ສສຊ ສະເໜີລັດຖະບານ ພິຈາລະນາການຍົກເວັ້ນ ວີຊານັກທ່ອງທ່ຽວ ບາງປະເທດທີ່ມີຄວາມຈຳເປັນ

11/06/2024 13:57
Email Print 1279
ຂປລ ຂປລ. ໃນມື້ທີ່ສອງຂອງການດຳເນີນ ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 11 ມິຖຸນາ 2024 ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ. ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງຕ່າງໆ




ຂປລ. ໃນມື້ທີ່ສອງຂອງການດຳເນີນ ກອງປະຊຸມສະໄໝສາມັນ ເທື່ອທີ
7 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 11 ມິຖຸນາ 2024 ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.  ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງຕ່າງໆ ໄດ້ສືບຕໍ່ປະກອບຄຳເຫັນ ໃສ່ບົດລາຍງານຂອງລັດຖະບານ ເພື່ອສຸມໃສ່ແກ້ໄຂບັນຫາເຄັ່ງຮ້ອນ ທີ່ເກີດຂຶ້ນ ໃນສັງຄົມໃນປັດຈຸບັນ. ໃນນັ້ນ, ທ່ານ ສາຍທອງ ໄຊຍະວົງ ສສຊ ປະຈຳເຂດເລືອກຕັ້ງ 15 ແຂວງຈຳປາສັກ ສະເໜີໃຫ້ລັດຖະບານ ປັບປຸງໂຄງລ່າງພື້ນຖານ ບັນດາສະຖານທີ່ແຫລ່ງທ່ອງທ່ຽວ, ສ້າງຄວາມ ສະດວກທຸກຢ່າງ, ສ້າງຄວາມວ່ອງໄວ, ສ້າງໃບໜ້າໃໝ່ຂອງການທ່ອງທ່ຽວລາວ ໂດຍສະເພາະ ບັນດາຮ້ານອາຫານ, ໂຮງແຮມ ແລະ ແຫລ່ງທ່ອງທ່ຽວ ຕ້ອງໄດ້ຮັບການພັດທະນາ, ການບໍລິການຕ່າງໆ ຕ້ອງມີຄຸນນະພາບ ເພື່ອເຮັດໃຫ້ນັກທ່ອງທ່ຽວ ປະທັບໃຈມາແລ້ວຢາກມາອີກ. ພ້ອມ​ທັງ ສະເໜີໃຫ້ລັດຖະບານ ພິຈາລະນາການໃຫ້ວີຊາຂອງນັກທ່ອງທ່ຽວ ໃນບາງປະເທດ ທີ່ເຫັນວ່າມີຄວາມຈຳເປັນ ໂດຍການຍົກເວັນວີຊາ ຄວນພິຈາລະນາ, ຄົ້ນຄວ້າຕື່ມ ວ່າຈະໃຫ້ປະເທດໃດ, ຈະໃຫ້ນັກທ່ອງທ່ຽວກຸ່ມໃດ ​ແລະ ຈະໃຫ້ໃນຮູບແບບໃດ.



ທ່ານ ສາຍທອງ   ໄຊຍະວົງ ສສຊ ຍັງໃຫ້ຮູ້ອີກວ່າ: ລັດຖະບານ ໄດ້ເອົາໃຈໃສ່ ໃນການແກ້ໄຂບັນຫາຕ່າງໆ ​ເປັນ​ຕົ້ໜນ ວຽກງານເສດຖະກິດ
, ການແກ້ໄຂບັນຫາເງິນຕາ ​ໂດຍໄດ້ອອກນະໂຍບາຍຕ່າງໆ ເຊິ່ງເຫັນວ່າການຈັດຕັ້ງປະຕິບັດ ມີຜົນສຳເລັດຫລາຍດ້ານ ສະແດງອອກ ຕົວເລກເງິນຕາ ຜ່ານລະບົບທະນາຄານ ເຫັນເງິນຕາໄດ້ເພີ່ມຂຶ້ນ 63%. ແຕ່ເຖິງຢ່າງໃດກໍຕາມ, ບັນຫາຂອງເງິນເຟີ, ອັດຕາແລກປ່ຽນ, ການອ່ອນຄ່າຂອງເງິນກີບ ກໍຍັງເປັນບັນຫາຕົ້ນຕໍ່ ທີ່ສັງຄົມ ປະສົບພົບພໍ້ຢູ່.  ສະນັ້ນ, ເພື່ອແກ້ໄຂບັນຫາດັ່ງກ່າວ, ສປປ ລາວ ຕ້ອງສຸມໃສ່ການຜະລິດ ເພື່ອທົດແທນການນຳເຂົ້າ ແລະ ສົ່ງອອກສິນຄ້າ ຢ່າງເອົາຈິງເອົາຈັ່ງ ​ໂດຍສະເໜີໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງການເງິນ, ທະນາຄານ, ກະຊວງກະສິກຳ ແລະ ປ່າໄມ້ ລວມເຖິງພາກສ່ວນກ່ຽວຂ້ອງ ຕ້ອງມີກົນໄກ ການປະສານງານ ເພື່ອເຮັດແນວໃດ ທີ່ຈະສົ່ງເສີມ ການຜະລິດໃຫ້ມີຄວາມແຂງແຮງ, ນຳໄປສູ່ການອອກສົ່ງອອກ, ຫລຸດການນຳເຂົ້າ ແລະ ສະໜອງພາຍໃນໃຫ້ພຽງພໍ, ສິນຄ້າໃດທີ່ເຮົາສາມາດຜະລິດໄດ້, ມີວັດຖຸດິບພຽງພ ຕໍ່ການຜະລິດ ຫລື  ນຳເຂົ້າວັດຖຸດິບຈຳນວນໜຶ່ງ ແມ່ນໃຫ້ສົ່ງເສີມຢ່າງສຸດຂີດ, ໃຫ້ຖືກຈັດຕັ້ງປະຕິບັດ ບໍ່ໝາຍຄວາມວ່າຖ້າຄວາມພ້ອມປີ 2030-2040 ຈຶ່ງລົງມືເຮັດ, ເຮົາຄວນລົງມືເຮັດ, ລົງມືຈັດຕັ້ງປະຕິ ບັດ, ອັນໃດທີ່ເຮົາສາມາດເຮັດໄດ້ແມ່ນໃຫ້ຜະລິດເລີຍ ຕົວຢ່າງ: ເມື່ອຮອດຢາມລະດູສົ່ງອອກມັນຕົ້ນ ເຫັນວ່າຢູ່ຕາມດ່ານຕ່າງໆ ມີການສົ່ງມັນຕົ້ນອອກ ຈຳນວນຫລວງຫລາຍ,  ສະເໜີລັດຖະບານ ສ້າງຕັ້ງໂຮງງານມັນຕົ້ນ ເພື່ອຜະລິດແປງມັນຕົ້ນ ສ້າງມູນຄ່າເພີ່ມ ສົ່ງອອກ, ທັງເປັນການ ສ້າງວຽກເຮັດງານທຳ ເຮັດໃຫ້ແຮງງານລາວ ບໍ່ອອກໄປເຮັດວຽກຢູ່ຕ່າງປະເທດ ຍ້ອນບໍ່ມີເຮັດວຽກງານທຳ.




ພ້ອມນີ້
, ທ່ານ ນາງ ມີນາພອນ ໄຊຊົມພູ ສສຊ ເຂດເລືອກຕັ້ງທີ 17 ແຂວງອັດຕະປື ​ໄດ້​ມີ​ຄຳ​ເຫັນວ່າ: ແຂວງອັດຕະປື ເປັນແຂວງໜຶ່ງທີ່ມີໂຄງການລົງທຶນ ຂອງລັດຫລາຍສົມຄວນ ເຊິ່ງໃນໄລຍະຜ່ານມາ ການປະເມີນບັນດາໂຄງການລົງທຶນດັ່ງກ່າວ, ເຫັນວ່າບາງໂຄງການ ຍັງບໍ່ຖືກຕ້ອງຕາມລະບຽບການ ແລະ ໄດ້ມີການໂຈະ 33 ໂຄງການ. ເຖິງວ່າລັດຖະບານ ຈະມີຄວາມພະຍາຍາມໃນການປັບປຸງ, ຕິດຕາມ, ກວດກາ ແລ້ວກໍຕາມ ແຕ່ຍັງມີຂໍ້ຄົງຄ້າງ ທີ່ຈະຕ້ອງສືບຕໍ່ແກ້ໄຂ ເປັນຕົ້ນ ການຕິດຕາມ, ກວດກາ,  ການປະສານງານ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ຍັງບໍ່ທັນເຂັ້ມງວດ ເຮັດໃຫ້ເກີດມີບາງໂຄງການ ບໍ່ໄປຕາມຂັ້ນຕອນ, ລະບຽບການ ເຮັດໃຫ້ເກີດມີຜົນກະທົບຕໍ່ສັງຄົມ, ການແກ້ໄຂຂໍ້ມູນຊັກຊ້າ, ການນຳໃຊ້ຊັບພະຍາກອນທຳມະຊາດ ກັບລາຍຮັບຂອງລັດຍັງບໍ່ສົມເຫດສົມຜົນ, ການຂຸດຄົ້ນແຮ່ທາດ ບາງກິດຈະການ ລາຍງານບໍ່ສອດຄ່ອງກັບຕົວຈິງ ເຊັ່ນ: ມີການຂຸດຄົ້ນໄດ້ຫລາຍ ແຕ່ລາຍງານໜ້ອຍ. ສະນັ້ນ, ສະເໜີໃຫ້ລັດຖະບານ ເບິ່ງຄືນບັນດາໂຄງການ ທີ່ຈັດຕັ້ງປະຕິບັດໄປແລ້ວ ແລະ  ໂຄງ ການລົງທຶນຄືນໃໝ່, ບາງຫົວໜ່ວຍມີການຊັບຊ້ອນ, ບາງຫົວໜ່ວຍຢຸດເຊົາກິດຈະການ, ບໍ່ມີການ ເຄື່ອນໄຫວ, ສະເໜີໃຫ້ລັດຖະບານ ແລະ ຂະແໜງການກ່ຽວຂ້ອງ ຄົ້ນຄວ້າກ່ຽວກັບ ຊັບພະຍາກອນ ປ່າໄມ້ ໂດຍສະເພາະ ກອງທຶນຫັນປ່ຽນທີ່ດິນປ່າໄມ້ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດ, ຊຸກຍູ້ການນຳໃຊ້ທຶນພັດທະນາຊຸມຊົນ ໃນເຂດພື້ນທີ່ໂຄງການ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດ ໃຫ້ຫລາຍຂຶ້ນ, ສຳຫລວດຄືນໃໝ່ 3 ປະເພດປ່າ ໃຫ້ລະອຽດຊັດເຈນ ເພື່ອພັດທະນາຍຸດທະສາດ ໃນການຈັດສັນເຂດການຜະລິດ, ເຂດສະຫງວນໄວ້ ແລະ ເຂດທີ່ຈະຟື້ນຟູປ່າ.

ຂ່າວ: ກິດຕາ

ພາບ: ອ່າຍຄຳ
KPL

ຂ່າວອື່ນໆ

    • ຮອງນາຍົກລັດຖະມົນຕີ ຕ້ອນຮັບທູດລຸກຊຳບວກ ປະຈຳລາວ ຄົນໃໝ່ການເມືອງ

      ຮອງນາຍົກລັດຖະມົນຕີ ຕ້ອນຮັບທູດລຸກຊຳບວກ ປະຈຳລາວ ຄົນໃໝ່

      10/28/2026 9:57:44 AM

      ເມື່ອບໍ່ດົນມານີ້, ທ່ີກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂ້ົາຢ້ຽມຂ່ໍານັບຂອງທ່ານ ແຊມ ສະລາຍເນີ ເອກອັກຄະລາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ລາຊະອານາຈັກລຸກຊຳບວກ ປະຈຳ ສປປ ລາວ, ມີສຳນັກງານການທູດຕັ້ງຢູ່ນະຄອນຫລວງບາງກອກ ລາຊະອານາຈັກໄທ.

    • ຮອງນາຍົກລັດຖະມົນຕີ ຕ້ອນຮັບທູດບຣາຊິນ ປະຈຳລາວການເມືອງ

      ຮອງນາຍົກລັດຖະມົນຕີ ຕ້ອນຮັບທູດບຣາຊິນ ປະຈຳລາວ

      10/27/2026 9:38:51 AM

      ເມື່ອບໍ່ດົນມານີ້, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ອານເດຣດ ໂອເດັນເບຣອິດສ ກຣາບາໂຢ (H.E. Mr. Andre Odenbreit Carvalho) ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສະຫະພັນສາທາລະນະລັດ ບຣາຊິນ ປະຈຳ ສປປ ລາວ ຊຶ່ງມີສໍານັກງານການທູດຕັ້ງຢູ່ນະຄອນຫລວງ ບາງກອກ ລາຊະອານາຈັກໄທ.

    • ສປປ ລາວ ກະກຽມຄວາມພ້ອມກ່ອນເຂົ້າຮ່ວມກອງປະຊຸມລັດພາຄີສົນທິສັນຍາ ສປຊ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ຄັ້ງທີ 31ການເມືອງ

      ສປປ ລາວ ກະກຽມຄວາມພ້ອມກ່ອນເຂົ້າຮ່ວມກອງປະຊຸມລັດພາຄີສົນທິສັນຍາ ສປຊ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ຄັ້ງທີ 31

      10/26/2026 11:34:52 AM

      ກົມສິ່ງແວດລ້ອມ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຮ່ວມກັບສະຖາບັນການເຕີບໂຕສີຂຽວໂລກ (GGGI) ແລະ ອົງການພັດທະນາແຫ່ງສະຫະປະຊາຊາດ (ສປຊ) ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຈັດສຳມະນາກະກຽມຄະນະຜູ້ແທນ ສປປ ລາວ ກ່ອນເຂົ້າຮ່ວມກອງປະຊຸມລັດພາຄີສົນທິສັນຍາຂອບວຽກສະຫະປະຊາຊາດ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ຄັ້ງທີ 31 (COP31) ເພື່ອປະສານບຸລິມະສິດ ແລະ ກຳນົດຈຸດຢືນຂອງຊາດໃຫ້ມີຄວາມຊັດເຈນ ແລະ ເປັນເອກະພາບ ໂດຍມີ ທ່ານ ນາງ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ນາງ ອາຍຊານີ ເມດາກັງໂກດາ ລາເບ ຜູ້ຕາງໜ້າ ສປຊ ປະຈຳ ສປປ ລາວ, ທ່ານ ນາງ ໂອຢ່າ ຢ່າຊາຣ ເອກອັກຄະລັດຖະທູດຕວັກກີ ປະຈຳ ສປປ ລາວ, ມີຜູ້ຕາງໜ້າຈາກເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ, ຜູ້ຕາງໜ້າສະຖາບັນເຕີບໂຕສີຂຽວສາກົນ (GGGI) ປະຈຳ ສປປ ລາວ, ພ້ອມດ້ວຍຜູ້ຕາງໜ້າຈາກບັນດາກະຊວງ, ຂະແໜງການ, ສະຖານທູດ, ອົງການສາກົນ ແລະ ຄູ່ຮ່ວມພັດທະນາ ເຂົ້າຮ່ວມ.

    • ມອບ-ຮັບໜ້າທີ່ຄະນະບໍລິຫານງານສະມາຄົມລາວ-ໄທ ເພື່ອມິດຕະພາບ ຊຸດເກົ່າ ແລະ ຊຸດໃໝ່ການເມືອງ

      ມອບ-ຮັບໜ້າທີ່ຄະນະບໍລິຫານງານສະມາຄົມລາວ-ໄທ ເພື່ອມິດຕະພາບ ຊຸດເກົ່າ ແລະ ຊຸດໃໝ່

      10/26/2026 11:29:08 AM

      ໃນວັນທີ 22 ຕຸລາ 2026, ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງ ຄະນະບໍລິຫານງານສະມາຄົມ ລາວ-ໄທ ເພື່ອມິດຕະພາບ ຊຸດເກົ່າ ແລະ ຊຸດໃໝ່ ໂດຍການເປັນປະທານຂອງ ສະຫາຍ ບຸນເຫຼືອ ພັນດານຸວົງ ກຳມະການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ມີບັນດາສະຫາຍຄະນະພັກ, ຄະນະນຳ ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

    • ລາວ-ກຳປູເຈຍ ຊຸກຍູ້ການຮ່ວມມືອຳນວຍຄວາມສະດວກແລະ ສົ່ງເສີມການລົງທຶນດ້ານການທ່ອງທ່ຽວສອງປະເທດການເມືອງ

      ລາວ-ກຳປູເຈຍ ຊຸກຍູ້ການຮ່ວມມືອຳນວຍຄວາມສະດວກແລະ ສົ່ງເສີມການລົງທຶນດ້ານການທ່ອງທ່ຽວສອງປະເທດ

      10/26/2026 11:24:21 AM

      ເມື່ອບໍ່ດົນມານີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ການທ່ອງທ່ຽວ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມສົນທະນາວ່າດ້ວຍການອຳນວຍຄວາມສະດວກດ້ານການທ່ອງທ່ຽວຕາມຊາຍແດນ ແລະ ສົ່ງເສີມການລົງທຶນດ້ານການທ່ອງທ່ຽວ ລາວ-ກຳປູເຈຍ ທີ່ແຂວງຊຽງແຕງ ລາຊະອານາຈັກກຳປູເຈຍ.

ads
ads

Top