ສປນວ ຮັບຮອງຮ່າງມະຕິ ວ່າດ້ວຍການຮັບຮອງ ເອົາບົດລາຍງານຂອງອົງການປົກຄອງ ນວ 3 ສະບັບ

10/07/2024 13:46
Email Print 623
ຂປລ ຂປລ. ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງ ສະພາປະຊາຊົນ ນະຄອນຫວງວຽງຈັນ (ສປນວ) ຊຸດທີ II ວັນທີ 10 ກໍລະກົດ 2024 ໂດຍການເປັນປະທານຂອງ ທ່ານ ອານຸພາບ ຕຸນາລົມ ປະທານສະ ພາປະຊາຊົນນະຄອນຫລວງວຽງຈັນ, ທ່ານ ນະຄະເສນ ສີຫາລາດ ເລຂາທິການ ສະພາປະຊາຊົນ ນະຄອນຫລວງ ວຽງຈັນ



ຂປລ. ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງ ສະພາປະຊາຊົນ ນະຄອນຫວງວຽງຈັນ (ສປນວ) ຊຸດທີ
II  ວັນທີ 10 ກໍລະກົດ 2024   ໂດຍການເປັນປະທານຂອງ ທ່ານ ອານຸພາບ ຕຸນາລົມ ປະທານສະ ພາປະຊາຊົນນະຄອນຫລວງວຽງຈັນ, ທ່ານ ນະຄະເສນ ສີຫາລາດ ເລຂາທິການ ສະພາປະຊາຊົນ ນະຄອນຫລວງ ວຽງຈັນ ໄດ້ສະເໜີຮ່າງມະຕິວ່າດ້ວຍ ການຮັບຮອງເອົາບົດລາຍງານຂອງ ອົງການປົົກຄອງນະຄອນຫລວງວຽງຈັນ ແລະ ການຈັດຕັ້ງປະຕິບັດບັນດາຄາດໝາຍ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຢູ່ນະຄອນ ຫລວງວຽງຈັນ (ນວ)  ຈຳນວນ 3 ສະບັບ. ຫລັງຈາກນັ້ນ, ບັນດາສະມາຊິກ ສປນວ ແລະ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ ໄດ້ສຸມໃສ່ປະກອບ ຄຳຄິດຄຳເຫັນ ໃສ່ຮ່າງມະຕິດັ່ງກ່າວ ຢ່າງພາວະວິໄສ, ກົງໄປກົງມາ ແລະ ໄດ້ພ້ອມກັນລົງຄະແນນສຽງ ຮັບຮອງເອົາ ຮ່າງມະຕິ ຈຳນວນ 3 ສະບັບ ດ້ວຍຄະແນນສຽງເຫັນດີ ເປັນສ່ວນຫລາຍ.

ຮ່າງມະຕິທີ່ໄດ້ຮັບຮອງໃນຄັ້ງນີ້, ປະກອບມີ ຮ່າງມະຕິ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງ ອົງການປົກຄອງ ນວ ກ່ຽວກັບ ການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2024 ຂອງນະຄອນຫລວງວຽງຈັນ; ຮ່າງມະຕິ ວ່າດ້ວຍການຮັບຮອງເອົາ ບົດລາຍງານຂອງອົງການປົກຄອງ ນວ ກ່ຽວກັບການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2024 ຂອງນະຄອນຫລວງວຽງຈັນ ແລະ ຮ່າງມະຕິ ວ່າດ້ວຍການຮັບຮອງເອົາບົດລາຍງານ ການຈັດຕັ້ງປະຕິບັດ ບັນດາຄາດໝາຍ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຢູ່ນະຄອນຫລວງວຽງຈັນ. 

ໃນຕອນບ່າຍວັນດຽວກັນ, ບັນດາສະມາຊິກ ສປນວ ແລະ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ ຍັງຈະໄດ້ລົງຄະແນນສຽງ ຮັບຮອງເອົາ ຮ່າງນິຕິກຳ ສ້າງໃໝ່ຂອງນະຄອນຫລວງວຽງຈັນ ຈຳນວນ 1 ສະບັບ ແລະ ຮັບຮອງເອົາ ຮ່າງຂໍ້ຕົກລົງວ່າດ້ວຍການຮັບຮອງເອົາ ລາຄາຫົວໜ່ວຍທົດແທນ ຕໍ່ຊັບສິນທີ່ໄດ້ຮັບຜົນກະທົບ ຈາກໂຄງການ ປັບປຸງ ແລະ ສ້ອມແປງເສັ້ນທາງຫລວງແຫ່ງຊາດ ເລກທີ 13 ໃຕ້ ຕື່ມອີກ.

ຂ່າວ: ທະນູທອງ

ພາບ: ເກດສະໜາ

KPL

ຂ່າວອື່ນໆ

    • ມອບ-ຮັບລົດ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານໄອຍະການປະຊາຊົນການເມືອງ

      ມອບ-ຮັບລົດ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານໄອຍະການປະຊາຊົນ

      7/1/2025 2:22:16 PM

      ຂປລ. ໃນວັນທີ 1 ກໍລະກົດ 2025 ນີ້, ສະຖານເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວມອບລົດໃຫຍ່ TOYOTS HIACE ປີ 2025 ຈຳນວນ 1 ຄັນ ມູນຄ່າ 40.000 ໂດລາສະຫະລັດ ໃຫ້ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຕາງໜ້າມອບໂດຍ ທ່ານ ນາງ ແຮັດເຕີ ວາເຣຍອາວາ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວ ແລະ ຮັບໂດຍ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີພະນັກງານກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

    • ກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIIIການເມືອງ

      ກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIII

      7/1/2025 2:07:04 PM

      ຂປລ. ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຈັດກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIII ໃນລະຫວ່າງ 30 ມິຖຸນາ- 1 ກໍລະກົດ 2025 ທີ່ສູນກິດຈະກໍາຄົບວົງຈອນຊາວໜຸ່ມ ສຊປລ ພາຍໃຕ້ການເປັນປະທານຂອງ ທ່ານ ມອນໄຊ ລາວມົວຊົ່ງ ກຳມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ, ມີບັນດາຄະນະເລຂາທິການ, ຄະນະບໍລິຫານງານ, ຫົວໜ້າກົມ, ຮອງຫົວໜ້າກົມ, ເລຂາ ຄຊປປລ ກະຊວງ-ອົງການ, ນະຄອນຫລວງວຽງຈັນ, ບັນ ດາແຂວງ ເຂົ້າຮ່ວມ.

    • ຮສສ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງ ແຮງງານລາວໄປເຮັດວຽກຢູ່ຕ່າງປະເທດການເມືອງ

      ຮສສ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງ ແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ

      7/1/2025 1:33:52 PM

      ຂປລ. ເມື່ອບໍ່ດົນມານີ້, ກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈັດກອງປະຊຸມ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງແຮງງານລາວ ໄປເຮັດວຽກຢູ່ຕ່າງປະເທດ ພາຍໃຕ້ການເປັນປະທານ ຂອງ ທ່ານ ສຸລິຍາ ຄໍາວົງສາ ຮອງຫົວໜ້າ ກົມການຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ວຽງປຣະສິດ ທິບພະສຸດາ ຜູ້ປະສານງານ ອົງການແຮງງານ ສາກົນ (ILO) ປະຈໍາ ສປປ ລາວ

    • ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ຢ້ຽມຢາມ ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມການເມືອງ

      ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ຢ້ຽມຢາມ ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມ

      7/1/2025 1:18:47 PM

      ຂປລ. ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ນຳໂດຍ ສະຫາຍ ພັນເອກ ຫົງທອງ ສີຊານົນ ຫົວໜ້າຫ້ອງການຊາວໜຸ່ມກອງທັບ, ຫົວໜ້າຄະນະນາຍທະຫານໝຸ່ມ ກອງທັບປະຊາຊົນລາວ ແລະ ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນຫວຽດນາມ ນໍາໂດຍ ສະຫາຍ ພັນເອກ ຫງຽວນວັນນິງ ຮອງຫົວໜ້າຫ້ອງການຊາວໜຸ່ມກອງທັບ, ຫົວໜ້າຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນຫວຽດນາມ ໄດ້ຢ້ຽມຢາມ ແລະ ພົບປະແລກ ປ່ຽນບົດຮຽນ ຢູ່ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມ

    • ຫສພ ເຜີຍແຜ່ມະຕິ 10 ຂອງສູນກາງພັກ ແລະ ປະກາດການຈັດຕັ້ງການເມືອງ

      ຫສພ ເຜີຍແຜ່ມະຕິ 10 ຂອງສູນກາງພັກ ແລະ ປະກາດການຈັດຕັ້ງ

      7/1/2025 12:59:39 PM

      ຂປລ. ໃນວັນທີ 30 ມິຖຸນາ 2025 ນີ້, ຫ້ອງວ່າການສູນກາງພັກ (ຫສພ) ຈັດເຜີຍແຜ່, ເຊື່ອມຊຶມມະຕິ 10 ຂອງສູນກາງພັກ ແລະ ປະກາດແຕ່ງຕັ້ງ ສະຫາຍ ບຸນທັນ ກຸສົນສະໜອງ ເປັນຫົວໜ້າກົມ, ຄວບຕຳແໜ່ງເປັນເລຂານຸການປະຈຳ ສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ, ແຕ່ງຕັ້ງ ສະຫາຍ ພູນໄຊ ພົມມີໄຊ ເປັນຫົວໜ້າກົມ, ຄວບຕຳແໜ່ງເປັນເລຂານຸການປະຈຳ ສະຫາຍ ຜູ້ປະຈຳການຄະນະເລຂາທິການສູນກາງພັກ

ads
ads

Top