ສສ ຫວຽດນາມ ພັດທະນາການຄ້າເອເລັກໂຕຣນິກແບບຍືນຍົງ

13/06/2024 12:06
Email Print 305
ຂປລ ການຄ້າເອເລັກໂຕຣນິກ ພວມແມ່ນໜຶ່ງ ໃນບັນດາ ຂົງເຂດ ນຳໜ້າຂອງພື້ນຖານ ເສດຖະກິດ ດີຈີຕອນ, ສ້າງກຳລັງໜູນ ພັດທະນາ ເສດຖະກິດຢູ່ ສສ ຫວຽດນາມ. ໃນກອງປະຊຸມກ່ຽວກັບ ການຍູ້ແຮງ ການເຊື່ອມຕໍ່, ແບ່ງປັນຂໍ້ມູນ ຮັບໃຊ້ ການພັດທະນາ ການຄ້າ ເອເລັກໂຕນິກ, ຍົກສູງ ປະສິດທິຜົນ ຂອງວຽກງານ ຄຸ້ມຄອງ ອາກອນ ທີ່ຈັດຂຶ້ນຢູ່ ຮ່າໂນ້ຍ ເມື່ອບໍ່ດົນມານີ້.

ຂປລ.ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ,  ການຄ້າເອເລັກໂຕຣນິກ ພວມແມ່ນໜຶ່ງ ໃນບັນດາ ຂົງເຂດ ນຳໜ້າຂອງພື້ນຖານ ເສດຖະກິດ ດີຈີຕອນ, ສ້າງກຳລັງໜູນ ພັດທະນາ ເສດຖະກິດຢູ່ ສສ ຫວຽດນາມ. ໃນກອງປະຊຸມກ່ຽວກັບ ການຍູ້ແຮງ ການເຊື່ອມຕໍ່, ແບ່ງປັນຂໍ້ມູນ ຮັບໃຊ້ ການພັດທະນາ ການຄ້າ ເອເລັກໂຕນິກ, ຍົກສູງ ປະສິດທິຜົນຂອງວຽກງານ ຄຸ້ມຄອງ ອາກອນ ທີ່ຈັດຂຶ້ນຢູ່ ຮ່າໂນ້ຍ ເມື່ອບໍ່ດົນມານີ້. ທ່ານ ຟ້າມມິງຈິງ, ນາຍົກລັດຖະມົນຕີ ຫວຽດນາມ ຮຽກຮ້ອງ ໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ສືບຕໍ່ຍູ້ແຮງ ການຫັນເປັນ ດີຈີຕອນ, ພັດທະນາ ການຄ້າເອເລັກໂຕນິກ, ນຳມາເຊິ່ງຜົນປະໂຫຍດ ລະອຽດ, ແທດຈິງ ໃຫ້ແກ່ ປະຊາຊົນ ແລະ ວິສາຫະກິດ.ໃນປີ 2023, ການຄ້າເອເລັກໂຕນິກ ຂອງ ສສ ຫວຽດນາມ ມີປະມານ 20,5 ຕື້ໂດລາ ສະຫະລັດ ແລະ ຈະບັນລຸ 30,5 ຕື້ໂດລາ ສະຫະລັດ ໃນປີ 2025. ສສ ຫວຽດນາມ ໄດ້ຮັບການຢັ້ງຢືນວ່າ:  ແມ່ນປະເທດ ທີ່ມີລະດັບ ການເຕີບໂຕ ກ່ຽວກັບ ຂົງເຂດການຄ້າເອເລັກໂຕຣນິກ ໄວທີ່ສຸດ ໃນພາກພື້ນ ອາຊີ ຕາເວັນອອກ ສ່ຽງໃຕ້. ຂະນະທີ່ ສສ ຫວຽດນາມ ແມ່ນປະເທດ ທີ່ມີລະດັບ ການເຕີບໂຕ ກ່ຽວກັບ ຂົງເຂດ ການຄ້າ ເອເລັກໂຕຣນິກ ໄວທີ່ສຸດ ໃນພາກພື້ນ ອາຊີ ຕາເວັນອອກ ສ່ຽງໃຕ້. ສຳລັບ ການຄ້າ ເອເລັກໂຕຣນິກ ຫວຽດນາມ ພວມຜ່ານຜ່າໄລຍະ ພັດທະນາ ຢ່າງແຮງ ແລະ ກາຍເປັນ ພາກສ່ວນ ສຳຄັນຂອງພື້ນຖານ ເສດຖະກິດ ດີຈີຕອນ ຢູ່ ສສ ຫວຽດນາມ. ຕົວເລກທຸລະກິດ ຈາກການຄ້າ ເອເລັກໂຕຣນິກ ຂາຍຍ່ອຍ ມີລະດັບການເຕີບໂຕ ສະເລ່ຍ ປະມານ 20% ໃນ 10 ປີຜ່ານມາ ໄດ້ນຳ ສສ ຫວຽດນາມ ນອນໃນກຸ່ມ ບັນດາ ປະເທດ ທີ່ມີລະດັບ ການເຕີບໂຕ ດ້ານການຄ້າ ເອເລັກໂຕຣນິກ ໄວທີ່ສຸດ ໃນພາກພື້ນ ແລະ ໃນໂລກ. ໃນ 3 ເດືອນຕົ້ນປີນີ້, ລາຍຮັບ ທັງໝົດໃນ 5 ຕະຫລາດ ການຄ້າເອເລັກໂຕຣນິກ ໃຫຍ່ສຸດຂອງ ສສ ຫວຽດນາມ, ລວມມີ: Shopee, Lazada, Tiki, Sendo, TikTok Shop ບັນລຸ  71,2 ພັນ ຕື້ດົ່ງ (ປະມານ 2,8 ຕື້ ໂດລາສະຫະລັດ), ເພີ່ມຂຶ້ນ 78,69% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີກາຍ. ຄາດວ່າ ມີຜະລິດ ຕະພັນ ເກືອບ 770 ລ້ານອັນຖືກຂາຍອອກສູ່ ຕະຫລາດ. ໄປພ້ອມກັບ ການພັດທະນາ ກ່ຽວກັບ ຕົວເລກ ທຸລະກິດ ແລະ ປະລິມານ ການຈຳໜ່າຍ, ໃນໄຕມາດທີ 1 ກໍຢັ້ງຢືນ ມີດັດຊະນີ ທີ່ຕັ້ງໜ້າ, ດ້ວຍຈຳນວນ ຮ້ານຂາຍເຄື່ອງ ທີ່ມີຄົນສັ່ງຊື້ ສິນຄ້າ ມີລະດັບ ການເຕີບໂຕ ເປັນບວກ. ຕາມ Metric - ຫົວໜ່ວຍ ຄຸ້ມຄອງ ຕົວເລກ ກ່ຽວກັບ ການຄ້າ ເອເລັກໂຕຣນິກແລ້ວ, ນີ້ແມ່ນ ລະດັບການເຕີບໂຕ ຢ່າງຕັ້ງໜ້າ, ລືນກາຍ ຄວາມຄາດຫວັງ. ກ່ອນໜ້ານັ້ນ, ຕາມການຄາດຄະເນ ນັບແຕ່ທ້າຍປີ 2023, ລະດັບ ການເຕີບໂຕປີ 2024 ເມື່ອທຽບໃສ່ປີ 2023 ບັນລຸພຽງ 35%. ໂດຍສືບຕໍ່ ທ່າເຕີບໂຕ ຂອງໄຕມາດທີ I, ຄາດວ່າ ໃນໄຕມາດທີ II 2024, ຍອດຕົວເລກ ທຸລະກິດໃນ 5 ຕະຫລາດ ການຄ້າ ເອເລັກໂຕຣນິກນັ້ນ ຈະບັນລຸ ລະດັບ 84,87 ພັນຕື້ດົ່ງ (ກວ່າ 3,3 ຕື້ໂດລາສະຫະລັດ), ເພີ່ມຂຶ້ນກວ່າ 19% ເມື່ອທຽບໃສ່ ໄຕມາດກ່ອນ.ໃນຂະນະນັ້ນ, ບັນດາວິສາຫະກິດ ທ້ອງຖິ່ນ ກໍໄດ້ມີບາດກ້າວເດີນ ຢ່າງແຮງ. ຍອດລາຍຮັບ ແລະ ປະລິມານສິນຄ້າ ຂາຍສູ່ ຕະຫລາດຂອງບັນດາ ທ້ອງຖິ່ນ ລ້ວນແຕ່ ບັນລຸ ລະດັບການເຕີບໂຕ ສູງກວ່າ 50%. ສິ່ງດັ່ງກ່າວ ໄດ້ຊີ້ໃຫ້ເຫັນວ່າ ການຄ້າເອເລັກໂຕຣນິກ ບໍ່ພຽງແຕ່ແມ່ນເວທີ ສຳລັບ ບັນດາ ວິສາຫະກິດ ຢູ່ເຂດຕົວເມືອງໃຫຍ່ ເທົ່ານັ້ນ ຫາກຍັງ ມີທ່າອ່ຽງ ເປີດກວ້າງ ການສົ່ງຜົນສະທ້ອນ ໄປຍັງ ບັນດາແຂວງ, ນະຄອນອີກດ້ວຍ. ທ່ານ ຫງວຽນວັນແທ່ງ, ຜູ້ອຳນວຍການ ສູນພັດທະນາການຄ້າ ເອເລັກໂຕນິກ, ກົມການຄ້າ ເອເລັກໂຕຣນິກ ແລະ ເສດຖະກິດ ດີຈີຕອນ, ກະຊວງ ອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຖືວ່າ: ການຄ້າເອເລັກໂຕຣນິກ ສສ ຫວຽດນາມ ເວົ້າລວມ ແລະ ການຄ້າເອເລັກໂຕຣນິກ ຂ້າມຊາຍແດນ ເວົ້າສະເພາະ ແມ່ນຕະຫລາດ ທີ່ເປັນປະໂຫຍດ ແລະ ສະດວກ ພໍສົມຄວນ, ເໝາະສົມກັບ ທ່າອ່ຽງ ພັດທະນາ ໃນໂລກ. ການຄ້າ ຂ້າມຊາຍແດນ ສາມາດຊ່ວຍໃຫ້ ບັນດາບໍລິສັດ ຜະລິດ ໂດຍກົງ, ຜູ້ຜະລິດ ຂະໜາດນ້ອຍ ສາມາດເຂົ້າຮ່ວມການສົ່ງອອກ ໂດຍກົງ.ບັນດາໝາກຜົນ ເຊິ່ງການຄ້າ ເອເລັກໂຕຣນິກ ບັນລຸໄດ້ໃນໄລຍະຜ່ານມາ ແມ່ນຍ້ອນລັດຖະບານ, ນາຍົກລັດຖະມົນຕີ ໄດ້ປະກາດໃຊ້ ຫລາຍນະໂຍບາຍ, ຂໍ້ກຳນົດ ຢ່າງຂ້ຽວຂາດ ໃນວຽກງານຊີ້ນຳ, ບໍລິຫານ ແນໃສ່ຍົກສູງ ປະສິດທິຜົນ ຂອງວຽກງານ ຄຸ້ມຄອງລັດ ສຳລັບການເຄື່ອນໄຫວ ການຄ້າ ເອເລັກໂຕຣນິກ, ຈາກນັ້ນ, ຊຸກຍູ້ການໝູນໃຊ້ເຂົ້າການຄ້າ ເອເລັກໂຕຣນິກ, ດຳເນີນ ທຸລະກິດ ໃນແພດຟອມ ດີຈີຕອນ, ຈາກນັ້ນ, ຊຸກຍູ້ ການໝູນໃຊ້ ເຂົ້າໃນຂົງເຂດ ການຄ້າ ເອເລັກໂຕຣນິກ ໃນວິສາຫະກິດ ແລະ ປະຊາຄົມ, ສ້າງຕະຫລາດ ການຄ້າ ເອເລັກໂຕຣນິກ ປອດໃສ, ມີລັກສະນະ ແກ້ງແຍ້ງ ແລະ ພັດທະນາ ແບບຍືນຍົງ.ດັ່ງນັ້ນ ເພື່ອສືບຕໍ່ ຊຸກຍູ້ ການພັດທະນາ ການຄ້າ ເອເລັກໂຕຣນິກໃນໄລຍະຈະມາເຖິງ, ທ່ານ ຟ້າມມິງຈິງ ສະເໜີວ່າ: ຕ້ອງລະດົມ ການເຂົ້າຮ່ວມ ທັງລະບົບ ການເມືອງ, ປະຊາຊົນ ແລະ ປະຊາຄົມ ວິສາຫະກິດ. ຕ້ອງລົງທຶນ, ຊີ້ນຳນຳພາ, ຈັດຕັ້ງປະຕິບັດ ການສ້າງບັນດາ ລະບອບ ລະບຽບການ, ສ້າງຂະບວນການ, ສ້າງທ່າອ່ຽງ ເພື່ອຜັນຂະຫຍາຍ ປະຕິບັດ. ຊີ້ນຳບໍລິຫານ ແລະ ຈັດຕັ້ງຜັນຂະຫຍາຍ ຢ່າງຄົບຊຸດ, ມີໄຫວພິບ, ກຳນົດຂໍ້ບຸລິມະສິດ, ຈຸດສຸມ, ຈຸດໃຈກາງ ຢ່າງຈະແຈ້ງ; ຕ້ອງຍູ້ແຮງການສ້າງ ແລະ ສ້າງກອບ ນິຕິກຳ, ກົນໄກນະໂຍບາຍ ໃຫ້ສົມບູນແບບ,  ທົດລອງ ປະຕິບັດ ບັນດາຮູບແບບໃໝ່ ໃນການພັດທະນາ ການຄ້າ ເອເລັກໂຕຣນິກ ເພື່ອຕອບສະໜອງ ໄດ້ຄວາມຮຽກຮ້ອງ ຕ້ອງການ ຂອງສະພາບການຕົວຈິງ ແລະ ທ່າອ່ຽງພັດທະນາ.ໃນໄລຍະຈະມາເຖິງ, ກົມການຄ້າ ເອເລັກໂຕຣນິກ ແລະ ເສດຖະກິດ ດີຈີຕອນ (ກະຊວງ ອຸດສາຫະກຳ ແລະ ການຄ້າ) ຈະຜັນຂະຫຍາຍ ແຜນຮ່າງ ສ້າງຕະຫລາດ ການຄ້າເອເລັກໂຕຣນິກ ທີ່ມີຄວາມເປັນເອກະພາບ ລະຫວ່າງ 63 ແຂວງ, ນະຄອນ ໃນທົ່ວປະເທດ. ດ້ວຍເປົ້າໝາຍແມ່ນ ຮ່ວມສຳພັນ, ເຊື່ອມຕໍ່ ລະຫວ່າງ ບັນດາຕະຫລາດ ການຄ້າເອເລັກໂຕຣນິກ ທ້ອງຖິ່ນນຳກັນ ແລະ ກັບບັນດາ ຕະຫລາດ ການຄ້າ ເອເລັກໂຕຣນິກ ທົ່ວໄປ ຢູ່ທ້ອງຖິ່ນຕ່າງໆ ກັບບັນດາຕະຫລາດ ການຄ້າເອເລັກໂຕຣນິກ ສ້າງເປັນສະພາບ ແວດລ້ອມ ເຊື່ອມຕໍ່ ແລກປ່ຽນ ການຄ້າຫລາຍສົ້ນ ຢ່າງມີປະສິດທິຜົນ, ຫລຸດຜ່ອນໄລຍະຫ່າງ ລະຫວ່າງ ເຂດພາກ, ປະກອບສ່ວນ ໜູນຊ່ວຍ, ຊຸກຍູ້ ການໝູນໃຊ້ ການຄ້າ ເອເລັກໂຕຣນິກ ໃນວິສາຫະກິດ ແລະ ປະຊາຄົມ. ໃນສະພາບການທີ່ ສສ ຫວຽດນາມ ພວມນັບມື້ ນັບເຊື່ອມໂຍງ ຢ່າງເລິກເຊິ່ງ ກວ້າງຂວາງ ກັບພື້ນຖານ ເສດຖະກິດໂລກ, ພ້ອມກັບ ໂອກາດ ຈາກບັນດາ ສັນຍາການຄ້າເສລີ ລຸ້ນໃໝ່, ທ່າອ່ຽງຫັນປ່ຽນ ຈາກການດຳເນີນ ທຸລະກິດ ແບບເກົ່າ ມາເປັນ ການຄ້າເອເລັກໂຕຣນິກ ໄດ້ຮັບຖືວ່າ ແມ່ນມາດຕະການ ທີ່ມີປະສິດທິຜົນ ຊ່ວຍໃຫ້ບັນດາ ວິສາຫະກິດ ເຊື່ອມຕົວ ແລະ ເປີດກວ້າງ ຕະຫລາດ ສົ່ງອອກ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top