ລະດົມຄວາມເຫັນ ປັບປຸງເນື້ອໃນປຶ້ມ 49 ຊົນເຜົ່າ ເປັນ 50 ຊົນເຜົ່າ

18/09/2024 13:02
Email Print 133
ຂປລ ຂປລ. ກໍາມາທິການບັນດາເຜົ່າ (ກບຜ) ສະພາ​ແຫ່ງ​ຊາດ ຈັດສຳມະນາລະດົມຄວາມຄິດເຫັນກ່ຽວ ກັບການນຳໃຊ້ປຶ້ມ 49 ຊົນເຜົ່າ ເພື່ອຈັດພິມປຶ້ມ 50 ຊົນເຜົ່າ ໃນວົງຄະນະຍາດແຫ່ງຊາດລາວ ​ໃນວັນທີ 16-17 ກັນຍາ 2024 ທີ່ເມືອງວັງວຽງ ແຂວງວຽງຈັນ ​ໂດຍມີຮອງປະທານສູນກາງແນວລາວສ້າງຊາດ, ຮອງຫົວໜ້າສະຖາບັນວິທະຍາສາດເສດຖະກິດ-ສັງຄົມແຫ່ງຊາດ, ບັນດາຮອງປະທານກຳມາທິການ ແລະ ຄະນະກຳມະການຂອງ ກບຜ ຈາກ 18 ເຂດເລືອກຕັ້ງທົ່ວປະເທດ ​ແລະ ພາກສ່ວນທີ່ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ຂປລ. ກໍາມາທິການບັນດາເຜົ່າ (ກບຜ) ສະພາ​ແຫ່ງ​ຊາດ ຈັດສຳມະນາລະດົມຄວາມຄິດເຫັນກ່ຽວ ກັບການນຳໃຊ້ປຶ້ມ 49 ຊົນເຜົ່າ ເພື່ອຈັດພິມປຶ້ມ 50 ຊົນເຜົ່າ ໃນວົງຄະນະຍາດແຫ່ງຊາດລາວ ​ໃນວັນທີ 16-17 ກັນຍາ 2024 ທີ່ເມືອງວັງວຽງ ແຂວງວຽງຈັນ ​ໂດຍມີຮອງປະທານສູນກາງແນວລາວສ້າງຊາດ, ຮອງຫົວໜ້າສະຖາບັນວິທະຍາສາດເສດຖະກິດ-ສັງຄົມແຫ່ງຊາດ, ບັນດາຮອງປະທານກຳມາທິການ ແລະ ຄະນະກຳມະການຂອງ ກບຜ ຈາກ 18 ເຂດເລືອກຕັ້ງທົ່ວປະເທດ  ​ແລະ ພາກສ່ວນທີ່ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ທ່ານ ຄຳຈັນ ໂສຕາປະເສີດ ຄະນະປະຈຳສະພາແຫ່ງຊາດ, ປະທານກຳມາທິການບັນດາເຜົ່າ ​ໄດ້​ໃຫ້​ຮູ້​ວ່າ: ການ​ສໍາມະນາຄັ້ງນີ້ ເພື່ອຄົ້ນຄວ້າ ແລະ ລະດົມຄວາມຄິດເຫັນຕໍ່ການປັບປຸງເນື້ອໃນປຶ້ມ 49 ຊົນເຜົ່າ ເພື່ອຈັດພິມປຶ້ມ 50 ຊົນເຜົ່າ ໃນວົງຄະນະຍາດແຫ່ງຊາດລາວ ໃຫ້ເປັນປຶ້ມທີ່ຖືກ ຕ້ອງສອດຄ່ອງກັບ ສະພາບຄວາມເປັນຈິງ, ຖືກຕາມຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການ ເມືອງໃນໄລຍະໃໝ່ ​ແລະ ເພື່ອຄວາມເປັນເອກະພາບດ້ານເນື້ອໃນຂອງປຶ້ມ 50 ຊົນເຜົ່າ ຂອງກຳມາທິການບັນດາເຜົ່າ ທັງເປັນການຖອດຖອນບົດຮຽນ, ສັງລວມຂໍ້ມູນ ເພື່ອເຜີຍແຜ່ໃຫ້ຄວາມຮູ້ຄວາມເຂົ້າໃຈກ່ຽວກັບຊື່ເອີ້ນ ແລະ ຈໍານວນຊົນ ເຜົ່າໃນ ສປປລາວ.

​ໂອກາດ​ນີ້, ຜູ້​ເຂົ້າ​ຮ່ວມ ​ໄດ້ຮັບຟັງຜົນການຕີລາຄາການເຜີຍແຜ່ ແລະ ຈັດຕັ້ງປະຕິບັດມະຕິ ຂອງສະພາແຫ່ງຊາດ ສະບັບເລກທີ 213/ສພຊ, ລົງວັນທີ 24 ພະຈິກ 2008 ກ່ຽວກັບການຮັບ ຮອງເອົາຊື່ເອີ້ນ ແລະ ຈຳນວນຊົນເຜົ່າ; ມະຕິຂອງສະພາແຫ່ງຊາດ ສະບັບເລກທີ 108/ສພຊ, ລົງວັນທີ 05 ທັນວາ 2018 ວ່າດ້ວຍການຮັບຮອງເອົາຊົນເຜົ່າ ບຣູ; ການຈັດຕັ້ງປະຕິບັດ ດຳລັດວ່າດ້ວຍວຽກງານຊົນເຜົ່າ ສະບັບເລກທີ 207/ລບ, ລົງວັນທີ 20 ມີນາ 2020; ວິທີການ, ຂັ້ນຕອນຄົ້ນຄວ້າ ແລະ ພິຈາລະນາຊື່ເອີ້ນຊົນເຜົ່າໃນ ສປປ ລາວ; ການປັບປຸງເນື້ອໃນປຶ້ມ 49 ຊົນເຜົ່າ ເປັນປຶ້ມ 50 ຊົນເຜົ່າ ໃນວົງຄະນະຍາດເເຫ່ງຊາດລາວ. ຈາກນັ້ນ, ກໍ​ໄດ້​ພ້ອມກັນປະກອບຄຳຄິດຄຳເຫັນຢ່າງມີຈຸດສຸມ, ກົງໄປກົງມາ ເພື່ອເຮັດໃຫ້ການປັບປຸງປຶ້ມດັ່ງກ່າວ ມີເນື້ອໃນຄົບຖ້ວນສົມບູນ. ຂ່າວ: ກົງທະນູຄໍາ ພິພັດເສລີ

KPL

ຂ່າວອື່ນໆ

    • ສູນວັດທະນະທໍາຈີນ ປະຈຳລາວ ປິດຊຸດອົບຮົມມວຍໄທເກັກ ຕະກູນລຸວັດທະນະທຳ-ສັງຄົມ

      ສູນວັດທະນະທໍາຈີນ ປະຈຳລາວ ປິດຊຸດອົບຮົມມວຍໄທເກັກ ຕະກູນລຸ

      9/19/2024 3:04:35 PM

      ຂປລ. ໃນວັນທີ 19 ກັນຍາ 2024 ນີ້, ສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ຈັດພິທີປິດຊຸດຝຶກອົບຮົມມວຍໄທເກັກຕະກູນລຸ ແລະ ມອບໃບຢັ້ງຢືນ ໃຫ້ນັກຮຽນຈາກໂຮງຮຽນລຽວໂຕວ໌ ທີ່ເຂົ້າຮ່ວມຝຶກອົບຮົມ ທັງໝົດ 16 ຄົນ ພາຍຫລັງ ດຳເນີນມາແຕ່ວັນທີ 14-19 ກັນຍາ 2024 ​ໂດຍມີທ່ານ ນາງ ຫລີຢີ່ຜິງ ຫົວໜ້າສູນວັດທະນະທໍາຈີນ ປະຈໍາ ສປປ ລາວ, ທ່ານ ຊ້ານຟູລ້ຽງ ເລຂາທິການສະມາຄົມມວຍໄທເກັກຕະກູນລຸ, ທ່ານ ລຸຊ່າງຊິ ຜູ້ສືບທອດຮຸ່ນທີ 5 ມວຍໄທເກັກຕະກູນລຸ, ພ້ອມດ້ວຍຄູ-ອາຈານ ແລະ ນັກຮຽນຈາກໂຮງຮຽນລຽວໂຕວ໌ ເຂົ້າຮ່ວມ.

    • ມອບ-ຮັບເຄື່ອງຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມວັດທະນະທຳ-ສັງຄົມ

      ມອບ-ຮັບເຄື່ອງຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມ

      9/19/2024 2:15:52 PM

      ຂປລ. ພິທີມອບ-ຮັບເຄື່ອງຊ່ວຍເຫລືອບັນເທົາທຸກສຸກເສີມ ໄພນ້ຳຖ້ວມ ຈາກສູນປະສານງານ ການຊ່ວຍ ເຫລືອດ້ານມະນຸດສະທຳອາຊຽນ (AHA Center) ໃຫ້ແກ່ລັດຖະບານ ສປປ ລາວ ຈັດຂຶ້ນໃນວັນທີ 18 ກັນຍາ 2024 ນີ້ຢູ່ສະໜາມບິນສາກົນວັດໄຕ ນະຄອນຫລວງວຽງຈັນ, ກ່າວມອບຂອງ ທ່ານ ແອນດູ ມາດານຸກາຮາ ຫົວໜ້າທີມງານ ຜູ້ຕາງໜ້າຈາກສູນປະສານງານ ການຊ່ວຍເຫລືອດ້ານມະນຸດສະທຳອາຊຽນ ແລະ ຮັບໂດຍ ທ່ານ ລີປາວ ຢ່າງ ຮອງລັດຖະມົນຕີ ກະຊວງແຮງງານ ສະຫວັດດີການສັງຄົມ, ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນ ກາງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນ.

    • ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ປາຖະກະຖາມູນເຊື້ອ 3 ວັນປະຫວັດສາດວັດທະນະທຳ-ສັງຄົມ

      ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ປາຖະກະຖາມູນເຊື້ອ 3 ວັນປະຫວັດສາດ

      9/19/2024 2:07:22 PM

      ຂປລ. ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ຈັດຕປາຖະກະຖາມູນເຊື້ອ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 74 ປີ, ວັນສ້າງຕັ້ງລັດຖະທໍາມະນູນ ແຫ່ງ ສປປ ລາວ ຄົບຮອບ 33 ປີ ແລະ ວັນຢຶດອໍານາດທົ່ວປະເທດ ສປປ ລາວ ຄົບຮອບ 49 ປີ ໃນວັນທີ 18 ກັນຍາ 2024 ໂດຍການປາຖະກະຖາຂອງ ສະຫາຍ ພັນເອກ ສະແຫວງ ແດນນາມົນ ຫົວໜ້າການເມືອງ ໂຮງຮຽນ ວັດທະນະທຳຊົນເຜົ່າກອງທັບ, ມີບັນດາຄະນະຫ້ອງ 4 ຫ້ອງ, 2 ກອງພັນ ແລະ ພະນັກງານ-ນັກຮົບທົ່ວໂຮງຮຽນ ເຂົ້າຮ່ວມ.

    • ຮອງລັດຖະມົນຕີ ກະຊວງ ຖວທ ສືບຕໍ່ຮັບເງິນ ຊ່ວຍເຫລືອ ຕ້ານໄພນ້ຳຖ້ວມວັດທະນະທຳ-ສັງຄົມ

      ຮອງລັດຖະມົນຕີ ກະຊວງ ຖວທ ສືບຕໍ່ຮັບເງິນ ຊ່ວຍເຫລືອ ຕ້ານໄພນ້ຳຖ້ວມ

      9/19/2024 2:02:43 PM

      ຂປລ. ໃນວັນທີ 18 ກັນຍາ 2024 ນີ້, ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຮັບເງິນ ຊ່ວຍເຫລືອຕ້ານໄພນ້ຳຖ້ວມ ມູນຄ່າ 30 ລ້ານກີບ ຈາກ ສູນວັດທະນະທຳຈີນ ປະຈຳລາວ, ຕາງໜ້າມອບໂດຍ ທ່ານ ນາງ ຫລີຢີ່ຜິງ ຫົວໜ້າສູນວັດທະນະທຳຈີນ ປະຈຳລາວ , ມີພາກສ່ວນກ່ຽວຂ້ອງ ຂອງທັງສອງຝ່າຍ ເຂົ້າຮ່ວມ.

    • ບໍລິສັດ ຊີພີ ອໍ ລາວ ຈໍາກັດ ມອບນໍ້າດື່ມຊ່ວຍຜູ້ປະສົບໄພນໍ້າຖ້ວມວັດທະນະທຳ-ສັງຄົມ

      ບໍລິສັດ ຊີພີ ອໍ ລາວ ຈໍາກັດ ມອບນໍ້າດື່ມຊ່ວຍຜູ້ປະສົບໄພນໍ້າຖ້ວມ

      9/18/2024 5:00:51 PM

      ຂປລ. ບໍລິສັດ ຊີພີ ອໍ ລາວ ຈໍາກັດ ໄດ້ມອບນໍ້າດື່ມໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ເພື່ອນໍາໄປມອບຕໍ່ໃຫ້ປະຊາຊົນຜູ້ປະສົບໄພພິບັດ ໄພນໍ້າຖ້ວມ ມູນຄ່າ 10 ລ້ານກີບ ໃນວັນທີ 18 ກັນຍາ 2024 ທີ່ກະຊວງ ຮສສ, ກ່າວມອບ ໂດຍ ທ່ານ ທາຕີ ຈິຣະບັນຈົງຈິດ ຜູ້ອໍານວຍການບໍລິສັດ ຊີພີ ອໍ ລາວ ຈໍາກັດ ປະຈໍາ ສປປ ລາວ ​ແລະ ຮັບໂດຍ ທ່ານ ລີປາວ ຢ່າງ ຮອງລັດຖະ ມົນຕີ ກະຊວງ ຮສສ, ປະທານສະພາບໍລິຫານ ກອງທຶນຄຸ້ມຄອງໄພພິບັດ ຂັ້ນສູນກາງ, ມີບັນດາພະນັກງານກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມ.

ads
ads

Top