ກອງປະຊຸມກ່ຽວກັບການພັດທະນາແຫລ່ງຊັບພະນາກອນມະນຸດຮັບໃຊ້ອຸດສາຫະກຳເຄິ່ງຊັກນຳໄຟຟ້າ

25/04/2024 16:05
Email Print 142
ຂປລ ທ່ານ ຟ້າມມິງຈິງ ,ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານ ກອງປະຊຸມ ກ່ຽວກັບ ການພັດທະນາແຫລ່ງຊັບພະນາກອນ ມະນຸດຮັບ ໃຊ້ອຸດສາຫະກຳ ເຄິ່ງຊັກນຳໄຟຟ້າ.

ຂປລ.ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ, ວັນທີ 24 ເມສາ, ຢູ່ສຳນັກງານ ລັດຖະບານ, ທີ່ ນະຄອນຫລວງ ຮ່າໂນ້ຍ, ທ່ານ ຟ້າມມິງຈິງ ,ນາຍົກລັດຖະມົນຕີ  ຫວຽດນາມ ໄດ້ເປັນປະທານ ກອງປະຊຸມ ກ່ຽວກັບ ການພັດທະນາແຫລ່ງຊັບພະນາກອນ ມະນຸດຮັບ ໃຊ້ອຸດສາຫະກຳ ເຄິ່ງຊັກນຳໄຟຟ້າ.ໃນໂອກາດນີ້ ທ່ານ ຟ້າມມິງຈິງ ໃຫ້ຮູ້ວ່າ: ການຫັນເປັນດີຈີຕອນ ແມ່ນການຄັດເລືອກ ຍຸດທະສາດ, ບຸລິມະສິດ ແຖວໜ້າຂອງ ຫວຽດນາມ, ໃນນັ້ນ, ຂະແໜງອຸດສາຫະກຳ ເຄິ່ງຊັກນຳໄຟຟ້າ ໄດ້ສວມບົດບາດ ສຳຄັນ ໃນການຫັນເປັນ ດີຈີຕອນ; ແມ່ນພື້ນຖານ ຂອງການຫັນປ່ຽນ 3 ຢ່າງ, ລວມມີ: ການຫັນເປັນ ດີຈີຕອນ, ເຫັນເປັນ ສີຂຽວ, ເຫັນເປັນ ອັດສະລິຍະ.ນອກນີ້ ຍັງໃຫ້ຂໍ້ສັງເກດວ່າ: ຍ້ອນສະພາບການໂລກ ມີການຜັນແປ ຢ່າງສັບສົນ, ປະຈຸບັນ ພວມມີທ່າອ່ຽງ ຫັນປ່ຽນ ລະບົບຜະລິດ, ລະບົບ ສະໜອງໃນທົ່ວໂລກ, ໃນນັ້ນ, ສສ ຫວຽດນາມ ໄດ້ກຳນົດວ່າ ແມ່ນໜຶ່ງ ໃນຈຳນວນໜ້ອຍປະເທດ ໄດ້ຮັບຄວາມສົນໃຈ. ນີ້ທັງແມ່ນໂອກາດ, ແຕ່ກໍ່ແມ່ນສິ່ງທ້າທາຍຂອງ ຫວຽດນາມ. ໄປພ້ອມກັບ ບັນດາປັດໃຈ ເປັນທ່າສະດວກ, ຫວຽດນາມ ຕ້ອງຕອບສະໜອງບັນດາເງື່ອນໄຂ ອື່ນດ້ານພື້ນຖານໂຄງລ່າງ ແລະ ລະບອບ ລະບຽບການ, ພິເສດແມ່ນແຫລ່ງຊັບພະຍາກອນ ຮັບໃຊ້ການພັດທະນາຂະແໜງ ອຸດສາຫະກຳ ເຄິ່ງຊັກນຳໄຟຟ້າ. ສະນັ້ນ, ທ່ານ ຟ້າມມິງຈິງ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຕ້ອງຊອກຫາ ມາດຕະການແກ້ໄຂ ເພື່ອບັນລຸໄດ້ ເປົ້າໝາຍ ດັ່ງກ່າວໃນໄລຍະສັ້ນທີ່ສຸດ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top