ໄຂສັບປະດາຟິມຮູບເງົາສະເຫລີມສະຫລອງ 70 ປີແຫ່ງວັນໄຊຊະນະດ້ຽນບຽນຝູຢູ່ດ້ຽນບຽນ

25/04/2024 16:53
Email Print 180
ຂປລ ແຂວງ ດ້ຽນບຽນ ໄດ້ໄຂສັບປະດາ ຟິມຮູບເງົາ ສະເຫລີມ ສະຫລອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (1954 – 2024). ຜ່ານບັນດາຟິມຮູບເງົາ ເພື່ອແນໃສ່ ໂຄສະນາ, ສຶກສາ ກ່ຽວກັບ ມູນເຊື້ອ ປະຫວັດສາດ, ວັດທະນະທຳ, ການປະຕິວັດ ແລະ ລະດົມນ້ຳໃຈຮັກຊາດ, ລັດທິວິລະຊົນ, ນ້ຳໃຈສາມັກຄີ, ຄວາມເອກອ້າງທະນົງໃຈ ແລະ ເຈດຈຳນົງ ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ ຂອງປະຊາຊົນ ຫວຽດນາມ

ຂປລ.ວິທະຍຸ ກະຈ່າຍສຽງ  ແຫ່ງຊາດ ຫວຽດນາມ, ວັນທີ 24 ເມສາ, ຢູ່ນະຄອນ ດ້ຽນບຽນຝູ, ແຂວງ ດ້ຽນບຽນ ໄດ້ໄຂສັບປະດາ ຟິມຮູບເງົາ ສະເຫລີມ ສະຫລອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (1954 – 2024). ຜ່ານບັນດາຟິມຮູບເງົາ ເພື່ອແນໃສ່ ໂຄສະນາ, ສຶກສາ ກ່ຽວກັບ ມູນເຊື້ອ ປະຫວັດສາດ, ວັດທະນະທຳ, ການປະຕິວັດ ແລະ ລະດົມນ້ຳໃຈຮັກຊາດ, ລັດທິວິລະຊົນ, ນ້ຳໃຈສາມັກຄີ, ຄວາມເອກອ້າງທະນົງໃຈ ແລະ ເຈດຈຳນົງ ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ ຂອງປະຊາຊົນ ຫວຽດນາມ; ຍົກສູງບົດບາດ, ຂອບຂະໜາດ, ຄວາມໝາຍປະຫວັດສາດ ທີ່ສະຫງ່າລາສີຂອງບັ້ນຮົບ ດ້ຽນບຽນຝູ ແລະ ການຕໍ່ສູ້ຕ້ານ ຝລັ່ງ; ຢັ້ງຢືນບັນດາຜົນງານຂອງພັກ ແລະ ປະຊາຊົນ ຫວຽດນາມ ໃນພາລະກິດ ຕໍ່ສູ້ປົດປ່ອຍ, ຍາດເອົາເອກະລາດ ໃຫ້ແກ່ ປະເທດຊາດ, ສ້າງສາ ແລະ ປົກປັກຮັກສາ ປະເທດຊາດ. ໃນບັນດາ ການເຄື່ອນໄຫວ ຂອງສັບປະດາ, ກົມຮູບເງົາ ໄດ້ແນະນຳ ແລະ ວາງສະແດງ ບາງພາບຖ່າຍເອກະສານ ກ່ຽວກັບ ຄະນະຜະລິດ ຟິມຮູບເງົາ ເອກະສານ ແລະ ຖ່າຍຮູບ ເຂົ້າຮ່ວມບັ້ນຮົບ ດ້ຽນບຽນຝູ ແລະ ມອບໃຫ້ພະແນກ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ດ້ຽນບຽນ ເພື່ອເກັບຮັກສາ ແລະ ເສີມຂະຫຍາຍ ຄຸນຄ່າ ໂຄສະນາ ຊຸດພາບຖ່າຍ ເອກະສານ ທີ່ລ້ຳຄ່ານີ້ ຢູ່ຫໍພິພິທະພັນ ໄຊຊະນະ ປະຫວັດສາດ ດ້ຽນບຽນຝູ. ສັບປະດາດັ່ງກ່າວ ຈັດຂຶ້ນຮອດວັນທີ 30 ເມສາ ຈຶ່ງຈະອັດລົງ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top