ພະທາດຫລວງ ປູນີຍະສະຖານບູຮານ ມິ່ງຂວັນຊາວລາວທີ່ໜ້າທ່ອງຊົມ

30/07/2024 11:59
Email Print 1957
ຂປລ ພະທາດໂລກະຈຸລະມະນີ ຫລື ພະທາດຫລວງ ແມ່ນສຸດຍອດແຫ່ງສິລະປະສະຖາປັດຕະຍະກຳລາວທີ່ເປັ່ງປະກາຍຮຸ່ງເຮືອງເຫລືອງເຫລື້ອມ, ຕັ້ງຢູ່ຢ່າງໂດດເດັ່ນ ແລະ ສະຫງ່າຜ່າເຜີຍໃນເຂດໃຈກາງນະຄອນຫລວງວຽງຈັນ, ເປັນປູສະນີຍະສະຖານບູ ຮານທີ່ສັກສິດ, ເປັນສັນຍະລັກ ຂອງປະເທດລາວ, ເປັນພະທາດທີ່ບັນຈຸພະສາວີຣິກະທາດຂອງພະພຸດທະເຈົ້າ.

*ພະທາດໂລກະຈຸລະມະນີ ຫລື ພະທາດຫລວງ ແມ່ນສຸດຍອດແຫ່ງສິລະປະສະຖາປັດຕະຍະກຳລາວທີ່ເປັ່ງປະກາຍຮຸ່ງເຮືອງເຫລືອງເຫລື້ອມ, ຕັ້ງຢູ່ຢ່າງໂດດເດັ່ນ ແລະ ສະຫງ່າຜ່າເຜີຍໃນເຂດໃຈກາງນະຄອນຫລວງວຽງຈັນ, ເປັນປູສະນີຍະສະຖານບູ ຮານ ທີ່ສັກສິດ, ເປັນສັນຍະລັກຂອງປະເທດລາວ, ເປັນພະທາດທີ່ບັນຈຸພະສາວີຣິກະທາດຂອງພະພຸດທະເຈົ້າ. ທຸກໆປີໄດ້ຈັດງານສະເຫລີມສະຫລອງຂຶ້ນໃນວັນເພັງເດືອນສິບສອງທີ່ສືບທອດກັນມາແຕ່ບູຮານນະການຈົນເຖິງປັດຈຸບັນແລະໄດ້ກາຍເປັນສູນລວມຈິດໃຈ ໃສສັດທະຂອງຊາວພຸດ, ເປັນມິ່ງຂວັນອັນລໍ້າຄ່າຂອງປວງຊົນລາວທັງຊາດ ແລະ ເຮັດໃຫ້ຜູ້ຄົນທົ່ວທຸກສາລະທິດຕ່າງກໍປາຖະໜາໄດ້ມາຮ່ວມບຸນນະມັດສະການພະທາດຫລວງວຽງຈັນ ດ້ວຍນໍ້າໃຈໄມຕີຈິດມິດຕະພາບ ແລະ ຄວາມສາມັກຄີຮັກແພງອົບອຸ່ນ.

ຕາມການບອກເລົ່າຂອງພະອາຈານຢູ່ວັດທາດຫລວງເໜືອໃຫ້ຮູ້ວ່າ: ກ່ອນຈະສ້າງພະທາດຫລວງນີ້ຂຶ້ນມາ ແມ່ນໄດ້ມີພະອໍລະຫັນ 5 ອົງ ມາຈາກປະເທດອິນເດຍ ໂດຍນໍາເອົາພະສາລີຣິກະທາດຂອງພະພຸດທະເຈົ້າມາພ້ອມ ເພື່ອປະດິດສະຖານໄວ້ຢູ່ເມືອງ ຈັນ ທະບູລີ ເຊິ່ງແຕ່ກ່ອນມີແຕ່ບ້ານຮ່ອງແກໃນປັດຈຸບັນ. ກ່ອນຈະສ້າງທາດເຈົ້າຈັນທະບູລີ ປະສິດທິສັກ ຫລື ບູລີຈັນ ເຈົ້າເມືອງວຽງຈັນ ພ້ອມດ້ວຍພະອໍລະຫັນທັງ 5 ອົງ ໄດ້ພ້ອມກັນອະທິຖານວ່າ: ຖ້າຢາກໃຫ້ເອົາພະສາລີຣີກະທາດປະດິດສະຖານໄວ້ທີ່ເມືອງນີ້ ຂໍໃຫ້ ພື້ນທີ່ດິນບໍລິເວນແຫ່ງນີ້ແຍກອອກຈາກກັນ, ພໍແຕ່ອະທິຖານສິ້ນສຸດລົງ ພື້ນທີ່ດິນກໍໄດ້ຍະອອກຈາກກັນທີ່ມີຄວາມເລິກເຖິງ 5 ວາ ແລະ ກວ້າງ 5 ວາ, ຈາກນັ້ນ ພະອໍລະຫັນທັງ 5 ກໍໄດ້ເອົາແຜ່ນເງິນລົງໄປປູເຕັມພື້ນ, ເຈົ້າບູລີຈັນ ເຈົ້າເມືອງວຽງຈັນໄດ້ເອົາ ແຜ່ນຄໍາວົງວາງໃສ່ ເຕັມພື້ນ, ນາງ ອິນທະສະຫວ່າງວົງ ເມຍເຈົ້າເມືອງວຽງຈັນ ໄດ້ເອົາຮູບປັ້ນໂຕສິງຕັ້ງຢອງໄວ້ເທິງແຜ່ນຄໍາ, ເຈົ້າເມືອງ ວຽງຈັນ ຈຶ່ງເອົາອູບແກ້ວຢອງເທິງໂຕສິງຄຳ ແລະ ເອົາແຜ່ນຄໍາມາວາງເທິງແກ້ວ ແລ້ວເອົາດອກໄມ້ທູບທຽນມາບູຊາໄວ້ ແລ້ວ ເອົາຄໍາມາອັດຢອງເທິງອູບແກ້ວໄວ້ອີກ, ຈາກນັ້ນ ເສນາອາມາດ ຈຶ່ງເອົາແຜ່ນເງິນ ມາວາງປົກໄວ້ແລ້ວ ເອົາຫີນໝາກຄອມມາຖົມ ຈຶ່ງເລີ່ມສ້າງທາດເຈດີກວມເອົາໄວ້ ແລະ ສ້າງຂຶ້ນທໍາອິດເມື່ອປີ ພສ 236, ມີລວງກວ້າງ 10 ແມັດ ແລະ ສູງ 9 ແມັດເອີ້ນວ່າ: ອຸມົງ ພະທາດຫລວງ. 

ຕົກມາຮອດໄລຍະໜຶ່ງ, ພະຍາມະຫາໂສກ ກໍໄດ້ນໍາເອົາພະສາລີຣິກະທາດຂອງພະພຸດທະເຈົ້າມາປະດິດສະຖານໄວ້ຕື່ມອີກ ແລະ ກໍໄດ້ມາສ້າງພະເຈດີຕື່ມເປັນຄັ້ງທີສອງ. ມາຮອດສະໄໝ ເຈົ້າໄຊຍະເຊດຖາທິຣາດ ໄດ້ສະ ເດັດມາຈາກເມືອງຊຽງດົງ-ຊຽງທອງ (ຫລວງພະບາງ) ໄດ້ມາສ້າງພະຣາຊະວັງຫໍພະແກ້ວ, ຈາກນັ້ນ ໄດ້ສ້າງພະເຈດີໃໝ່ທີ່ໃຫຍ່ກວ່າເກົ່າ ກວມເອົາພະເຈດີເກົ່າເອີ້ນວ່າ: ມະຫາເຈດີໃຫຍ່ອົງປະເສີດເໝືອນພະເກດແກ້ວ ຈຸລະມະນີໃນເມືອງມະນຸດ. ຫລັງຈາກສ້າງສໍາເລັດ ແລ້ວເພິ່ນກໍໄດ້ພາກັນສະເຫລີມ ສະຫລອງກັນ 7 ມື້ເຈັດຄືນ ໃນວັນເພັງເດືອນສິບສອງ. ນັບຈາກນັ້ນມາ ເພິ່ນຈຶ່ງໄດ້ມີການຈັດພິທີສະເຫລີມສະຫລອງບຸນນະມັດສະການພະທາດ ຫລວງຂຶ້ນໃນວັນເພັງເດືອນສິບສອງຂອງທຸກໆປີສືບທອດກັນມາຈົນຮອດປັດຈຸບັນ ເຊິ່ງໄດ້ສະແດງໃຫ້ເຫັນເຖິງ ຄວາມເຫລື້ອມໃສໃຈສັດທາຂອງຊາວພຸດທັງຫລາຍທີ່ມາຮ່ວມເຮັດບຸນກຸສົນ ອັນເປັນປາງບຸນໃຫຍ່ ເພື່ອອຸທິດສ່ວນບຸນກຸສົນເຖິງດວງວິນຍານຂອງບັນພະບູລຸດ, ນັກບວດ, ພະອໍລະຫັນໃນແຕ່ລະຍຸກແຕ່ລະສະໄໝ ທີ່ມີຄຸນງາມຄວາມດີໄດ້ສ້າງພະທາດຫລວງນີ້ຂຶ້ນ ມາ ເພື່ອເປັນສີລິມົງຄຸນຄູ່ບ້ານຄູ່ເມືອງ ອັນໄດ້ຕິດພັນກັບຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມຂອງຊາດລາວເຮົາຕະຫລອດມາ. 

ໂດຍ: ຢ່າຕົ່ງ

KPL

ຂ່າວອື່ນໆ

    • ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງທ່ອງທ່ຽວ

      ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງ

      10/14/2025 8:43:35 AM

      ນະຄອນຫລວງ ປັກກິ່ງ ສປ ຈີນ ນອກຈາກເປັນເມືອງໜຶ່ງທີ່ຂຶ້ນຊື່ດ້ານຄວາມທັນສະໄໝ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລແລ້ວ, ຍັງເປັນເມືອງທີ່ມີຊື່ສຽງໂດ່ງດັງດ້ານການທ່ອງທ່ຽວ

    • ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກທ່ອງທ່ຽວ

      ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກ

      10/9/2025 11:42:40 AM

      ຂປລ. ເກາະໄຫຫລຳ ຫລື ເອີ້ນຊື່ເຕັມວ່າ ແຂວງໄຫໜານ ສປ ຈີນ ຕັ້ງຢູ່ກາງທະເລຕອນໃຕ້ຂອງຈີນແຜ່ນດິນໃຫຍ່ທີ່ອ້ອມຮອບດ້ວຍນໍ້າທະເລ ແລະ ບໍ່ມີຊາຍແດນທາງທິດໃດຕິດກັບແຜນດິນໃຫຍ່.

    • ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”ທ່ອງທ່ຽວ

      ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”

      10/2/2025 12:26:06 PM

      ຂປລ. ນັບວ່າ ເປັນອີກໜຶ່ງໂອກາດທີ່ດີສຳລັບຜູ້ຂຽນເອງ ທີ່ໄດ້ມີໂອກາດເດີນທາງໄປ ສປ ຈີນ ຊຶ່ງຈຸດປະສົງກໍ່ເພື່ອເຂົ້າຮ່ວມເຂົ້າຮ່ວມ ເວທີປາໄສສື່ມວນຊົນ ແລະ ຄັງປັນຍາ “ທົ່ວໂລກໃຕ້” ປີ 2025 ໂດຍພາຍຫລັງສຳເລັດ ກອງປະຊຸມດັ່ງກ່າວ ຄະນະສື່ມວນຊົນລາວພວກເຮົາກໍ່ ໄດ້ມີໂອກາດໄປທ່ຽວຊົມສະຖານທີ່ຕ່າງໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

ads
ads

Top