ການປູກອ້ອຍຂາຍ ສາມາດສ້າງລາຍຮັບໄດ້ຫລາຍລ້ານກີບຕໍ່ປີ

10/07/2024 17:05
Email Print 833
ຂປລ ຂປລ. ແຫລ່ງຂ່າວຈາກ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ການປູກອ້ອຍຂາຍເປັນສິນຄ້າ ເພື່ອສ້າງລາຍຮັບມາສູ່ຄອບຄົວ ສາມາດສ້າງລາຍຮັບສະເລ່ຍ 80 ລ້ານກີບຕໍ່ຫລັງຄາເຮືອນຕໍ່ປີ.

  

  ຂປລ. ແຫລ່ງຂ່າວຈາກ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ການປູກອ້ອຍຂາຍເປັນສິນຄ້າ ເພື່ອສ້າງລາຍຮັບມາສູ່ຄອບຄົວ ສາມາດສ້າງລາຍຮັບສະເລ່ຍ 80 ລ້ານກີບຕໍ່ຫລັງຄາເຮືອນຕໍ່ປີ.
  ທ່ານ ຢາພູ້ ແຊ່ງປື້ ນາຍບ້ານໆ ຕືກາ ເມືອງນາໝໍ້ ແຂວງອຸດົມໄຊ ໄດ້ໃຫ້ສຳພາດໃນວັນທີ
9 ກໍລະກົດ 2024 ນີ້ວ່າ: ບ້ານຕືກາ ຕັ້ງຢູ່ຫ່າງຈາກເທສະບານເມືອງ ປະມານ 52 ກິໂລແມັດ, ເນື້ອທີ່ບ້ານທັງໝົດ 656.54 ເຮັກຕາ, ມີຊາຍແດນຕິດກັບບ້ານປາງໄຄ ເມືອງບຸນໃຕ້ ແຂວງຜົ້ງສາລີ ເປັນເຜົ່າອາຄາ ກວມເອົາ 100%, ມີ 57 ຫລັງຄາເຮືອນ, 68 ຄອບຄົວ, ພົນລະເມືອງທັງໝົດ 273 ຄົນ ຍິງ 134 ຄົນ, ແຮງງານຕົ້ນຕໍ 130 ແຮງງານ, ປະຊາຊົນມີມູນເຊື້ອດູໝັ່ນຂະຫຍັນພຽນ ແລະ ຖືອາຊີບປູກຝັງ, ລ້ຽງສັດ ເປັນຕົ້ນຕໍ່ ອາຊີບຫລັກແມ່ນປູກອ້ອຍຂາຍເປັນສິນຄ້າ ເພື່ອສ້າງລາຍຮັບມາສູ່ຄອບຄົວ ກວມເອົາເກືອບ 100% ຂອງຫລັງຄາເຮືອນທັງໝົດ ສາມາດສ້າງລາຍຮັບສະເລ່ຍ 80 ລ້ານກີບຕໍ່ຫລັງຄາເຮືອນຕໍ່ປີ.
  ການປູກອ້ອຍຂອງປະຊາຊົນ ບ້ານຕືກາ ແມ່ນໄດ້ເລີ່ມປູກມາແຕ່ປີ
2008 ໂດຍແມ່ນການຊຸກຍູ້, ສົ່ງເສີມຂອງພັກ-ລັດ ດ້ວຍຄວາມເປັນຫ່ວງເປັນໄຍ ຢາກໃຫ້ປະຊາຊົນມີອາຊີບທີດີ ຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ ໄດ້ຊອກຫານັກລົງທຶນ ມາຊ່ວຍຊຸກຍູ້ສົ່ງເສີມ ໂດຍແມ່ນ ບໍລິສັດ ໂຮງງານ ຈຸຢູນ ເມືອງລ້າ ສປ ຈີນ ມາລົງທຶນ ແລະ ຊື້ຄືນ ແລະ ໃກ້ຊິດຕິດເທດ, ພ້ອມນີ້, ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງນາໝໍ້ ໄດ້ຊຸກຍູ້ສົ່ງເສີມ ໂດຍຊ່ວຍແນະນໍາ ຂະບວນການປູກ, ວິທີບົວລະບັດຮັກສາ, ເຊິ່ງການປູກໄລຍະທໍາອິດ ມີພຽງ 30 ຫລັງຄາເຮືອນ ຕໍ່ມາກໍໄດ້ມີການຂະຫຍາຍການປູກເພີ່ມຂຶ້ນ ປັດຈຸບັນນີ້ ມີທັງໝົດ 56 ຫລັງຄາ ປູກອ້ອຍໃນເນື້ອທີ່ 48 ເຮັກຕາ ໃນນີ້, ຂະຫຍາຍໃໝ່ 18 ເຮັກຕາ, ການລົງທຶນປູກອ້ອຍແມ່ນບໍລິສັດເປັນຜູ້ລົງທຶນ ລວມມີ ຄ່າໄຖ, ປຸ໋ຍ, ຜ້າຢ່າງປົກໜານ, ຢາຂ້າແມງໄມ້, ສ້ອມແປງທາງເຂົ້າສວນອ້ອຍ, ຄ່າຂົນສົ່ງ, ແຕ່ພາຍຫລັງຕັດອ້ອຍຂາຍ ບໍລິສັດຈະຫັກຄ່າລົງທຶນດັ່ງກ່າວຄືນ. ສ່ວນປະຊາຊົນ ແມ່ນປະກອບສ່ວນທາງດ້ານແຮງງານ ບົວລະບັດຮັກສາ ແລະ ຂົນອ້ອຍຂຶ້ນລົດ.
   ທ່ານ ຢາພູ້ ແຊ່ງປື້ ໃຫ້ຮູ້ຕື່ມວ່າ: ບ້ານຕືກາ ຕັ້ງແຕ່ເລີ່ມມີກິດຈະກໍາປູກອ້ອຍ ເຮັດໃຫ້ປະຊາຊົນມີລາຍຮັບ
, ມີຊີວິດການເປັນຢູ່ທີດີຂຶ້ນ ເມື່ອທຽບໃສ່ເມື່ອກ່ອນ, ເຊິ່ງແຕ່ລະປີສາມາດສະເລ່ຍໄດ້ 4.000 ໂຕນຕໍ່ປີ ແລະ ສ້າງລາຍຮັບໄດ້ 4,5 ຕື້ກວ່າກີບຕໍ່ປີ ສະເລ່ຍໃສ່ຫລັງຄາເຮືອນ ໄດ້ 80 ລ້ານກວ່າກີບຕໍ່ຫລັງຄາເຮືອນຕໍ່ປີ. ແຕ່ເຖິງຢ່າງໃດກໍຕາມ ການປູກອ້ອຍຍັງພົບຄວາມຍຸ້ງຍາກຢູ່ ເປັນຕົ້ນ ແຮງງານ, ເຊິ່ງຍັງຕ້ອງການແຮງງານຈຳນວນຫລາຍເວລາຕັດ ແລະ ຂົນຂຶ້ນລົດ, ພ້ອມນີ້ ມີບັນຫາດ້ານສັດຕູພຶດທໍາລາຍ ບາງປີດິນຟ້າອາກາດບໍ່ອໍານວຍ ຈະໄດ້ປະລິມານຫລຸດລົງ ແລະ ປະຊາຊົນບໍ່ມີວັດຖຸ-ອຸປະກອນ ທີ່ກ່ຽວຂ້ອງ ໂດຍສະເພາະເຄື່ອງຈັກ ເພື່ອຊ່ວຍໃນການປູກ-ຕັດອ້ອຍ ເນື່ອງຈາກວ່າທຸກອັນແມ່ນເປັນຂອງບໍລິສັດລົງທຶນ ເຮັດໃຫ້ປະຊາຊົນບໍ່ໄດ້ລາຍຮັບທີ່ດີເທົ່າທີ່ຄວນ, ແຜນການຕໍ່ໜ້າຈະສູ້ຊົນ ຂະຍາຍເນື້ອທີ່ປູກອ້ອຍຕື່ີມ ຕາມຄວາມສາມາດ ແລະ ເງື່ອນໄຂຂອງແຕ່ລະຄອບຄົວ ເພື່ອຈະສ້າງລາຍຮັບໃຫ້ຫລາຍຂຶ້ນຕື່ມ.

ຂ່າວ: ວ້າ ຈາມົວ
KPL

ຂ່າວອື່ນໆ

    • ປະຫວັດຄວາມເປັນມາຂອງເຜົ່າໄຕ໋ ແຂງອຸດົມໄຊວັດທະນະທຳ-ສັງຄົມ

      ປະຫວັດຄວາມເປັນມາຂອງເຜົ່າໄຕ໋ ແຂງອຸດົມໄຊ

      3/19/2025 7:53:25 PM

      ຊົນເຜົ່າໄຕ໋ ແມ່ນຄ້າຍໆກັບຊົນເຜົ່າລາວ, ເຜົ່າລື້ ຊົນເຜົ່າໄຕ໋ ໄດ ເຄື່ອນຍ້າຍຈາກດິນແດນແຄວ້ນໃຕ້ ຂອງຈີນ ລົງມາຕາມລ້ອງແມ່ນ້ຳດຳ, ແມ່ນ້ຳເມົາເຂົ້າສູ່ປະເທດ ຫວຽດນາມ ແຂວງເຊີນລາໄລເຈົາ, ດຽນບຽນຟູ ແລະ ເຂົ້າມາຕັ້ງຖິ່ນຖານບ້ານເກີດເມືອງນອນຢູ່ແຂວງອຸດົມໄຊ ໄດ້ຫລາຍຮ້ອຍພັນປີມາແລ້ວ; ຊົນເຜົ່າໄຕ໋ ມີຢູ່ບັນດາ ເມືອງຂອງແຂວງອຸດົມໄຊ.

    • ຝຶກອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນວັດທະນະທຳ-ສັງຄົມ

      ຝຶກອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນ

      3/19/2025 6:19:09 PM

      ຂປລ. ອົງການກາແດງແຫ່ງຊາດລາວ ຈັດອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນ ໃຫ້ແກ່ພະນັກງານຜູ້ຮັບຜິດຊອບວຽກງານຄຸ້ມຄອງໄພພິບັດ ຂອງອົງການກາແດງແຂວງໃນທົ່ວປະເທດ ໃນ ວັນທີ 17-19 ມີນາ 2025 ໂດຍການເປັນປະທານຂອງ ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ, ມີຄູຝຶກຈາກສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ (IFRC), ຈາກສະພາກາຊາດໄທ, ມີສຳມະນາກອນຈາກອົງການກາແດງແຫ່ງຊາດລາວ, ກາແດງແຂວງ ​ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ

    • ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດ ທະນາສີມືແຮງງານ ສະຫລຸບວຽກງານ ປີ 2024ວັດທະນະທຳ-ສັງຄົມ

      ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດ ທະນາສີມືແຮງງານ ສະຫລຸບວຽກງານ ປີ 2024

      3/19/2025 1:54:25 PM

      ຂປລ. ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດທະນາສີມືແຮງງານ ໃນ ສປປ ລາວ ຈັດກອງປະຊຸມ ເພື່ອສະຫລຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານ ປີ 2024 ແລະ ວາງທິດທາງແຜນການປີ 2025 ໃນວັນທີ 19 ມີນາ 2025

    • ນະຄອນຫລວງວຽງຈັນ ເລັ່ງແກ້ໄຂບັນຫານໍ້າປະປາບໍ່ພໍໃຊ້ວັດທະນະທຳ-ສັງຄົມ

      ນະຄອນຫລວງວຽງຈັນ ເລັ່ງແກ້ໄຂບັນຫານໍ້າປະປາບໍ່ພໍໃຊ້

      3/19/2025 1:39:45 PM

      ຂປລ. ໃນວັນທີ 18 ມີນາ 2025 ນີ້, ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຮ່ວມກັບ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນ ຫລວງວຽງຈັນ (ນວ) ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ໄດ້ລົງຕິດຕາມສະຖານີສູບນໍ້າ ຢູ່ຈຸດສໍາຄັນຕ່າງໆ ເພື່ອຕິດຕາມລະດັບນໍ້າ ແລະ ແກ້ໄຂບັນຫາການ ສະໜອງນໍ້າບໍ່ພຽງພໍຢູ່ໃນ ນວ.

    • ກົມສິລະປະວັດທະນະທໍາ  ກຽມພ້ອມ ສະແດງ ໂອກາດສະຫລອງ 3 ວັນປະຫວັດສາດວັດທະນະທຳ-ສັງຄົມ

      ກົມສິລະປະວັດທະນະທໍາ ກຽມພ້ອມ ສະແດງ ໂອກາດສະຫລອງ 3 ວັນປະຫວັດສາດ

      3/18/2025 5:51:03 PM

      ຂປລ. ປັດຈຸບັນ, ສິລະປະວັດທະນະທໍາ ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະ​ທໍາ ​ແລະ ທ່ອງ​ທ່ຽວ ມີຄວາມພ້ອມ 100% ​ເພື່ອສະ​ແດງ​ໃນ​ໂອກາດສະເຫລີມສະຫລອງ 3 ວັນປະຫວັດສາດ ຄື: ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ, ວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນເກີດ ປະທານໄກສອນ ພົມວິຫານ ຄົບຮອບ 105 ປີ.

ads
ads

Top