ອີຢູ ຫ້າມສິນຄ້າທີ່ຜະລິດດ້ວຍແຮງງານຖືກບັງຄັບ

25/04/2024 09:52
Email Print 103
ຂປລ ລັດຖະສະພາ ເອີຣົບ (EP) ໄດ້ໃຫ້ສັດຕະຍາບັນ ບັນດາ ຂໍ້ກຳນົດ ຫ້າມຂາຍ, ນຳເຂົ້າ ແລະ ສົ່ງອອກສິນຄ້າ ທີ່ຜະລິດ ດ້ວຍແຮງງານ ຖືກບັງຄັບ. ຕາມຂໍ້ກຳນົດໃໝ່ແລ້ວ, ອຳນາດ ການປົກຄອງ ແຫ່ງຊາດ ໃນກຸ່ມ 27 ປະເທດ ສະມາຊິກນີ້ ຫລື ຄະນະ ກຳມະການ ເອີຣົບ (EC) ສາມາດສືບຕໍ່ ສືບສວນ ບັນດາ ປະເພດສິນຄ້າ, ລະບົບສະໜອງ ແລະ ບໍລິສັດຜະລິດ ທີ່ໜ້າລະແວງ ສົງໄສ.

ຂປລ.ວິທະຍຸ ກະຈ່າຍສຽງ ແຫ່ງຊາດ ຫວຽດນາມ,ເມື່ອບໍ່ດົນມານີ້, ລັດຖະສະພາ ເອີຣົບ (EP) ໄດ້ໃຫ້ສັດຕະຍາບັນ ບັນດາ ຂໍ້ກຳນົດ ຫ້າມຂາຍ, ນຳເຂົ້າ ແລະ ສົ່ງອອກສິນຄ້າ ທີ່ຜະລິດ ດ້ວຍແຮງງານ ຖືກບັງຄັບ. ຕາມຂໍ້ກຳນົດໃໝ່ແລ້ວ, ອຳນາດ ການປົກຄອງ ແຫ່ງຊາດ ໃນກຸ່ມ 27 ປະເທດ ສະມາຊິກນີ້ ຫລື ຄະນະ ກຳມະການ ເອີຣົບ (EC) ສາມາດສືບຕໍ່ ສືບສວນ ບັນດາ ປະເພດສິນຄ້າ, ລະບົບສະໜອງ ແລະ ບໍລິສັດຜະລິດ ທີ່ໜ້າລະແວງ ສົງໄສ.ການສືບສວນ ໃນເບື້ອງຕົ້ນ ຕ້ອງປະຕິບັດ ສຳເລັດ ພາຍໃນ 30 ວັນລັດຖະການ. ຖ້າຫາກວ່າ ມີຜະລິດຕະພັນໃດໜຶ່ງ ທີ່ຖືກຜະລິດ ດ້ວຍການນຳໃຊ້ ແຮງງານແບບບັງຄັບ, ຜະລິດຕະພັນນັ້ນ ຈະບໍ່ສາມາດ ໄດ້ຂາຍ ຢູ່ຕະຫລາດ ສະຫະພາບ ເອີຣົບ(EU).EP ໄດ້ຮັບຮອງເອົາກົດໝາຍ ສະບັບ ດັ່ງກ່າວ ດ້ວຍຈຳນວນບັດ ສະໜັບ ສະໜູນ ສ່ວນຫລາຍ 555 ບັດ ແລະ ບັດຄ້ານ 6 ບັດ ແລະ ບັດຂາວ 45 ບັດ. ເອກະສານ ສະບັບດັ່ງກ່າວ ຍັງຄົງໄດ້ຮັບການຮັບຮອງຈາກ ບັນດາປະເທດ ສະມາຊິກ ກ່ອນທີ່ຈະມີຜົນສັກສິດ. ບັນດາປະເທດ EU ຈະຕ້ອງປະຕິບັດກົດໝາຍສະບັບດັ່ງກ່າວ ໃນຮອບເວລາ 3 ປີ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top