ວມ

      9/19/2024 2:02:43 PM

      ຂປລ. ໃນວັນທີ 18 ກັນຍາ 2024 ນີ້, ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຮັບເງິນ ຊ່ວຍເຫລືອຕ້ານໄພນ້ຳຖ້ວມ ມູນຄ່າ 30 ລ້ານກີບ ຈາກ ສູນວັດທະນະທຳຈີນ ປະຈຳລາວ, ຕາງໜ້າມອບໂດຍ ທ່ານ ນາງ ຫລີຢີ່ຜິງ ຫົວໜ້າສູນວັດທະນະທຳຈີນ ປະຈຳລາວ , ມີພາກສ່ວນກ່ຽວຂ້ອງ ຂອງທັງສອງຝ່າຍ ເຂົ້າຮ່ວມ.

    • ບໍລິສັດ ຊີພີ ອໍ ລາວ ຈໍາກັດ ມອບນໍ້າດື່ມຊ່ວຍຜູ້ປະສົບໄພນໍ້າຖ້ວມວັດທະນະທຳ-ສັງຄົມ

      ບໍລິສັດ ຊີພີ ອໍ ລາວ ຈໍາກັດ ມອບນໍ້າດື່ມຊ່ວຍຜູ້ປະສົບໄພນໍ້າຖ້ວມ

      9/18/2024 5:00:51 PM

      ຂປລ. ບໍລິສັດ ຊີພີ ອໍ ລາວ ຈໍາກັດ ໄດ້ມອບນໍ້າດື່ມໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ເພື່ອນໍາໄປມອບຕໍ່ໃຫ້ປະຊາຊົນຜູ້ປະສົບໄພພິບັດ ໄພນໍ້າຖ້ວມ ມູນຄ່າ 10 ລ້ານກີບ ໃນວັນທີ 18 ກັນຍາ 2024 ທີ່ກະຊວງ ຮສສ, ກ່າວມອບ ໂດຍ ທ່ານ ທາຕີ ຈິຣະບັນຈົງຈິດ ຜູ້ອໍານວຍການບໍລິສັດ ຊີພີ ອໍ ລາວ ຈໍາກັດ ປະຈໍາ ສປປ ລາວ ​ແລະ ຮັບໂດຍ ທ່ານ ລີປາວ ຢ່າງ ຮອງລັດຖະ ມົນຕີ ກະຊວງ ຮສສ, ປະທານສະພາບໍລິຫານ ກອງທຶນຄຸ້ມຄອງໄພພິບັດ ຂັ້ນສູນກາງ, ມີບັນດາພະນັກງານກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມ.

ads
ads

Top