ບັງກລາເທດ ຜະເຊີນຄື້ນຄວາມຮ້ອນຮຸນແຮງຫລາຍກວ່າ40ອົງສາເຊ

25/04/2024 09:52
Email Print 121
ຂປລ ສຳນັກງານ ອຸຕຸນິຍົມວິທະຍາ ບັງກລາເທດ ລາຍງານວ່າ: ຄື້ນຄວາມຮ້ອນ ຂັ້ນຮຸນແຮງ ແຜ່ປົກຄຸມ ບັງກລາເທດ ເປັນເວລາ 1 ອາທິດ ເຮັດໃຫ້ ອຸນຫະພູມສູງຂຶ້ນ ໄປເຖິງ 43 ອົງສາເຊ ເຮັດໃຫ້ເຈົ້າໜ້າ ທີ່ທາງການ ອອກປະກາດ ເຕືອນໄພ ຄື້ນຄວາມຮ້ອນ ທົ່ວປະເທດ ນັບແຕ່ ວັນທີ23ເມສາ ເປັນຕົ້ນໄປ

ຂປລ.ຕາມຂ່າວຈາກ ນະຄອນຫລວງດາກາ, ສຳນັກງານ ອຸຕຸນິຍົມວິທະຍາ ບັງກລາເທດ ລາຍງານວ່າ: ຄື້ນຄວາມຮ້ອນ ຂັ້ນຮຸນແຮງ ແຜ່ປົກຄຸມ ບັງກລາເທດ ເປັນເວລາ 1 ອາທິດ ເຮັດໃຫ້ ອຸນຫະພູມສູງຂຶ້ນ ໄປເຖິງ 43 ອົງສາເຊ ເຮັດໃຫ້ເຈົ້າໜ້າ ທີ່ທາງການ ອອກປະກາດ ເຕືອນໄພ ຄື້ນຄວາມຮ້ອນ ທົ່ວປະເທດ ນັບແຕ່ ວັນທີ23ເມສາ ເປັນຕົ້ນໄປ ຈຶ່ງຮຽກຮ້ອງ ໃຫ້ໂຮງຮຽນ ຢຸດການຮຽນ-ການສອນ ເປັນການຊົ່ວຄາວ ໃນອາທິດນີ້ ແລະ ຂໍໃຫ້ປະຊາຊົນ ຫລີກລ້ຽງ ການອອກໄປ ຖືກແດດ ໂດຍກົງ ເພື່ອຫລີກລ້ຽງ ການເກີດ ອາການ ພະຍາດ ລົມແດດ (heatstroke) ທີ່ເປັນອັນຕະລາຍຕໍ່ ສຸຂະພາບ.ນອກນີ້ ຍັງສັ່ງໃຫ້ໂຮງໝໍ ທຸກແຫ່ງ ກຽມພ້ອມ ຮັບມືກັບ ຄົນເຈັບ ສຸກເສີນ ທີ່ເກີດຈາກ ສະພາບອາກາດ ທີ່ຮ້ອນຮຸນແຮງ ໃນຄັ້ງນີ້.ຂະນະທີ່  ສັດລ້ຽງ ແລະ ພືດທັນຍາຫານ ກໍ່ໄດ້ຮັບຜົນກະທົບ ຢ່າງໜັກ ເຊັ່ນກັນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top