ຄໍາ ແມບ-ແໝບ, ໂມກ-ໂໝກ ໃນພາສາລາວ

12/09/2024 07:00
Email Print 691
ຂປລ ຫລາຍບົດໃນໄລຍະມໍ່ໆມານີ້ ໄດ້ນໍາເອົາຄໍາສັບທີ່ປະກອບສ້າງຂຶ້ນດ້ວຍອັກສອນສູງ ແລະ ຕໍ່າເປັນຕົວແກນ ຫລື ພະຍັນຊະນະແກນ ປະກອບໃສ່ສະຫລະຕົວດຽວກັນ.

         ຫລາຍບົດໃນໄລຍະມໍ່ໆມານີ້ ໄດ້ນໍາເອົາຄໍາສັບທີ່ປະກອບສ້າງຂຶ້ນດ້ວຍອັກສອນສູງ ແລະ ຕໍ່າເປັນຕົວແກນ ຫລື ພະຍັນຊະນະແກນ ປະກອບໃສ່ສະຫລະຕົວດຽວກັນ, ຈໍານວນໜຶ່ງມີຕົວສະກົດ ໂດຍສະເພາະຕົວສະກົດຕາຍ ເຊິ່ງໃນພຶດຕິກໍາຕົວຈິງມັກພົບການຂຽນບໍ່ຖືກຕາມຫລັກໄວຍາກອນ ກໍ່ຄືຕາມວັດຈະນະນຸກົມ ພາສາລາວ. ບົດນີ້ ຈຶ່ງສືບຕໍ່ເອົາບາງຄໍາມາທົບທວນນໍາກັນອີກ.

          ຄໍາ “ແມບ” ເປັນຄໍາຄຸນນາມ ໝາຍເຖິງ ແສງເຫລື້ອມນ້ອຍໆ ແລະ ໄວ ເອີ້ນ ເຫລື້ອມແມບ; ເປັນກໍາມະ ໝາຍເຖິງ ອາການນອນແຊ່ຢູ່ໃນນໍ້າ ຂອງຄົນ ແລະ ສັດ ເຊັ່ນ ຄວາຍແມບນໍ້າ...ຄໍາວ່າ “ແມບ” ຍັງມີສັບທີ່ພວກເຮົາພົບເຫັນຫລາຍ ເຊິ່ງປະກອບຢູ່ນໍາຄໍາທີ່ມີສອງພະຍາງ ມີຄວາມໝາຍແຕກຕ່າງກັນໄປ ເຊັ່ນ: ມັບແມບ ເປັນຄໍາຄຸນນາມ ໝາຍເຖິງ ເຮັດລັບໆລີ້ໆ, ລີ້, ເຫັນແດ່ບໍ່ເຫັນແດ່; ຟ້າແມບເຫລື້ອມ ເປັນຄໍານາມ ໝາຍເຖິງ ແສງທີ່ຢູ່ໄກໆແຕ່ໄວ ເທິງທ້ອງຟ້າ ເວລາຈະມີຝົນ...ນອກນັ້ນ ຍັງມີບາງກໍລະນີ ມີຄວາມໝາຍແຝງ ເຊັ່ນ ເຫລື້ອມແມບ ເຊິ່ງຄວາມໝາຍເດີມ ກໍ່ໝາຍເຖິງແສງເຫລື້ອມຢ່າງໄວ, ແຕ່ໃນກໍລະນີເວົ້າເຖິງການກິນທີ່ມີລັກສະນະໄວ ຢ່າງບໍ່ເຫລືອ ດັ່ງວ່າ ກິນເຫລື້ອມແມບ ໝາຍເຖິງ ຄຸນລັກສະນະການກິນຂອງກິນໃດໜຶ່ງຢ່າງໝົດສ້ຽງ, ເມື່ອຖືກຖາມວ່າ ຍັງບໍ່(ໝາຍເຖິງອາຫານການກິນ) ຄໍາຕອບວ່າ ເຫລື້ອມແມບ ກໍ່ໝາຍເຖິງກິນຈົນກ້ຽງຈານ-ຖ້ວຍ...ນັ້ນເອງ.

         ຄໍາ “ແໝບ” ເປັນຄໍາຄຸນນາມ ໝາຍເຖິງ ລັກສະນະແພບແປຂອງດັງຄົນ ເອີ້ນດັງແໝບ; ເປັນຄໍາກໍາມະ ໝາຍເຖິງ ໝູບລົງໃຫ້ທ້ອງ ແລະ ເອິກຈຸພື້ນ ແລ້ວຢຽດແຂນຂາອອກ; ເໝບ ກໍ່ວ່າ.

         ສະຫລຸບວ່າ ສອງຕົວອັກສອນ ກໍ່ຄືຕົວແກນໃນຄໍາທີ່ຍົກຂຶ້ນມາ ທັງ ໝ ແລະ ມ ນີ້ ເຖິງວ່າປະກອບໃສ່ສະຫລະດຽວກັນ ແລະມີຕົວສະກົດດຽວກັນ ສຽງໃກ້ກັນ ແຕ່ບໍ່ສາມາດໃຊ້ແທນກັນໄດ້, ຖ້າໃຊ້ ກໍ່ຖືວ່າບໍ່ຖືກ ດັ່ງ ຄົນດັງແມບ, ຟ້າແໝບ  ເຫລື້ອມ...ຖືວ່າບໍ່ຖືກ.

            ດັ່ງນັ້ນ ຈຶ່ງໄດ້ນໍາມາເພື່ອສຶກສາຮ່ວມກັນຄືດັ່ງນີ້ແລ, ພໍ້ກັນໃໝ່ບົດຕໍ່ໄປ.

KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top