ສ້າງມູນຄ່າເພີ່ມມໍລະດົກ

11/06/2024 10:24
Email Print 824
ຂປລ ເປັນຄວາມພາກພູມໃຈຂອງຄົນເຊື້ອຊາດລາວ ພາຍຫລັງອົງການອຸຍແນສໂກ ໄດ້ຮັບຮອງເອົາຫັດຖະກໍາພູມປັນຍາການຕໍ່າຫູກລາຍນາກຂອງຄົນເຊື້ອຊາດລາວ ເຂົ້າໃນບັນຊີມໍລະດົກວັດ ທະນະທໍາບໍ່ເປັນວັດຖຸ ທີ່ເປັນຕົວແທນຂອງມວນມະນຸດ ກ່າວສັ້ນໆຄືຮັບຮອງເປັນມໍລະດົກໂລກ ໃນຕົ້ນເດືອນທັນວາ ປີ 2023 ຜ່ານມາ ແລະ ໄດ້ມີງານສະເຫລີມສະຫລອງຢ່າງຍິ່ງໃຫຍ່ ໃນໄລຍະວັນທີ 5-9 ມິຖຸນາ 2024 ທີ່ຫໍວັດທະນະທໍາແຫ່ງຊາດ ນະຄອນຫລວງວຽງຈັນ.

    *ເປັນຄວາມພາກພູມໃຈຂອງຄົນເຊື້ອຊາດລາວ ພາຍຫລັງອົງການອຸຍແນສໂກ ໄດ້ຮັບຮອງເອົາຫັດຖະກໍາພູມປັນຍາການຕໍ່າຫູກລາຍນາກຂອງຄົນເຊື້ອຊາດລາວ ເຂົ້າໃນບັນຊີມໍລະດົກວັດ ທະນະທໍາບໍ່ເປັນວັດຖຸ ທີ່ເປັນຕົວແທນຂອງມວນມະນຸດ ກ່າວສັ້ນໆຄືຮັບຮອງເປັນມໍລະດົກໂລກ ໃນຕົ້ນເດືອນທັນວາ ປີ 2023 ຜ່ານມາ ແລະ ໄດ້ມີງານສະເຫລີມສະຫລອງຢ່າງຍິ່ງໃຫຍ່ ໃນໄລຍະວັນທີ 5-9 ມິຖຸນາ 2024 ທີ່ຫໍວັດທະນະທໍາແຫ່ງຊາດ ນະຄອນຫລວງວຽງຈັນ.ໂອກາດມີຄໍາເຫັນໃນພິທີສະເຫລີມສະຫລອງຢ່າງເປັນທາງການ ຕອນບ່າຍວັນທີ 7 ມິຖຸນາ 2024, ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ເນັ້ນໃຫ້ເຫັນວ່າ: “ນີ້ເປັນເຫດການປະຫວັດສາດອີກອັນໜຶ່ງ ສຸດທີ່ປິຕິຍິນດີ ແລະ ເປັນກຽດອັນສູງສ່ົງ ເຕັມໄປດ້ວຍຄວາມເອກອ້າງທະນົງໃຈ ຂອງປວງຊົນລາວທັງຊາດ ຕະຫລອດຮອດຄົນເຊື້ອຊາດລາວ ບ່ໍພຽງແຕ່ຢູ່ພາຍໃນປະເທດ ແຕ່ຢູ່ທົ່ວທຸກມູມໂລກ ສາມາດຢັ້ງຢືນໄດ້ດ້ວຍຄວາມພາກພູມໃຈວ່າ ຫັດຖະກໍາລາຍນາກຂອງພວກເຮົາ ໄດ້ຖືກຮັບຮອງເຂົ້າເປັນມໍລະດົກໂລກຢ່າງແທ້ຈິງ ແລະ ຈະຍືນຍົງຢູ່ຄຽງຄູ່ກັບມວນມະນຸດທົ່ວໂລກຢ່າງຖາວອນຕະຫລອດໄປ...

   ເຫດການດັ່ງກ່າວນີ້ຍັງເປັນໝາກຜົນແຫ່ງການຈັດຕັ້ງປະຕິບັດແນວທາງນະໂຍບາຍ ອັນຖືກຕ້ອງສອດຄ່ອງຂອງພັກ-ລັດເຮົາ ວ່າດ້ວຍຊຸກຍູ້ສົ່ງເສີມ, ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທໍາອັນດີງາມຂອງຊາດ ໃຫ້ນັບມື້ກວ້າງຂວາງຕິດພັນກັບການພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ ໃຫ້ນັບມື້ເຂັ້ມແຂງ ພ້ອມທັງອະນຸລັກຮັກສາວັດທະນະທໍາອັນເປັນເອກະລັກຂອງຊາດ ໃຫ້ມີຄວາມຍືນຍົງຕະຫລອດໄປ”. ເວົ້າແລ້ວເວົ້າອີກວ່ານີ້ເປັນອີກເຫດການສໍາຄັນທາງປະຫວັດສາດຂອງຊາດລາວເຮົາ ທີ່ພວກເຮົາຕ້ອງໄດ້ພ້ອມກັນເອກອ້າງທະນົງໃຈ ແລະ ປະກອບ ສ່ວນຢ່າງແຂງແຮງເຂ້ົາໃນການປົກປັກຮັກສາມູນເຊື້ອວັດທະນະທໍາອັນດີງາມ ທີ່ຮຸ່ນປູ່ຍ່າຕາຍາຍໄດ້ປະດິດຄິດຄົ້ນສືບທອດມາຮອດພວກເຮົາເປັນ “ມໍລະດົກ” ຫລື ມູນມັງ ທີ່ຫາຄ່າບໍ່ໄດ້.

    ຈັ່ງຊັ້ນ ບັນຫາທີ່ຕັ້ງຂຶ້ນເພື່ອແລກປ່ຽນ ແມ່ນພວກເຮົາຈະເຮັດແນວໃດ ເພື່ອບໍ່ໃຫ້ມູນເກົ່ານີ້ບົກແຫ້ງແບບຄໍາອວຍພອນ ເວລາມັດແຂນວ່າກິນບໍ່ໃຫ້ບົກ ຈົກບໍ່ໃຫ້ລົງ...ມີມູນເກົ່າເປັນພື້ນຖານແມ່ນດີທີ່ສຸດແລ້ວຫລາຍຄໍາເຫັນກໍ່ວ່າແນວນັ້ນ, ແຕ່ການຮັກສາມູນເກົ່າໃຫ້ເປັນເຄົ້າ ແລະ ຂະຫຍາຍໄດ້ໃຫ້ມີມູນໃໝ່ແຕກອອກມາຕື່ມຈະເຮັດແນວໃດ? ໃນທ່າມກາງສະພາບໃໝ່ພວກເຮົາຄວນຊຸກຍູ້ສົ່ງເສີມຢ່າງແຂງແຮງບັນດາຫົວຄິດປະດິດສ້າງອັນໃໝ່, ໝູນໃຊ້ພື້ນຖານອັນເກົ່າໃຫ້ມີມູນຄ່າເພີ່ມນັບມື້ກວ້າງຂວາງ ແລະ ຍືນຍົງຕະຫລອດໄປ. ລາຍນາກ ທີ່ຢູ່ໃນຜືນຜ້າໄໝ-ຝ້າຍ ສຸດແສນສວຍງາມ ແລະ ເປັນເອກະລັກທາງພູມປັນຍາ ອາດຈະກະຈາຍແຕກດອກງອກງາມໄປປະດັບເອ້ເປັນສິ່ງຫຸ້ມຫໍ່ສິນຄ້າ, ເຄື່ອງທີ່ລະນຶກ, ການສະແດງອອກດ້ານຕ່າງໆຢ່າງເປັນຂະບວນ, ສ້າງອາຊີບທີ່ຕິດພັນ, ສ້າງລາຍຮັບ, ສ້າງຄວາມເຂ້ັມແຂງໃນການອະນຸລັກປົກປັກຮັກສາ ແລະ ສົ່ງເສີມມູນເຊື້ອວັດທະນະທໍາອັນດີງາມຂອງພວກເຮົາ.

    ມີເລື່ອງມາເລົ່າສູ່ຟັງ ກ່ຽວກັບການເສີມຂະຫຍາຍມູນເຊື້ອວັດທະນະທໍາ, ໃນອາທິດຜ່ານມາໄດ້ມີໂອກາດເຂົ້າຮ່ວມພິທີສະຫລອງບຸນຕ່ວນຫວູ ປະເພນີຂອງຊາວຈີນ, ຈັດໂດຍສູນວັດທະນະທໍາຈີນປະຈໍາລາວ ທີ່ນະຄອນຫລວງວຽງຈັນ ໂດຍມີການສອດຫ້ອຍໂຄສະນາການທ່ອງທ່ຽວຈີນ ດ້ວຍເຕັກໂນໂລຊີຈໍາລອງພາບເໝືອນຈິງຜ່ານລະບົບ ອີອາ(Virtual Reality ຫລື VR). ບຸນປະເພນີນີ້ ຕິດພັນເລື່ອງເຂົ້າຕົ້ມ ເຊິ່ງມີການວາງສະແດງ ແລະ ໃຫ້ຊີມເຂ້ົາຕົ້ມຫລາຍແນວຫລາຍລົດຊາດ, ບໍ່ຕ່າງຫຍັງເຂົ້າຕົ້ມຂອງລາວ. ການຫໍ່ກໍ່ດ້ວຍຮູບຊົງສວຍງາມ ໃນນັ້ນຈຸດທີ່ເຂົາເນັ້ນຖືເປັນອັນເດັ່ນແມ່ນຮູບຊົງສາມລ່ຽມ ສີ່ລ່ຽມ ເຊິ່ງກໍ່ບໍ່ຕ່າງຈາກເຂົ້າຕົ້ມລາວ ທັງການຫໍ່ ແລະ ການມັດ. ສໍາຄັນເຂົ້າ ຕົ້ມໄດ້ເຂົ້າສູ່ຂະບວນການຜະລິດອຸດ ສາຫະກໍາ, ເປັນສິນຄ້າຂາຍໃນຮ້ານຄ້າ ໃຫຍ່-ນ້ອຍ ໄວ້ກິນຍາວນານມີອາຍຸບໍລິ ໂພກ ຫລື ກິນ ແລະ ຖືກບັນຈຸໃນສິ່ງຫຸ້ມ ຫໍ່ອັນສວຍງາມອີກຊັ້ນໜຶ່ງ, ເຫັນແລ້ວກໍ່ຢາກຈັບຢາກຊື້.

    ນອກນັ້ນຍັງມີການນໍາເອົາຮູບຊົງຂອງເຂົ້າຕົ້ມສາມລ່ຽມ ເຮັດເປັນເຄື່ອງປະດັບທັງລັກສະນະຝ້າຍມັດແຂນຂອງລາວ ມີໜ່ວຍເຂົ້າຕົ້ມຖັກນ້ອຍໆຫ້ອຍຕ່ອງແຕັ່ງ, ທັງເປັນແນວຫ້ອຍໄວ້ໃນລົດໃນເຮືອນ ໂດຍດ້ານເທິງມີຄໍາອວຍພອນໂຊກລາບ ແລະ ມີຍອຍຝ້າຍສີແດງສວຍງາມຫ້ອຍແຈສິ່ງຖັກທໍຮູບຊົງເຂົ້າຕົ້ມ ແລະ ອື່ນໆ. ທີ່ຍົກຂຶ້ນເລື່ອງມູນ-ມໍລະດົກ, ມູນເກົ່າເຮົາມີ(ບໍ່ໜ້ອຍກວ່າຊຸມຊົນເຊື້ອຊາດໃດໃນໂລກ) ສໍາຄັນຈະຮັກສາໃຫ້ໝັ້ນຄົງຖາວອນແນວໃດ, ຈະກອດໄວ້ລ້າໆ ແລະ ພາກພູມໃຈໂດຍບໍ່ໄດ້ເສີມຂະຫຍາຍໃຫ້ແຕກດອກອອກຜົນ ເປັນມູນໃໝ່ທ່ີຫລາກຫລາຍສ້າງຮັ່ງຄູນມີດີ? ຫລື ຈະເສີມຂະຫຍາຍແນວໃດ ເພື່ອປະກອບສ່ວນສ້າງເສດຖະກິດ. 

ໂດຍ: ຄ້ອງໃໝ່

KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top