ບົດຄໍາເຫັນຂອງ ສະຫາຍ ນາງ ໂງທິເໝິ້ນ ພັນລະຍາ ສະຫາຍ ຫງວຽນ ຝູ໋ ຈ້ອງ ໂອ້ລົມ ກັບ ສະຫາຍ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ

26/07/2024 17:56
Email Print 279
ຂປລ ບົດຄໍາເຫັນຂອງ ສະຫາຍ ນາງ ໂງທິເໝິ້ນ ພັນລະຍາ ສະຫາຍ ຫງວຽນ ຝູ໋ ຈ້ອງ ໂອ້ລົມ ກັບ ສະຫາຍ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ

ຮຽນ​: ສະຫາຍ ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ແຫ່ງ ສປປ ລາວ ພ້ອມ​ດ້ວຍ​ ສະຫາຍ ນາງ ນາ​ລີ,

ຮຽນ​ບັນ​ດາ​ສະ​ຫາຍ ລາວ ແລະ ຫວຽດ​ນາມ,

ຕາງ​ໜ້າ​ຄອບ​ຄົວ, ​ຂ້າ​ພະ​ເຈົ້າ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ ແລະ ສະ​ແດງ​ຄວາມ​ຕື່ນ​ຕັນ​ໃຈ ຕໍ່​ການ​ທີ່​ສະຫາຍ ທອງ​ລຸນ ສີ​ສຸ​ລິດ ແລະ ສະຫາຍ ນາງ ​ນາ​ລີ ພ້ອມ​ດ້ວຍ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ພັກ, ລັດ​ລາວ ທີ່ໄດ້​ມາ​ຮ່ວມ​ພິ​ທີ​ໄວ້​ອາ​ໄລ ແລະ ບິ​ແບ່ງ​ຄວາ​ມ​ເສົ້າ​ສະຫລົດ​ໃຈນໍາ​ຄອບ​ຄົວ ແລະ ສ່ວນ​ຕົວ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ມື້​ນີ້. ຂ້າ​ພະ​ເຈົ້າ​ໄດ້​ຖະ​ນຸຖະ​ໜອມ ແລະ ຄວາມຮັກ​ແພງ ​ທີ່ ​ສະຫາຍ ​ນາງ ນາ​ລີ​ ໄດ້​​ສົ່ງ​ຈົດ​ໝາຍ​ສະ​ແດງ​ຄວາມ​ເສົ້າ​ສະຫລົ​ດ​ໃຈ.

​ໃນ​ຊຸມ​ປີ​ຜ່ານ​ມາ, ສູນ​ກາງ​ພັກ​ປະ​ຊາ​ຊົນ ປະ​ຕິ​ວັດລາວ ແລະ ຄອບ​ຄົວ ​ສະຫາຍ ທອງ​ລຸນ ສີ​ສຸ​ລິດ ຍາມ​ໃດ​ກໍ​ໄດ້ເອົາ​ໃຈ​ໃສ່, ຖາມ​ຫາ​ຂ່າວ​ກ່ຽວ​ກັບ​ສະ​ພາບ​ການ ​ສຸ​ຂະ​ພາບ​ຂອງ​ ສະຫາຍ ຫງວຽນ ຝູ໋ ຈ້ອງ. ຂ້າ​ພະ​ເຈົ້າ​ມີ​ຄວາມ​ຮູ້​ສຶກ​ຕື່ນ​ຕັນ​ໃຈ ແລະ ສະ​ແດ​ງ​ຄວາມ​ຂອບ​ອົກ​ຂອບ​ໃຈ ​ຕໍ່​ຄວາມ​ຮັກ​ແພງ​ອັນ​ອົບ​ອຸ່ນ​ຂອງ ສະຫາຍ ແລະ ບັນ​ດາ​ສະ​ຫາຍ​ການ​ນຳ​ຂັ້​ນ​ສູງ​ລາວ ທີ່ມີຕໍ່ ​ສະຫາຍ ຫງວຽນ ຝູ໋ ຈ້ອງ ກໍ​ຄື​ ຕໍ່​ປະ​ເທດ​ຊາດ ແລະ ປະ​ຊາ​ຊົນ ຫວຽດ​ນາມ​ຢູ່​ສະ   ​ເໝີ; ຄວາມ​ເອົາ​ໃຈ​ໃສ່ ແລະ ບັນ​ດາ​ຄ​ວາມ​ຮັກ​ແພງ​ສະ​ໜິດ​ສະ​ໜົມ​ນີ້ ສະ​ແດງ​ເຖິງມູນ​ເຊື້ອ​ສາຍ​ພົວ​ພັນ​ສາ​ມັກ​ຄີ​ພິ​ເສດ “ມີ​ໜຶ່ງ​ບໍ່​ມີ​ສອງ” ປຽບ​ເໝືອນ​ອ້າຍ​ນ້ອງ​ຮ່ວມອຸ​ທອນ​ດຽວກັນ ລະ​ຫວ່າງ​ ສອງ​ພັກ, ສອງ​ລັດ​ພວກ​ເຮົາ ຄື​ດັ່ງ​ຄາວ​ຍັງ​ມີ​ຊີ​ວິດ ສະຫາຍ ຫງວຽນ ຝູ໋ ຈ້ອງ ເຄີຍ​ຢືນ​ຢັນ.

ສະຫາຍ ຫງວຽນ ຝູ໋ ຈ້ອງ ເຄີຍ​ໄດ້​ໂອ້​ລົ​ມ​ກັບ​ຂ້າ​ພະ​ເຈົ້າ ແລະ ຄອບ​ຄົວ​ກ່ຽວ​ກັບບັນ​ດາ​ຄວາມ​ຊົງ​ຈຳ​ອັນ​ເລິກ​ເຊິ່ງ​ ຕໍ່​ບັນ​ດາ​ສະ​ຫາຍ​ການ​ນຳ​ຂັ້ນ​ສູງ​ຂອງ​ລາວ. ໃນ​ນັ້ນ, ມີ​ສະຫາຍ ທອງ​ລຸນ ສີ​ສຸ​ລິດ; ໂອ້​ລົ​ມກ່ຽວ​ກັບ​ຄວາມ​ຮັກ​ແພງ​ຕໍ່​ປະ​ເທດ ແລະ ປະ​ຊາ​ຊົນ​ລາວ; ສອງ​ເອື້ອຍ​ນ້ອງ​ພວກ​ເຮົາ ກໍ​ມີຫລາຍ​ຄວາມ​ຊົງ​ຈຳ​ອັນ​ສວຍ​ງາມ ຜ່ານ​ບັນ​ດາ​ການ​ຢ້ຽມ​ຢາມ ແລະ ການ​ພົບ​ປະ​ຢູ່​ລາວ ແລະ ຫວຽດ​ນາມ ກໍ​ຄື​ ກັບສະຫາຍ ທອງ​ລຸນ ສີ​ສຸ​ລິດ, ໃນ​ຕະຫລອດ​ເວ​ລາ​ເຮັດ​ວຽກ, ສະຫາຍ ຫງວຽນ ຝູ໋ ຈ້ອງ ຍາມ​ໃດ​ກໍ​ໃຫ້​ຄວາມ​ເອົາ​ໃຈ​ໃສ່ ແລະ ຄວາມ​ຮັກ​ແພງ​ດີ​ງາມ​ພິ​ເສດ, ສະ​ໜິດ​ສະ​ໜົມຕໍ່​ການ​ປະ​ຕິ​ວັດ​ລາວ, ໃກ້​ຊິດ​ຕິດ​ແທດ​ກັບ​ບັນ​ດາ​ສະ​ຫາຍ​ການ​ນຳ​ຂອງ​ລາວ, ພິ​ເສດ​ແມ່ນ​ຕໍ່​ສ່ວນ​ຕົວ​ສະຫາຍ ທອງ​ລຸນ ສີ​ສຸ​ລິດ.

ເຖິງ​ແມ່ນ​ວ່າ ສະຫາຍ ຫງວຽນ ຝູ໋ ຈ້ອງ ໄດ້​ຈາກ​ໄປແລ້ວກໍຕາມ, ແຕ່​ຂ້າ​ພະ​ເຈົ້າຫວັງ​ຢ່າງ​ຍິ່ງ ແລະ ເຊື່ອ​ໝັ້ນ​ວ່າ: ບັນ​ດາ​ຄວາມ​ຮັກ​ແພງ​ ຊຶ່​ງ​ພັກ, ລັດ ແລະ ປະ​ຊາ​ຊົນລາວ ມີໃຫ້​ແກ່​ ສະຫາຍ ຫງວຽນ ຝູ໋ ຈ້ອງ ກໍ​ຄື​ ຕໍ່​ພັກ, ລັດ ແລະ ປະ​ຊາ​ຊົນ ຫວຽດ​ນາມ​ ຈະ​ໄດ້​ປົກ​ປັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ. ຫວັງ​ຢ່າງ​ຍິ່ງວ່າ: ​ສາຍ​ພົວ​ພັນ​ອັນ​ດີ​ງາມ ແລະ ພິ​ເສດ ​ລະ​ຫວ່າງ​ ສອງ​ພັກ, ສອງ​ລັດ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ​ພວກ​ເຮົາ​ ຈະ​ໝັ້ນ​ຄົງ​ຂະ​ໜົງ​ແກ່ນ ແລະ ພັດ​ທະ​ນາ​ຢ່າງ​ບໍ່​ຢຸດ​ຢັ້ງ.

ເນື່ອງ​ໃນ​ໂອ​ກາດ​ນີ້, ຂ້າ​ພະ​ເຈົ້າ ​ຂໍ​ອວຍ​ພອນ​ໄຊ​ໃຫ້ ສະຫາຍ ທອງ​ລຸນ ສີ​ສຸ​ລິດ ພ້ອມ​ດ້ວຍ​ສະຫາຍ ນາງ ນາ​ລີ ແລະ ບັນ​ດາ​ສະ​ຫາຍ​ການ​ນຳ​ຂັ້ນ​ສູງ​ລາວ. ອີກ​ເທື່ອ​ໜຶ່ງ, ຂ້າ​ພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ບັນ​ດາ​ຄວາມ​ຮັກ​ແພງ​ ດີ​ງາມ​ພິ​ເສດ​ຂອງ​ສະຫາຍ ແລະ ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດລາວ​ ໃຫ້​ແກ່​ຄອບ​ຄົວ​ຂອງ​ຂ້າ​ພະ​ເຈົ້າ​ ໃນ​ໄລຍະຜ່າ​ນ​ມາ.

ພາບ: ຕຸໄລເພັດ

KPL

ຂ່າວອື່ນໆ

    • ອະນຸກຳມະການສຸຂະພາບ ຕິດຕາມກວດກາ ຄວາມພ້ອມຮອບດ້ານ ຮັບໃຊ້ກອງປະຊຸມ ໄອປາການເມືອງ

      ອະນຸກຳມະການສຸຂະພາບ ຕິດຕາມກວດກາ ຄວາມພ້ອມຮອບດ້ານ ຮັບໃຊ້ກອງປະຊຸມ ໄອປາ

      10/17/2024 2:22:29 PM

      ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ ຄຳຈັນ ໂສຕາປະເສີດ ປະທານກຳມາທິການບັນດາເຜົ່າ, ຫົວໜ້າອະນຸກຳມະການສຸຂະພາບ ແລະ ທ່ານ ບຸນລ້ອມ ແກ້ວບົວໂຮມ ຮອງປະທານກໍາມາທິການ ວັດທະນະທໍາ-ສັງຄົມ, ຮອງຄະນະຊີ້ນຳລວມ ອະນຸກຳມະການສຸຂະພາບ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວ ຕິດຕາມກວດກາ ຄວາມພ້ອມດ້ານສະຖານທີ່, ຢາ, ອຸປະກອນການແພດ, ພາຫະນະນຳສົ່ງ (ລົດ Ambulant) ແລະ ໜ່ວຍງານແພດ ຕາມວິຊາສະເພາະທີ່ກ່ຽວຂ້ອງ ຮັບໃຊ້ ແລະ ປະຈຳການໃຫ້ບໍລິການປິ່ນປົວສຸຂະພາບ ຢູ່ 3 ໂຮງໝໍສູນກາງ

    • ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບ ຜູ້ອຳນວຍການ ເອດີບີ ປະຈຳລາວ ອຳລາການເມືອງ

      ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບ ຜູ້ອຳນວຍການ ເອດີບີ ປະຈຳລາວ ອຳລາ

      10/17/2024 2:13:13 PM

      ຂປລ. ໃນວັນທີ 17 ຕຸລາ 2024 ນີ້, ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ນາງ ໂຊໂນມິ ທະນະກະ ຜູ້ອຳນວຍການຫ້ອງການທະນາຄານພັດທະນາອາຊີ ຫລື ​ເອດີດ​ບີ ປະຈຳ ສປປ ລາວ ໃນໂອກາດສໍາ​ເລັດວາລະການປະຕິບັດໜ້າທີ່ຢູ່ ສປປ ລາວ.

    • ຮວຜທ ຈັດກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ Iການເມືອງ

      ຮວຜທ ຈັດກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ I

      10/17/2024 2:08:35 PM

      ຂປລ. ອົງຄະນະພັກໂຮງຮຽນ ວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ I ໃນວັນທີ 17 ຕຸລາ 2024 ໂດຍມີ ສະຫາຍ ພົທ ທອງລອຍ ສິລິວົງ ກຳ ມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ ການເມືອງກອງທັບ, ພ້ອມດ້ວຍບັນດາສະຫາຍ ຄະນະພັກ, ຄະນະນຳໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ແລະ ພາກ ສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ກົມສ່ວຍສາອາກອນ ສຳເລັດການເປັນ ເຈົ້າພາບ 2 ກອງປະຊຸມ ສໍາຄັນຂອງອາຊຽນການເມືອງ

      ກົມສ່ວຍສາອາກອນ ສຳເລັດການເປັນ ເຈົ້າພາບ 2 ກອງປະຊຸມ ສໍາຄັນຂອງອາຊຽນ

      10/17/2024 2:00:26 PM

      ຂປລ. ກົມສ່ວຍສາອາກອນ ກະຊວງການເງິນ ສປປ ລາວ ສໍາເລັດການເປັນເຈົ້າພາບ ຈັດກອງປະຊຸມວຽກງານສ່ວຍສາອາກອນອາຊຽນ (WG-AFT)ຄັ້ງທີ 19 ແລະ ກອງປະຊຸມວຽກງານ ອາກອນຊົມໃຊ້ອາຊຽນ (SF-ET) ຄັ້ງທີ 16 ລະຫວ່າງວັນທີ 14-16 ຕຸລາ 2024 ຢູ່ແຂວງຫລວງພະບາງ ພາຍໃຕ້ການເປັນປະທານຂອງ ທ່ານ ສາຍມະໂນລິນ ສິນບັນດິດ ຮອງຫົວໜ້າກົມສ່ວຍສາອາກອນ, ມີຄະນະຜູ້ແທນບັນດາປະເທດ ສະມາຊິກອາຊຽນ; ກອງເລຂາອາຊຽນ; ອົງການ OECD, ADB, WHO ເຂົ້າຮ່ວມ.

    • ລົງນາມບົດບັນທຶກ ການດຳເນີນຄະດີຕາມຂະບວນຍຸຕິທຳການເມືອງ

      ລົງນາມບົດບັນທຶກ ການດຳເນີນຄະດີຕາມຂະບວນຍຸຕິທຳ

      10/17/2024 1:52:22 PM

      ຂປລ. ພິທີລົງນາມບົດບັນທຶກຮ່ວມ 5 ພາກສ່ວນ ລະຫວ່າງ ອົງການໄອຍະການປະຊາຊົນ ເຂດ II ນະຄອນຫລວງວຽງຈັນ, ກອງບັນຊາການປ້ອງກັນຄວາມສະຫງົບ, ສານປະຊາຊົນເຂດ II, ຫ້ອງການຍຸຕິທໍາ ແລະ ຫ້ອງປະຕິບັດຄໍາຕັດສີນຂອງສານ ປະຈຳເມືອງໄຊທານີ ນະຄອນຫລວງວຽງຈັນ ຈັດຂຶ້ນໃນວັນທີ 16 ຕຸລາ 2024 ພາຍໃຕ້ການເປັນປະທານຂອງ ທ່ານ ວຽງຄໍາ ສີຫາໂຄດ ເຈົ້າເມືອງໄຊທານີ ນະຄອນຫລວງວຽງຈັນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ads
ads

Top