ສສ ຫວຽດນາມ ເຂົ້າຮ່ວມກອງປະຊຸມສາກົນ ຄັ້ງທີ 12 ການນຳຂັ້ນສູງຮັບຜິດຊອບຄວາມໝັ້ນຄົງ

25/04/2024 16:39
Email Print 165
ຂປລ ກອງປະຊຸມ ສາກົນ ຄັ້ງທີ 12 ການນຳຂັ້ນສູງ ຮັບຜິດຊອບ ຄວາມໝັ້ນຄົງ ຈັດຂຶ້ນ ລະຫວ່າງ 23-25ຢູ່ ຣັດເຊຍ ໂດຍຄະນະຜູ້ແທນ ຫວຽດນາມ ນຳໂດຍ ທ່ານ ພົນເອກ ໂຕເລິມ, ລັດຖະມົນຕີ ກະຊວງ ຕຳຫລວດ ຫວຽດນາມ ນຳໜ້າ.

ຂປລ.ວິທະຍຸ ກະຈ່າຍສຽງ ແຫ່ງຊາດ ຫວຽດນາມ, ກອງປະຊຸມ ສາກົນ ຄັ້ງທີ 12 ການນຳຂັ້ນສູງ ຮັບຜິດຊອບ ຄວາມໝັ້ນຄົງ ຈັດຂຶ້ນ ລະຫວ່າງ 23-25ຢູ່ ຣັດເຊຍ ໂດຍຄະນະຜູ້ແທນ ຫວຽດນາມ ນຳໂດຍ ທ່ານ ພົນເອກ ໂຕເລິມ, ລັດຖະມົນຕີ ກະຊວງ ຕຳຫລວດ ຫວຽດນາມ ນຳໜ້າ. ຈາກນັ້ນ ທ່ານ ພົນເອກ ໂຕເລິມ ໄດ້ໃຫ້ ຂໍ້ສັງເກດວ່າ: ການພັດທະນາ ຢ່າງແຮງ ຂອງເຕັກໂນໂລຢີ ຂໍ້ມູນຂ່າວສານ ໃນຂອບເຂດ ທົ່ວໂລກ ພວມຍູ້ໄວ ບັນດາການເຄື່ອນໄຫວ ຂອງອາດຊະຍາກຳ ນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນ ໃນວົງກ້ວາງ, ໃນນັ້ນມີ ຫວຽດນາມ. ເພາະສະນັ້ນ, ຕ້ອງຊຸກຍູ້ ການຮ່ວມມື ຫລາຍຝ່າຍ ທີ່ມີຢູ່ແລ້ວໃນ ປັດຈຸບັນ ໃນບັນດາ ຂອບເຂດຄື: ອົງການ ຕຳຫລວດ ອາຍາສາກົນ (Interpol), ຕຳຫລວດ ສະຫະພາບ ເອີຣົບ (Europol) ແລະ ບັນດາກົນໄກອື່ນໆ ເພື່ອດັດສົມ, ໜູນຊ່ວຍ ບັນດາປະເທດ ໃນວິວັດທະນາ ການຮັບປະກັນ ຄວາມໝັ້ນຄົງ ທາງເຄືອຂ່າຍ ອິນເຕີເນັດ, ປ້ອງກັນ, ຕ້ານ, ຕໍ່ສູ້, ແກ້ໄຂ ອາດຊະຍາກຳ ທາງອິນເຕີເນັດ, ອາດຊະຍາກຳ ຂ້າມຊາດ. ທ່ານ ລັດຖະມົນຕີ ໂຕເລິມ ໄດ້ຢັ້ງຢືນວ່າ: ຫວຽດນາມ ປາດຖະໜາ ຢາກສືບຕໍ່ ພ້ອມກັບ ບັນດາ ຄູ່ຮ່ວມມື  ແລະ ເພື່ອນມິດສາກົນ ແບ່ງປັນບັນດາ ບົດຮຽນ ປະສົບການ, ຂໍ້ລິເລີ່ມ ກ່ຽວກັບ ການປ້ອງກັນ, ຕ້ານອາດຊະຍາກຳ, ປົກປັກຮັກສາ ອະທິປະໄຕ ແຫ່ງຊາດ ໃນເຄືອຂ່າຍ ອິນເຕີເນັດ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top