ສາມແຍກ ກໍ່ນ່ອຍ ເປັນບົດເພງອຳມະຕະໃນບັ້ນຮົບດ້ຽນບຽນຝູ໋

25/04/2024 15:58
Email Print 166
ຂປລ ໂດຍແມ່ນ ຈຸດໄຂວ່ກັນ ຂອງບັນດາເສັ້ນທາງ ຄົມມະນາຄົມ ເຊື່ອມຕໍ່ ເຂດທົ່ງພຽງ ພາກເໜືອ, ເຂດຖານທີ່ໝັ້ນ ຫວຽດບັກ, ລະຫວ່າງ ເຂດສາມ (ຫ໋າຍຟ່ອງ, ກຽນອານ, ຖາຍບິ່ງ, ຮຶງອຽນ, ຫ໋າຍເຢືອງ) ລະຫວ່າງ ເຂດສີ່ (ແທັງຮວ໊າ, ເງະອານ, ຮ່າຕິ໊ງ, ກວ່າງບິ່ງ, ກວ໋າງຈິ, ເທື່ອທຽນ) ກັບສະໜາມຮົບ ດ້ຽນບຽນຝູ໋, ສາມແຍກ ກໍ່ນ່ອຍ ຂຶ້ນກັບ ບໍລິເວນຕາແສງ ກໍ່ນ່ອຍ ເມືອງ ມາຍເຊີນ ແຂວງ ເຊີນລາ ແມ່ນຊ່ວງທາງຄົມມະນະຄົມທີ່ເປັນຈຸດສຸມ ຂອງການສູ້ຮົບ ທີ່ດຸເດືອດ.

ຂປລ.ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ, ໂດຍແມ່ນ ຈຸດໄຂວ່ກັນ ຂອງບັນດາເສັ້ນທາງ ຄົມມະນາຄົມ ເຊື່ອມຕໍ່ ເຂດທົ່ງພຽງ  ພາກເໜືອ, ເຂດຖານທີ່ໝັ້ນ ຫວຽດບັກ, ລະຫວ່າງ ເຂດສາມ (ຫ໋າຍຟ່ອງ, ກຽນອານ, ຖາຍບິ່ງ, ຮຶງອຽນ, ຫ໋າຍເຢືອງ) ລະຫວ່າງ ເຂດສີ່ (ແທັງຮວ໊າ, ເງະອານ, ຮ່າຕິ໊ງ, ກວ່າງບິ່ງ, ກວ໋າງຈິ, ເທື່ອທຽນ) ກັບສະໜາມຮົບ ດ້ຽນບຽນຝູ໋, ສາມແຍກ ກໍ່ນ່ອຍ ຂຶ້ນກັບ ບໍລິເວນຕາແສງ ກໍ່ນ່ອຍ ເມືອງ ມາຍເຊີນ ແຂວງ ເຊີນລາ ແມ່ນຊ່ວງທາງຄົມມະນະຄົມທີ່ເປັນຈຸດສຸມ ຂອງການສູ້ຮົບ ທີ່ດຸເດືອດ. ຢູ່ແຫ່ງນີ້ ມີພະນັກງານ ນັກຮົບ ຊາວໜຸ່ມ ຕະລຸມບອນ ແລະ ປະຊາຊົນ ບໍ່ຈັກວ່າເທົ່າໃດຄົນ ໄດ້ເສຍສະຫລະຊີວິດ ປະກອບສ່ວນ ສ້າງບົດເພງ ອຳມະຕະ ໃຫ້ແກ່ ໄຊຊະນະ ດ້ຽນບຽນຝູ໋ ຄືວັນທີ 7 ພຶດສະພາ ປີ 1954. ສຳລັບ ອະນຸສາວະລີສາມແຍກ ກໍ່ນ່ອຍ ແມ່ນເພື່ອລຳລຽງ ໃຫ້ການສູ້ຮົບ ຂອງກອງທັບ ແລະ ປະຊາຊົນ ຫວຽດນາມ ຢູ່  ສະໜາມຮົບ ດ້ຽນບຽນຝູ໋ ກ່ອນນີ້ 70 ປີ, ມີເຄືອຂ່າຍຂົນສົ່ງໄດ້ຮັບການສ້າງຕັ້ງຂຶ້ນ ແລະ ລ້ວນແຕ່ຕ້ອງຜ່ານ ສາມແຍກ ກໍ່ນ່ອຍ. ກອງທັບຝຣັ່ງ ໄດ້ກຳນົດວ່າ ນີ້ແມ່ນເອັນຕາຍ ຂອງເສັ້ນທາງ ລຳລຽງສະໜອງ ອາວຸດ ສະບຽງ ອາຫານຂອງທະຫານ ຫວຽດນາມ ໄປຍັງ ດ້ຽນບຽນ ດັ່ງນັ້ນໄດ້ອອກຄຳສັ່ງໃຫ້ກອງທັບອາກາດຝຣັ່ງ ຢູ່ ອິນດູຈີນ ໃຊ້ດ້ວຍທຸກວິທີ ຕ້ອງຫັນສາມແຍກກໍ່ນ່ອຍ ແຂວງ ເຊີນລາ ກາຍເປັນ ບຶງຕົມ. ສາມແຍກ ກໍ່ນ່ອຍ ນັບແຕ່ນັ້ນໄດ້ກາຍເປັນຈຸດຮ້ອນ ເຊິ່ງແມ່ນບ່ອນໄດ້ເກີດມີການຕໍ່ສູ້ທາງດ້ານປັນຍາ ແລະ ກຳລັງທັບຢ່າງດຸເດືອດລະຫວ່າງສອງຝ່າຍ. ດ້ວຍຄວາມຕັດສິນໃຈ ແລະ ປົກປັກຮັກສາເສັ້ນທາງທີ່ສຳຄັນນີ້ ມີຊາວໜຸ່ຕະລຸມບອນຫຼາຍກວ່າ 18.000 ເທື່ອຄົນ ໄດ້ຖືກຈັດສົ່ງມາຈາກທຸກທ້ອງຖິ່ນມາຮັບໃຊ້ບັ້ນຮົບ. ໃນນັ້ນປະຈຳການຢູ່ສາມແຍກ ກໍ່ນ່ອຍ ມີປະມານ 1.000 ຄົນ. ນາງ ຫວຽນທິນຸ ອະດີດຊາວໜຸ່ມຕະລຸມບອນ ໃຫ້ຮູ້ວ່ານັບແຕ່ຈຸດເວລາຕົ້ນປີ 1954 ມາເຖິງສິ້ນສຸດບັ້ນຮົບ ດ້ຽນບຽນຝູ໋, ມື້ໃດຢູ່ສາມແຍກ ກໍ່ນ່ອຍ ກໍ່ດັງສະນັ່ນຫວັ່ນໄຫວ ດ້ວຍສຽງລະເບີດລູກປືນ. ເມື່ອກາງເວັນທຸກໆຄົນຕ້ອງຍົກຍ້າຍໄປຢູ່ບ່ອນປອດໄພ ຮອດຍາມຄ່ຳຄືນກໍ່ພ້ອມກັນອອກມາສ້ອມແປງເຮັດທາງ ເພື່ອໃຫ້ທະຫານ ທະຫານລາດ ລົດຂົນສົ່ງອາວຸດ ສະບຽງອາຫານແລ່ນຜ່ານກ່ອນທີ່ດວງຕາເວັນອອກ. ນາງ ຫງວຽນທິນຸ ໃຫ້ຮູ້ວ່າ: ຄາວນັ້ນຝຣັ່ງ ຕີແຮງທີ່ສຸດ ແຕ່ລະມື້ກໍ່ຖິ້ມລະເບີດທຳລາຍນັບ 100 ໂຕນ ເສັ້ນທາງໄປມາຫຍຸ້ງຍາກທີ່ສຸດ ຕ້ອງເປີດທາງລັດຜ່ານໂນນພູ, ຮຽກຮ້ອງໃຫ້ທົ່ວປວງຊົນເຂົ້າຮ່ວມຂົນສົ່ງສະບຽງອາຫານ ຂົນສົ່ງລູກປຶນບໍ່ຈັກວ່າເທົ່າໃດຄົນໄດ້ເສຍສະຫຼະຊີວິດຢູ່ແຫ່ງນີ້ ດັ່ງນັ້ນພວກຂ້າພະເຈົ້າຍິ່ງຮ່ວມແຮງຮ່ວມໃຈ ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ ເພື່ອປົດປ່ອຍ ດ້ຽນບຽນຝູ໋”. ທ່ານ ລໍ່ວັນເຮັ໊ງ ສັງກັດພາກສ່ວນ ທະຫານຊ່າງແສງ ຢູ່ສາມແຍກ ກໍ່ນ່ອຍ ຫວນຄືນວ່າ: ຄາວນັ້ນ ລັດຕ້ອງການມີຊາວໜຸ່ມ ຕະລຸມບອນ, ຂ້າພະເຈົ້າໄດ້ເຂົ້າຖັນຊາວໜຸ່ມຕະລຸມບອນ ແລະ ຖືກເຮັດວຽກຢູ່ພາກສ່ວນທະຫານຊ່າງແສງ ທຳລາຍລູກລະເບີດ. ມີບາງມື້ ສັດຕູໄດ້ຍິງທຳລາຍ ຢ່າງດຸເດືອດ, ຂ້າພະເຈົ້າເອງ ກໍ່ບໍ່ໄດ້ກິນເຂົ້າໃນສາມວັນສາມຄືນ ແຕ່ກໍ່ຍັງພະຍາຍາມປະຕິບັດໜ້າທີ່”. ເພື່ອອາໄລຫາ ສະແດງຄວາມຮູ້ບຸນຄຸນຕໍ່ຄຸນງາມຄວາມາມດີ ຂອງກອງທັບ ແລະ ປະຊາຊົນ, ຊາວໜຸ່ມຕະລຸມບອນນັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ. ແຕ່ປີ 2000 ຫາ 2002 ແຂວງ ເຊີນລາ ໄດ້ກໍ່ສ້າງເຂດອາໄລຫາ ຊາວໜຸ່ມ ຕະລຸມບອນ ເສຍສະຫລະຊີວິດ ຢູ່ສາມແຍກ ກໍ່ນ່ອຍ. ປີ 2004 ປູຊະນີຍະສະຖານ ຢູ່ແຫ່ງນີ້ ໄດ້ຖືກຈັດເປັນ ລະດັບຊາດ. ຮອດເດືອນກໍລະກົດ ປີ 2021 ສືບຕໍ່ ສ້າງເຂດອາໄລ ຫາຈິດວິນຍານ ໄລຍະໜຶ່ງ ຂຶ້ນກັບ ໂຄງການ ບູລະນະ ແລະ ເສີມຂະຫຍາຍ ຄຸນຄ່າຮ່ອງຮອຍ ສະຖານ ປະຫວັດສາດ ສາມແຍກ ກໍ່ນ່ອຍ. ອ້າຍ ລໍ່ດຶກຫງອກ ຮອງເລຂາ ຄະນະຊາວ ໜຸ່ມເມືອງ ມາຍເຊີນ ແຂວງ ເຊີນລາ ແບ່ງປັນວ່າ: ອະນຸສາວະລີສາມແຍກ ກໍ່ນ່ອຍ ແມ່ນສະຖານທີ່ແດງ ເພື່ອໃຫ້ຊາວໜຸ່ມ ຫວຽດນາມ ເວົ້າລວມ ແລະ ຊາວໜຸ່ມເມືອງ ມາຍເຊີນ ແຂວງ ເຊີນລາ ເວົ້າສະເພາະ ສະແດງຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຂອງຄົນລຸ້ນກ່ອນໆ ຈາກນັ້ັ້ນ ເສີມຂະຫຍາຍ ມູນເຊື້ອ ກິນເຂົ້າຄິດຮອດ ຄຸນນາ ກິນປາ ຄິດຮອດ ຄຸນນ້ຳ ອັນສູງສົ່ງ ຂອງຊາດ ຫວຽດນາມ”. ສາມແຍກ ກໍ່ນ່ອຍ ແມ່ນສັນຍາລັກ ວິລະຊົນ ຂອງກຳລັງ ຊາວໜຸ່ມ ຕະລຸມບອນ ໃນບັ້ນຮົບ ດ້ຽນບຽນຝູ໋ ແມ່ນແຫລ່ງກຳລັງ ແຮງທາງດ້ານຈິດໃຈສ້າງພະລັງຊີວິດໃຫ້ແກ່ໄວໜຸ່ມລຸ້ນ ປັດຈຸບັນ ເພື່ອສ້າງສາ ປະເທດຊາດ ໃຫ້ນັບມື້ ນັບເຂັ້ມແຂງ ຮັ່ງມີສວຍງາມ./. 

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top