70 ປີແຫ່ງໄຊຊະນະດ້ຽນບຽນຝູ: ການລະດົມກຳລັງໃຈ, ແຫລ່ງບັນດານໃຈໃຫ້ແກ່ບັນດາຊົນຊາດທີ່ຖືກກົດຂີ່ຂູດຮີດ

25/04/2024 16:17
Email Print 145
ຂປລ ໄຊຊະນະ ດຽນບຽນຝູ ບໍ່ພຽງແຕ່ ມີຄວາມໝາຍ ຢ່າງຍິ່ງໃຫຍ່ ຕໍ່ປະຊາຊົນ ຫວຽດນາມ ເທົ່ານັ້ນ ຫາກຍັງແມ່ນ ການລະດົມກຳລັງໃຈ, ແຫລ່ງບັນດານໃຈ ຢ່າງແຮງ ໃຫ້ແກ່ ບັນດາປະເທດ ລ່າເມືອງຂຶ້ນ ໃນໂລກ ໃນວິວັດ ທະນາການຕໍ່ສູ້ ຕ້ານສັດຕູ ຜູ້ຮຸກຮານ, ຍາດເອົາ ເອກະລາດ ອີກດ້ວຍ.

ຂປລ.ວິທະຍຸ ກະຈ່າຍສຽງ ແຫ່ງຊາດ ຫວຽດນາມ,   ໄຊຊະນະ ດຽນບຽນຝູ ບໍ່ພຽງແຕ່ ມີຄວາມໝາຍ ຢ່າງຍິ່ງໃຫຍ່ ຕໍ່ປະຊາຊົນ ຫວຽດນາມ ເທົ່ານັ້ນ ຫາກຍັງແມ່ນ ການລະດົມກຳລັງໃຈ, ແຫລ່ງບັນດານໃຈ ຢ່າງແຮງ ໃຫ້ແກ່ ບັນດາປະເທດ ລ່າເມືອງຂຶ້ນ ໃນໂລກ ໃນວິວັດ ທະນາການຕໍ່ສູ້ ຕ້ານສັດຕູ ຜູ້ຮຸກຮານ, ຍາດເອົາ ເອກະລາດ ອີກດ້ວຍ.ໄຊຊະນະດ້ຽນບຽນຝູ  ແມ່ນໄຊຊະນະ ຂອງທຸກຊົນຊາດ ທີ່ຖືກກົດຂີ່ ຂູດຮີດ ໃນໂລກ. ນີ້ແມ່ນຂໍ້ສັງເກດລວມ ຂອງສື່ມວນຊົນ ອາກຊັງຕິນ ໃນຊຸມວັນນີ້ ເນື່ອງໃນໂອກາດ ສະເຫລີມ ສະຫລອງ 70 ປີ ແຫ່ງໄຊຊະນະ ດຽນບຽນຝູ (1954 - 2024). ວັນທີ 24 ເມສາ, ໜັງສືພິມ Ambito Internacional ຂອງ ອາກຊັງຕິນ ໄດ້ຢັ້ງຢືນວ່າ ໄຊຊະນະ ດຽນບຽນຝູ ບໍ່ພຽງແຕ່ມີຄວາມໝາຍຢ່າງຍິ່ງໃຫຍ່ ຕໍ່ປະຊາຊົນຫວຽດນາມ ເທົ່ານັ້ນ ຫາກຍັງແມ່ນ ການລະດົມກຳລັງໃຈ, ແຫລ່ງບັນດານໃຈ ຢ່າງແຮງ ໃຫ້ແກ່ ບັນດາປະເທດ ລ່າເມືອງຂຶ້ນໃນໂລກ ໃນວິວັດທະນາການຕໍ່ສູ້ຕ້ານສັດຕູຜູ້ຮຸກຮານ, ຍາດເອົາເອກະລາດ ອີກດ້ວຍ.ໃນຂະນະນັ້ນ, ບັນດາ ສື່ເອເລັກໂຕນິກ Reporte Asia ແລະ ABC Mundial ຂອງ ອາກຊັງຕິນ ກໍ່ໄດ້ລົງບົດຕອບສຳພາດຕໍ່ນັກຂ່າວຂອງທ່ານນາງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາກຊັງຕິນ ໂງມິງຫງວຽດ, ໃນນັ້ນ ໄດ້ຍົກສູງການສະໜັບ ສະໜູນຢ່າງແຮງ, ການຊ່ວຍເຫລືອ ອັນລ້ຳຄ່າ ຂອງບັນດາປະເທດ ສັງຄົມນິຍົມ, ການສະໜັບສະໜູນ ຂອງປະຊາຊົນ ບັນດາຊົນຊາດ ທີ່ຖືກກົດຂີ່ຂູດຮີດຢູ່ອາຊີ, ອາຟຣິກກາ ແລະ ເຂດອາເມລິກາລາຕິນ ກໍ່ຄື ຂະບວນການຕໍ່ສູ້ ຂອງປະຊາຊົນ ທີ່ກ້າວໜ້າໃນໂລກ, ໃນການຕໍ່ສູ້ ຕ້ານຝຣັ່ງຂອງ ປະຊາຊົນ ຫວຽດນາມ. ທ່ານນາງ ເອກອັກຄະລັດຖະທູດ ໂງມິງຫງວຽດ ໄດ້ເນັ້ນໜັກວ່າ ການສະເຫລີມສະຫລອງ 70 ປີແຫ່ງໄຊຊະນະ ດຽນບຽນຝູ ແມ່ນໂອກາດ ເພື່ອໃຫ້ປະຊາຊົນ ຫວຽດນາມ ຮູ້ສຶກເອກອ້າງທະນົງໃຈ ຕື່ມອີກ ກ່ຽວກັບພັກກອມມູນິດ ທີ່ສະຫງ່າລາສີ, ກ່ຽວກັບ ປະທານໂຮ່ຈີມິນ ຜູ້ຊີ້ນຳນຳພາ ການປະຕິວັດ ຫວຽດນາມ ຜ່ານຜ່າ ທຸກຄວາມຫຍຸ້ງຍາກ ລຳບາກ ກ້າວໄປເຖິງ ຄວາມສະຫງ່າ ລາສີ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top