ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ປະເທດ ເຂົ້າຢ້ຽມພົບປະ ນາຍົກລັດຖະມົນຕີ ຫວຽດນາມ

26/07/2024 17:39
Email Print 221
ຂປລ ຂປລ. ໃນໂອກາດທີ່ເດີນທາງ ມາວາງພວງມາລາໄວ້ອາໄລເຖິງ ສະຫາຍ ຫງວຽນ ຝູ໋ ຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານ ສູນກາງພັກກອມມູນິດຫວຽດນາມ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດ ຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເຂົ້າຢ້ຽມພົບປະ ສະຫາຍ ຟາມ ມິງ ຈິງ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ໃນວັນທີ 25 ກໍລະກົດ 2024 ທີ່ນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ.



ຂປລ. ໃນໂອກາດທີ່ເດີນທາງ ມາວາງພວງມາລາໄວ້ອາໄລເຖິງ ສະຫາຍ ຫງວຽນ ຝູ໋ ຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານ ສູນກາງພັກກອມມູນິດຫວຽດນາມ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດ ຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເຂົ້າຢ້ຽມພົບປະ ສະຫາຍ ຟາມ ມິງ ຈິງ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ໃນວັນທີ 25 ກໍລະກົດ 2024 ທີ່ນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ.

ໂອກາດນີ້, ສະຫາຍຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຂອບອົກຂອບໃຈ ຕໍ່ສະຫາຍ ຟາມມິງຈິງ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ພ້ອມຄະນະ ທີ່ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ ແລະ ສະໜິດສະໜົມ ເຕັມໄປດ້ວຍ ໄມຕີຈິດມິດຕະພາບອັນດູດດື່ມ ແລະ ແໜ້ນແຟ້ນເປັນການປະກອບສ່ວນສຳຄັນເຂົ້າໃນ ການເສີມຂະຫຍາຍສາຍພົວພັນມມິດຕະພາບ, ຄວາມສາມັດຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ- ລາວ ທີ່ມີມູນເຊື້ອມາແຕ່ຍາວນານ ໃຫ້ຈະເລີນງອກງາມ ແລະ ເພີ່ມພູນຄູນສ້າງຍິ່ງໆຂຶ້ນ.



ພ້ອມກັນນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຍັງໄດ້ສະແດງຄວາມຮູ້ສຶກເສຍໃຈ ແລະ ອາໄລຕໍ່ການຈາກໄປຂອງ ສະຫາຍ ຫງວຽນ ຝູ໋ ຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານ ສູນກາງພັກກອມມູນິດຫວຽດ ນາມ ເຊິ່ງພວກເຮົາຈະຈື່ຈຳຜົນງານທີ່ດີເດັ່ນຂອງ ສະຫາຍ ຫງວຽນ ຝູ໋ ຈ້ອງ ຕະຫລອດໄປ ແລະ ເຊື່ອໝັ້ນວ່າພາຍໃຕ້ ການນຳພາອັນເດັດດ່ຽວໜຽວແໜ້ນ ຂອງສູນກາງພັກກອມມູນິດ ແລະ ປະຊາຊົນຫວຽດນາມ ຈະສືບຕໍ່ນຳພາລະກິດການປົກປັກຮັກສາ ແລະ ພັດທະນາປະເທດຊາດຫວຽດນາມ ອ້າຍນ້ອງ ໄດ້ຮັບຜົນສຳເລັດໃໝ່ຢ່າງໃຫຍ່ຫລວງກວ່າເກົ່າ.

ພາບ-ຂ່າວ: ຮ້ອຍເອກ ທອງມາ ໄຊຍະເພັງສາ
KPL

ຂ່າວອື່ນໆ

    • ອະນຸກຳມະການສຸຂະພາບ ຕິດຕາມກວດກາ ຄວາມພ້ອມຮອບດ້ານ ຮັບໃຊ້ກອງປະຊຸມ ໄອປາການເມືອງ

      ອະນຸກຳມະການສຸຂະພາບ ຕິດຕາມກວດກາ ຄວາມພ້ອມຮອບດ້ານ ຮັບໃຊ້ກອງປະຊຸມ ໄອປາ

      10/17/2024 2:22:29 PM

      ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ ຄຳຈັນ ໂສຕາປະເສີດ ປະທານກຳມາທິການບັນດາເຜົ່າ, ຫົວໜ້າອະນຸກຳມະການສຸຂະພາບ ແລະ ທ່ານ ບຸນລ້ອມ ແກ້ວບົວໂຮມ ຮອງປະທານກໍາມາທິການ ວັດທະນະທໍາ-ສັງຄົມ, ຮອງຄະນະຊີ້ນຳລວມ ອະນຸກຳມະການສຸຂະພາບ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວ ຕິດຕາມກວດກາ ຄວາມພ້ອມດ້ານສະຖານທີ່, ຢາ, ອຸປະກອນການແພດ, ພາຫະນະນຳສົ່ງ (ລົດ Ambulant) ແລະ ໜ່ວຍງານແພດ ຕາມວິຊາສະເພາະທີ່ກ່ຽວຂ້ອງ ຮັບໃຊ້ ແລະ ປະຈຳການໃຫ້ບໍລິການປິ່ນປົວສຸຂະພາບ ຢູ່ 3 ໂຮງໝໍສູນກາງ

    • ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບ ຜູ້ອຳນວຍການ ເອດີບີ ປະຈຳລາວ ອຳລາການເມືອງ

      ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບ ຜູ້ອຳນວຍການ ເອດີບີ ປະຈຳລາວ ອຳລາ

      10/17/2024 2:13:13 PM

      ຂປລ. ໃນວັນທີ 17 ຕຸລາ 2024 ນີ້, ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ນາງ ໂຊໂນມິ ທະນະກະ ຜູ້ອຳນວຍການຫ້ອງການທະນາຄານພັດທະນາອາຊີ ຫລື ​ເອດີດ​ບີ ປະຈຳ ສປປ ລາວ ໃນໂອກາດສໍາ​ເລັດວາລະການປະຕິບັດໜ້າທີ່ຢູ່ ສປປ ລາວ.

    • ຮວຜທ ຈັດກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ Iການເມືອງ

      ຮວຜທ ຈັດກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ I

      10/17/2024 2:08:35 PM

      ຂປລ. ອົງຄະນະພັກໂຮງຮຽນ ວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ I ໃນວັນທີ 17 ຕຸລາ 2024 ໂດຍມີ ສະຫາຍ ພົທ ທອງລອຍ ສິລິວົງ ກຳ ມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ ການເມືອງກອງທັບ, ພ້ອມດ້ວຍບັນດາສະຫາຍ ຄະນະພັກ, ຄະນະນຳໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ແລະ ພາກ ສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ກົມສ່ວຍສາອາກອນ ສຳເລັດການເປັນ ເຈົ້າພາບ 2 ກອງປະຊຸມ ສໍາຄັນຂອງອາຊຽນການເມືອງ

      ກົມສ່ວຍສາອາກອນ ສຳເລັດການເປັນ ເຈົ້າພາບ 2 ກອງປະຊຸມ ສໍາຄັນຂອງອາຊຽນ

      10/17/2024 2:00:26 PM

      ຂປລ. ກົມສ່ວຍສາອາກອນ ກະຊວງການເງິນ ສປປ ລາວ ສໍາເລັດການເປັນເຈົ້າພາບ ຈັດກອງປະຊຸມວຽກງານສ່ວຍສາອາກອນອາຊຽນ (WG-AFT)ຄັ້ງທີ 19 ແລະ ກອງປະຊຸມວຽກງານ ອາກອນຊົມໃຊ້ອາຊຽນ (SF-ET) ຄັ້ງທີ 16 ລະຫວ່າງວັນທີ 14-16 ຕຸລາ 2024 ຢູ່ແຂວງຫລວງພະບາງ ພາຍໃຕ້ການເປັນປະທານຂອງ ທ່ານ ສາຍມະໂນລິນ ສິນບັນດິດ ຮອງຫົວໜ້າກົມສ່ວຍສາອາກອນ, ມີຄະນະຜູ້ແທນບັນດາປະເທດ ສະມາຊິກອາຊຽນ; ກອງເລຂາອາຊຽນ; ອົງການ OECD, ADB, WHO ເຂົ້າຮ່ວມ.

    • ລົງນາມບົດບັນທຶກ ການດຳເນີນຄະດີຕາມຂະບວນຍຸຕິທຳການເມືອງ

      ລົງນາມບົດບັນທຶກ ການດຳເນີນຄະດີຕາມຂະບວນຍຸຕິທຳ

      10/17/2024 1:52:22 PM

      ຂປລ. ພິທີລົງນາມບົດບັນທຶກຮ່ວມ 5 ພາກສ່ວນ ລະຫວ່າງ ອົງການໄອຍະການປະຊາຊົນ ເຂດ II ນະຄອນຫລວງວຽງຈັນ, ກອງບັນຊາການປ້ອງກັນຄວາມສະຫງົບ, ສານປະຊາຊົນເຂດ II, ຫ້ອງການຍຸຕິທໍາ ແລະ ຫ້ອງປະຕິບັດຄໍາຕັດສີນຂອງສານ ປະຈຳເມືອງໄຊທານີ ນະຄອນຫລວງວຽງຈັນ ຈັດຂຶ້ນໃນວັນທີ 16 ຕຸລາ 2024 ພາຍໃຕ້ການເປັນປະທານຂອງ ທ່ານ ວຽງຄໍາ ສີຫາໂຄດ ເຈົ້າເມືອງໄຊທານີ ນະຄອນຫລວງວຽງຈັນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ads
ads

Top