ແຫລ່ງທ່ອງທ່ຽວໄຊສົມບູນ ທີ່ໜ້າທ່ຽວຊົມ

01/08/2024 10:28
Email Print 2651
ຂປລ ພູຫົວໂລ້ນ ແລະ ຈອມພູເບ້ຍຢູ່ແຂວໄຊສົມບູນ ພວມໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດຢ່າງກວ້າງ. ຂະນະທີ່ແຂວງດັ່ງກ່າວຕັ້ງເປົ້າຈະດຶງດູດນັກທ່ອງທ່ຽວໃຫ້ໄດ້ຢ່າງໜ້ອຍ ແສນຄົນພາຍໃນປີ 2024 ນີ້.

           ພູຫົວໂລ້ນ ແລະ ຈອມພູເບ້ຍຢູ່ແຂວໄຊສົມບູນ ພວມໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດຢ່າງກວ້າງ. ຂະນະທີ່ແຂວງດັ່ງກ່າວຕັ້ງເປົ້າຈະດຶງດູດນັກທ່ອງທ່ຽວໃຫ້ໄດ້ຢ່າງໜ້ອຍ ແສນຄົນພາຍໃນປີ 2024 ນີ້.ດັ່ງທີ່ຮູ້ນໍາກັນ, ແຂວງໄຊສົມບູນມີສະຖານທີ່ທ່ອງທ່ຽວທີ່ໜ້າຄົ້ນຫາ ແລະ ໄປສໍາຜັດຫລາຍແຫ່ງທາງດ້ານປະຫວັດສາດ, ວັດທະນະທໍາ, ທໍາມະຊາດ ແລະ ວິຖີຊີວິດຂອງຄົນທ້ອງຖິ່ນ ທີ່ເຊື່ອງຊ້ອນຕາມປ່າດົງ, ຮ່ອມພູ ແລະ ທົ່ງຫຍ້າອັນກວ້າງໃຫຍ່.ແຂວງໄຊສົມບູນ ຕັ້ງໃນພາກກາງຂອງ ສປປ ລາວ ໄດ້ຮັບການຂະໜານນາມຈາກນັກທ່ອງທ່ຽວວ່າ “ນີວຊີແລນ ແຫ່ງປະເທດລາວ”, ມີເນື້ອທີ່ທັງໝົດປະມານ 8.500 ຕາລາງກິໂລແມັດ ຕັ້ງຢູ່ພາກກາງຂອງ ສປປ ລາວ, ມີຊາຍແດນຕິດກັບບັນດາ ແຂວງອ້ອມຂ້າງໃກ້ຄຽງດັ່ງນີ້: ທິດເໜືອຕິດກັບເມືອງພູຄູນ ແຂວງຫລວງພະບາງ, ເມືອງພູກູດ, ເມືອງຜາໄຊ ແລະ ເມືອງຄູນແຂວງຊຽງຂວາງ; ທິດໃຕ້ຕິດກັບເມືອງທຸລະຄົມ ແຂວງວຽງຈັນ ແລະເມືອງທ່າພະບາດ ແຂວງບໍລິຄໍາໄຊ;ທິດຕາ ເວັນຕົກຕິດກັບ ເມືອງກາສີ,ເມືອງວັງວຽງ ແລະ ເມືອງແກ້ວອຸດົມ ແຂວງວຽງຈັນ;ທິດຕາເວັນອອກ ຕິດກັບເມືອງໝອກໃໝ່ ແຂວງຊຽງຂວາງ ແລະ ເມືອງບໍລິຄັນແຂວງບໍລິຄໍາໄຊ. ພາຍໃນແຂວງໄດ້ຈັດສັນພື້ນທີ່ອອກເປັນ 8 ປະເພດດັ່ງນີ້: ດິນກະສິກຳ 138.000 ກວ່າເຮັກຕາ, ດິນປຸກສ້າງ 5.000 ກວ່າເຮັກຕາ, ດິນອຸດສາຫະກໍາ 17.000ກວ່າເຮັກຕາ, ດິນປ່າໄມ້ 599.000 ກວ່າເຮັກຕາ ແລະ ອື່ນໆ.


ມື້ນີ້ຜູ້ຂຽນຈະແນະນໍາສະທີ່ທ່ອງທ່ຽວທັງເກົ່າ ແລະ ໃໝ່ 12 ແຫ່ງພາຍໃນແຂວງໄຊສົມບູນ ທີ່ໜ້າທ່ຽວຊົມຄື: 1.ນ້ຳຕົກຕາດດ່ານຜາແຊບຕັ້ງຫ່າງຈາກເທສະບານ ເມືອງລ້ອງຊານໄປທາງທິດເໜືອປະມານ 18ກິໂລແມັດ, ມີຄວາມສູງປະມານ 20 ກວ່າແມັດ, ກວ້າງປະມານ 40ແມັດ, ປະກອບມີ 2 ຊັ້ນ, ແຕ່ລະຊັ້ນມີຄວາມສູງ ປະມານ 10 ແມັດ, ຊັ້ນລຸ່ມຂອງນ້ຳຕົກຕາ ມີນ້ຳໄຫລອດພື້ນອອກມາ, ມີລັກສະນະເຈີ້ຍເລິກເຂົ້າໄປທາງໃນ ເຊິ່ງມີຄວາມກວ້າງຈົນສາມາດເປັນບ່ອນນອນໄດ້ປະມານ 100 ກວ່າຄົນ; 2.ນ້ຳຕົກຕາດຍອງຕັ້ງຢູ່ບ້ານປາກຍອງ ເມືອງທ່າໂທມ, ຫ່າງຈາກເທສະບານເມືອງປະມານ 22 ກິໂລແມັດ, ນອນຢູ່ເຂດປ່າສະຫງວນຂອງເມືອງ ມີເນື້ອທີ່ທັງໝົດປະມານ 276 ເຮັກຕາ ແລະເນື້ອທີ່ແຫລ່ງທ່ອງທ່ຽວປະມານ 98 ເຮັກຕາ. ເປັນນ້ຳຕົກຕາດ 3 ຊັ້ນລຽນຕິດກັນ ເຊິ່ງມີຄວາມສູງປະມານ 30 ແມັດ, ເປັນນ້ຳຕົກຕາດທີ່ສວຍງາມ ເຊິ່ງມີອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດ, ພາຍໃນບໍລິເວນນ້ຳຕົກຕາດປົກຫຸ້ມໄປດ້ວຍຕົ້ນໄມ້ນ້ອຍ ໃຫຍ່ຫາລາຍຊະນິດທີ່ຫາເບິ່ງຍາກ ແລະ ມີອາກາດທີ່ເຢັນຕະຫລອດປີ.



ຕາມການບອກເລົ່າຂອງຜູ້ເຖົ້າຜູ້ແກ່ບ້ານປາກຍອງເລົ່າໃຫ້ຟັງວ່າສະຖານທີ່ນໍ້າຕົກແຫ່ງນີ້ ເປັນສະຖານທີ່ສັກສິດ ແລະ ເປັນບ່ອນສັກກະລະບູຊາຂອງປະຊາຊົນບ້ານປາກຍອງ ເພາະວ່າໃນທຸກໆວັນສິນ 15 ຄ່ຳ ຈະມີສຽງຄ້ອງສຽງກອງດັງສະໜັ່ນ ຢູ່ຕາມຮ່ອມນ້ຳຕົກຕາດ, ນອກນັ້ນ ອີກປະການໜຶ່ງຍັງໄດ້ພົບເຫັນຮອຍຕີນຄົນບູຮານ ແລະ ຮອຍຕີນໝາຕິດຢູ່ພະລານຫີນຂອງຕາດຊັ້ນທີ 2 ອີກ ດ້ວຍ; 3. ພຫົວໂລ້ນຕັ້ງຢູ່ບ້ານພູຫົວຊ້າງ ເມືອງອະນຸວົງຫ່າງຈາກເທສະບານເມືອງ ໄປທາງທິດຕາເວັນຕົກ ປະມານ 2 ກິໂລແມັດເຊິ່ງເປັນພູທີ່ມີຄວາມໂດດເດັ່ນ ແລະສວຍງາມ ປະກອບໄປດ້ວຍພູນ້ອຍໃຫຍ່ຢັ່ງຢາຍກັນຢ່າງສະຫລັບຊ້ັນຊ້ອນ ແລະ ປົກຄຸມໄປດ້ວຍທົ່ງຫຍ້າທີ່ຂຽວງາມ. ນອກນັ້ນ ໃນຍາມເຊົ້າບໍລິເວນພູແຫ່ງນີ້ ຈະຖືກປົກຫຸ້ມໄປດ້ວຍນໍ້າໝອກຄ້າຍກັບທະເລໝອກ,ທັງເປັນຈຸດຊົມທິວທັດທຳທັດທຳມະຊາດ ແລະ ຊົມຕາເວັນຕົກດິນໃນຍາມຄ້ອຍຄຳລົງແລງອີກດ້ວຍ; 4.ແຫລ່ງທ່ອງທ່ຽວປ່າດອກກຸຫລາບພັນປີ, ຊາກຕົ້ນໄມ້ບູຮານທີ່ຍັງມີຊີວິດຢູ່ເຊື່ອງຊ້ອນໄວ້ຢູ່ຈອມພູເບ້ຍ; 5. ເຮືອນເກົ່າວາງປາວ ຕັ້ງຢູ່ເທສະບານເມືອງລ້ອງແຈ້ງ ແຂວງໄຊສົມບູນ; 6. ສິມເກົ່າວັດຈອມແຈ້ງ ຕັ້ງຢູ່ບ້ານລ້ອງແຈ້ງ ເມືອງລ້ອງແຈ້ງແຂວງໄຊສົມບູນ; 7. ນໍ້າຕົກຕາດຫ້ວຍນົກ ຕັ້ງຢູ່ບ້ານທົ່ງຮັກ ເມືອງອະນຸວົງ ແຂວງໄຊສົມບູນ; 8. ນ້ຳຕົກຕາດພະແຈແຫລ້ ເປັນນ້ຳຕົກໜຶ່ງທີ່ມີຄວາມສວາຍງາມ ແລະ ໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວພາຍໃນເຂົ້າໄປທ່ຽວຊົມ ແລະ ມີການຈັດກິດຈະກຳກິນເຂົ້າປ່າສາມັກຄີ ໃນວັນພັກລັດຖະການ; 9. ເຮືອນພັກອະດີດເຈົ້າຊີວິດສີສະຫວ່າງ ວັດທະນາ ຕັ້ງຢູ່ບ້ານລ້ອງແຈ້ງ ເມືອງລ້ອງແຈ້ງ ແຂວງໄຊສົມບູນ; 10. ນ້ຳຕົກຕາດປຸ່ງຕັ້ງຢູ່ບ້ານນ້ຳຄຸຍ ເມືອງລ້ອງຊານ ແຂວງໄຊສົມບູນ; 11.ເດີ່ນບິນເກົ່າ ບ້ານລ້ອງແຈ້ງ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ເປັນເດີ່ນບິນທີ່ນ້ອຍທີ່ສຸດ ແຕ່ມີຍົນຂຶ້ນລົງຫລາຍທີ່ສຸດ ໃນອະດີດມີຍົນຂຶ້ນລົງຫລາຍກວ່າ 400 ທ້ຽວຕໍ່ວັນ; 12. ຄົ້ນພົບຊາກໄຫຫີນ ຢູ່ເຂດບ້ານຊຽງຄົງ ເມືອງທ່າໂທມ ແຂວງໄຊສົມບູນ ເຊິ່ງຫ່າງຈາກເທສະບານເມືອງທ່າໂທມ ໄປທາງທິດຕາເວັນອອກ ປະມານ 65 ກິໂລແມັດ ແລະ ຫ່າງຈາກບ້ານຊຽງຄົງ ປະມານ 15 ກິໂລແມັດ, ໃຊ້ເວລາຍ່າງເຂົ້າເຖິງປະມານ 3 ຊົ່ວໂມງ ເຊິ່ງພົບເຫັນໂດຍ ທ່ານ ຄຳຫລ້າຊົ່ງ ແລະ ຕູ້ວ່າງປະຊາຊົນບ້ານຊຽງຄົງ. ໄຫຫີນ ທີ່ພົບເຫັນມີປະມານ 30 ໄຫ, ສ່ວນຫລາຍເປັນໄຫນ້ອຍ ຖືກທຳລາຍ ແລະ ເປເພເປັນສ່ວນໃຫຍ່, ມີບາງໄຫເທົ່ານັ້ນ ທີ່ຍັງຄົງສະພາບເດີມ.

ຕາມການໃຫ້ຂ້ໍມູມຂອງຜູ້ພົບເຫັນໃຫ້ຮູ້ວ່າ ຍັງມີໄຫຫີນອີກຫລາຍຈຸດ, ແຕ່ທີມງານບໍ່ສາມາດເຂົ້າເຖິງໄດ້. ແນວໃດກໍດີ ເຖິງແມ່ນວ່າແຂວງໄຊສົມບູນ ເປັນແຂວງຕັ້ງໃໝ່ພື້ນຖານໂຄງລ່າງດ້ານຕ່າງໆພວມໄດ້ຮັບການພັດທະນາເປັນກ້າວໆ. ແຕ່ຫາກເມື່ອເວົ້າເຖິງແຫລ່ງທ່ອງທ່ຽວທໍາມະຊາດ, ວັດທະນະທໍາ, ປະຫວັດສາດ, ກະສິກໍານັ້ນບໍ່ເປັນສອງຮອງແຂວງໃນສປປລາວ. ພ້ອມນີ້, ບັນດາສະຖານທີ່ເຫລົ່ານີ້ກໍພວມໄດ້ຮັບການພັດທະນາເປັນກ້າວໆ ແລະ ກາຍເປັນແຫລ່ງດຶງດູດນັກທ່ອງທ່ຽວໃຫ້ນັບມ້ືຫລາຍຂຶ້ນ ປະກອບສ່ວນໃຫ້ແຂວງດັ່ງກ່າວມີການພັດທະນາຢ່າງບໍ່ຢຸດຢັ້ງ. ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

    • ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງທ່ອງທ່ຽວ

      ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງ

      10/14/2025 8:43:35 AM

      ນະຄອນຫລວງ ປັກກິ່ງ ສປ ຈີນ ນອກຈາກເປັນເມືອງໜຶ່ງທີ່ຂຶ້ນຊື່ດ້ານຄວາມທັນສະໄໝ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລແລ້ວ, ຍັງເປັນເມືອງທີ່ມີຊື່ສຽງໂດ່ງດັງດ້ານການທ່ອງທ່ຽວ

    • ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກທ່ອງທ່ຽວ

      ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກ

      10/9/2025 11:42:40 AM

      ຂປລ. ເກາະໄຫຫລຳ ຫລື ເອີ້ນຊື່ເຕັມວ່າ ແຂວງໄຫໜານ ສປ ຈີນ ຕັ້ງຢູ່ກາງທະເລຕອນໃຕ້ຂອງຈີນແຜ່ນດິນໃຫຍ່ທີ່ອ້ອມຮອບດ້ວຍນໍ້າທະເລ ແລະ ບໍ່ມີຊາຍແດນທາງທິດໃດຕິດກັບແຜນດິນໃຫຍ່.

    • ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”ທ່ອງທ່ຽວ

      ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”

      10/2/2025 12:26:06 PM

      ຂປລ. ນັບວ່າ ເປັນອີກໜຶ່ງໂອກາດທີ່ດີສຳລັບຜູ້ຂຽນເອງ ທີ່ໄດ້ມີໂອກາດເດີນທາງໄປ ສປ ຈີນ ຊຶ່ງຈຸດປະສົງກໍ່ເພື່ອເຂົ້າຮ່ວມເຂົ້າຮ່ວມ ເວທີປາໄສສື່ມວນຊົນ ແລະ ຄັງປັນຍາ “ທົ່ວໂລກໃຕ້” ປີ 2025 ໂດຍພາຍຫລັງສຳເລັດ ກອງປະຊຸມດັ່ງກ່າວ ຄະນະສື່ມວນຊົນລາວພວກເຮົາກໍ່ ໄດ້ມີໂອກາດໄປທ່ຽວຊົມສະຖານທີ່ຕ່າງໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

ads
ads

Top